ການຊ່ອຍເຫຼືອລາວຂອງ ສະຫະຣັດ
2014.02.05
ສະຫະຣັຖ ອະເມຣິກາ ຊ່ວຍເຫລືອ ສປປລາວ ຫລາຍດ້ານ ທີ່ກ່ຽວຂ້ອງ ກັບເຣື່ອງ ມະນຸສທັມ ຮວມທັງ ການພັທນາ ການສຶກສາ ຊຶ່ງ ແຕ່ກ່ອນນັ້ນ ກໍໄດ້ຊ່ວຍ ປະເທສລາວ ເກືອບວ່າ ຮອບດ້້ານ ມາຕັ້ງແຕ່ ດົນນານ. ເວົ້າສະເພາະ ຣະຍະ ທີ່ໄດ້ມີ ການ ສະຖາປະນາ ສປປລາວ ມານີ້ ກໍໄດ້ໃຫ້ ການຊ່ວຍເຫລືອ ມາ ຕັ້ງແຕ່ປີ 1992 ແລະ ຍັງຈະຊ່ວຽ ຕື່ມອີກ ທັງໃນດ້ານ ການສຶກສາ ເພື່ອໃຫ້ລາວ ບັນລຸ ເປົ້າໝາຍ ການພັທນາ ສະຫັດສະວັດ ໃນປີ 2015.
ຊຶ່ງເມື່ອຕົ້ນ ອາທິດ ນີ້ ສະຖານທູດ ສະຫະຣັຖ ກໍໄດ້ມອບ ໂຮງຮຽນ ມັທຍົມ ຫລັງໃຫມ່ 2 ຫລັງ ໃຫ້ ແຂວງ ສາຣະວັນ ແລະ ແຂວງເຊກອງ ອັນເປັນການ ປະກອບສ່ວນ ເຂົ້າໃນ ການພັທນາ ດ້ານ ການສຶກສາ ຢູ່ 2 ແຂວງ ດັ່ງກ່າວ ເພື່ອອໍານວຍ ຄວາມສະດວກ ໃຫ້ແກ່ ນັກຮຽນ ແລະ ນາຍຄຣູ ທີ່ຍັງ ຕ້ອງການ ໂຮງຮຽນ ແລະ ອຸປກອນ ການຮຽນ ການສອນ ຫລາຍຢູ່ນັ້ນ.
ໜັງສືພິມ Vientiane Time ຂອງ ທາງການລາວ ຣາຍງານວ່າ ຢູ່ແຂວງ ສາຣະວັນ ພິທີມອບ-ຮັບ ໂຮງຮຽນ ມັທຍົມ ຕຸ້ມລານ ຫລັງໃໝ່ ໄດ້ຈັດຂຶ້ນ ທີ່ເມືອງ ຕຸ້ມລານ ໃນວັນຈັນ ແລະ ມື້ຕໍ່ມາ ກໍຈັດ ພິທີມອບ-ຮັບ ໂຮງຮຽນ ມັທຍົມຕົ້ນ ຢູ່ ເມືອງກະລຶມ ແຂວງເຊກອງ.
ໃນພິທີ ດັ່ງກ່າວ ຝ່າຍລາວ ມີຫລາຍ ພາກສ່ວນ ເຂົ້າຮ່ວມ, ມີທ່ານ ສີສູພັນ ວົງສົມສີ ຮອງ ເຈົ້າແຂວງ ສາຣະວັນ ແລະ ເຈົ້າໜ້າທີ່ ອາວຸໂສ ຂັ້ນແຂວງ ແລະ ເມືອງ ຕລອດເຖິງ ເຈົ້າໜ້າທີ່ ອາວຸໂສ ຈາກ ກະຊວງການ ຕ່າງປະເທສ, ກະຊວງ ປ້ອງກັນ ປະເທສ ແລະ ກະຊວງ ສຶກສາທິການ ແລະ ກິລາ ຂອງ ສປປລາວ. ຝ່າຍ ສະຫະຣັຖ ອະເມຣິກາ ກໍມີທ່ານ Paul Mayer ຮອງທູດ ສະຫະຣັຖ ແລະ ພັນໂທ Matthew Ken ທູດ ທະຫານ ສະຫະຣັຖ ກໍເຂົ້າຮ່ວມ ນໍາດ້ວຍ.
