ຊ້າງນ້ອຍຖືກລັກໄປຈີນ ທຸກປີ

ມະນີຈັນ
2018.09.11
f-elephants ບໍຣິສັດລົງທຶນ ພັທນາການທ່ອງທ່ຽວ ຊີໂນ-ລາວ ຈັດງານສລອງວັນຊ້າງສາກົນ ເມື່ອວັນທີ່ 12 ເດືອນສິງຫາ ປີ 2017 ທີ່ ເມືອງ-ແຂວງ ໄຊຍະບຸຣີ
RFA/PN

ຊ້າງນ້ອຍຢູ່ລາວ ຖືກລັກນໍາຂ້າມຊາຍແດນ ໄປຈີນ ຫລາຍສິບໂຕ ໃນແຕ່ລະປີ ເພື່ອຝຶກໃຫ້ຫລິ້ນ ລະຄອນສັດ ຕາມສວນສັດ ແລະສວນ ສາທາຣະນະ safari ໂດຍມີທັງການຂ້ຽນຕີ ທໍຣະມານ ຢ່າງໂຫດຫ້ຽມ ເພື່ອໃຫ້ບອກໄດ້ໃຊ້ຟັງ ໃນເວທີຕ່າງໆ ຢູ່ຈີນ. ພ້ອມດຽວກັນນັ້ນ ກໍຍັງມີການລັກລອບ ຊ້າງລາວ ໄປປະເທດຕາເວັນອອກກາງ ໂດຍທາງເຮືອບິນນໍາດ້ວຍ ຊຶ່ງຜູ້ສືບສວນສອບສວນ ຮຽກຮ້ອງໃຫ້ອົງການ ສາກົລ ທີ່ກໍາກັບ ເຣື່ອງການຄ້າສັດປ່າ ປາບປາມການລັກລອບຄ້າຊ້າງນ້ອຍ ຂ້າມຊາຍແດນ ໃນເຂດເອເຊັຽຕາເວັນອອກສ່ຽງໃຕ້. ຕາມ ຣາຍງານຂອງນິຕິຍະສານ The Independence ເມື່ອໄວໆມານີ້.

ທ່ານ Karl Ammann ຜູ້ເຮັດຟິມເອກສານ ແບບສືບສວນສອບສວນ ໄດ້ບັນທຶກເປັນຄັ້ງທໍາອິດ ກ່ຽວກັບຊ້າງທີ່ຖືກຂາຍ ໄປເປັນຂ້າທາດ ຢູ່ໂຮງກາຍສິນ, ຢູ່ສວນສັດ ແລະສວນສາທາຣະນະ safari parks ຢູ່ຈີນຊຶ່ງຜູ້ເປັນເຈົ້າຂອງ ມີຣາຍໄດ້ຫລາຍ ຢ່າງມະຫາສານ ຈາກຜູ້ ເຂົ້າມາເບິ່ງ ທັງຫລາຍ.

ທ່ານ Karl Ammann ເວົ້າວ່າອຸດສາຫະກັມ ທີ່ເອີ້ນກັນວ່າ ການທ່ອງທ່ຽວເພື່ອມີປະສົບການ ເຣື່ອງສັດປ່າ ກ່ຽວຂ້ອງກັບສັດ ທີ່ຖືກກະທໍາ ຢ່າງເຈັບປວດຢູ່ຫລັງສາກ ຊຶ່ງອາສາສມັກ Julia Tinsley-Kent ປະຈໍາກຸ່ມ Stae ກຸ່ມກອບກູ້ ຊ້າງເອເຊັຽ ຫລື Save the Asian Elephants ເວົ້າວ່າ ນັ້ນເປັນບັນຫາ ທີ່ໃຫຍ່ກວ່າ ທີ່ຫລາຍໆຄົນຈະກ້າວາດພາບໄດ້.

