ຊາວວຽດນາມປະທ້ວງການ ສໍາປະທານ ດິນ 99 ປີ
2018.06.25

ປະຊາຊົນວຽດນາມ ພາກັນເດີນຂະບວນປະທ້ວງ ຄັດຄ້ານ ຣັຖບາລວຽດນາມ ທີ່ ກຸງຮ່າໂນ້ຍ ໃນມື້ວັນ ອາທິດ ທີ 10 ມິຖຸນາ 2018 ຍ້ອນວ່າ ຣັຖບາລຮ່າງກົດໝາຍ ທີ່ຈະອະນຸມັດ ໃຫ້ບໍຣິສັດ ຕ່າງປະເທສ ເປັນຕົ້ນ ບໍຣິສັດຈີນ ສຳປະທານຕາມສັນຍາ ເຊົ່າດິນ ສ້າງເຂດ ເສຖກິດພິເສດ ຫລາຍແຫ່ງ ເປັນເວລາ 99 ປີ.
ກ່ຽວກັບວ່າ ເປັນຫຍັງຈຶ່ງເກີດມີການປະທ້ວງຂຶ້ນນັ້ນ ທ່ານ ສະໄຫວ ຊະນະນິຄົມ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕໃນລາວ ທີ່ປະເທສ ການາດາ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ມິຖຸນາ 2018 ນີ້ວ່າ ຍ້ອນປະຊາຊົນວຽດນາມ ເຫັນໄດ້ເຖິງ ຜົລເສັຍຫາຍ ທີ່ຈະເກີດ ຈາກຮ່າງກົດໝາຍ ທີ່ວ່ານັ້ນ ຖ້າຫາກຖືກຣັຖສະພາວຽດນາມ ຮັບຜ່ານ ຊຶ່ງມັນຈະເປັນການຂາຍ ແຜ່ນດິນ:
ກົດໝາຍດັ່ງກ່າວ ນັກສັງເກດການຈຳນວນນຶ່ງກໍເຫັນວ່າ ຈະອຳນວຍໃຫ້ຕ່າງປະເທສ ເຮັດສັນຍາກັບຣັຖບາລວຽດນາມ ສຳປະທານ ທີ່ດິນ ສ້າງເຂດເສຖກິດພິເສດ ຫລາຍແຫ່ງ ຢູ່ວຽດນາມ ແລະເປັນສັນຍາ ທີ່ເອື້ອອຳນວຍຜົລປໂຍດ ໃຫ້ຕ່າງປະເທສ ໂດຍສະເພາະ ບໍຣະສັດ ຂອງຈີນ. ດັ່ງດຽວກັນກັບເຂດເສຖກິດພິເສດ ຢູ່ ສປປລາວ ທີ່ໃຫ້ຜົລປໂຍດ ແກ່ຕ່າງປະເທສ ຜູ້ມາລົງທຶນ ຊຶ່ງທ່ານສະໄຫວ ເວົ້າວ່າ:
ພວກປະທ້ວງເປັນຈຳນວນຫລວງຫຼາຍ ໄດ້ພາກັນໄປເຕົ້າໂຮມກັນເດີນຂະບວນ ຢູ່ແຄມໜອງໃຫຍ່ ຣວ່ານກ໋ຽມ ໃນກຸງຮ່າໂນ້ຍ, ພາກັນ ຊູປ້າຍຄຳຂວັນ ທີ່ມີຂໍ້ຄວາມຄັດຄ້ານ ຮ່າງກົດໝາຍ ທີ່ຈະອະນຸມັດ ໃຫ້ຕ່າງປະເທສ ສຳປະທານທີ່ດິນ 99 ປີ.
