ຊ້າງນ້ອຍຖືກລັກໄປຈີນ ທຸກປີ (ຕໍ່)
2018.09.12
ຜ່ານມາ ຊ້າງປ່າຂອງລາວຖືກລັກຂ້າມຊາຍແດນ ເຂົ້າໄປປະເທດຈີນ ຫຼາຍສິບໂຕໃນແຕ່ລະປີ ແລະ ລັກໄປເຖິງເຂດປະເທດ ຕາເວັນອອກກາງ ທາງເຮືອບິນ ກໍມີ.
ນິຕິຍະສານ The Independent ທີ່ມີສູນກາງຢູ່ປະເທດອັງກິດ ຣາຍງານ ໂດຍອີງໃສ່ຄໍາເວົ້າຂອງ ທ່ານ Karl ອໍາມານ ຜູ້ຜລິດຟິມ ເອກສານ ແບບສືບສວນສອບສວນ ທີ່ກ່ຽວຂ້ອງກັບຊ້າງ ທີ່ຖືກຂາຍໄປເປັນຂ້າທາດ ໃນໂຮງກາຍສິນ ສວນສັດ ແລະສວນສາທາຣະນະ safari ຂອງຣັຖບານຈີນ ວ່າ ການຄ້າຜິດກົດໝາຍ ແລະກໍມັກມີເຈົ້າໜ້າທີ່ຣັຖ ທີ່ສໍ້ຣາສບັງຫລວງ ສົມຮູ້ຮ່ວມຄິດ ເຮັດໃຫ້ຈໍານວນສັດປ່າ ຮວມທັງຊ້າງ ຍິ່ງຫລຸດໜ້ອຍລົງຕື່ມອີກ ເນື່ອງຈາກຊ້າງທີ່ຖືກຈັບໄດ້ແຕ່ລະໂຕ ປົກຕິແລ້ວ ແມ່ຊ້າງ ແລະຊ້າງອີກ 6-7 ໂຕ ເປັນໄປໄດ້ທີ່ ຈະຖືກຂ້າ ໃນຂນະທີ່ ພຍາຍາມປົກປ້ອງລູກຊ້າງ ຈາກພວກລ່າສັດ.
ຊ້າງເອເຊັຽ ຊ້າງລາວ ຖືກຈັດຢູ່ໃນບັນຊີສັດ ທີ່ຫາຍາກຂອງສົນທິສັນຍາສາກົລ Cites ອັນໝາຍເຖິງເປັນສັດປ່າປະເພດນຶ່ງ ທີ່ໃກ້ຈະສູນພັນ ທີ່ສຸດ ແລະການລ່າຊ້າງ ເພື່ອການຄ້າ ແມ່ນຖືກຕ້ອງຫ້າມ. ທ່ານເວົ້າວ່າ ທ່ານໄດ້ຍິນວ່າ ສວນ safari ແຫ່ງນຶ່ງ ໃນປະເທດ Dubai ໄດ້ນໍາຊ້າງຫລາຍໂຕໄປຈາກລາວ ຊຶ່ງອາດນໍາໄປແບບ ບໍ່ຖືກຕ້ອງຕາມກົດໝາຍ ກໍເປັນໄດ້ ຍ້ອນວ່າ ມັນເປັນສັດປ່າທີ່ຢູ່ໃນບັນຊີ category-1-ຂອງ Cites ຊຶ່ງອາດຈະອະນຸ ຍາດໃຫ້ສົ່ງສັດນັ້ນອອກນອກປະເທດ ພຽງແຕ່ຈາກສູນ ເພາະພັນຊ້າງ ທີ່ໄດ້ຮັບ ການຮັບຮອງຈາກ Cites ເທົ່ານັ້ນ ແຕ່ສູນເພາະພັນ ບໍ່ມີຢູ່ລາວ.
ກຸ່ມກອບກູ້ຊ້າງເອເຊັຽ ຫລື Stae ທີ່ມີສູນກາງຢູ່ປະເທດອັງກິດ ເຊື່ອວ່າ ບໍ່ພຽງແຕ່ການສົ່ງຊ້າງອອກຈາກລາວ ແບບຜິດກົດໝາຍ ເທົ່ານັ້ນ ແຕ່ສວນສັດ ແລະສວນ safari ຂອງຈີນ ແມ່ນຊື້ໄປແບບຣະເມີດສົນທິສັນຍາສາກົນ Cites.