ໃນຣະຍະ 2 ປີຜ່ານມານີ້ ເຊື່ອກັນວ່າຈີນ ໄດ້ນໍາຊ້າງພັນເອເຊັຽ 80 ປາຍໂຕຈາກລາວ ແລະຊ້າງພັນອາຟຣິກກາ ເກືອບຮອດ 100 ໂຕ ຈາກ Zimbabwe ເຂົ້າໄປຈີນ. ການຄ້າຊ້າງ ເຮັດໃຫ້ປະຊາກອນຊ້າງ ທີ່ຖືກຄຸກຄາມ ຈາກການບຸກລຸກທີ່ຢູ່ອາສັຍ ຂອງຊ້າງແລະການລ່າ ຂອງມະນຸດ ໜັກຢູ່ແລ້ວນັ້ນ ຍິ່ງຈະຫລຸດໜ້ອຍລົງ ຕໍ່ໄປ.

ຈໍານວນຊ້າງໃນລາວ ໄດ້ຫລຸດລົງຈາກທີ່ມີ 3 ພັນໂຕເມື່ອ 30 ປີກ່ອນມາເຫລືອພຽງຫລາຍຮ້ອຍໂຕ ໃນປັດຈຸບັນ ຊຶ່ງຈໍານວນນຶ່ງ ກໍຄາດ ຄະເນວ່າ ມີພຽງ 300 ໂຕເທົ່ານັ້ນ. ຊ້າງເອເຊັຽ ຖືກໃຊ້ແກ່ໄມ້ທ່ອນ ຢ່າງແຜ່ຫລາຍໃນຊຸມປີ 1980, ແຕ່ມາເຖິງປີ 1989 ກໍຖືກຫ້າມ ອັນເຮັດໃຫ້ພານຊ້າງ ບໍ່ມີຣາຍໄດ້, ແລະຊ້າງຂອງພວກເຂົາ ກໍກາຍເປັນພາຣະ ດ້ານການເງິນ.

ແລະຕາມຄໍາເວົ້າຂອງກຸ່ມ Stae, ການເດີນທາງໄປທ່ຽວຕ່າງປະເທດ ຂອງຜູ້ຄົນ ໂດຍມີການສເນີແຜນທ່ອງທ່ຽວ ເພື່ອມີປະສົບການກ່ຽວ ກັບຊ້າງ ເຊັ່ນຂີ່ຊ້າງ, ການສະແດງ ຂອງຊ້າງເພື່ອຄວາມສນຸກສນານ ກໍເຂົ້າມາເປັນໂອກາດ ທາງທຸຣະກິດ ທີ່ມີຣາຍໄດ້ດີ.

ແລະພ້ອມກັນນັ້ນ ຊ້າງກໍຖືກນໍາມາມີ ບົດບາດ ໃນອຸດສາຫະກັມ ຊ້າງທີ່ເບັ່ງບານ ແລະໂຫດຫ້ຽມ ໂດຍທີ່ຊ້າງເຫລົ່ານັ້ນ ຕ້ອງຖືກລ່າມໂສ້, ຫຸ້ມລ້ອມໄປດ້ວຍສຽງດົນຕຣີ ດັງແຮງແລະແສງໄຟ ມິບແມັບໆ ຂນະທີ່ຊ້າງ ຖືກບັງຄັບໃຫ້ສະແດງ ລີລາຕ່າງໆ ຫລືໃຫ້ນັກທ່ອງທ່ຽວ ຂຶ້ນຂີ່ຫລັງ ຊຶ່ງຊ້າງຖືກກະຕຸ້ນ ຈາກຄວາມຢ້ານກົວ ທີ່ຈະຖືກລົງໂທດ ຢ່າງເຈັບປວດນັ້ນ.

