ຜູ້ສມັກນັ່ງໃນສະພາເລີ້ມ ຫາສຽງ
2016.02.19
ຜູ້ສມັກ ເປັນ ສະມາຊິກ ສະພາ ແຫ່ງຊາດ ແລະ ສະພາ ປະຊາຊົນ ຂັ້ນ ແຂວງ ປະມານ ກວ່າ 600 ຄົນ ກໍາລັງຕຣຽມ ອອກ ໂຄສະນາ ຫາສຽງ ຊຶ່ງ ຈະເຣີ້ມຈາກ ວັນທີ 25 ກຸມພາ ໄປ ຈົນເຖິງ ວັນທີ 19 ມິນາ.
ລະຍະເວລາ ທີ່ ຜູ້ສມັກ ເລືອກຕັ້ງ ທັງໝົດ ຈະໄດ້ອອກ ໂຄສະນາ ຫາສຽງ ໃນເຂດແຂວງ ຂອງຕົນ ມີພຽງ 24 ມື້ ກ່ອນຮອດມື້ ປ່ອນບັດ ໃນ ວັນທີ 20 ມິນາ. ດັ່ງ ເຈົ້າໜ້າທີ່ ກອງເລຂາ ການເລືອກຕັ້ງ ສະພາ ແຫ່ງຊາດ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 18 ກຸມພາ 2016 ນີ້ວ່າ:
"ອັນຊ່ວງ ທີ່ລົງ ໂຄສະນາ ຫາສຽງ ເປັນທາງການ ລະ ແມ່ນວັນທີ 25 ເດືອນ 2 ຫາ ວັນທີ 19 ເດືອນ 3, ຖືວ່າ 24 ວັນເນາະ ມື້ ໂຄສະນາ ຫາສຽງ. ວັນທີ 20 ເດືອນ 3 ລະມື້ບ່ອນບັດ ເລີຍ".
ທ່ານກ່າວ ຕື່ມວ່າ ໃນລະຍະ 2 ມື້ຜ່ານມາ, ທາງສະພາ ແຫ່ງຊາດ ໄດ້ເປີດ ການຝຶກອົບຮົມ ໃຫ້ແກ່ຜູ້ ສມັກເລືອກຕັ້ງ ທັງໝົດ ທີ່ ນະຄອນຫຼວງ ວຽງຈັນ ເພື່ອໃຫ້ຮູ້ ເຖິງ ສິດແລະໜ້າທີ່ ຂອງຕົນ ຕາມກົດໝາຍ, ໃຫ້ຮູ້ເນື້ອໃນ ຂອງບາງ ນິຕິກັມ ແລະ ຣະບຽບການ ຕ່າງໆ ໃນລະຍະ ອອກ ໂຄສະນາ ຫາສຽງ ໃນເຂດແຂວງ ຂອງຕົນ:
"ອັນອົບຮົມ ໃຫ້ຜູ້ສະໝັກ ຮູ້ວິທີ ການລົງ ໂຄສະນາ ຫາສຽງຫັ້ນ, ລະກະ ຣະບຽບການ ລົງໂຄສະນາ ຫາສຽງບໍ້, ຄຳແນະນຳ ຫຍັງຕ່າງໆ ເພິ່ນຜ່ານກັນ ຢູ່ຫັ້ນລະ ຖືວ່າ ຢູ່ໃນບັ້ນ ອົບຮົມຫັ້ນລະ".
ປະຊາຊົນ ສ່ວນນຶ່ງ ສະແດງ ຄໍາຄິດເຫັນ ຕໍ່ ເອເຊັຽເສຣີວ່າ ການເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 8 ແລະ ການເລືອກຕັ້ງ ສະພາ ປະຊາຊົນ ຂັ້ນແຂວງ ຊຸດທີ 1 ນີ້, ພໍ່ແມ່ ປະຊາຊົນ ຮູ້ສຶກວ່າ ບໍ່ແຕກຕ່າງ ຫຍັງ ຈາກການ ເລືອກຕັ້ງ ທຸກໆຄັ້ງ ຜ່ານມາ ເມື່ອເລືອກແລ້ວ ກໍ່ຄືເກົ່າ, ເຫີນຫ່າງ ຈາກ ປະຊາຊົນ ບັນຫາຕ່າງໆ ບໍ່ຖືກ ຮັບຟັງ ແລະ ນຳໄປແກ້ໄຂ.