ວັນເດັກນ້ອຍສາກົລ ທີ 1 ມິຖຸນາ 2019
2019.06.03

ວັນເດັກນ້ອຍສາກົລທີ 1 ມິຖຸນາ ປີ 2019 ນີ້ ຫລາຍເຂດແຂວງຂອງລາວ ໄດ້ ສລອງໄປແລ້ວ ໂດຍມີການຈັດກິຈກັມຕ່າງໆ ທີ່ກ່ຽວຂ້ອງ ກັບສິດທິ ແລະຜົນປະໂຫຍດຂອງເດັກນ້ອຍ ຊຶ່ງກົດໝາຍວ່າດ້ວຍການປົກປ້ອງສິດ ແລະຜົລປະໂຫຍດ ຂອງເດັກນ້ອຍ ຮັບປະກັນໃຫ້ເດັກ ມີຄວາມສົມບູນ ທາງຮ່າງກາຍ, ຈິດໃຈແລະມັນສມອງ.
ໃນນັ້ນ ມາຕຣາ 3 ບົ່ງໄວ້ເຖິງສິດທິພື້ນຖານ ຂອງເດັກນ້ອຍ ຊຶ່ງມີ 10 ຂໍ້ ທີ່ມີທັງສິດດໍາຣົງຊີວິດ ຢ່າງປອດພັຍ ແລະໄດ້ຮັບການພັທນາ ທາງດ້ານຮ່າງກາຍ ແລະຈິດໃຈຢ່າງເໝາະສົມ, ສິດໃນການໄດ້ຮັບການເບິ່ງແຍງ ທາງດ້ານສຸຂພາບ ແລະການປິ່ນປົວ ເວລາເຈັບເປັນ, ສິດໄດ້ຮັບການສຶກສາ ຮວມເຖິງສິດໄດ້ຮັບການປົກປ້ອງ ຈາກທຸກຮູບການທາຣຸນ ທາງດ້ານຮ່າງກາຍ ແລະຈິດໃຈ ແລະທັງໄດ້ຮັບການ ປົກປ້ອງພິເສດ ໃນຂະບວນການຍຸຕິທັມ.
ເວົ້າເຖິງເຂດທີ່ໄດ້ຈັດຂຶ້ນແລ້ວ ກໍມີນະຄອນຫລວງວຽງຈັນ ໂດຍມີພໍ່ແມ່-ຜູ້ປົກຄອງ ແລະເດັກນ້ອຍນັກຮຽນ ມາຮ່ວມນໍາ 2 ພັນປາຍຄົນ ໃນມື້ວັນທີ 31 ພຶສພາ ຜ່ານມາ. ມີກິຈກັມຕ່າງໆສລອງໃນງານ ຊຶ່ງຢູ່ທຸກບ່ອນແມ່ນຄືກັນ ເປັນສ່ວນໃຫຍ່ ຄືມີທັງການ ສະແດງສິລປະ ວັນນະຄະດີ, ການຕອບຄໍາຖາມຄວາມຮູ້ຮອບຕົວ, ອ່ານນິທານ, ແຕ້ມຮູບ ແລະອື່ນໆ. ກິຈກັມສໍາຄັນອັນນຶ່ງອີກ ຄືການຢອດຢາບໍາຣຸງ ສາຍຕາ ໃຫ້ເດັກນ້ອຍ ຊຶ່ງເປັນນຶ່ງໃນ 4 ສິດທິພື້ນຖານຂອງເດັກນ້ອຍ ທີ່ຄວນຈະໄດ້ຮັບ ຄືສິດທິ ໃນການດໍາຣົງຊີວິດ ຢ່າງປອດພັຍ, ຕາມຄຳເວົ້າຂອງເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລານະຄອນຫລວງ ຕໍ່ RFA ໃນມື້ວັນທີ 31 ພຶສພາທີ່ຜ່ານມາ:
"ຢອດຢາແມ່ນປະຕິບັດ ຕາມສາທາເມືອງສີໂຄຕ ຍັງຈໍານວນນຶ່ງບໍ່ທັນໄດ້ຢອດ ຍັງບໍ່ທັນສໍາເຣັດ ສໍາເຣັດໄປຈໍານວນນຶ່ງ ລະກະແມ່ນເອົາ ມາຢອດ ເປັນພິທີການຂອງສາທາ ພວກເຮົາກໍໄດ້ສົມທົບ ຫລາຍໆພາກສ່ວນ ຢອດຢາ ໃຫ້ວິຕາມິນເອ ຢາຂ້າແມ່ທ້ອງ ຢາຕັບປາ ລະກະ ຂ້າແມ່ທ້ອງ."
