ມາຟັງນໍາກັນ 09/05/21
2021.09.06

ສານພາກກາງ ຕັດສິນ ເມື່ອວັນທີ 26 ສິງຫາຜ່ານມາ ກ່ຽວກັບ ການຂັດແຍ່ງດິນມູນ ໂດຍຜົລ ຂອງຕັດສິນ ລູກສາວ ຊະນະແມ່ ທີ່ເປັນເຈົ້າຂອງ ດິນມູນດັ້ງເດີມ. ການຕັດສິນ ຂອງສານ ເຮັດໃຫ້ ສັງຄົມຄາໃຈວ່າ ຄື ອອກມາແນວນັ້ນ. ໂດຍສັງຄົມສົງໃສວ່າ ອາດຈະມີຫຍັງ ເຊື່ອງຊ້ອນ ຕໍ່ກັບຄະດີນີ້.
ໄມໂຊລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ຂໍຕ້ອນຮັບ ເຂົ້າມາສູ່ ຣາຍການ “ມາຟັງນໍາກັນ” ມາພົບກັບ ການນຳສເນີ ເຫດການ ໃນຮອບ ສັປດາ ທີ່ຜ່ານມາ. ຫົວຂໍ້ ໃນຣາຍການມື້ນີ້ ຈະມາສົນທະນາ ກ່ຽວກັບ ຄະດີດິນມູນ. ຄູ່ກໍຣະນີ ເຊິ່ງເປັນ ແມ່ກັບລູກ. ໂດຍ ສານພາກກາງ ໄດ້ຕັດສິນ ຄະດີດິນມູນ ຊຶ່ງແມ່ນ ລູກຊະນະແມ່. ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ ມື້ນີ້ ກໍມາຟັງ ການຂັດແຍ່ງ ກ່ຽວກັບ ທີ່ດິນ ໃນຄອບຄົວ. ເຊິ່ງເຣື່ອງນີ້ ທາງທ່ານຜູ້ຟັງ ໄດ້ສເນີ ເຂົ້າມາຍັງ ຣາຍການ ພວກເຮົາ ເພື່ອນຳສເນີ ຂ່າວສານ ໃຫ້ໄດ້ພິ ຈາຣະນາ ຊ່ອຍກັນວ່າ ການຕັດສິນ ຂອງສານພາກກາງ ທີ່ໃຫ້ລູກຊະນະແມ່ ໃນຄະດີດິນມູນ ມັນຖືກຕ້ອງແລ້ວ ຫຼື ຍັງໂດຍອີງ ໃສ່ຂໍ້ມູນພື້ນຖານ ຂອງແມ່ເຖົ້າ ບົວຊ້ອຍ ພົມສະຫວັດ ທີ່ໄດ້ ໃຫ້ສັມພາດ ແລະ ໄດ້ເວົ້າ ກ່ຽວກັບ ຄະດີນີ້. ເຊິ່ງຣາຍລະອຽດ ແນວໃດ ຈະນຳສເນີ ໃຫ້ທ່ານ ໄດ້ຮັບຟັງກັນ.
...
(ເຊີນທ່ານ ຟັງຣາຍລະອຽດ ເພີ່ມຕື່ມ ຕາມສຽງ ທີ່ໄດ້ບັນທຶກໄວ້)