ອອກຫາສຽງຕາມແນວທາງ ພັກ-ຣັດ

ຈໍາປາທອງ
2016.02.25
Laos ຊີວິດການເປັນຢູ່ ຂອງ ຊາວລາວ ແລະ ເດັກນ້ອຍລາວ ໃນ ຊົນນະບົດ ທີ່ຕ້ອງການຄວາມຊ່ອຍເຫຼືອ
Citizen Journalist

ບັນດາ ຜູ້ສມັກ ຮັບເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ແລະ ສະພາ ປະຊາຊົນ ຂັ້ນແຂວງ ຕຣຽມ ລົງພື້ນທີ່ ໂຄສະນາ ຫາສຽງ ກັບ ປະຊາຊົນ ໃນ ວັນທີ 25 ກຸມພາ ນີ້, ຈະເວົ້າເຖິງ ແນວທາງ ທີ່ຈະແກ້ໄຂ ປັນຫາ ໃນເຂດ ທີ່ຕົນລົງສມັກ ໂດຍໃຫ້ ສອດຄ່ອງ ກັບ ນະໂຍບາຍ ຂອງ ພັກແລະຣັຖ. ຜູ້ສມັກ ຮັບເລືອກຕັ້ງ ເປັນ ສະມາຊິກ ສະພາ ແຫ່ງຊາດ ທີ່ ຂໍສງວນຊື່ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນ ວັນທີ 23 ກຸມພາ ນີ້ວ່າ:

“ເຮົາກໍຕ້ອງ ເຂົ້າໃຈວ່າ ນະໂຍບາຍ ຂອງ ພັກ-ຣັຖ ເປັນແນວໃດ, ສອງມາ ກໍຕ້ອງ ເຂົ້າໃຈວ່າ ເຮົາຈະສາມາດ ໄປຊ່ວຍ ພໍ່ແມ່ ປະຊາຊົນ ໃນຂົງເຂດ ທີ່ ເຮົາລົງ ເລືອກຕັ້ງ ຫັ້ນ ໄດ້ແນວໃດ. ກໍຕ້ອງຮູ້ຈັກ ຊີວິດ ຄວາມເປັນຢູ່ ຂອງຂະເຈົ້າ ຄວາມຕ້ອງການ ຂອງຂະເຈົ້າ ອັນນັ້ນ ແມ່ນຫນ້າທີ່ ຂອງ ພວກເຮົາ”.

ທ່ານກ່າວວ່າ ປັນຫາ ນຶ່ງ ທີ່ ສປປ ລາວ ພວມປະເຊີນຢູ່ ແມ່ນ ການແຂ່ງຂັນ ທາງ ທຸຣະກິຈ ຂອງ ຜູ້ປະກອບການ ຂນາດກາງ ແລະ ຂນາດນ້ອຍ ຫລັງເປີດ ປະຊາຄົມ ເສຖກິຈ ອາຊຽນ ຕັ້ງແຕ່ ທ້າຍປີ 2015 ເປັນຕົ້ນມາ. ທ່ານ ໃນຖານະ ເປັນຜູ້ສມັກ ຮັບເລືອກຕັ້ງ ກໍຫວັງວ່າ ຈະມີໂອກາດ ໄດ້ແກ້ໄຂ ປັນຫານີ້ ໃນ ສະພາ. ທ່ານ ກ່າວວ່າ:

“ເອສເອັມອີ ໃນລາວ ມີ ປະມານ 98% ໃນ ເງື່ອນທີ່ວ່າ ລາວ ເຊື່ອມໂຍງ ກັບສາກົນ ຫຼື ເອອີຊີ ມັນກໍຈຳເປັນ ທີ່ພວກເຮົາ ຕ້ອງ ປັບຕົວ, ການດຳເນີນ ທຸຣະກິຈ ກໍຕ້ອງເປັນ ຮູບແບບ ບໍຣິສັດ, ມັນຕ້ອງ ມີການສ້າງ ໃຫ້ໂຄງປະກອບ ເສຖກິຈ ຂອງເຮົາ ເອງ ມີຄວາມແຂງແກ່ນ”.

ທ່ານ ເວົ້າວ່າ ການເລືອກຕັ້ງ ຄັ້ງນີ້ ເປີດກວ້າງ ຫຼາຍກວ່າ ທຸກຄັ້ງ ທີ່ຜ່ານມາ ເພາະ ທາງການລາວ ເປີດໂອກາດ ໃຫ້ ພາກ ທຸຣະກິຈ ມາລົງສມັກ ຮັບເລືອກຕັ້ງ ຫຼາຍຂຶ້ນ. ສ່ວນຕົວທ່ານ ກໍຖືເປັນ ຄົນລຸ້ນໃຫມ່ ທີ່ ລົງສມັກ ຮັບເລືອກຕັ້ງ ເປັນ ຄັ້ງທຳອິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.