ຣະບຽບການ ລົງໂທດ ຂອງ ເຈົ້າໜ້າທີ່ ລາວ
2014.09.02

ເຈົ້າໜ້າທີ່ ແຂວງ ສວັນນະເຂດ ທ່ານນຶ່ງ ເວົ້າວ່າ ຄອບຄົວ ຊາວບ້ານ ຢູ່ບ້ານ ໂພນມ່ວງ ເມືອງ ເຊໂປນ ທີ່ ລູກຊາຍ ຖືກ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ປະຈຳ ດ່ານ ບ້ານດົງ ທຳຮ້າຍ ຮ່າງກາຍ ນັ້ນ ຕັດສິນໃຈ ບໍ່ເອົາເຣື່ອງ ກັບ ເຈົ້າໜ້າທີ່ ຜູ້ ທີ່ກໍ່ເຫດ ເພາະ ເຫັນວ່າ ຜູ້ບາດເຈັບ ມີຄວາມຜິດ ແທ້.
ເຈົ້າໜ້າທີ່ ທີ່ ຂໍສງວນຊື່ ແລະ ສຽງ ທ່ານນີ້ ເວົ້າວ່າ ທາງ ຄອບຄົວ ຜູ້ບາດເຈັບ ຮູ້ ແລ້ວວ່າ ສາເຫດ ທີ່ລູກ ຂອງຕົນ ຖືກ ທຳຮ້າຍ ຮ່າງ ກາຍ ນັ້ນ ຍ້ອນໄປຖິ້ມ ກະປ໋ອງນ້ຳ ໃສ່ ບໍຣິເວນ ດ່ານ ຊຶ່ງ ເຈົ້າໜ້າທີ່ ເຫັນວ່າ ເປັນ ການຕັ້ງໃຈ ຖິ້ມໃສ່ ເຈົ້າໜ້າທີ່ ເຮັດໃຫ້ ເຈົ້າໜ້າທີ່ ບໍ່ພໍໃຈ ຈຶ່ງ ນໍາເອົາຕົວ ໄປລົງໂທດ. ແຕ່ ກໍຍັງຄາໃຈ ແລະ ບໍ່ແນ່ໃຈວ່າ ການລົງໂທດ ຂອງ ເຈົ້າໜ້າທີ່ ຊຶ່ງ ເຮັດໃຫ້ລູກ ຂອງຕົນໄດ້ ຮັບ ບາດເຈັບ ສາຫັດ ຈົນເຖິງ ຂັ້ນ ທັງເຕະ ທັງຖີບ ທ້າຍປືນ ທັ່ງໃສ່ຫົວ ຈົນ ສມອງບວມ ແລະ ຕ້ອງໄດ້ ນອນປິ່ນປົວ ຢູ່ໂຮງໝໍ ຕັ້ງຫຼາຍມື້ ນັ້ນ ມັນເກີນ ຂອບເຂດ ຫລືບໍ່?
ແລະວ່າ ເມື່ອທ້າຍ ອາທິດ ທີ່ຜ່ານມາ ທາງ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ແຂວງ ສວັນນະເຂດ ໄດ້ອອກໄປ ບ່ອນເກີດເຫດ ແລະໄດ້ ຕັ້ງ ທິມງານ ສືບສວນ ສອບສວນ ຕາມຂັ້ນຕອນ ເພື່ອ ຫາສາເຫດ ທີ່ແທ້ຈິງ ຂອງເຣື່ອງນີ້ ແລະ ຫາກພົບວ່າ ເຈົ້າໜ້າທີ່ ເຮັດເກີນເຫດ ແທ້ ກໍ ຈະນໍາມາ ລົງໂທດ.
ເຫດການ ດັ່ງກ່າວ ໄດ້ເກີດຂຶ້ນ ເມື່ອວັນທີ 13 ສິງຫາ 2014. ຫລັງເກີດເຫດ ກໍໄດ້ມີຄົນ ນຳເອົາ ຮູບພາບ ຜູ້ໄດ້ຮັບ ບາດເຈັບ ຈາກ ການຖືກ ທຳຮ້າຍ ຮ່າງກາຍ ນັ້ນ ໄປເຜີຍແພ່ ໃນສື່ສັງຄົມ ອອນລາຍ ຢ່າງ ກວ້າງ ຂວາງ ຈົນເຮັດໃຫ້ ມີການ ວິພາກ ວິຈານ ກັນ ໃນ ສັງຄົມ ອອນລາຍ ຢູ່ຊ່ວງໜຶ່ງ ເພາະ ຄົນສ່ວນໃຫຍ່ ໃຫ້ ຄວາມສົນໃຈ ຫລາຍ ເປັນພິເສດ. ແຕ່ມາຮອດ ປັຈຈຸບັນ ຜູ້ທີ່ໄດ້ ລົງ ຮູບພາບ ໃນເວັບໄຊ ຕ່າງໆ ກໍພາກັນ ເອົາຮູບພາບ ນັ້ນອອກ ເພື່ອຄວາມ ປອດພັຍ.