ການໃຊ້ອິນເຕີແນັດຢູ່ລາວ ຖືກ ຈໍາກັດ
2014.06.10

ຢູ່ ປະເທສລາວ ມີການໃຊ້ ອິນເຕີແນັດ ຫລາຍຂຶ້ນ ແຕ່ ທາງການ ລາວ ຍັງຈໍາກັດ ການໃຊ້ ຂອງ ປະຊາຊົນ ຢ່າງ ເຂັ້ມງວດ. ຣັຖບາລລາວ ກວດກາ ແລະ ຄວບຄຸມ ບໍຣິສັດ ທີ່ໃຫ້ ບໍຣິການ ອິນເຕີແນັດ ໝົດທຸກ ບໍຣິສັດ ແລະ ມີ ຣາຍງານ ວ່າ ຣັຖບາລ ສປປລາວ ປິດບັງ ສະກັດ ເວັບໄຊ. ຕາມຣາຍງານ ຂອງ Index ຂອງ ສຽງ ເສຣີພາບ ໃນການ ປາກເວົ້າ ຂີດຂຽນ ເດືອນ ພຶສພາ 2014.
ແຕ່ ອົງການ Freedom House ເວົ້າວ່າ “ຄວາມ ສາມາດ ທາງ ດ້ານ ເຕັກໂນໂລຈີ ຂອງ ຣັຖບາລ ລາວ ໃນການ ຕິດຕາມ ຄວບຄຸມ ອິນເຕີແນັດ ມີຈໍາກັດ, ແຕ່ເຖິງຢ່າງ ໃດກໍຕາມ ທາງການ ລາວ ກໍຈະນໍາໃຊ້ ນະໂຍບາຍ ແລະ ເຕັກໂນໂລຈີ ຂອງ ປະເທສ ເພື່ອນບ້ານ ວຽດນາມ ແລະ ຈີນ ໃນການ ກວດກາ ຄວບຄຸມ ອິນເຕີແນັດ ນັ້ນ”
ທາງການລາວ ອາຈຍັງ ບໍ່ທັນ ກີດກັ້ນ ການໃຊ້ Facebook ເທື່ອ. ແຕ່ເມື່ອ ປີທີ່ແລ້ວ ກະຊວງ ຄົມມະນາຄົມ ຂອງລາວ ໄດ້ສເນີ ຣະບຽບ ການຄຸ້ມຄອງ ອິນເຕີແນັດ ທີ່ຈະ ອະນຸຍາດ ໃຫ້ທາງການ ກວດກາ ອິນເຕີແນັດ ໄດ້. ແຕ່ກໍມີ ຫຼາຍພາກສ່ວນ ທີ່ໄດ້ ກວດກາ ຢ່າງບໍ່ເປັນ ທາງການ ມາເເລ້ວ ເປັນຈໍານວນ ຫຼວງຫລາຍ.
ກະຊວງ ຄົມມະນາຄົມ ເວົ້າຕໍ່ ໜັງສືພິມ ວຽງຈັນທາມ ເຖິງຂ່າວ ກ່ຽວກັບ ເຟັສບຸກ ທີ່ເວົ້າເຖິງ ເຫດການ ຍົນ ສາຍການບິນ ລາວ ຕົກວ່າ “ບໍ່ມີຜົລ ປະໂຫຍດ”. ຫຼາຍແຫລ່ງ ຂ່າວ ຣາຍງານໃຫ້ Index ຮູ້ເມື່ອກ່ອນ ນັ້ນວ່າ ບໍຣິສັດ ເອກກະຊົນ ຈີນ ຄືຈະໃຫ້ ການຊ່ວຍເຫລືອ ລາວ ເພີ້ມຂຶ້ນ ໃນການ ກວດກາ Internet ຫລາຍກວ່າ ທີ່ ຣັຖບາລລາວ ຈະເຮັດເອງ ເຖິງແມ່ນວ່າ ລາວ ຈະມີແຜນການ ສົ່ງ ດາວທຽມ ຄົມມະນາຄົມ ຂອງຕົນ ຂຶ້ນ ອາວະກາດ ໃນໄວໆນີ້ ກໍຕາມ.