ປ້າຍຄຳຂວັນທີ່ວ່ານັ້ນມີຮວມທັງທີ່ຂຽນວ່າ “ຄັດຄ້ານຮ່າງກົດໝາຍ ວ່າດ້ວຍເຂດເສຖກິດພິເສດ”, “ຄັດຄ້ານການໃຫ້ຈີນເຊົ່າດິນ” ແລະ ອື່ນໆອີກ ຊຶ່ງ ທ່ານ ສະໄຫວ ກ່າວວ່າ:
ປະທ້ວງຄັ້ງນີ້ ຫລາຍຄົນເວົ້າວ່າ ມີຄວາມສຳຄັນຫລາຍ ເພາະເປັນການຕໍ່ສູ້ເພື່ອສິດທິ ຂອງປະຊາຊົນວຽດນາມ ທີ່ຈະຕ້ອງເສັຍບ້ານ ເສັຍເຮືອນ, ເສັຍທີ່ດິນທຳກິນ ບ່ອນທີ່ເຄີຍອາໃສຢູ່ ແລະທຳມາຫາລ້ຽງຊີບ ແລະຈະຕ້ອງໄດ້ໂຍກຍ້າຍ ໄປຢູ່ບ່ອນໃໝ່ ບ່ອນທີ່ພວກຕົນ ບໍ່ນຶກບໍ່ຝັນມາກ່ອນ ດັ່ງດຽວກັນກັບຢູ່ ສປປລາວ ທີ່ ຣັຖບາລອະນຸມັດ ໃຫ້ຕ່າງປະເທສ ເປັນຕົ້ນກໍແມ່ນຈີນ ສໍາປະທານທີ່ດິນ ສ້າງ ເຂດເສຖກິດພິເສດ ແລະປູກພືດ ອຸດສະຫະກັມ ແລະອື່ນໆ ທີ່ພວກນັກລົງທຶນ ໄດ້ຜົລປໂຍດຫລາຍ ດັ່ງທ່ານ ສະໄຫວ ກ່າວວ່າ:
ການປະທ້ວງຂອງຊຸມຊົນວຽດນາມຄັ້ງນີ້ ມີຂຶ້ນພາຍຫລັງທີ່ມີກະແສວິພາກວິຈານກັນ ຢ່າງກ້ວາງຢູ່ໃນສັງຄົມວຽດນາມ ຫລາຍເພີ້ມຂຶ້ນ ຈົນເຮັດໃຫ້ຣັຖບາລ ຄອມມິວນິສວຽດນາມ ຈຳຕ້ອງໄດ້ອອກມາປະກາດ ເມື່ອວັນເສົາວ່າ ຈະຂໍຮ້ອງໃຫ້ຣັຖສະພາ ວຽດນາມ ເລື່ອນການ ພິຈາຣະນາ ຮັບຮອງເອົາຮ່າງກົດໝາຍ ສະບັບດັ່ງກ່າວ ໄປຈົນເຖິງທ້າຍປີ 2018 ນີ້. ແຕ່ກໍສັງເກດເຫັນວ່າ ການປະກາດຂອງຣັຖບາລ ທີ່ວ່ານັ້ນ ບໍ່ໄດ້ສົ່ງຜົລເຮັດໃຫ້ຄວາມໂກດແຄ້ນ ຂອງປະຊາຊົນວຽດນາມນັ້ນສງົບລົງ.
ນັກຂ່າວ AFP ຜູ້ຢູ່ໃນເຫດການປະທ້ວງນັ້ນເວົ້າວ່າ ເຫັນຕຳຣວດນອກເຄື່ອງແບບວຽດນາມ ລາກປະຊາຊົນປະມານ 20 ຄົນ ຂຶ້ນໄປຣົດບັສ ທີ່ຈອດຢູ່ບໍ່ໄກ ຈາກສະຖານທີ່ປະທ້ວງນັ້ນ.
ການປະທ້ວງຄັ້ງນີ້ ເກີດຂຶ້ນພາຍຫລັງທີ່ທາງການຄອມມິວນິສວຽດນາມ ໄດ້ຈັບກຸມຜູ້ປະທ້ວງ 2 ຄົນຢູ່ນະຄອນໂຮຈິມິນ ພາກໃຕ້ວຽດນາມ ໃນມື້ວັນເສົາ ໃນຂໍ້ຫາແຈກຢາຍໃບປິວ ຮຽກຮ້ອງໃຫ້ປະຊາຊົນ ອອກມາປະທ້ວງ ຮ່າງກົດໝາຍທີ່ວ່ານັ້ນ.