ທາງການລາວ ຖືເອົາວັນເດັກນ້ອຍສາກົລ ທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລານະຄອນຫລວງ ອີກທ່ານນຶ່ງ ແລ້ວແມ່ນວ່າ ເປັນເຣື່ອງທີ່ສໍາຄັນ ເພື່ອປູກຈິດສຳນຶກໃຫ້ເດັກນ້ອຍ ຮັກ ສິ່ງແວດລ້ອມ, ຮູ້ປູກ, ຮູ້ປົກປັກຮັກສາ ແລະຫົດນໍ້າໃຫ້ມັນເຕີບໃຫຍ່ ເພື່ອຈະໄດ້ທົດແທນໃຫ້ຕົ້ນໄມ້ ທີ່ຖືກຕັດໄປ ດັ່ງທີ່ທ່ານກ່າວວ່າ:
"ຜູ້ນໍາເປັນພິທີເພິ່ນ ຈະພາເດັກນ້ອຍໄປປູກ ຊາວໜຸ່ມເຍົາວະຊົນ ອານຸຊົນ ສໍາຄັນຫລາຍເພາະວ່າ ເດັກນ້ອຍຕ້ອງຮູ້ຄວາມສໍາຄັນ ຂອງ ຕົ້ນໄມ້ ບໍ່ໃຫ້ຕັດໄມ້ທໍາລາຍປ່າ ຈັກໜ່ອຍມັນສິອັນຕະຣາຍທັງຊີວິດ ເຮົາກະຕ້ອງໃຫ້ຂະເຈົ້າຮູ້ ປູກລະກະ ຫົດນໍ້າ ປົກປັກຮັກສາ."
ວັນເດັກນ້ອຍສາກົລ ທີ 1 ມິຖຸນາ ເປັນວັນທີ່ມີການສລອງໃນປະເທດຕ່າງໆທົ່ວໂລກ. ເວົ້າສະເພາະຢູ່ລາວ ພວກເດັກນ້ອຍກໍພາກັນ ເບີກບານມ່ວນຊື່ນ ທີ່ໄດ້ເຫັນໄດ້ຮູ້ຄວາມສາມາດ ຂອງໝູ່ເພື່ອນເດັກນ້ອຍດ້ວຍກັນ ທີ່ໄດ້ສະແດງອອກໃນເວທີຕ່າງໆ ບໍ່ວ່າຈະເປັນການ ອ່ານ, ຮ້ອງເພັງ, ຟ້ອນ, ລໍາ ແລະຕອບຄໍາຖາມ ທີ່ມີການແຈກຂອງຂວັນ ຮວມທັງເຂົ້າຕົ້ມເຂົ້າໝົມ ແລະອຸປກອນການຮຽນ.
ສໍາລັບເຂດແຂວງທີ່ ຍັງບໍ່ທັນໄດ້ຈັດການສລອງວັນດັ່ງກ່າວຂຶ້ນ ຢ່າງທົ່ວເຖິງໃນມື້ດຽວກັນ ຄືແຂວງຊຽງຂວາງ ຊຶ່ງຍັງມີບາງໂຮງຮຽນບໍ່ທັນ ໄດ້ຈັດ ໂດຍສະເພາະໂຮງຮຽນ ທີ່ຈະມີການຈັດສະແດງ ລະຄອນຕຸກກະຕາ ທີ່ບໍ່ມີຄວາມພ້ອມເທື່ອ. ອີກຢ່າງນຶ່ງ ກໍຍ້ອນມີແຈ້ງການ ຂອງທາງການ ກ່ຽວກັບກຳນົດເວລາ ທີ່ວ່າໃຫ້ຈັດການສລອງ ຂຶ້ນໄດ້ໃນຣະຫວ່າງມື້ວັນທີ 1 ຫາ ວັນທີ 6 ມິຖຸນາ ຈະເອົາມື້ໃດກໍໄດ້. ດັ່ງນັ້ນທາງແຂວງຊຽງຂວາງ ຈຶ່ງໄດ້ຕົກລົງກໍານົດເອົາມື້ວັນທີ 4 ມິຖຸນາ ໂດຍຈະເລີ່ມແຕ່ເວລາ 8 ໂມງເຊົ້າຫາຕອນທ່ຽງ 12 ໂມງ ສໍາລັບໂຮງຮຽນ ທີ່ຈະມີການສະແດງ ລະຄອນຕຸກກະຕານໍາດ້ວຍ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກສຶກສາແຂວງໃນມື້ວັນທີ 31 ພຶສພາ ຜ່ານມາ:
"ແຈ້ງເຣື່ອງງົບປະມານ ສເລີມສລອງວັນເດັກສາກົລຂອງ ໂຄງການທີ່ມີລະຄອນຕຸກກະຕາ ສິບໍ່ທັນ ສ່ວນໂຮງຮຽນທີ່ບໍ່ມີໂຕນັ້ນ ຂະເຈົ້າ ກະເຮັດແດ່ແລ້ວ ເພິ່ນກະແຈ້ງວ່າໃຫ້ສລອງ ສະແດງລະຄອນຕຸກກະຕາຮັບໃຊ້ ວັນເດັກນ້ອຍສາກົລ ເຮົາກະໃຫ້ ຂະເຈົ້າ ກະກຽມໃສ່ ຣະຫວ່າງທີ 1 ຫາທີ 6 ສໍາເຣັດທັງໝົດ."
