ຂ.ຫົວພັນໃຫ້້ຄວາມຮູ້ການ ປ່ອນບັດ

ອຸ່ນແກ້ວ ສຸກສະຫວັນ
2016.03.08
F-Vote ການປ່ອນບັດເລືອກຕັ້ງ ຢູ່ ສປປລາວ ໃນປີ 2011
Courtesy of rfi.fr

ປັດຈຸບັນ ເຈົ້າໜ້າທີ່  ແຂວງຫົວພັນ ກໍາລັງເລັ່ງ ໃຫ້ຄວາມຮູ້ ການປ່ອນບັດ ເລືອກຕັ້ງ ໃຫ້ ປະຊາຊົນ ຊົນເຜົ່າ ເພື່ອໃຫ້ ເຂົ້າໃຈ ຢ່າງ ຖືກຕ້ອງ ເພື່ອປ້ອງກັນ ບໍ່ໃຫ້ມີ ບັດເສັຽ, ເພາະ ຜ່ານມາ ກໍມີຊົນເຜົ່າ ທີ່ຮູ້ ພາສາລາວ ແບບຍັງ ຈໍາກັດ. ດັ່ງ ເຈົ້າໜ້າທີ່ ຫ້ອງການ ປົກຄອງ ແຂວງຫົວພັນ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 7 ມິນາ ນີ້ວ່າ:

"ເຮົາຕ້ອງ ອະທິບາຍ ຈະແຈ້ງ ຈຶ່ງ ຊິປ່ອນຫັ້ນນ່າ ຄັນບໍ່ຊັ້ນ ເພິ່ນປ່ອນຜິດ ໝົດເລີຍ ແມ່ຍິງ ຫັ້ນນະ ເພາະວ່າ ບໍ່ຮູ້ ພາສາລາວ ເດ້ ຄັນວ່າ ຢູ່ຂັ້ນທ້ອງຖິ່ນ ຂັ້ນບ້ານ ທີ່ວ່າ ຊົນນະບົດ ຈະເອົາ ນາຍບ້ານບໍ່ ຫລື ວ່າ ຈະເອົາຕົວແທນ ຂອງແມ່ຍິງ ບ້ານ ຫັ້ນນະ ຕ້ອງ ອະທິບາຍ ໃຫ້ ເຂົາເຈົ້ານໍາ".

ເຈົ້າໜ້າທີ່ ກ່າວຕື່ມວ່າ ການໃຫ້ ຄວາມຮູ້ ແກ່ ຊົນເຜົ່າ ຈະມີ ເຈົ້າໜ້າທີ່ ທີ່ຮູ້ ພາສາ ຊົນເຜົ່າ ເປັນຄົນແປ ພາສາ ໃຫ້. ຂັ້ນຕອນ ທໍາອິດ ແມ່ນ ອະທິບາຍ ໃຫ້ເຂົາເຈົ້າ ຮູ້ຈັກ ຄວາມໝາຍ ແລະ ຈຸດປະສົງ ຂອງ ການປ່ອນບັດ ຈາກນັ້ນ ຈຶ່ງສອນວິທີ ປ່ອນບັດ ເຮັດໃຫ້ຫຼາຍຄົນ ເລີ້ມມີຄວາມ ເຂົ້າໃຈ ເພີ້ມຂຶ້ນ ແລ້ວ. ດັ່ງ ເຈົ້າໜ້າທີ່ ກ່າວວ່າ:

"ຂະເຈົ້າສົນໃຈ ຫັ້ນແຫຼະ ສົນໃຈຫຼາຍ ເພິ່ນ ບໍ່ຮູ້ແທ້ ຖ້າວ່າ ເພິ່ນສົນໃຈ ເພິ່ນຈະຖາມ ປະຫວັດ ຄວາມເປັນມາ ຂອງຜູ້ນີ້ ແມ່ນເຮັດອັນໃດ ຊິນະເນາະ ຫລືວ່າ ເວລາ ອະທິບາຍ ເຮົາ ອະທິບາຍ ຕື່ມ".

ໃນຊ້ວງທີ່ ບັນດາ ຜູ້ສະໝັກ ເລືອກຕັ້ງ ສະພາ ແຫ່ງຊາດ ຊຸດທີ 8 ແລະ ສະມາຊິກ ສະພາ ປະຊາຊົນ ຂັ້ນແຂວງ ຄັ້ງທໍາອິດ ປະຈໍາ ແຂວງຫົວພັນ ລົງພື້ນທີ່ ໂຄສະນາ ຫາສຽງ ຈະເຫັນວ່າ ຊົນເຜົ່າ ຫຼາຍກວ່າ 50 ສ່ວນຮ້ອຍ ມີຄວາມເຂົ້າໃຈ. ໃນຂນະ ດຽວກັນ ກໍຍັງມີ ຊົນເຜົ່າ ຈໍານວນນຶ່ງ ບໍ່ສົນໃຈ ການເລືອກຕັ້ງ ເລີຍ ຍ້ອນບໍ່ຮູ້ ພາສາລາວ ແຕ່ທາງ ເຈົ້າໜ້າທີ່ ຈະ ພຍາຍາມ ຊັກຊວນ ໃຫ້ເຂົາເຈົ້າ ປ່ອນບັດ ເລືອກຕັ້ງ ເທົ່າທີ່ຈະ ສາມາດ ເຮັດໄດ້. ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.