ສໍາພາດ ຍ.ນ ຈັນນະພາ ຄຳວົງສາ

ຈໍາປາທອງ
2017.08.14
f-bomb ເຄື່ອງໝາຍພື້ນທີ່ ທີ່ມີຣະເບີດ ບໍ່ທັນແຕກ ຢູ່ແຂວງຊຽງຂວາງ
RFA

ນັບຕັ້ງແຕ່ປີ 1993 ມາເຖິງປີ 2015 ສະຫະຣັຖ ອະເມຣິກາ ໄດ້ຊ່ອຍເຫຼືອລາວ ຫຼາຍຢ່າງທີ່ກ່ຽວຂ້ອງ ກັບວຽກງານ ການເກັບກູ້ລະເບີດ ເປັນມູນຄ່າ ຫລາຍກວ່າ 80 ລ້ານ ໂດລາ ສະຫະຣັຖ ແລະໃນ 3 ປີ ຄືປີ 2016, 2017 ແລະ 2018 ນີ້ ສະຫະຣັຖ ອະເມຣິກາ ກໍເພີ້ມ ການຊ່ອຍເຫລືອ ລາວ ຕື່ມອີກເປັນ 90 ລ້ານໂດລາ ຕາມທີ່ໄດ້ບົ່ງໄວ້ ຢູ່ໃນຖແລງການຮ່ວມ ຣະຫວ່າງ ສະຫະຣັຖອະເມຣິກາ ແລະ ລາວ ປີ 2016 ດັ່ງ ຍານາງ ຈັນນະພາ ຄຳວົງສາ ຫົວໜ້າ ໂຄງການ ມໍຣະດົກ ຈາກ ສົງຄາມ ທີ່ ນະຄອນຫລວງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ ຜູ້ທີ່ໄດ້ ຕິດຕາມ ເຣຶ່ອງລະເບີດ ບໍ່ທັນແຕກ ທີ່ຕົກຄ້າງ ມາແຕ່ປາງ ສົງຄາມວຽດນາມ ແລະຜົລກະທົບ ຂອງມັນຢ່າງໃກ້ຊິດ ມາໂດຍຕລອດ ແລະເຄື່ອນໄຫວ ຣະດົມທຶນ ຊ່ອຍເຫລືອ ແກ້ໄຂບັນຫາ ດັ່ງກ່າວ ຢ່າງຫ້າວຫັນ ແລະໄດ້ໄປເຫັນ ສະພາບຄວາມເປັນຈິງ ຫລາຍແຫ່ງ ຢູ່ ສປປລາວ ມາເປັນເວລາ 12 ປີ ແລ້ວນັ້ນ ເວົ້າວ່າ:

ຍານາງ ຈັນນະພາ ຄຳວົງສາ ຫົວໜ້າໂຄງການ ມໍຣະດົກ ຈາກສົງຄາມ ທີ່ນະຄອນຫລວງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ ໄດ້ຕິດ ຕາມ ເຣຶ່ອງການຊ່ອຍເຫຼືອ ເປັນຕົ້ນຂອງ ສະຫະຣັຖ ອະເມຣິກາ ໃນການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ມາແຕ່ປາງສົງຄາມ ວຽດນາມ ຢູ່ລາວ ມາເປັນເວລາ 12 ປີ ແລະ ສ້າງຜົລງານອັນດີ ຫລາຍຢ່າງ ຈົນວ່າ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັຖ ອະເມຣິກາ ກ່າວເຖິງ ໃນໂອກາດທີ່ ທ່ານໄປຢ້ຽມຢາມລາວ ເມື່ອປີກາຍ:

ຍານາງ ຈັນນະພາ ເກີດຢູ່ ປະເທສລາວ ແລະໄດ້ມານໍາພໍ່ແມ່ ຕັ້ງຖິ່ນຖານ ຢູ່ສະຫະຣັຖ ອະເມຣິກາ ເມື່ອຄາວຍັງເຍົາໄວ. ແຕ່ກໍເຫັນວ່າ ຍານາງ ພຍາຍາມ ຕອບຄໍາຖາມ ວິທຍຸເອເຊັຍເສຣີ ເປັນພາສາລາວ ໄດ້ດີ ອັນມີຄວາມສໍາຄັນ ຫລາຍສໍາລັບ ຊົນຊາວລາວ ຜູ້ໜຸ່ມນ້ອຍ ທີ່ມາເຕີບໃຫຍ່ ຢູ່ຕ່າງປະເທສ ໃນການຮັກສາໄວ້ ຊຶ່ງພາສາພໍ່ແມ່ ຂອງຕົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.