ທ.ບຸນຍັງວໍຣະຈິດຜູ້ນໍາ ຄົນໃໝ່

ອະວາຣີ
2016.01.26
F-BounNhang ທ່ານ ບຸນຍັງ ວໍຣະຈິດ ເລຂາທິການໃຫຽ່ ຂອງ ພັກ ປະຊາຊົນ ປະຕິວັດລາວ
Courtesy of Vietnam news
ພັກ ປະຊາຊົນ ປະຕິວັດ ລາວ ເລືອກ ທ່ານ ບຸນຍັງ ວໍຣະຈິດ ເປັນ ເລຂາທິການ ໃຫຽ່ ແທນ ທ່ານ ຈູມມະລີ ໄຊຍະສອນ.

ໃນ ກອງປະຊຸມ ມື້ສຸດທ້າຍ ເມື່ອ ວັນສຸກ ວັນທີ່ 22 ມົກກະຣາ ທ່ານ ບຸນທອງ ຈິດມະນີ ກັມມະການ ກົມການເມືອງ ປະກາດ ຜົນການ ເລືອກຕັ້ງ ຄນະ ກົມການເມືອງ ຂອງພັກ ຊຸດໃໝ່ ຊຶ່ງ ທ່ານ ບຸນຍັງ ວໍຣະຈິດ ໄດ້ຮັບ ຄະແນນສຽງ ທີນຶ່ງວ່າ:

“ກົມການເມືອງ ສູນກາງພັກ ປະກອບດ້ວຍ 11 ສະຫາຍ ດັ່ງຕໍ່ໄປນີ້:

1.ສະຫາຍ ບຸນຍັງ ວໍຣະຈິດ,

2.ສະຫາຍ ດຣ. ທອງລຸນ ສີສຸລິດ,

3.ສະຫາຍ ນາງ ປານີ ຢ່າທໍ່ຕູ້,

4.ສະຫາຍ ດຣ. ບຸນທອງ ຈິດມະນີ,

5.ສະຫາຍ ດຣ. ພັນຄຳ ວິພາວັນ,

6.ສະຫາຍ ຈັນສີ ໂພສີຄຳ,

7.ສະຫາຍ ດຣ. ໄຊສົມພອນ ພົມວິຫານ,

8.ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ,

9.ສະຫາຍ ດຣ. ຄຳພັນ ພົມມະທັດ,

10.ສະຫາຍ ດຣ. ສິນລະວົງ ຄຸດໄພທູນ,

11.ສະຫາຍ ສອນໄຊ ສີພັນດອນ.

ເປັນທີ່ ຮູ້ກັນວ່າ ທ່ານ ບຸນຍັງ ວໍຣະຈິດ ປັດຈຸບັນ ອາຍຸ 78 ປີ ຈົບການສຶກສາ ຢູ່ ປະເທດ ວຽດ ນາມ ແລະ ເປັນທີ່ ສັງເກດວ່າ ກັມມະການ ກົມການເມືອງ ໃໝ່ 6 ທ່ານ ສຸດທ້າຍ ແມ່ນ ສະມາຊິກ ໃໝ່ ຫາກໍຖືກ ເລືອກຕັ້ງ ແທນ ກັມມະການ ກົມການເມືອງ ເກົ່າ ທີ່ສຳຄັນ 5 ທ່ານ ທີ່ບໍ່ມີຊື່ ຢູ່ໃນຄນະ ກົມການເມືອງ ຊຸດໃໝ່ ນັ້ນເລີຍ ຄື: ທ່ານ ຈູມມະລີ ໄຊຍະສອນ, ທ່ານ ທອງສິງ ທັມມະວົງ, ທ່ານ ອາຊ່າງ ລາວລີ, ທ່ານ ສົມສວາດ ເລັ່ງສວັດ, ແລະ ທ່ານ ບຸນປອນ ບຸດຕະນະວົງ.

ໃນການເລືອກ ຄນະຜູ້ນຳ ພັກ ເທື່ອນີ້ ມີເຫດການ ເກີດຂື້ນ ເໜືອ ຄວາມຄາດໝາຍ 3 ຢ່າງ ທີ່ ໜ້າສົນໃຈ ຄື:

1.ທ່ານ ບຸນປອນ ບຸດຕະນະວົງ ຊຶ່ງເປັນ ສະມາຊິກ ຄນະກັມມະການ ກົມການເມືອງ ສູນກາງພັກ ສໄມທີ 9, ບໍ່ໄດ້ຖືກ ຮັບເລືອກ ເປັນ ສະມາຊິກ ຄນະ ກັມມະການ ກົມການເມືອງ ສູນກາງພັກ ໃນສໄມ ທີ 10 ນີ້ເລີຍ, ແຕ່ທ່ານຍັງຢູ່ ໃນຣາຍຊື່ 69 ຄົນ ຂອງຄນະ ກັມມະການ ສູນກາງພັກ ຢູ່.

2,ທ່ານ ພົນໂທ ແສງນວນ ໄຊຍະລາດ, ຣັຖມົນຕຣີ ວ່າການ ກະຊວງ ປ້ອງກັນ ປະເທດ ຄົນ ປະຈຸບັນ ທີ່ ຄາດວ່າ ຈະໄດ້ຮັບ ເລືອກຕັ້ງເປັນ 1 ໃນ ສະມາຊິກ ຄນະ ກັມມະການ ກົມການເມືອງ ຊຸດໃໝ່ ແຕ່ ຜົນປະກົດວ່າ ບໍ່ຖືກເລືອກ, ກັບແມ່ນ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຮອງ ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທດ ທີ່ ເປັນຮອງ ທ່ານ ພົນໂທ ແສງນວນ ໄຊຍະລາດ, ພັດໄດ້ຖືກ ຮັບເລືອກ ຂຶ້ນເປັນ ສະມາຊິກ ຄນະ ກັມມະການ ກົມການເມືອງ ສູນກາງພັກ ສໄມທີ 10 ແທນ.

3,ທ່ານ ດຣ. ຄຳພັນ ພົມມະທັດ, ອະດີດ ເຈົ້າແຂວງ ແຂວງ ເຊກອງ ແລະ ແຂວງ ອັດຕະປື ໄດ້ ຖືກຮັບເລືອກ ເປັນ ສະມາຊິກ ຄນະ ກັມມະການ ກົມການເມືອງ ໃໝ່, ແບບ ມ້າມືດ, ຖ້າມກາງ ທີ່ ນັກວິເຄາະ ການເມືອງ ໃນລາວ ຫຼາຍຄົນ ບໍ່ໄດ້ຄາດຄິດ ໄວ້ກ່ອນວ່າ ດຣ. ຄຳພັນ ພົມມະທັດ ຈະ ຖືກເລືອກເປັນ ກັມມະການ ກົມການເມືອງ ສູນກາງພັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.