ໂຮງຮຽນມັທຍົມ ທີ່ວ່ານັ້ນ ປະກອບດ້ວຍ ຕຶກຫລັງໃໝ່ 2 ຊັ້ນຫລັງ ນຶ່ງ, ມີຫ້ອງຮຽນ 12 ຫ້ອງ, ຫ້ອງການ ຂອງນາຍຄຣູ 2 ຫ້ອງ, ມີເຄື່ອງ ປະກອບ ຄົບຊຸດ ຮວມທັງ ໂຕະຕັ່ງ ແລະ ທັງຫ້ອງນໍ້າ 10 ຫ້ອງ ມີຣະບົບ ໄຟຟ້າ ແລະ ນໍ້າໃຊ້ ຢ່າງດີ. ການຊ່ວຍເຫລືອ ໂຮງຮຽນ ມັທຍົມ ຕຸ້ມລານ ແຂວງ ສາຣະວັນ ເປັນການ ປະກອບສ່ວນ ອັນສໍາຄັນ ເຂົ້າໃນ ການຂຍາຍ ໂຮງຮຽນ ເພື່ອຮອງຮັບ ການເພີ່ມຂຶ້ນ ຂອງ ຈໍານວນ ນັກຮຽນ ໃນຂົງເຂດ ນັ້ນ.
ສ່ວນການ ຊ່ວຍເຫລືອ ໂຮງຮຽນມັທຍົມ ຢູ່ ເມືອງກະລຶມ ແຂວງເຊກອງ ກໍຍິ່ງ ມີຄວາມສໍາຄັນ ເພາະເປັນ ແຂວງນ້ອຍ ທຸກຍາກ ແລະ ມີຄວາມຕ້ອງການ ພັທນາ ການສຶກສາ ຫລາຍຂຶ້ນ ຂະນະທີ່ມີ ງົບປະມານ ບໍ່ພຽງພໍ. ການທີ່ ສະຫະຣັຖ ອະເມຣິກາ ຊ່ວຍສ້າງ ໂຮງຮຽນ ຫລັງໃໝ່ ໃຫ້ນັ້ນ ເຮັດໃຫ້ ທັງຄຣູ ແລະ ນັກຮຽນ ຢູ່ເມືຶອງ ຕຸ້ມລານ ແລະ ເມືຶອງກະລຶມ ຕ່າງກໍມີ ຄວາມດີອົກ ດີໃຈ ທີ່ມີ ຄວາມສະດວກ ສະບາຍຂຶ້ນ. ນັກຮຽນ ກໍມີ ຫ້ອງຮຽນໃໝ່, ນາຍຄຣູ ກໍໄດ້ ຫ້ອງການໃໝ່, ມີນໍ້າກິນ ແລະ ຫ້ອງນໍ້າໃຊ້, ມີໄຟຟ້າ ສະຫວ່າງ ບໍ່ຫຍຸ້ງຍາກ ຄືກັນກັບ ເມື່ອກ່ອນ. ດັ່ງຂແນງ ມັທຍົມ ແຂວງເຊກອງ ເວົ້າຕອນນຶ່ງວ່າ:
"ກະຮູ້ສຶກດີໃຈ ຫັ້ນແຫລະ ໄດ້ໂຮງຮຽນ ມີໂຮງຮຽນ ງາມ ແລະ ກະມີອາຄານ ໂຕະ ຕັ່ງພຽງພໍ ສະດວກ ສະບາຍ ມີນໍ້າໃຊ້ ມີໄຟໃຕ້".
