ລາວສ້າງເຂື່ອນວຽດນາມຈູດ ຖ່ານຫີນ

ສົມເນ
2015.10.25
F-Hongsa ຮູປແບບຈໍາລອງ ຂອງໂຮງງານ ໄຟຟ້າຫົງສາ ລິກໄນທ໌ ທີ່ແຂວງ ໄຊຍະບູຣີ
Arkom

ຊາວວຽດນາມ ວ່າ ພວກເຂົາເຈົ້າ ມີຄວາມ ເປັນຫ່ວງນໍາ ການສ້າງ ເຂື່ອນ ດອນສະໂຮງ ໃນ ພາກໃຕ້ສຸດ ຂອງລາວ ຢູ່ແລ້ວ ທີ່ ຈະ ສົ່ງ ຜົນກະທົບ ຕໍ່ອູ່ເຂົ້າ ອູ່ນໍ້າ ໃນເຂດ ສາມຫລ່ຽມ ແມ່ນໍ້າຂອງ, ມາບັດນີ້ ພັດ ຕ້ອງມາ ເປັນຫ່ວງນໍາ ຄວັນໄຟ ທີ່ ປີວ ອອກຈາກ ໂຮງ ໄຟຟ້າ ພລັງ ຖ່ານຫີນ ທີ່ ມີແຜນການ ສ້າງຂຶ້ນ ຫຼາຍສິບ ແຫ່ງ ໃນ ທົ່ວ ປະເທດ ສ່ວນໃຫຽ່ ຈະສ້າງຢູ່ ໃນ 5 ແຂວງ ສາມຫລ່ຽມ ແມ່ນໍ້າຂອງ.

ຣາຍງານ ໜັງສືພິມ ວຽດນາມ ວ່າ ວຽດນາມ ມີ ແຜນການ ສ້າງ ໂຮງໄຟຟ້າ ພລັງງານ ຖ່ານຫີນ 70 ແຫ່ງ ພາຍໃນ ປີ 2030 ຈາກ ປັດຈຸບັນ 12 ແຫ່ງ ຊຶ່ງ ສ່ວນຫຼາຍ ຈະ ສ້າງຂຶ້ນ ຢູ່ໃນ ຫຼາຍແຂວງ ເຂດ 3 ຫລ່ຽມ ແມ່ນໍ້າຂອງ. ຊາວ ວຽດນາມ ມີຄວາມ ກັງວົນ ຢ້ານວ່າ ຄວັນໄຟ ທີ່ ປີວ ອອກຈາກ ທໍ່ ໂຮງ ໄຟຟ້າ ຈະສົ່ງ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ຕໍ່ ສຸຂພາບ ຂອງ ຄົນ ຫຼາຍ ລ້ານ ຄົນ.

ຣາຍງານ ຂອງ ນັກຄົ້ນຄວ້າ ຕ່າງ ປະເທດ ວ່າ ຄວັນໄຟ ປີວ ອອກຈາກ ໂຮງ ໄຟຟ້າ ພລັງງານ ຖ່ານຫີນ ນີ້ ທີ່ ເປັນ ເມັດນ້ອຍໆ ຈະປີວໄປ ຕາມ ອາກາດ ຫຼາຍຮ້ອຍ ກິໂລແມັດ. ມັນຈະເຮັດ ໃຫ້ ຜູ້ຄົນ ຫາຍໃຈ ບໍ່ ສະດວກ, ເຮັດໃຫ້ ຊັ້ນ ອາກາດ ເກີດ ເປັນ ມົລພິດ ເບື່ອເມົາ, ມັນ ຈະເຊື່ອມຊືມ ເຂົ້າໄປ ໃນໜ້າ ດິນ ແລະ ແມ່ນໍ້າ ລໍາທານ ຊຶ່ງ ຈະເຮັດໃຫ້ ດິນ ປູກຝັງ ເຊື່ອມ ຄຸນນະພາບ ແລະ ປູກພືດ ຜັກ ຫຍັງ ກໍບໍ່ງາມ ແລະ ບໍ່ເກີດ. ເຣື້ອງນີ້ ໄດ້ຖືກ ນໍາໄປ ສົນທະນາ ກັນຢູ່ ກອງປະຊຸມ ສູນ ພັທນາ ຂຽວ Green ID ຂອງ ວຽດນາມ ເມື່ອ ວັນ ອັງຄານ ວັນທີ່ 20 ຕຸລາ ນີ້.