ທີ່ເມືອງຊາຍແດນ Boten ແຂວງຫລວງນໍ້າທາ ທີ່ຕິດກັບຈີນ ບ່ອນທີ່ທາງຣົດສາຍໃໝ່ ແລະທາງຣົດໄຟ ຄວາມວັຍສູງ ລາວ-ຈີນ ເຊື່ອມຕໍ່ກັນນັ້ນ ໄດ້ເປີດເສັ້ນ ທາງການຄ້າຕ່າງໆບ່ອນທີ່ ທ່ານ Ammann ໄດ້ບັນທຶກກ່ຽວກັບຊ້າງ 50 ປາຍໂຕ ທີ່ຄວານຊ້າງ ຂີ່ມຸ້ງໜ້າໄປຈີນ ໂດຍບໍ່ມີໃບອະນຸຍາດ ທີ່ຖືກຕ້ອງຕາມກົດໝາຍ ຈາກອົງການສົນທິສັນຍາສາກົລ ວ່າດ້ວຍການຄ້າ ສັດປ່າພືດພັນ ທີ່ໃກ້ສູນພັນ ຫລື Cites ຊຶ່ງຖືເປັນການຣະເມີດ ຣະບຽບການຂອງ Cites. ແລະກໍເປັນທີ່ຈະແຈ້ງ ວ່າສິ່ງທີ່ເກີດຂຶ້ນ ຢູ່ນີ້ແມ່ນ ການຫລົບລູ່ຫລັກການພື້ນຖານຂອງ Cites ແລະການບໍ່ປະຕິບັດ ສົນທິສັນຍາ Cites ມາຕຣາ 8 ທີ່ຣະບຸເຖິງການ ດໍາເນີນຄະດີ ຕໍ່ພວກຄ້າສັດປ່າຜິດກົດໝາຍ, ການຍຶດແລະສົ່ງສັດ ກັບປະເທດເດີມ ທີ່ເປັນໄປໄດ້ນັ້ນ.

ພາຍຫລັງໄດ້ລົມ ກັບເຈົ້າຂອງຊ້າງ ແລະຄວານຊ້າງແລ້ວ ທ່ານ Ammann ເຊື່ອວ່າມີຊ້າງປະມານ 100 ໂຕ ສ່ວນໃຫຍ່ເປັນຊ້າງນ້ອຍ ຖືກລັກລອບສົ່ງອອກຈາກລາວ ໄປຈີນໃນລະຍະ 3 ປີ ຜ່ານມານີ້.

ນາຍໜ້າຄົນຈີນ ບອກທ່ານວ່າພວກເຂົາໄດ້ໃຫ້ເງິນປະມານ 23 ພັນປອນ ສໍາລັບຊ້າງແຕ່ລະຕົວ ກ່ອນຈະນໍາສົ່ງ ມັນໄປທີ່ສວນ sanfari ຂອງຣັຖບານຈີນ ຫລື ສວນສັດ.

ບັນຫາການຄ້າຊ້າງ ຈາກລາວໄປຈີນ ກ່ອນໜ້ານີ້ ນາງ Belinda Stewart-Cox ຈາກອົງການຄອບຄົວຊ້າງ Elephant Family ກໍໄດ້ກ່າວຕໍ່ RFA ຕອນນຶ່ງ : Belinda... We need the Lao authorities...

ນາງເວົ້າວ່າ ນີ້ເປັນສະພາບວິກິດການ crisis ໃນອາດີດລາວເອີ້ນວ່າປະເທດລ້ານຊ້າງ. ດຽວນີ້ມີຊ້າງລາວ ຈໍານວນຫລາຍ ຖືກຂາຍໄປຈີນ ແລະກໍຄິດວ່າລາວ ມີບັນຫາແລະຮູ້ສຶກວ່າລາວ ບໍ່ໄດ້ຊ່ວຍສະກັດກັ້ນ ມັນບໍ່ງ່າຍທີ່ຈະແກ້ໄຂບັນຫາ ນີ້ຢູ່ລາວ ຍ້ອນຜູ້ມີອໍານາດ ບາງຄົນຢູ່ເບື້ອງຫລັງ.

ຢ່າງໃດກໍຕາມ The Independence ກໍເວົ້າອີກວ່າ ທັນທີທີ່ເຂົ້າມາຢູ່ໃນສວນ ສາທາຣະນະ ຫລືສວນສັດ ຊ້າງເອເຊັຽ ກໍຖືກຝຶກ ຢ່າງໂຫດຫ້ຽມ ໂດຍເຊື່ອວ່າຫາກພວກເຂົາ ຕີມັນພຽງພໍ ມັນກໍຈະເຮັດຕາມຄໍາສັ່ງ ທຸກຢ່າງ. ຫ່າງຈາກສາຍຕາຂອງພວກ ນັກທ່ອງທ່ຽວ ພວກເຂົາ ຈະໃຊ້ອຸປກອນ ປາຍແຫລມແທງແບບຢອກ ຕີຫລືຟາດຫລາຍໆເທື່ອ ແລະຫລ່າມໂສ້ ທີ່ເຮັດໃຫ້ມີບາດແຜເຈັບປວດ.

