ມາຟັງນໍາກັນ 08/15/21

ພອນ ພູມມີທອນ ແລະ ໄຊຍາ
2021.08.15
ມາຟັງນໍາກັນ 08/15/21 ການສົນທະນາ ໃນບັນຫາ ແລະ ຜົລກະທົບຕ່າງໆ ທີ່ເກີດຂຶ້ນ ຢູ່ປະເທດລາວ.
RFA

ທາງການ ແຂວງບໍ່ແກ້ວ ແລະ ຄນະບໍຣິຫານງານ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແກ້ໄຂ ບັນຫາ ຄົນງານພະມ້າ ປະທ້ວງ ໂດຍໄດ້ມີ ການຈັດສົ່ງ ຄົນງານ ກັບປະເທດ ແລະ ຮັບຜິດຊອບ ເບິ່ງ​ແຍງ ຄົນງານ ທີ່ຢູ່ໃນເຂດດັ່ງ​ກ່າວ ໃນໄລຍະລ໊ອກດາວ. ຕໍ່ຜົລດັ່ງກ່າວ ມັນສົ່ງຜົລດີ ເຖິງຄົນງານລາວ ເຊັ່ນກັນ.

ພອນ ພູມ​ມີ​ທອນ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ຂໍຕ້ອນຮັບ ເຂົ້າມາສູ່ ຣາຍການ “ມາຟັງນຳກັນ”. ສັປດານີ້ ພວກເຮົາ ມາເກາະຕິດ ປະເດັນ ຄົນງານພະມ້າ ປະທ້ວງ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ. ຫຼ້າສຸດ ທາງການ ໄດ້ອອກມາ ແກ້ໄຂບັນຫາ ນີ້ແລ້ວ ໂດຍຈັດສົ່ງ ຄົນງານພາຍໃນເຂດ ກັບບ້ານ ແລະ ເບິ່ງແຍງເຂົາ​ເຈົ້າ  ໃນໄລຍະລ໊ອກດາວ ກັບຄົນງານ ທຸກສັນຊາດ. ຮັບໜ້າທີ່ ດຳເນີນ ຣາຍການ ໂດຍ ພອນ ພູມມີທອນ ແລະ ໄຊຍາ.

ໄຊ​ຍາ: ສະບາຍດີ ທ່ານຜູ້ຟັງ ສັປດານີ້ ມາຕິດຕາມ ເຣື່ອງຂອງ ຄົນງານພະມ້າ ປະທ້ວງກັນຕໍ່ ສັປດາຜ່ານມາ ພວກເຮົາ ກໍໄດ້ເວົ້າເຖິງ ສາເຫດວ່າ ເປັນຫຍັງ ຄົນພະມ້າຈຶ່ງປະທ້ວງ. ພວກເຮົາ ຂໍຍ້ອນເຫດການ ໃຫ້ທ່ານຟັງ ໂດຍຫຍໍ້. ເຣື່ອງມັນ ກໍມີຢູ່ວ່າ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ມີການປະກາດ ປິດການເຂົ້າ-ອອກ 15 ມື້ ນັບແຕ່ ວັນທີ 01 ສິງຫາ ເປັນຕົ້ນໄປ. ຕໍ່ການແຈ້ງການ ດັ່ງກ່າວ ເວົ້າງ່າຍໆ ຫ້າມຄົນ​ໃນອອກ ແລະ ຫ້າມຄົນນອກເຂົ້າ.

ແຕ່ການປະກາດປິດ ບໍ່ໄດ້ຄຳນຶງເຖິງ ຄວາມເດືອດຮ້ອນ ຂອງຄົນງານ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເຊິ່ງມີທັງ ຄົນງານລາວ, ພະມ້າ, ໄທຍ ແລະ ວຽດນາມ ຈຳນວນ ຫຼາຍພັນຄົນ. ຕ້ອງໄດ້ຈ່າຍ ຄ່າເຊົ່າ, ຄ່ານໍ້າ ຄ່າໄຟ, ຄ່າອາຫານ, ຄ່າກວດໂຄວິດ ກັກບໍຣິເວນ ແລະ ຄ່າໃຊ້ຈ່າຍ ອື່ນ ໆ ທີ່ແພງ ເກີນກຳລັງ ຂອງຄົນງານ ຈະຈ່າຍໄດ້. ເພາະບໍ່ໄດ້ ເຮັດວຽກ ມາຫຼາຍເດືອນ ຄົນງານ ຫຼາຍຄົນ ກໍຂໍກັບບ້ານ ແຕ່ທາງເຂດ ຕ້ອງປະຕິບັດ ມາຕການ ປ້ອງກັນ ເຊັ່ນກວດໂຄວິດ-19 ແລ້ວກັກໂຕ ຈາກນັ້ນ ໄປລົງທະບຽນ ຈຶ່ງຈະອອກຈາກ ເຂດໄດ້. ອັນສ້າງຄວາມ ບໍ່ພໍໃຈ ຄົນພະມ້າ ໂຮມໂຕກັນ ອອກມາ ປະທ້ວງກັນ ຫຼາຍພັນຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.