ຕາມການ ສໍາຣວດ ນັ້ນວ່າ ຄວັນພິດ ເບື່ອ ທີ່ ອອກຈາກ ໂຮງ ໄຟຟ້າ ພລັງງານ ຖ່ານຫີນ ເຮັດໃຫ້ ຜູ້ຄົນ ຫຼາຍ ພັນ ຄົນ ເສັຽຊີວິດ ໃນ ລະຍະ ຜ່ານມາ. ຣາຍງານ ວ່າ ໃນປີ 2010 ວຽດນາມ ເຜົາ ຖ່ານຫີນ ປະມານ 8 ລ້ານ ກວ່າ ໂຕນ ເພື່ອເອົາ ຄວາມຮ້ອນ ປ້ອນ ເຄື່ອງຈັກ ໂຮງ ໄຟຟ້າ 12 ໂຮງ ໃນການ ຜລິດ ໄຟຟ້າ ຈໍານວນ 4,000 ເມກາວັດ. ແຕ່ວ່າ ຈາກການ ເຜົາ ຖ່ານຫີນ ນີ້ ມັນໄດ້ ສ້າງ ອາຍແກສ ພິດ CO2 ຊີໂອສອງ ເກືອບ 18 ລ້ານ ໂຕນ ໃນ ປີ ນັ້ນ.

ຖ້າຫາກວ່າ ໂຮງ ໄຟຟ້າ ພລັງງານ ຖ່ານຫີນ ຖືກ ສ້າງຂຶ້ນ ໃຫ້ມີ 70 ແຫ່ງ ພາຍໃນ ປີ 2030 ກໍ ແປວ່າ ວຽດນາມ ຕ້ອງເຜົາ ຖ່ານຫີນ ປະມານ 163 ລ້ານ ໂຕນ ຕໍ່ ປີ ເພື່ອ ຈະສາມາດ ຜລິດ ໄຟຟ້າ ໄດ້ ປະມານ 76,000 ເມກາວັດ ແລະ ພ້ອມ ດຽວກັນ ມັນກໍຈະ ຖ່າຍເທ ອາຍແກສ ເບື່ອ CO2 ສອງ ປະມານ 360 ລ້ານ ໂຕນ. ການ ຄົ້ນຄວ້າ ຂອງ ນັກ ວິທຍາສາດ ມະຫາວິທຍາໄລ ຮາວາດ ສະຫະຣັຖ ອະເມຣິກາ ຍານາງ Myllivirta ເຕືອນວ່າ ປັດຈຸບັນ ວຽດນາມ ມີ ຄົນເສັຽ ຊີວິດ ແຕ່ ຫົວທີ 4,300 ກໍຣະນີ ທີ່ ເກີດຈາກ ມົລພິດ ຈາກ ໂຮງ ໄຟຟ້າ ພລັງງານ ຖ່ານຫີນ ໃນ ປີ ນີ້. ຖ້າຫາກ ວ່າ ໂຮງ ໄຟຟ້າ ພລັງງານ ຖ່ານຫີນ ຈໍານວນ 70 ໂຮງ ຕາມທີ່ ວາງແຜນ ສ້າງ ນັ້ນ ແລ່ນເຕັມ ອັຕຣາ ແລ້ວ ຈໍານວນ ຄົນ ທີ່ ຈະເສັຽ ຊີວິດ ກໍຈະເພີ້ມ ຂຶ້ນ ເປັນ 25,000 ຄົນ ຕໍ່ ປີ. ໜັງສືພິມ ໄຊງ່ອນ ທາມ ລົງ ວັນທີ 20 ກໍຣະກະດາ ປີ 2015 ທີ່ ອ້າງຕາມ ສະຖິຕິ ຂອງ ອົງກອນ ພັທນາ ຂຽວ Green ID ວ່າ ຊາວ ວຽດນາມ ຈໍານວນ 31,000 ຄົນ ເສັຽຊີວິດ ແຕ່ ຫົວທີ ຈາກການ ເປັນ ໂຣກ ທີ່ເກີດ ຈາກ ມົລພິດ ຄວັນໄຟ ຈາກ ໂຮງ ໄຟຟ້າ ພລັງງານ ຄວາມ ຮ້ອນ ໃນນັ້ນ 8,000 ຄົນ ແມ່ນ ຢູ່ເຂດ ສາມຫລ່ຽມ ແມ່ນໍ້າຂອງ.

