ຈີນຄວນເປັນສະມາຊິກ ນໍ້າຂອງ


2014.01.14
f-Dachaoshan-Dam ເຂື່ອນ ໃນແມ່ນໍ້າຂອງ ຂອງຈີນ Dachaoshan ແຂວງ ຢຸນນານ ທາງພາກໃຕ້ ຂອງຈີນ
atlanticsentinel

 

ເຈົ້າຫນ້າທີ່ີຣະດັບສູງສະຫະຣັຖ ເວົ້າໃນອາທິດນີ້ວ່າຈີນຄວນເຂົ້າ ຮ່ວມເປັນສະມາຊິກ ຄນະກັມມາທິການ ແມ່ນ້ຳຂອງ ເພື່ອໃຫ້ຄໍາ ປຶກສາຫາລືກ່ຽວກັບ ການພັທນາແມ່ນໍ້າຂອງ ໃຫ້ມີປະສິດທິພາບ ຫຼາຍຂື້ນ ໃນການແກ້ໄຂບັນຫາ ສີ່ງແວດລ້ອມ ແລະບັນຫາອື່ນໆ ທີ່ປະເທດ ລຸ່ມແມ່ນໍ້າ ຂອງປະເຊີນຢູ່ ໃນທຸກມື້ນີ້.

ທ່ານ Aaron Salzberg ຜູ້ປະສານງານພິເສດ ກ່ຽວກັບບັນຫາ ນໍ້າ ຈາກກະຊວງຕ່າງປະເທດ ສະຫະຣັຖ ກ່າວກ່ຽວກັບ ຄວາມ ສຳຄັນ ທາງດ້ານການເມືອງເພື່ອ ຄໍ້າປະກັນ ການປະຕິບັດງານ ຂອງ ຄນະກັມມາທິການ ແມ່ນໍ້າຂອງໃຫ້ມີປະສິດທິພາບ ຫຼາຍ ຂື້ນໃນການໃຊ້ນໍ້າຮ່ວມກັນໃນຂົງເຂດ.

ທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ໃນຣະຍະຍາວຈະເປັນປໂຍດ ຕໍ່ຈີນຖ້າຈີນເຂົ້າເປັນສະມາຊິກ ຄນະກັມມາທິການແມ່ນ້ຳ ຂອງ ເພື່ອແລກປ່ຽນ ຂໍ້ມູນທີ່ສຳຄັນ ແລະ ຈຳເປັນສຳລັບປະເທດ ລຸ່ມແມ່ນໍ້າຂອງ ໃຫ້ເຂົ້າໃຈເຖິງ ສີ່ງທີ່ຈະເກີດຂື້ນແລະມັນຈະເກີດເມື່ອໃດ ຕ້ອງໄດ້ ກະຕຽມຫຍັງແດ່ ດັ່ງຕົວຢ່າງ ຝົນຕົກ ນໍ້າຖ້ວມ ແລະພັຍແຫ້ງແລ້ງອື່ນໆ.

ໃນປັດຈຸບັນ ຈີນ ສ້າງ 5 ເຂື່ອນ ພາກສ່ວນເທີງແມ່ນໍ້າຂອງທີ່ເຮັດໃຫ້ ມີຄວາມປ່ຽນແປງ ຂອງແຣວນໍ້າ ໃນປະເທດ ລຸ່ມ ແມ່ນ້ຳຂອງ ຢ່າງໃຫຍ່ ໂດຍສະເພາະ ໃນປະເທດວຽດນາມ ກຳພູຊາ ສປປລາວ ແລະໄທ ຊື່ງເປັນບ່ອນທີ່ມີປະຊາກອນຫຼາຍສີບລ້ານຄົນອາສັຍຢູ່ ແລະ ຊິວິດການເປັນຢູ່ ຂອງພວກຂະເຈົ້າ ອາສັຍ ແມ່ນໍ້າຂອງ ໃນການ ຫາລ້ຽງຄອບຄົວການຂົນສົ່ງ ແລະການໄປມາຫາສູ່ກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.