ເປັນອັນວ່າ ແຂວງຊຽງຂວາງ ມີກໍານົດຈັດສລອງວັນເດັກນ້ອຍສາກົລ ພ້ອມກັນທົ່ວແຂວງ ສໍາລັບໂຮງຮຽນປະຖົມ 20 ແຫ່ງ ຈາກທີ່ມີ ທັງໝົດ 400 ແຫ່ງ ໂດຍເນັ້ນໃສ່ການສະແດງ ລະຄອນຕຸກກະຕາ ໃນວັນທີ 4 ມິຖຸນາ. ລະຄອນຕຸກຕາ ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທ່ານດຽວກັນນີ້ ແລ້ວແມ່ນວ່າ ຖືເປັນກິຈກັມນຶ່ງ ທີ່ສໍາຄັນ ໃນການສລອງວັນເດັກນ້ອຍສາກົລ ປີນີ້ ໃນການໂຄສນາກ່ຽວກັບ ບັນຫາຕ່າງໆ ທີ່ສັງຄົມກໍາລັງປະເຊີນ ແລະຢາກໃຫ້ເດັກນ້ອຍ ມີສ່ວນຊ່ວຍແກ້ໄຂ.
ໃນລະຄອນນັ້ນ ມີການເອົາ ເດັກນ້ອຍນັກຮຽນໄປ ສະແດງເປັນໂຕຈໍາລອງ ໃນການເວົ້າ ກ່ຽວກັບເຣື່ອງຕ່າງໆ ທີ່ເປັນເນື້ອເພັງ, ເນື້ອໃນ ລະຄອນໃຫ້ ເພື່ອເປັນການໂຄສະນາ ສົ່ງເສີມສຸຂພາບ ຮັກສາອະນາມັຍ, ການຮຽນ, ການປ້ອງກັນອຸບັດຕິເຫດຕ່າງໆ ຫລືເອີ້ນວ່າ ເປັນໂຕຮຸ່ນ ໂຄສະນາ ໃຫ້ເດັກນ້ອຍມີຄວາມສົນໃຈ. ຕົວຢ່າງ ເຣື່ອງກ່ຽວກັບການຕັດໄມ້ທຳລາຍປ່າ, ອຸບັດຕິເຫດຈາກຣະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມ ຫລືວ່າການຄ້າເຫລັກ ເພື່ອຊ່ອຍເຕືອນເດັກນ້ອຍ ແລະພໍ່ແມ່ຜູ່ປົກຄອງ ໃຫ້ຣະວັງຊ່ອຍກັນ ດັ່ງທີ່ທ່ານກ່າວວ່າ:
"ບາງເທື່ອທ້ອງຖິ່ນຫັ້ນ ມັນເກີດຈາກການຄ້າເຫລັກ ຄ້າຢາງ ເຮົາກໍຕ້ອງໄດ້ໃຫ້ຂະເຈົ້າສະແດງເຣື່ອງ ການຄ້າເຫລັກຄ້າຢາງຫັ້ນ ຄ້າເຫລັກ ຄ້າສິ່ງເສດເຫລືອ ຂອງ ຣະເບີດ ໃຫ້ຢຸດເຊົາໂຕນັ້ນ ຫລືການອອກແຮງງານ ຈາກການອອກແຮງງານຫລາຍ ເຮົາກໍໃຫ້ຂະເຈົ້າໂກນໄມ້ ອັນຕະຣາຍບໍ່ ຫລືວ່າ ດັງໄຟຊະຊາຍບໍ່ຈັ່ງຊີ້ ຂະເຈົ້າກໍານົດເອງ."