ແຕ່ວ່າ ໜັງສືພິມ  Vietnam Net Bridge  ລົງວັນທີ 20 ຕຸລານີ້ ໂດຍອ້າງ ຕາມ ຄໍາເວົ້າ ຂອງ ທ່ານ Ngo Duc Lam ເຈົ້າໜ້າທີ່ ເທັກນິກ ຝ່າຍ ຄວາມ ປອດພັຍ ປະຈໍາ ກະຊວງ ອຸດສາຫະກັມ ແລະ ການຄ້າ ວຽດນາມ ທີ່ ເວົ້າວ່າ ບໍ່ເຫັນດີ ນໍາຜົນ ຄົ້ນຄວ້າ ຂອງ ນັກ ວິທຍາສາດ ກ່ຽວກັບ ອັນຕະຣາຍ ທີ່ ເກີດຈາກ ໂຮງ ໄຟຟ້າ ພລັງງານ ຖ່ານຫີນ ເພາະວ່າ ໂຕເລກ ນີ້ບໍ່ມີ ການ ພິສູດ. ທ່ານ ລໍາ ໃຫ້ ເຫດຜົນ ວ່າ ຄົນ ທີ່ເປັນໂຣກ ອັມມະພາດ ໂຣກປອດ ໂຣກ ມະເຣັງ ສ່ວນຫຼາຍ ແລ້ວ ແມ່ນ ຄົນງານ ຂຸດ ບໍ່ຖ່ານຫີນ.

ນັກຄົ້ນຄວ້າ ມະຫາວິທຍາໄລ ຮາວາດ ອະທິບາຍ ຕໍ່ ວ່າ ເມັດຄວັນໄຟ ທີ່ ປີວ ໄປຕາມ ຊັ້ນ ອາກາດ ນັ້ນ ອາດເຮັດໃຫ້ ຜູ້ຄົນ ມີ ອາການ ພຍາດ ໃນ ຣະບົບ ຫາຍໃຈ ຫຼາຍຊນິດ ເຊັ່ນວ່າ ເປັນ ໂຣກ ຫົວໃຈ ຢຸດເຕັ້ນ ເປັນ ມະເຮັງ ໃນ ປອດ ແລະ ຫົວໃຈ ຂາດ ເລືອດ. ນອກຈາກ ເມັດຄວັນໄຟ ແລ້ວ ຄວັນ ທີ່ອອກ ມາຈາກທໍ່ ໂຮງ ໄຟຟ້າ ປະກອບ ດ້ວຍ ອາຍແກສ ເບື່ອ ທີ່ ໄປທໍາລາຍ ສິ່ງແວດລ້ອມ. ອາກາດ ໂອໂຊນ ຫລື ວ່າ ໂອສາມ ທີ່ ໄປປະສົມ ກັນກັບ ທາດ ອື່ນໆ ຢູ່ ເທິງ ອາກາດ ແລະ ແສງ ອາທິດ ກໍຈະປະກອບ ເປັນຊັ້ນ ອາກາດ ພິດ ເບື່ອ ຕື່ມ ອີກ. ເມື່ອຄົນເຮົາ ຫາຍໃຈເອົາ ອາກາດ ໃນ ຊັ້ນນັ້ນ ກໍຈະເຮັດ ໃຫ້ ເປັນ ໄອ ຫາຍໃຈ ບໍ່ສະດວກ ເຈັບ ໜ້າເອິກ ແລະ ມີອາການ ອິດເມື່ອຍ ທັງໝົດ ນີ້ ຈະເກີດເປັນ ໂຣກ ຫືດ ແລະ ອາການ ຮ້ອນ ຢູ່ ໃນປອດ ໃນ ລະຍະ ຕໍ່ໄປ.