ທ່ານ ອໍາມານ ໄດ້ບັນທຶກພາບຕູ້ຄັນເທນເນີຊ້າງ ທີ່ສນາມບິນວັດໄຕ ໃນນະຄອນຫລວງວຽງຈັນ ຊຶ່ງຈະຖືກນໍາຂຶ້ນເຮືອບິນ ໄປປະເທດ United Arab Emirate UAE. ຊ້າງທີ່ຢູ່ໃນຕູ້ຄັນແທນເນີນັ້ນ ຕາມແຜນແມ່ນຈະຖືກຂົນໄປໃນຕອນກາງ ຄືນ, ແຕ່ກໍຍັງ ໂຊກດີ ທີ່ຊ້າງນັ້ນບໍ່ໄດ້ຖືກຂົນໄປ, ຖືກສົ່ງກັບໄປຍັງ ສະຖານທີ່ຮັກສາຊ້າງ ຫລັງຈາກທີ່ນາຍົກຣັຖມົນຕຣີລາວ ຮູ້ ແລະບໍ່ອະນຸຍາດໃຫ້ເອົາໄປ ພາຍຫລັງທີ່ຮູ້ຈະແຈ້ງວ່າ ຫລາຍຄົນມີສ່ວນຮ່ວມ ໃນການໂອນເງິນປະມານ 2 ລ້ານໂດລາ ສະຫະຣັຖ ແລະ ກໍມີການສູ້ຢັນກັນແຮງ. ມີບາງຄົນ ໄປບອກນາຍົກໃຫ້ຮູ້ວ່າ ພວກຕົນຖືກຕັດໜ້າ ອັນເປັນສາເຫດສໍາຄັນທີ່ເຮັດໃຫ້ ການທີ່ຈະສົ່ງຊ້າງໄປນັ້ນ ຖືກຢຸດໃນນາທີ ສຸດທ້າຍ.
ເມື່ອເດືອນພຶສພາ 2018 ນາຍົກຣັຖມົນຕຣີລາວ ໄດ້ອອກຄໍາສັ່ງໃຫ້ປາບປາມພວກຄ້າ ສັດປ່າຜິດກົດໝາຍ ຊຶ່ງທ່ານ ອໍາມານ ເວົ້າວ່າ ນັ້ນຄືສິ່ງທີ່ບົ່ງບອກ ເຖິງການປ່ຽນແປງ ຢູ່ທາງຝ່າຍລາວ. ແຕ່ກໍບໍ່ມີສິ່ງບົ່ງບອກເຖິງການປ່ຽນແປງຫຍັງຢູ່ຈີນ ໂດຍທີ່ ສວນສັດ ແລະສວນ safari ກາຍເປັນສູນກາງຊ້າງໃຫຍ່ ທີ່ໄດ້ກໍາໄຣ ຫລາຍ.
ທ່ານ ແລະທີມງານຂອງທ່ານ ຢືນຢັນວ່າ ສວນ safari ຢູ່ປະເທດດູບາຍ ທີ່ໄດ້ນໍາຊ້າງອອກຈາກລາວ ເຂົ້າໄປນັ້ນ ແມ່ນໄດ້ ໃບອະນຸຍາດ ທີ່ອອກໃຫ້ແບບ ບໍ່ຖືກຕ້ອງຕາມກົດໝາຍ.
ຫົວໜ້າອົງການ Stae –Duncan McNair ເວົ້າວ່າ ເລີຍເວລາມາດົນແລ້ວ ທີ່ຈະໃຫ້ປະເທດເຫລົ່ານີ້ ຮັບຜິດຊອບຕໍ່ການກະທໍາ ຜິດກົດໝາຍ ຂອງພວກເຂົາແລະຕໍ່ການກະທໍາທີ່ໂຫດຫ້ຽມ ຕໍ່ສັດທີ່ໃກ້ຈະສູນພັນນີ້. ແລະວ່າ ຣັຖບານອັງກິດ ຄວນກົດດັນ ທຸກປະເທດ ເອເຊັຽຕາເວັນອອກສ່ຽງໃຕ້ ທີ່ເປັນພາຄີໃຫ້ປະຕິບັດຕາມ ສົນທິສັນຍາສາກົນ Cites ໂດຍຮີບດ່ວນ ກ່ອນທີ່ຈະສູນເສັຽສັດ ທີ່ໃກ້ສູນພັນນີ້ ໄປຕລອດການ.
