ລູກໄພ້ນາຍພົນຖືກຄາຕກັມ

ອຸ່ນແກ້ວ ສຸກສະຫວັນ
2015.09.01
F-Gun ລູກໄພ້ນາຍພົນຖືກຄາຕກັມ
Pixabay

ມີຣາຍງານ ຈາກ ເຈົ້າໜ້າທີ່ ກະຊວງ ປ້ອງກັນ ປະເທດ ຜູ້ທີ່ ບໍ່ປະສົງ ອອກຊື່ ແຈ້ງວ່າ, ເກີດມີ ເຫດການ ຍິງກັນ ຈົນ ເສັຽຊີວິດ ຢູ່ ບ້ານ ຈອມມະນີ ເມືອງ ໄຊເຊດຖາ ນະຄອນຫຼວງ ວຽງຈັນ, ໃນວັນ ພະຫັດ ທີ 27 ສິງຫາ 2015.

ຜູ້ເສັຽ ຊີວິດ ມີ ຊື່ ຫລິ້ນ ວ່າ, ນາງ ຕູ່ ອາຍຸ 40 ກວ່າ ປີ ຖືກ ຄົນຮ້າຍ ໃຊ້ ອາວຸດ ປືນ ຍິງ ໃສ່ ເຖິງ 6 ນັດ ຈົນ ເສັຽຊີວິດ ຢູ່ຕໍ່ໜ້າ ປະຕູ ບ້ານ ຂອງ ຕົນເອງ, ພາຍຫລັງ ທີ່ ກັບຈາກ ອອກໄປ ກິນເຂົ້າ ນອກບ້ານ. ໃນ ຂນະທີ່ ຜູ້ ເສັຽຊີວິດ ກໍາລັງ ລົງຣົດ ມາໄຂ ປະຕູ ໜ້າບ້ານ, ກໍມີຄົນ ຮ້າຍ ຂີ່ຣົດຈັກ ລູ່ເຂົ້າມາ ແລ້ວໃຊ້ ອາວຸດ ປືນຍິງ ໃສ່ 6 ນັດ ແລ້ວ ກໍໜີໄປ. ນາງ ຕູ່ ເສັຽຊີວິດ ແລະ ລູກ ນັ່ງຢູ່ໃນ ຣົດ ກໍໄດ້ຮັບ ບາດເຈັບ ຍ້ອນ ຖືກລູກ ຫລົງ. ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່. ສ່ວນວ່າ ສາເຫດ ຈູງໃຈ ໃຫ້ເກີດການ ຍິງ ກັນ ໃນຄັ້ງນີ້, ເຈົ້າໜ້າທີ່ ຜູ້ນັ້ນ ໄດ້ກ່າວ ຕໍ່ເອເຊັຽ ເສຣີ ວ່າ:

"ອາດຈະເປັນ ການຂັດ ຜົນປະໂຫຍດ ກັນ ຍ້ອນວ່າ ທີ່ ຜ່ານມາ ຜູ້ຕາຍ ມີ ທຸຣະກິດ ແບບ ລຶກລັບ ແລະ ຍັງພົວພັນ ກັບ ກຸ່ມຄົນ ໃນວົງການ ພະນັນ".

ນາງ ຕູ່ ເປັນລູກໄພ້ ຂອງ ທ່ານ ພົນໂທ ລະຄອນ ສີສານົນ ອະດີດ ກັມມະການ ສູນກາງ ພັກ ແລະ ທັງເປັນ ອະດີດ ຣັຖມົນຕຣີ ຊ່ວຍ ວ່າການ ກະຊວງ ປ້ອງກັນ ປະເທດ, ຊຶ່ງ ທ່ານ ພົນໂທ ລະຄອນ ສີສານົນ ຫາ ກໍ່ ເສັຽຊີວິດ ໄປ ແລະ ມີພິທີ ສົ່ງສະການ ໃນ ວັນ ອັງຄານ ທີ 25 ສິງຫາ ແລະ 2 ວັນ ຕໍ່ມາ, ນາງ ຕູ່ ຜູ້ເປັນ ລູກໄພ້ ກໍຖືກ ຄົນຮ້າຍ ລັດຍິງ ຈົນ ເສັຽຊີວິດ. ຊຶ່ງ ວັນຊາປານະກິດ ສົບ ໄດ້ມີຂຶ້ນ ໃນ ວັນທີ 30 ສິງຫາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.