ໃນ ຂນະດຽວກັນ ທ່ານ Nguy Thi Khanh ຜູ້ ອໍານວຍການ  Green ID ກ່າວວ່າ ຄວັນໄຟ ແລະ ອາຍແກສ ເບື່ອ ທີ່ ປີວ ອອກຈາກ ໂຮງ ໄຟຟ້າ ພລັງງານ ຖ່ານຫີນ ນີ້ ຈະເຮັດໃຫ້ ດິນປູກຝັງ ເຊື່ອມ ຄຸນນະພາບ ແລະ ເປັນ ອັນຕະຣາຍ ຕໍ່ ເຄື່ອງປູກ ຂອງຝັງ.

ທ່ານ ຄັນ ວ່າ ໂຮງ ໄຟຟ້າ ສ່ວນຫຼາຍ ຈະຖືກສ້າງ ຂຶ້ນ ຢູ່ ທົ່ງພຽງ ຂອງ ແມ່ນໍ້າແດງ ຢູ່ ພາກເໜືອ ວຽດນາມ ແລະ ຢູ່ເຂດ ສາມຫລ່ຽມ ແມ່ນໍ້າຂອງ ພາກໃຕ້ ວຽດນາມ ຊຶ່ງ ເປັນອູ່ເຂົ້າ ອູ່ປາ ແລະ ຜລິຕຜົນ ກະສິກັມ ອື່ນໆ ຈະໄດ້ຮັບ ຜົນກະທົບ. ຍັງ ບໍ່ເທົ່ານັ້ນ ໂຮງ ໄຟຟ້າ ພລັງງານ ຖ່ານຫີນ ທີ່ ມີແຜນສ້າງ ນີ້ ສ່ວນຫຼາຍ ແລ້ວ ຈະແມ່ນ ນັກລົງທຶນ ຈີນ ທີ່ ໃຊ້ ເທັກໂນໂລຈີ ລ້າ ສະໄໝ ແລ້ວ ດັ່ງນັ້ນ ຄວາມສ່ຽງ ທີ່ເຮັດໃຫ້ ອາກາດ ແລະ ໜ້າດິນ ເກີດມີ ມົລພິດ ນັ້ນ ມັນສູງ ຫຼາຍ.

ກະຊວງ ອຸດສາຫະກັມ ແລະ ການຄ້າ ວຽດນາມ ວ່າ ຫລັງຈາກ ເຂື່ອນ ພລັງງານ ໄຟຟ້າ ລາຍໂຈ ຂນາດໃຫ່ຽ ຢູ່ ພາກເໜືອ ສ້າງ ສໍາເຣັດ ແລ້ວ ວຽດນາມ ຈະບໍ່ມີ ແຫລ່ງ ຜລິດ ພລັງງານ ໄຟຟ້າ ຂນາດໃຫ່ຽ ຄ້າຍຄືກັນ ນີ້ອີກ ນອກຈາກ ພລັງງານ ຖ່ານຫີນ.

ທ່ານວ່າ ໂຮງ ໄຟຟ້າ ພລັງງານ ນີວເຄລັຽ ກໍກໍາລັງ ກໍ່ສ້າງ ຢູ່, ຖ້າ ຈະລົງທຶນ ສ້າງຈາກ ພລັງງານ ລົມ ແລະ ຈາກແສງອາທິດ ແລ້ວ ມັນ ກໍແພງຫຼາຍ. ເຖິງຢ່າງໃດ ກໍດີ ທ່ານ ຄັນ ວ່າ ໂຮງ ໄຟຟ້າ ພລັງງານ ຖ່ານຫີນ ນີ້ ຄວາມຈິງ ແລ້ວ ມັນກໍແພງ ຫຼາຍ ຄືກັນ ຖ້າບວກຄ່າ ເສັຽຫາຍ ສິ່ງແລດລ້ອມ, ຄ່າ ຢາ ສໍາລັບ ປິ່ນປົວ ຄົນເຈັບ ເຂົ້ານໍາ. ນອກນັ້ນ ຫລັງຈາກ ປີ 2020 ແລ້ວ ວຽດນາມ ຈະຂາດເຂີນ ຖ່ານຫີນ ແລະ ຕ້ອງໄດ້ ນໍາເຂົ້າ ຈາກ ຕ່າງ ປະເທດ.