ພ້ອມກັນນັ້ນ ໃນມື້ດັ່ງກ່າວ ກໍຈະມີການຢອດຢາຕາ ໃຫ້ຢາຂ້າແມ່ທ້ອງ ໃຫ້ວັຍຕາມິນຕ່າງໆ ແກ່ເດັກນ້ອຍຢູ່ແຂວງ ຊຽງຂວາງຢ່າງເປັນ ຂະບວນ ພ້ອມກັນເລີຍ, ທ່ານກ່າວ. ທັງໝົດນັ້ນສລຸບໄດ້ວ່າວັນເດັກນ້ອຍສາກົລ ທີ 1 ມິຖຸນາ ເປັນວັນທີສະແດງອອກ ເຖິງການ ສົ່ງເສີມ-ຄຸ້ມຄອງ ສິດທິ ທຸກດ້ານ ໃນຊີວິດຂອງເດັກນ້ອຍ ຮວມທັງທາງດ້ານສຸຂພາບ ແລະການສຶກສານໍາດ້ວຍ.
ຢ່າງໃດກໍຕາມ ການສລອງວັນເດັກນ້ອຍສາກົລ ທີ 1 ມິຖຸນາ ຊຶ່ງເປັນວັນສະແດງອອກເຖິງ ການສົ່ງເສີມ ຄຸ້ມຄອງສິດທິຂອງເດັກນ້ອຍ ຮວມທັງທາງດ້ານສຸຂພາບ ແລະການສຶກສາ ຊຶ່ງນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ຮຽກຮ້ອງໃຫ້ທຸກພາກສ່ວນ ໃນສັງຄົມ ຮ່ວມກັນປົກປ້ອງ ສົ່ງເສີມແລະຊ່ອຍ ໃຫ້ເດັກນ້ອຍ ມີການພັທນາ ເພື່ອໃຫ້ເຕີບໃຫຍ່ ແລະກາຍເປັນພົລເມືອງດີ. ແລະການສລອງໃນປີນີ້ ຈະວ່າໄປແລ້ວ ແມ່ນດໍາເນີນໄປ ໃນຂນະທີ່ລາວ ຍັງປະເຊີນຫລາຍບັນຫາ ເປັນຕົ້ນເດັກນ້ອຍ ຂາດສານອາຫານ, ເຕີບໂຕບໍ່ສົມອາຍຸ, ນ້ຳໜັກຕົວເບົາ, ຕົນໂຕຕ່ຳເຕັ້ຍ ຊຶ່ງອົງການຈັດຕັ້ງສາກົລຕ່າງໆ ກໍໃຫ້ການຊ່ອຍເຫລືອຢູ່ຕໍ່ໄປ ເພື່ອຊ່ອຍແກ້ໄຂບັນຫາ ນີ້ໃຫ້ຫລຸດຜ່ອນລົງ ໃນຫລາຍເຂດແຂວງຂອງລາວ. ແຕ່ຫາກເວົ້າເຖິງ 2 ແຂວງເປົ້າໝາຍ ໃນປີນີ້.
ຕາມຂ່າວວຽງຈັນທາຍມ ເມື່ອໄວໆມານີ້, ບັນດາຄູ່ຮ່ວມພັທນາ ຮ່ວມກັບກະຊວງສາທາຣະນະສຸກ ແລະ 2 ແຂວງເປົ້າໝາຍນັ້ນ ກໍຫວັງວ່າ ເຖິງປີ 2020 ສອງແຂວງດັ່ງກ່າວ ຈະສາມາດຫລຸດ ຜ່ອນອັດຕຣາການເສັຽຊີວິດ ຂອງລູກນ້ອຍເກີດໃໝ່ ຈາກ 51 ຄົນມາຍັງເຫລືອ 20 ຄົນ ຕໍ່ການເກີດ 1 ພັນ; ອັດຕຣາການເສັຽຊີວິດ ຂອງເດັກນ້ອຍ ອາຍຸຫລຸດ 5 ປີ ຈະຫລຸດລົງຈາກ 67 ຄົນມາເປັນ 30 ຄົນ ແລະອັດຕຣານໍ້າໜັກໂຕເບົາ ບໍ່ໄດ້ມາຕຖານຂອງເດັກນ້ອຍ ຈະຫລຸດລົງຈາກ 22 ເປີເຊັນມາຍັງ 10 ເປີເຊັນ.