Stae ຊຸກຍູ້ໃຫ້ມີການຫ້າມ ທຸກການໂຄສະນາ ແລະການສົ່ງເສີມການທ່ອງ ທ່ຽວພັກຜ່ອນ ທີ່ກ່ຽວຂ້ອງກັບຊ້າງ ທີ່ຖືກກັກຂັງ ແລະ ລັກຝຶກຊ້ອມແບບໂຫດ ຫ້ຽມນັ້ນ.
ຈີນ ເປັນຜູ້ນໍາສັດຕ່າງໆ ທີ່ມີສັນຍາລັກ ນັບຕັ້ງແຕ່ແຮດ ໄປຈົນເຖິງ ປາບາແລນ ແລະນັບແຕ່ຊ້າງໄປຈົນເຖິງ ລີງ chimps.
ການປະກອບເອກສານ ທີ່ມີການປ່ຽນແປງຢູ່ຕລອດນັ້ນ ບົ່ງບອກວ່າ ທັມຊາດ ຂອງການຂາຍສັດປ່າ ບໍ່ເປັນໄປຕາມຣະບຽບຫລັກການ ຊຶ່ງທ່ານ Duncan McNair ພົບກໍຣະນີການສົ່ງອອກ ແລະບັນທຶກໄວ້ເປັນຂໍ້ມູນຂອງ Cites. ແຕ່ສໍາລັບປະເທດລາວ ບໍ່ມີບັນທຶກ ກ່ຽວກັບການຄ້ານັ້ນ -ທ່ານກ່າວ. ແລະວ່າ ມາດຕຣາ 8 ຂອງສົນທິສັນຍາສາກົລ ວ່າດ້ວຍສັດ ພືດພັນທີ່ໃກ້ຈະສູນພັນ ກໍານົດໄວ້ວ່າ ຝ່າຍທີ່ກ່ຽວຂ້ອງ ກັບການສົ່ງອອກແບບ ຜິດກົດໝາຍນັ້ນ ຈະຖືກດໍາເນີນຄະດີ, ຈະຍຶດສັດ ແລະຖືກສົ່ງກັບຄືນ ປະເທດເດີມ ຫາກເປັນໄປໄດ້. ແຕ່ນັ້ນປາກົດວ່າ ບໍ່ຖືກປະຕິບັດ ຢູ່ຈີນ.
ນາງ Belinda Steward-Cox ຈາກ ອົງການຄອບຄົວຊ້າງ Elephants Family ໃນອັງກິດ ໄດ້ກ່າວຕໍ່ RFA ກ່ອນໜ້ານີ້ວ່າ ສປປລາວ ຊຶ່ງເປັນນຶ່ງໃນບັນດາ ປະເທດພາຄີ ສົນທິສັນຍາສາກົລ Cites ທີ່ມີທັງໝົດ 170 ປະເທດໃນໂລກນັ້ນ ກໍຄວນໃຫ້ ຄວາມສໍາຄັນ ໃນເຣື່ອງຈໍານວນຊ້າງ ທີ່ຫລຸດໜ້ອຍລົງຢູ່ນີ້ ດັ່ງທີ່ທ່ານກ່າວ ຕອນນຶ່ງວ່າ:
"so few elephants in Laos in fact in the wild ຊ້າງປ່າຢູ່ລາວ ໃນຕົວຈິງແລ້ວ ແມ່ນເຫລືອໜ້ອຍ ຂນະທີ່ຊ້າງເປັນຈໍານວນຫລາຍ ຖືກສົ່ງຂ້າມຊາຍແດນ ເຂົ້າໄປຈີນ. ຂນະນີ້ ຄວາມຮູ້ສຶກຂອງພວກທ່ານ ຄືວ່າລາວ ອໍານວຍຄວາມສະດວກ ໃຫ້ແກ່ການຄ້າຊ້າງ ດ້ວຍວິທີໃດນຶ່ງ ອັນເຮັດໃຫ້ ການຄ້ານັ້ນ ເປັນໄປໄດ້ຢ່າງງ່າຍດາຍ, ມີຄົນສໍາຄັນຫລາຍຄົນ ຢູ່ເບື້ອງຫລັງ ການຄ້ານັ້ນ."