ນາງ Myllivirta ກ່າວວ່າ ແຜນການ ສ້າງ ໂຮງ ໄຟຟ້າ ຖ່ານຫີນ ນີ້ ມີທ່າອ່ຽງ ສວນທາງ ກັບ ການພັທນາ. ລາວ ວ່າ ສະຫະຣັຖ ອະເມຣິກາ ເລີ້ມສ້າງ ໂຮງ ໄຟຟ້າ ພລັງງານ ຖ່ານຫີນ ເມືອ ສັຕວັດ ທີ 19 ຊຶ່ງ ມັນໄດ້ ສົ່ງຜົນ ກະທົບ ຢ່າງ ໜັກຫນ່ວງ ຕໍ່ ສິ່ງແວດລ້ອມ ແລະ ສຸຂພາບ ຂອງ ຄົນ ອະເມຣິກັນ ຢ່າງ ຫຼວງຫຼາຍ. ສະຫະຣັຖ ໂຈະ ການສ້າງ ໂຮງ ໄຟຟ້າ ພລັງງານ ຖ່ານຫີນ 179 ໂຄງການ ແລະ 165 ໂຮງ ຖືກ ປິດລົງ. ໃນປີ 2016 ນີ້ ຈີນ ກໍຈະປິດ ໂຮງ ໄຟຟ້າ ພລັງ ຖ່ານຫີນ ຂນາດ ໃຫ່ຽ 4 ແຫ່ງ. ຈາກ ປີ 2013 ມາຫາ ປີ 2015 ນີ້ ຈີນ ໄດ້ ປິດ ໂຮງ ໄຟຟ້າ ພລັງງານ ຄວາມຮ້ອນ ລົງ 2,000 ແຫ່ງ.

ຢູ່ ປະເທດ ໃກ້ຄຽງ ຂອງລາວ ເຊັ່ນວ່າ ປະເທດໄທ ໂຮງງານ ໄຟຟ້າ ພລັງງານ ຖ່ານຫີນ ທີ່ ແລ່ນ ຢູ່ນີ້ ຈໍານວນ 3 ແຫ່ງ ຄື ບາງ ປະກົງ 1-2 ແລະ ບາງປະກົງ 3-4 ແລະ ອີກ ແຫ່ງນຶ່ງ
ຢູ່ເມືອງ ແມ່ເໝາະ ແຂວງ ລໍາປາງ. ມີແຜນ ສ້າງຂຶ້ນ ອີກ ແຫ່ງນຶ່ງ ຢູ່ ແຂວງ ກະບີ ພາກໃຕ້ ຂອງ ປະເທດ ແຕ່ ປະຊາຊົນ ປະທ້ວງ ບໍ່ເຫັນດີ ໃຫ້ ສ້າງ. ໂຄງການ ໂຮງ ໄຟຟ້າ ແມ່ເໝາະ ສົ່ງ ຜົນ ກະທົບ ແກ່ ຊາວບ້ານ ປະມານ 30,000 ຄົນ ທີ່ຕ້ອງ ຍ້າຍອອກ ເຂດ ໂຄງການ.

ເມື່ອ ປີ 2003 ຊາວບ້ານ ທີ່ ອາໄສ ຢູ່ໃຫ້ ບໍຣິເວນ ໂຮງ ໄຟຟ້າ ແມ່ເໝາະ ໄດ້ ສົ່ງ ຟ້ອງສານ ວ່າ ສ້າງຄວາມ ເສັຽຫາຍ ແກ່ ສິ່ງແວດລ້ອມ ແລະ ມີຫຼາຍ ຮ້ອຍ ຄົນ ເປັນໂຣກ ຫຼາຍຊນິດ.

