ທ.ບຸນຍັງ ຮັບປາກເຣື້ອງເຂື່ອນ

ອະວາຣີ
2016.03.15
F-donsahong ທາງການວ່າ ເຂື່ອນດອນສະໂຮງ ໂປ່ງໄສ ບໍ່ເປັນພັຍ ຕໍ່ທັມມະຊາດ
Courtesy of international rivers

ທ່ານ ບຸນຍັງ ວໍຣະຈິດ ເລຂາທິການໃຫຍ່ ຂອງ ພັກ ປະຊາຊົນ ປະຕິວັດລາວ ໃຫ້ ຄຳໝັ້ນ ສັນຍາ ຕໍ່ ນາຍົກ ຣັຖມົນຕຣີ ຮຸນແຊນ ຂອງ ກຳພູຊາ ວ່າ ສປປລາວ ຈະຫລຸດຜ່ອນ ຜົນກະທົບ ຈາກ ການສ້າງເຂື່ອນ ໄຟຟ້າ ລົງໃຫ້ ໜ້ອຍເທົ່າທີ່ ຈະໜ້ອຍ ໄດ້. ໂດຍ ສະເພາະ ຈະຫລຸດ ຜົນກະທົບ ຈາກ ເຂື່ອນ ດອນສະໂຮງ ທີ່ຈະມີຕໍ່ ປະຊາຊົນ ໃນພາກ ລຸ່ມ ກໍຄື ຊາວກຳພູຊາ ໃຫ້ ໜ້ອຍລົງ ຫລື ບໍ່ໃຫ້ມີ ຜົນກະທົບ ເລີຍ.

ໃນເວລາ ຢ້ຽມຢາມ ສປປລາວ ເມື່ອ ວັນເສົາ ສັປດາ ທີ່ແລ້ວ ນາຍົກ ຣັຖມົນຕຣີ ຮຸນແຊນ ໄດ້ ຍົກບັນຫາ ຜົນກະທົບ ຈາກ ເຂື່ອນ ດອນສະໂຮງ ຂື້ນມາ ຫາລື ກັບ ຜູ້ນຳລາວ. ທ່ານ ຮຸນແຊນ ຂໍຮ້ອງໃຫ້ ລາວ ໃຊ້ນ້ຳຂອງ ແບບຍືນຍົງ. ທ່ານ ບຸນຍັງ ວໍຣະຈິດ ກ່າວ ຕອບວ່າ ສປປລາວ ຈະ ພຍາຍາມ ບໍ່ໃຫ້ມີ ຜົນກະທົບ ຫຍັງ ຕໍ່ປະເທດ ເພື່ອນບ້ານ; ເວົ້າສະເພາະ ເຂື່ອນ ດອນສະໂຮງ ທາງຝ່າຍລາວ ໄດ້ ສຶກສາ ສຳຣວດ ຜົນກະທົບ ຢ່າງ ຄັກແນ່ ແລ້ວ.

ຜ່ານມາ ອົງການ ຮັກສາ ສິ່ງແວດລ້ອມ ສາກົນ ໄດ້ສະແດງ ຄວາມເປັນຫ່ວງ ຢ່າງແຮງ ຕໍ່ ຜົນກະທົບ ຈາກ ເຂື່ອນ ດອນສະໂຮງ ເປັນຕົ້ນ ຜົນກະທົບ ຕໍ່ ການປາຫາ ຄຸນນະພາບ ຂອງນ້ຳ ແລະ ບັນຫາ ນ້ຳອາດ ຈະບົກແຫ້ງ ຢູ່ທາງພາກໃຕ້ ຂອງ ເຂື່ອນ.

ທ່ານ Tek Vannara ຜູ້ອຳນວຍການ ອົງການ NGO Forum ກ່າວວ່າ ແມ້ແຕ່ ຄນະ ກັມມາທິການ ແມ່ນ້ຳຂອງ ກໍວິຕົກ ກັງວົນ ຢ້ານ ເຂື່ອນ ດອນສະໂຮງ ຈະສົ່ງ ຜົນກະທົບ ຕໍ່ ປະຊາຊົນ ໃນພາກໃຕ້ ຂອງ ເຂື່ອນ; ຖ້າມີ ຄວາມຈິງໃຈ ແລະ ກໍຢາກ ຫລີກລ້ຽງ ຜົນກະທົບ ຢ່າງ ແທ້ຈິງ ນັ້ນ ຣັຖບານ ລາວ ຕ້ອງ ປະຕິບັດ ຕາມຄຳ ຮຽກຮ້ອງ ຂອງ ຄນະ ກັມມາທິການ ແມ່ນ້ຳຂອງ ທີ່ ສເນີໃຫ້ ລາວ ໂຈະການ ສ້າງເຂື່ອນ ດອນສະໂຮງ ອອກໄປ ຢ່າງໜ້ອຍ 10 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.