ມາຟັງນໍາກັນ 09/12/21

ໄມຊູລີ ແລະ ໄຊ​ຍາ
2021.09.13
ມາຟັງນໍາກັນ 09/12/21 ການສົນທະນາ ໃນບັນຫາ ແລະ ຜົລກະທົບຕ່າງໆ ທີ່ເກີດຂຶ້ນ ຢູ່ປະເທດລາວ.
Photo: RFA

ລຳດັບຕໍ່ໄປເຊີນຮັບຟັງຣາຍ​ການ “ມາ​ຟັງ​ນຳ​ກັນ” ປະຈຳສັປດາ ສເນີໂດຍ ໄມ​ຊູ​ລີ ແລະ ໄຊ​ຍາ ຈະ​​ນຳ​ເອົາເຣື່ອງ “ແຂວງສວັນນະເຂດ ພົບວິກິຈ ການຣະບາດ ໂຄວິດ-19.” ​ເຊີນທ່ານຮັບຟັງ​ໄດ້.

ວິກິຈ ການຣະບາດ ຂອງເຊື້ອ ໂຄວິດ-19 ແຂວງສວັນນະເຂດ ຍັງຄົງ ເພີ່ມສູງຂຶ້ນ. ຜ່ານມາ ທາງການ ຣາຍງານວ່າ ສ່ວນຫຼາຍ ຜູ້ຕິດເຊື້ອ ແມ່ນຄົນງານ ກັບຈາກໄທຍ ໃນຂນະທີ່ ຄົນງານ ທີ່ຢູ່ ໃນສູນກັກໂຕ ຢູ່ຢ່າງແອອັດ ໂດຍມາຕການ ປ້ອງກັນ ຍັງບໍ່ເຂັ້ມງວດ ອັນສົ່ງຜົລ ໃຫ້ພົບຜູ້ຕິດເຊື້ອ ຢູ່ໃນສູນ ຈຳນວນຫຼາຍ ແລະ ກໍໃຫ້ເກີດ ຄວາມສ່ຽງ ທີ່ຈະຣະບາດ ໃນໄລຍະຍາວ.

ໄມ​ຊູລີ: ສະບາຍດີ ທ່ານຜູ້ຟັງ ອາ​ຣ ແອັ​ຟ ເອ (RFA) ຂໍຕ້ອນຮັບ ເຂົ້າສູ່ຣາຍການ “ມາຟັງນໍາກັນ” ສັປດານີ້ ພວກເຮົາ ມາຕິດຕາມ ສະຖານະການ ການຣະບາດ ຂອງເຊື້ອ ໂຄວິດ-19 ໃນແຂວງ ສວັນນະເຂດ. ໂດຍຫົວຂໍ້ ໃນມື້ນີ້ ແຂວງສວັນນະເຂດ ພົບວິກິຈ ການຣະບາດເຊື້ອ ໂຄວິດ-19. ສຳລັບ ເຣື່ອງນີ້ ກໍແມ່ນ ທ່ານຜູ້ຟັງ ໄດ້ສົ່ງເຂົ້າມາ ແລະ ໄດ້ເປີດໂອກາດ ໃຫ້ພວກເຮົາ ໄດ້ສັມພາດ ການກັກໂຕ ໃນສູນ. ເພື່ອໃຫ້ເຫັນ ດ້ານດີ ດ້ານອ່ອນ ຂອງກັກໂຕ ໃນສູນ ເພື່ອຈະໄດ້ ນຳໄປ ແກ້ໄຂ ພວກເຮົາ ກໍຂໍຂອບໃຈ ເປັນຢ່າງສູງ ທີ່ເຂົ້າຮ່ວມ ຣາຍການ ກັບພວກເຮົາ.

ສຳລັບມື້ນີ້ ດຳເນີນ ຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊ​ຍາ: ສະບາຍດີ ທ່ານຜູ້ຟັງ ແນ່ນອນວ່າ ສະຖານະການ ການຣະບາດເຊື້ອ ໂຄວິດ-19 ເວົ້າລວມ ໃນໂລກ ກໍຍັງ ບໍ່ຜ່ອນລົງ. ສ່ວນໃນລາວເອງ ກໍຍັງມີ ຜູ້ຕິດເຊື້ອ ເພີ່ມຂຶ້ນ ຖ້າສະພາບການ ຍັງເປັນແບບນີ້ ໂຕເລກ ອາດຈະໄປເຖິງ 2 ໝື່ນ ກໍເປັນໄປໄດ້. ຈາກທີ່ ເມື່ອກ່ອນ ອົງການ ອະນາມັຍໂລກ ຄາດວ່າ ຈະຢູ່ທີ່ 1 ໝື່ນຄົນ.

ສະເພາະມື້ນີ້ ຄືດັ່ງ ໄມຊູລີ ໄດ້ກ່າວ ໃນເບື້ອງຕົ້ນວ່າ ຜູ້ທີ່ກັກໂຕ ໃນສູນ ຢູ່ແຂວງສວັນນະເຂດ ເພີ່ມ ໄດ້ເປີດໂອກາດ ໃຫ້ພວກເຮົາ ສັມພາດ ໃນໄລຍະ ທີ່ກັກໂຕ. ເຊິ່ງການໃຫ້ ສັມພາດ ກໍເປັນ ພຽງສ່ວນນຶ່ງ ທີ່ເຮັດໃຫ້ ພວກເຮົາ ໄດ້ຮັບຮູ້ວ່າ ໃນແຂວງສວັນນະເຂດ ທີ່ຣະບາດ ໜັກນັ້ນ ມັນກໍມີ ຫຼາຍປັດຈັຍ ທີ່ສົ່ງຜົລ ຕໍ່ການຣະບາດ. ທັງບັນຫາ ແຮງງານ ກັບບ້ານ, ສູນແອອັດ, ມາຕການ ປ້ອງກັນ ຍັງບໍ່ເຂັ້ມງວດ ປານໃດ ເຊິ່ງໃນມື້ນີ້ ພວກເຮົາ ຈະໄດ້ຮັບຊາບ ເປັນພຽງ ບາງສ່ວນ ເພື່ອ ສ່ອງແສງ ບັນຫາ ໃຫ້ພາກສ່ວນກ່ຽວຂ້ອງ ໄດ້ຮັບຊາບ ຫາທາງແກ້ໄຂ ຈຸດອ່ອນ ທີ່ເກີດຂຶ້ນ ແລະ ເສີມຈຸດດີ ເຮັດໃຫ້ດີຂຶ້ນໄປ ເພື່ອຄວບຄຸມ ການຣະບາດ ໃຫ້ໄດ້ ໃນໄວໆນີ້.

ເຊີນ​ທ່ານ ຮັບ​ຟັງ ຣາຍ​ລະ​ອຽດໄດ້ ຈາກ​ສຽງ ທີ່​ບັນ​ທຶກ​ໄວ້ ຂ້າງ​ເທິງ​ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.