ສໍາລັບ ຢູ່ ລາວ ແລ້ວ ກໍມີໂຮງ ໄຟຟ້າ ຫົງສາ ລິກໄນ ຂນາດໃຫຽ່ ແຫ່ງ ທໍາອິດ ທີ່ ປະເທດໄທ ເປັນ ຜູ້ລົງທຶນ ສ້າງ ແລະໄດ້ເລີ້ມຜລິດໄຟແລ້ວຈໍານວນນຶ່ງ. ນັກເຄື່ອນໄຫວຊາວໄທ ເຄີຽຍົກ ບັນຫາ ສິ່ງແວດລ້ອມ ທີ່ອາດເກີດ ຈາກ ໂຮງ ໄຟຟ້າ ແລະ ຈາກ ບໍ່ຖ່ານຫີນ ຫົງສາ ລິກໄນ ນີ້,  ແຕ່ ທາງການ ລາວ ແລະ ເຈົ້າໜ້າທີ່ ໂຮງ ໄຟຟ້າ ຫົງສາ ລິກໄນ ຢືນຢັນ ວ່າ ມັນ ຈະບໍ່ສ້າງ ມົລພິດ ແກ່ ສິ່ງແວດລ້ອມ ໂດຍ ອ້າງວ່າ ໃຊ້ ເທັກໂນໂລຈີ ໃໝ່ ທີ່ ສາມາດ ຫຼຸດຜ່ອນ ມົລພິດ ລົງ.

ເຖິງຢ່າງໃດ ກໍດີ ນັກ ສັງເກດການ ທັງຫຼາຍ ກໍໃຫ້ ຄໍາເຫັນວ່າ ຄັນ ປະສົບ ບັນຫາ ແລ້ວ ຈຶ່ງ ຈະຮູ້ເອງ. ນັກ ວິທຍາສາຕ ທີ່ຄົ້ນຄວ້າ ຜົນກະທົບ ຕໍ່ ສິ່ງແວດລ້ອມ ໃນ ແມ່ນໍ້າຂອງ ເວົ້າວ່າ ແນ່ນອນ ແລ້ວ ການສ້າງ ເຂື່ອນໃສ່ ແມ່ນໍ້າຂອງ ຫຼາຍ ເຂື່ອນ ກໍມີສ່ວນ ເຮັດໃຫ້ ຊີວະນານາ ພັນ ໃນແມ່ນໍ້າ ໂດຍສະເພາະ ປູປາ ແລະ ສັດນໍ້າ ອື່ນໆ ຫລຸດຫນ້ອຍ ລົງ, ແຕ່ວ່າ ຍັງມີ ມົລພິດ ຈາກ ການ ເດີນເຮືອ ມົລພິດ ທີ່ ໄຫລ ອອກຈາກ ໂຮງຈັກ ໂຮງງານ ອອກຈາກ ບໍ່ແຮ່ ອອກຈາກ ການ ກະສິກັມ ທີ່ໃຊ້ ປູຍ ເຄມີ ແລະ ຢາ ຂ້າຫຍ້າ ເກີນ ຂອບເຂດ ແລະ ອອກຈາກ ທໍ່ນໍ້າ ເປິເປື້ອນ ໃນ ຕົວເມືອງ ທີ່ໄຫລລົງ ສູ່ ແມ່ນໍ້າຂອງ ເຮັດໃຫ້ ປູປາ ນານໍ້າ ຫລຸດຫນ້ອຍ ລົງ ເຊັ່ນກັນ.

ນັກ ວິທຍາສາດ ວຽດນາມ ເອງ ກໍເຫັນຄື ກັນວ່າ ສິ່ງ ເປິເປື້ອນ ແລະ ມົລພິດ ທີ່ ເກີດຂຶ້ນ ໃນເຂດ ສາມຫລ່ຽມ ກໍມີສ່ວນ ທໍາລາຍ ສິ່ງແວດລ້ອມ ໃນເຂດ ສາມຫລ່ຽມ ແມ່ນໍ້າຂອງ ເຊັ່ນກັນ ຊຶ່ງ ມີຄວາມ ຈໍາເປັນ ຕ້ອງ ມີຣະບົບ ຈັດການ ແລະ ຄຸ້ມຄອງ ຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.