ເວທີເອເຊັຽຢູໂຣບກ່າວເຖິງ ທ.ສົມບັດ

ມະນີຈັນ
2014.10.16
F-Asem ເວທີ ກອງປະຊຸມ ພາກ ປະຊາຊົນ ເອເຊັຽ-ຢູໂຣບ ຄັ້ງທີ 10 ທີ່ມີຂຶ້ນ ເມື່ອວັນທີ 10 ຫາ 12 ຕຸລາ ຢູ່ ເມືອງມີລານ ປະເທດອີຕາລີ
AFP PHOTO / GIUSEPPE CACACE

 

ຖແລງການ ຂັ້ນ ສຸດທ້າຍ ຂອງ ເວທີ ກອງປະຊຸມ ພາກ ປະຊາຊົນ ເອເຊັຽ ຢູໂຣບ ຄັ້ງທີ 10 ທີ່ ມີຂຶ້ນ ເມື່ອ ວັນທີ 10 ຫາ 12 ຕຸລາ ຢູ່ ເມືອງ ມີລານ ປະເທດ ອີຕາລີ ໄດ້ເວົ້າ ເຖິງ ທ່ານ ສົມບັດ ສົມພອນ. ໃນ ຖແລງ ການ ນັ້ນ ມີໃຈຄວາມ ວ່າ ຈະ ຄົບຮອບ 2 ປີ ໃນ ວັນທີ 15 ທັນວາ 2014 ທີ່ ທ່ານ ສົມບັດ ສົມພອນ ໄດ້ ຫາຍສາບສູນ ໄປ. ທ່ານ ສົມບັດ ເປັນໜຶ່ງ ໃນ ບັນດາ ຜູ້ຈັດຕັ້ງ ເວທີ ກອງປະ ຊຸມ ພາກ ປະຊາຊົນ ເອເຊັຽ ຢູໂຣບ ຄັ້ງ ທີ 9 ທີ່ ນະຄອນ ຫຼວງ ວຽງຈັນ ກ່ອນໜ້າ ເປີດ ກອງປະຊຸມ ອາແຊັມ ຄັ້ງທີ 10.

ຖແລງການ ຣະບຸວ່າ ສປປລາວ ເພິ່ງພາ ອາສັຍ ການ ຊ່ວຍເຫລືອ ນາໆຊາດ ຢ່າງ ຫລວງຫລາຍ ແລະ ກ່ອນໜ້າ ກອງປະຊຸມ ໂຕະມົນ ປະຈຳປີ ທີ່ ກຳນົດ ຈັດຂຶ້ນ ໃນ ເດືອນ ພຶສຈິກາ 2014 ນີ້ ຣັຖບານ ລາວ ກໍຂໍ ການສນັບ ສນູນ ທາງການເງິນ ຫລາຍ ເພີ່ມຂຶ້ນ ຈາກ ປະຊາຄົມ ສາກົລ. ແລະວ່າ ການບັງຄັບ ຄົນໃຫ້ ຫາຍສາບສູນ ບໍ່ເຄີຍຖື ເປັນບັນຫາ ພາຍໃນ ຂອງປະເທດ ໃດໆ ທັງນັ້ນ. ມັນຂັດກັບ ກົດໝາຍ ຣະຫວ່າງ ປະເທດ ແລະ ກໍຖືກັນ ຢ່າງ ກວ້າງຂວາງ ວ່າ ເປັນ ອາຊຍາກັມ ຕ້ານ ມວນມະນຸດ.

ທາງຄອບ ຄົວ ໝູ່ເພື່ອນ ແລະ ປະຊາຊົນ ແມ່ນ ມີສິດທິ ທີ່ ຈະຮູ້ ຄວາມຈິງ ຮູ້ວ່າມີ ຫຍັງເກີດ ຂຶ້ນກັບ ທ່ານ ສົມບັດ. ທ່ານ ສົມບັດ ແລະ ຄອບຄົວ ມີສິດທິ ທີ່ ຈະໄດ້ຮັບ ຄວາມ ຍຸຕິທັມ. ຖແລງການ ເວທີ ເອເຊັຽ ຢູໂຣບ ຂໍເຕືອນ ບັນດາ ປະເທດ ສະມາຊິກ ອາແຊັມ ກ່ຽວກັບ ພັນທະ ເຣື່ອງ ສິດທິມະນຸດ ທັງພາຍໃນ ແລະ ຣະຫວ່າງ ປະເທດ.

ພ້ອມດຽວກັນ ກໍຮຽກຮ້ອງ ຢ່າງຈິງໃຈ ເຖິງ ຣັຖບານ ລາວ ໃຫ້ ສືບສວນ ສອບສວນ ແລະ ຣາຍງານ ເຣື່ອງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ໃຫ້ ມວນຊົນ ຮູ້ ແລະ ດຳເນີນ ຂັ້ນຕອນ ທາງ ກົດໝາຍ ຕໍ່ຜູ້ ກໍ່ ອາຊຍາກັມ ນັ້ນ ນຳດ້ວຍ. ເວທີ ພາກ ປະຊາຊົນ ເອເຊັຽ ຢູໂຣບ ຮຽກຮ້ອງ ໃຫ້ ປະເທດ ສະມາ ຊິກ ອາແຊັມ ຕິດຕາມ ການ ປະຕິບັດ ຄຳ ຮຽກຮ້ອງ ທີ່ວ່າມາ ນັ້ນ ເພື່ອ ຮັບປະກັນ ວ່າ ທ່ານ ສົມບັດ ແລະ ຄອບຄົວ ໄດ້ຮັບ ຄວາມ ຍຸຕິທັມ ຊຶ່ງ ແນ່ນອນ ກໍ ເປັນສິດທິ ຂອງ ພວກ ເຂົາເຈົ້າ ແລະ ໃຫ້ ທ່ານ ກັບຄືນສູ່ ຄອບຄົວ ຢ່າງ ປອດພັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.