ຂ.ຫົວພັນຈົ່ມທຸກຕໍ່ສະພາ

ມະນີຈັນ
2016.11.01
F-Houaphanh ແຂວງຫົວພັນ
RFA

ໃນກອງປະຊຸມ ສະພາ ແຫ່ງຊາດ ສປປລາວ ເມື່ອທ້າຍອາທິດ ທີ່ແລ້ວ ພັນໂທ ແອ່ນ ອຸ່ນທະນົງບຸດ ສະມາຊິກ ສະພາ ແຫ່ງຊາດ ແຂວງຫົວພັນ ກ່າວວ່າ ເຖິງວ່າ ແຂວງຂອງຕົນ ຈະ ເປັນບ່ອນເກີດ ຂອງການ ປະຕິວັດລາວ ແຕ່ກໍຍັງ ເປັນແຂວງ ທຸກຍາກ ແລະ ບໍ່ໄດ້ຮັບ ການພັທນາ ເທົ່າທີ່ຄວນ ເປັນຕົ້ນ ຖນົນຫົນທາງ ຍັງເປ່ເພ ແລະ ການເດີນທາງ ກໍ ຍັງລໍາບາກ:

"ແຂວງຫົວພັນ ເປັນແຂວງ ທີ່ກໍາເນີດ ການປະຕິວັດ ແຕ່ວ່າ ການພັທນາ ຍັງມີລັກສນະ ລວມຢູ່ ໂຕຢ່າງ ເສັ້ນທາງ ເລກທີ 6 ຈາກ ບ້ານບານ ເມືອງຄໍາ ແຂວງ ຊຽງຂວາງ ໄປເຖິງ ນາແມວ 40 ກວ່າ ປີ ທີ່ຜ່ານມາ ຖືວ່າຍັງຢູ່ ພາວະ ປົກກະຕິ ທຸກຍາກຫຼາຍ ປະຊາຊົນ. ໂຕຢ່າງ ເສັ້ນທາງ ຈາກ ບ້ານນາຫຸ່ມ ໄປເຖິງຖໍ້າແມ່ 20 ກິໂລແມັຕ ໃຊ້ ເວລາເກືອບ 2 ຊົ່ວໂມງ".

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຜແນກ ໂຍທາ ແລະ ສວັດດີການ ຂົນສົ່ງ ແຂວງ ຫົວພັນ ກໍຮັບວ່າ ແຂວງຫົວພັນ ເປັນແຂວງນຶ່ງ ທີ່ທຸກຍາກ ເສັ້ນທາງ ຫຼາຍສາຍ ເປ່ເພແທ້. ກວ່າ 70 ເປີເຊັນ ຂອງທາງ ທັງໝົດ ແມ່ນ ທາງດິນແດງ, ປະຊາຊົນ ໄດ້ຮັບຄວາມ ເດືອດຮ້ອນ:

"ຍັງຫຍູ້ງຍາກເດ້ ແຂວງຫົວພັນ ໄປຊໍາເໜືອນີ້ນະ ເສັ້ນທາງຫຼວງນີ້ກະ ຍຸຕິໝົດແລ້ວ ຢູ່ ທາງບ້ານນອກ ຫ່າງໄກ ຊອກຫລີກ ຍາມຝົນ ນີ້ຖືວ່າ ໄປບໍ່ໄດ້ແດ 70 ເປີເຊັນ ນີ້ດິນແດງ".

ທ່ານກ່າວຕື່ມວ່າ ຮອດປັດຈຸບັນ ເສັ້ນທາງ ຫຼາຍສາຍ ຍັງບໍ່ທັນ ໄດ້ຮັບການ ສ້ອມແປງ ຍ້ອນ ທາງການ ບໍ່ມີ ງົບປະມານ ພຽງພໍ, ຫວັງວ່າ ຫລັງແລ້ວ ກອງປະຊຸມ ສະພາ ແຫ່ງຊາດ ເທື່ອນີ້ ຣັຖບານ ຈະສນອງເງິນ ໃຫ້ສ້ອມແປງ ພັທນາ ໂຄ່ງຮ່າງ ພື້ນຖານ.

ຕໍ່ຄໍາເວົ້າຂອງ ສະມາຊິກ ສະພາ ແຫ່ງຊາດ ທ່ານນີ້ ປະຊາຊົນ ແຂວງຫົວພັນ ເວົ້າວ່າຕົນ ເຫັນດີນໍາ ຄໍາເວົ້າ ຂອງ ພັນໂທ ແອ່ນ ໃນກອງປະຊຸມ ສະພາ ແຫ່ງຊາດ ເພາະ ບັນຫາ ທີ່ເພິ່ນກ່າວນັ້ນ ມີຄວາມຈິງ ຈຶ່ງຢາກໃຫ້ ຣັຖບານ ເລັ່ງໃຫ້ ງົບປະມານ ມາປັບປຸງ ເສັ້ນທາງ ຫລັງ ກອງປະຊຸມ ເທື່ອນີ້:

"ເຫັນດີນໍາເພິ່ນເວົ້າ ຫັ້ນແຫຼະ ເພາະວ່າ ກໍທຸກຍາກ ຫົນທາງ ໄປມາ ກະບໍ່ດີ, ທີ່ລາວ ເວົ້າກະຖືກ ຫັ້ນແຫຼະ ກະຢາກ ໃຫ້ຣັຖບານ ປັບປຸງ ທາງໃຫ້ດີ ມັນກະສ້າງ ຢູ່ນະ ທຸກມື້ ກະຫາກ ບໍ່ແລ້ວ ບໍ່ທັນມີ ເງິນ ມັນບໍ່ເຮັດໄດ້ ປົກກະຕິ".

ທ່ານເວົ້າວ່າ ເຖິງແມ່ນວ່າ ໃນຣະຍະ 40 ປີ ຜ່ານມາ ຣັຖບານ ມີໂຄງການ ພັທນາ ຕ່າງໆ ຢູ່ແຂວງ ຫົວພັນ ຫຼາຍໂຄງການ ກໍຕາມ ແຕ່ກໍຍັງ ບໍ່ທັນ ເຮັດໃຫ້ ປະຊາຊົນ ໃນແຂວງນີ້ ຫລຸດພົ້ນຈາກ ຄວາມທຸກຍາກ ໄດ້ ເທົ່າທີ່ຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.