ຫົວໜ້າອົງການ Stae, Duncan McNair ກ່າວພາຍຫລັງນັກທ່ອງທ່ຽວ ຄົນອັງກິດ Gareth Growe ຖືກຊ້າງທີ່ຖືກທໍຣະມານ ຂ້າຢູ່ໄທ ເມື່ອປີ 2016. ຊ້າງໂຕນັ້ນ ຖືກຕີໝົດຄືນ ຈະໄດ້ຍິນມັນຮ້ອງບໍ່ເຊົາ. ແຕ່ໃນມື້ຕໍ່ມາ ຊ້າງທີ່ເຈັບປວດ ແລະໃຈຮ້າຍ ໂຕນັ້ນກໍຖືກບັງຄັບ ໃຫ້ເຮັດວຽກຕາມເຄີຍ ຄືໃຫ້ນັກທ່ອງທ່ຽວ ຂີ່ຫລັງພາທ່ຽວ. ອັນນີ້ບົ່ງບອກວ່າ ການຄ້າເພື່ອ ການທ່ອງທ່ຽວ ບໍ່ພຽງແຕ່ໂຫດຮ້າຍ ແຕ່ຫາກຍັງເປັນອັນຕະຣາຍ ຕໍ່ນັກທ່ອງທ່ຽວນໍາດ້ວຍ.

ພ້ອມກັນນັ້ນ ທ່ານເວົ້າວ່າການສະແດງຊ້າງ ໃນເວທີນຶ່ງຢູ່ຈີນ ທີ່ມີ ຜູ້ເຂົ້າຊົມເຖິງ 20 ພັນຄົນ ແຕ່ລະຄົນຈະຕ້ອງໄດ້ຈ່າຍ ຄ່າປີ້ເຂົ້າຊົມ 50 ໂດລາ ສະຫະຣັຖ.

ຢູ່ຈີນແລະດູບາຍ ສັ່ງຊື້ຊ້າງທີ່ໄດ້ມາຕຖານ ຫລີ້ນ tricks ຫລື ສະແດງລີລາ ຕ່າງໆເປັນຕົ້ນ ຢືນຂາໜ້າຫລືຢືນ ຢູ່ເທິງໝາກບານ, ແລະ ຫລັງຈາກນັ້ນ ພວກເຂົາ ກໍໃຊ້ຊ້າງເຮັດວຽກໜັກ ເທົ່າທີ່ຈະໜັກໄດ້ ເພື່ອໃຫ້ໄດ້ທຶນໄວ. ແລະວ່າ ການຄ້າຜິດກົດໝາຍ ແລະການສໍ້ຣາດ ບັງຫລວງ ເປັນຜົລຮ້າຍສໍາລັບສັດປ່າ ເນື່ອງຈາກວ່າຊ້າງ ທີ່ຖືກຈັບແຕ່ລະໂຕ ມັກເປັນໂຕແມ່ແລະຊ້າງຫລາຍໂຕ ຖືກຂ້າ.

ທ່ານ ອໍາມານ ເວົ້າວ່າເຈົ້າໜ້າທີ່ຢູ່ເຂດບໍ່ເຕັນ ຂອງລາວ ບໍ່ມີຄວາມຮູ້ ເຣື່ອງການອະນຸຍາດ ສົ່ງສັດອອກ ແບບຖືກຕ້ອງຕາມກົດໝາຍ. ດັ່ງນັ້ນຣະບຽບຫລັກການ ຂອງສົນທິສັນຍາສາກົລ Cites ຈຶ່ງບໍ່ມີຜົລເລີຍ.

ຊ້າງເອເຊັຽ ຖືກຈັດຢູ່ໃນຈໍາພວກສັດ ທີ່ໄດ້ຮັບການຄຸ້ມຄອງ ຈາກ Cites ຊຶ່ງໝາຍຄວາມວ່າ ຊ້າງເອເຊັຽ ເປັນນຶ່ງໃນຈໍານວນ ພັນສັດ ທີ່ໃກ້ຈະສູນພັນທີ່ສຸດ ຂອງໂລກ ແລະການຄ້າຊ້າງເອເຊັຽ ດ້ວຍເຫດຜົລທາງການຄ້າ ກໍຖືກຫ້າມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.