ຕາມຂໍ້ມູນ ປີ 2016 ຂອງກົມກວດກາປ່າໄມ້ ກະຊວງກະສິກັມແລະປ່າໄມ້ ຂອງລາວ, ຊ້າງປ່າໃນທົ່ວປະເທດລາວ ມີ 400 ໂຕ ແລະຊ້າງບ້ານ ມີ 450 ໂຕ ຂນະທີ່ບາງແຫລ່ງຂ່າວ ເວົ້າວ່າ ຊ້າງປ່າໃນລາວ ຫລຸດລົງຈາກທີ່ມີ 3 ພັນໂຕເມື່ອ 30 ປີກ່ອນມາ ມີພຽງ 300 ໂຕໃນປັດຈຸບັນນີ້.
ນາງ Belinda Steward-Cox ຍັງກ່າວຕື່ມອີກວ່າ ຢາກໃຫ້ປະເທດພາຄີ Cites 170 ປະເທດ ສ້າງຖານຂໍ້ມູນຊ້າງປ່າ ແລະຊ້າງບ້ານ ໄວ້ທຸກໂຕ ເພື່ອປ້ອງກັນພັຍຄຸກຄາມ ທີ່ຈະເກີດຂຶ້ນກັບຊ້າງເອເຊັຽ ໃນອະນາຄົດ.
ແລະໃນກອງປະຊຸມ ປຶກສາຫາຣືພາກພື້ນ ກ່ຽວກັບການຕ້ານ ແລະສະກັດກັ້ນ ການຄ້າ-ຂາຍສັດປ່າແບບຜິດກົດໝາຍ ໃນມື້ວັນທີ 30 ແລະ 31 ສິງຫາ 2018 ທີ່ທາງກົມກວດກາປ່າໄມ້ ກະຊວງກະສິກັມແລະ ປ່າໄມ້ ຂອງລາວ ຮ່ວມກັບກອງທຶນ ສັດປ່າໂລກ WWF ປະຈໍາລາວຈັດຂຶ້ນ ຢູ່ແຂວງອຸດົມໄຊ ເພື່ອຕິດ ຕາມຄວາມຄືບໜ້າ ໃນການຕ້ານ ແລະສະກັດກັ້ນການຄ້າຂາຍສັດປ່າ ໃນປະ ເທດເຂດລຸ່ມແມ່ນໍ້າຂອງທີ່ຜ່ານມາ ຄື ສປປລາວ ພະມ່າ ໄທ ວຽດນາມ ແລະຈີນ ທີ່ຍັງເປັນເຂດ ທີ່ມີອາຊຍາກັມຂ້າມຊາດ ທາງດ້ານປ່າໄມ້ ເແລະສັດປ່າ ທີ່ຜິດກົດໝາຍ.
ໃນກອງປະຊຸມ ທ່ານ ລຽນ ທິແກ້ວ ຣັຖມົນຕຣີກະຊວງກະສິກັມແລະ ປ່າໄມ້ ໄດ້ຣາຍງານວ່າ ໃນໄລຍະຜ່ານມາ ພັກແລະຣັຖບານ ໄດ້ສເນີໃຫ້ປະເທດສະມາຊິກ ລຸ່ມແມ່ນໍ້າຂອງ ເປັນເຈົ້າການ ໃນການຈັດຕັ້ງປະຕິບັດ ສົນທິສັນຍາສາກົລ ແລະ ສົນທິສັນຍາຕ່າງໆ ຂອງສະຫະປະຊາຊາດ.
ແຕ່ເຖິງຢ່າງໃດກໍຕາມ ໃນແຕ່ລະປີ ຊ້າງປ່າລາວ ກໍຖືກລັກນໍາຂ້າມຊາຍແດນ ໄປປະເທດຈີນຫລາຍສິບໂຕຢູ່.