ເມື່ອສອງທິດກ່ອນ ພົລເມືອງວຽດນາມຫລາຍພັນຄົນ ພາກັນເດີນຂະບວນ ປະທ້ວງຣັຖບາລຄອມມິວນິສວຽດນາມ ຢູ່ນະຄອນ ໂຮ່ຈິມິນ, ທີ່ກຸງຮ່າໂນ້ຍ ແລະ ຢູ່ ຍາຈາງ ແຂວງທັນຮວາ ພາກກາງຕອນໃຕ້ວຽດນາມ ທີ່ມີແຜນເຮັດໃຫ້ດໍາຣັຖວ່າດ້ວຍ ເຂດເສຖກິດພິເສດ ເປັນກົດໝາຍ ຖ້າມກາງຄວາມຢ້ານກົວວ່າ ການໃຫ້ເຊົ່າດິນຢູ່ຫລາຍແຫ່ງ ເປັນເວລາຍາວນານເຖິງ 99 ປີນັ້ນ ຈະເຮັດໃຫ້ບໍຣິສັດຈີນ ເປັນເຈົ້າຂອງດິນ. ດັ່ງນັ້ນປະຊາຊົນວຽດນາມ ຈຶ່ງມີຄວາມຕື່ນຕົວ ຄັດຄ້ານສິ່ງທີ່ຈະເຮັດໃຫ້ ປະເທສຊາດເສັຍຫາຍ.
ຂ່າວຣາຍງານໃນມື້ວັນທີ 13 ມິຖຸນາ ນີ້ວ່າ ເຈົ້າໜ້າທີ່ທາງການວຽດນາມ ໄດ້ຕີ ແລະຈັບກຸມພົລເມືອງອາເມຣິກັນ ເຊື້ອຊາດວຽດນາມ William Anh Nguyen ອາຍຸ 32 ປີຈາກເມືອງ Houston ຣັຖເທັກຊັດ ທີ່ລົງຂ່າວທາງ Twitter ກ່ຽວກັບການປະທະກັນຣະຫວ່າງ ພວກປະທ້ວງ ແລະເຈົ້າໜ້າທີ່ຕໍາຣວດ ທີ່ນະຄອນ ໂຮ່ຈິມິນ ໃນມື້ວັນີ 9 ມິຖຸນາ.
ເຫດການເດີນຂະບວນປະທ້ວງ ຂອງມວນຊົນວຽດນາມ ທີ່ສະແດງຄວາມບໍ່ພໍໃຈ ໃນສະຖານທີ່ສາທາຣະນະ ຢູ່ກຸງຮ່າໂນ່ຍ, ທີ່ນະຄອນ ໂຮຈິມິນ ແລະຢູ່ຕົວເມືອງ ສໍາຄັນຕ່າງໆ ເປັນເຫດການທີ່ເກີດຂຶ້ນໄດ້ຍາກ ຢູ່ວຽດນາມ ຊຶ່ງກຸ່ມຜູ້ນຳອະນຸຮັກນິຍົມ ໃນພັກຄອມມິວນິສ ວຽດນາມ ກຳອຳນາດມາຕັ້ງແຕ່ປີ 2016 ໃຊ້ມາດຕະການເຂັ້ມງວດ ຫລາຍຂຶ້ນ ໃນການກົດດັນ ປາບປາມປະຊາຊົນ ທີ່ຮຽກຮ້ອງເອົາສິດ ແລະຜົລປໂຍດອັນຊອບທັມຂອງຊາດ ແລະຂອງພວກຕົນ ຂນະທີ່ຫລາຍຄົນເຫັນວ່າ ທັງທີ່ຜ່ານມາ ແລະໃນປັດຈຸບັນ ປະຊາຊົນວຽດນາມ ຮູ້ສຶກຕື່ນຕົວ ອອກມາໃຊ້ສິດຂອງຕົນຫລາຍຂຶ້ນ.
ເຖິງແມ່ນວ່າ ພັກຄອມມິວນິສ ແລະຣັຖບາລວຽດນາມ ມັກສະຫລາຍການໂຮມຊຸມນຸມ, ການເດີນຂະບວນປະທ້ວງ ແມ່ນແຕ່ການ ເດີນຂະບວນຕ້ານຈີນ ຢູ່ວຽດນາມ ໃນບັນຫາການຂັດແຍ່ງທາງດ້ານ ເຂດນ້ຳດິນແດນ ແລະບັນຫາອື່ນໆ ດ້ວຍການໃຊ້ ກຳລັງ ແລະ ຈັບກຸມຄຸມຂັງ ພວກປະທ້ວງຢ່າງສັນຕິຢູ່ຕໍ່ໆມາກໍຕາມ.