ການມີໄຟຟ້າ ໃຫ້ ແສງສະຫວ່າງ ເຮັດໃຫ້ ພວກນັກຮຽນ ທີ່ກິນນອນ ໃນໂຮງຮຽນ ຫລື ນອນຫໍພັກ ໄດ້ຄົ້ນຄວ້າ ບົດຮຽນ, ໄດ້ຮຽນ ໃນຍາມ ກາງຄືນ ເຖິງແມ່ນ ຫໍພັກ ນັກຮຽນນັ້ນ ຍັງປະຖົມ ປະຖານຢູ່ ເປັນຮ້ານຕັ້ງ ກັບຈີ້ດິນ ເອົາໄມ້ ແປ້ນປູ ນອນລຽນກັນ ເປັນແຖວ ບໍ່ເປັນ ຄືກັນກັບ ຫໍພັກ ຂອງໂຮງຮຽນ ວິຊາຊີບ ຕ່າງໆ ກໍຕາມ. ແຕ່ເຖິງຢ່າງໃດ ກໍດີ ຖ້າໄດ້ ຫໍພັກໃໝ່ ໃຫ້ນັກຮຽນ ຕື່ມ ກໍຈະເປັນ ການດີ ເພາະນັກຮຽນ ປະມານ 70 ຄົນ ທີ່ຢູ່ເຂດ ຫ່າງໄກ ຫົນທາງ ກໍຫຍຸ້ງຍາກ ທຽວມາຮຽນ ກໍລໍາບາກ ນັ້ນ ໄດ້ພັກ. ພວກນັກຮຽນ ທີ່ວ່ານັ້ນ ນອກຈາກ ອາຫານ ການກິນ ທີ່ເອົາມາ ຈາກບ້ານ ແລ້ວ ກໍໄດ້ເຮັດ ສວນຄົວ ປູກຜັກ ລ້ຽງເປັດ ລ້ຽງໄກ່ ພໍເປັນ ອາຫານເສີມ ມີແຮງ ຮໍ່າຮຽນ ສຶກສາໄດ້.
ສະຖານທູດ ສະຫະຣັຖ ໄດ້ສ້າງ ແລະ ມອບ ໂຮງຮຽນ ມັທຍົມ ຫລັງໃໝ່ 2 ຫລັງໃຫ້ 2 ແຂວງ ທີ່ວ່ານັ້ນ ເປັນການ ສະແດງອອກ ເຖິງຄວາມມີ ມະນຸສທັມ ຂອງ ປະຊາຊົນ ອະເມຣິກັນ ທີ່ມີຕໍ່ ປະຊາຊົນ ລາວ ແລະ ເປັນການ ສະແດງ ເຖິງຄວາມ ຮູ້ບຸນຄຸນ ຕໍ່ ປະຊາຊົນ ແລະ ຣັຖບາລລາວ ຊຶ່ງໄດ້ ສນັບສນູນ ແລະ ໃຫ້ ຄວາມຮ່ວມມື ໃນການຊອກຫາ ເສດເຫລືອ ຂອງ ທະຫານ ອະເມຣິກັນ ທີ່ ຫາຍສາບສູນ ໃນປາງ ສົງຄາມ.
ເວົ້າເຖິງ ການພັທນາ ການສຶກສາ ຢູ່ ສປປລາວ ສະຖານທູດ ສະຫະຣັຖ ອະເມຣິກາ ທີ່ ນະຄອນຫລວງ ວຽງຈັນ ສນັບສນູນ ຄວາມພຍາຍາມ ຂອງລາວ ເພື່ອ ບັນລຸ ເປົ້າໝາຍ ການພັທນາ ຜ່ານ ການລົງທຶນ ໃນດ້ານ ການສຶກສາ.
ແຕ່ປີ 1992 ມາ ສະຖານທູດ ສະຫະຣັຖ ໃຫ້ການ ສນັບສນູນ ດ້ານການ ສຶກສາ ໂດຍຜ່ານ ການຊ່ວຍເຫລືອ ທາງດ້ານການ ຝຶກອົບຮົມ ພາສາ ອັງກິດ ແລະ ຊ່ວຍອຸປກອນ ການສຶກສາ ຕ່າງໆ.
ສະຖານທູດ ສນັບສນູນ ກອງປະຊຸມ ຂອງ ນາຍຄຣູ ພາສາ ອັງກິດ ເປັນພາສາ ທີສອງ ຢູ່ ມະຫາວິທຍາລັຍ ແຫ່ງຊາດ ລາວ ໃນ ແຕ່ລະປີ ຊຶ່ງ ເມື່ອປີ 2012 ມີທັງຜູ້ ຕາງໜ້າ ນາຍຄຣູ ຈາກໂຮງຮຽນ ທັງໝົດ 17 ແຂວງ ຂອງລາວ ມາເຂົ້າຮ່ວມ. ບໍ່ພຽງ ເທົ່ານັ້ນ ສະຖານທູດ ສະຫະຣັຖ ຍັງ ສນັບສນູນ ມະຫາວິທຍາລັຍ ແຫ່ງຊາດ ໃນການເປັນ ເຈົ້າພາບ ຝຶກອົບຮົມ ເຣື່ອງການ ສິດສອນ ພາສາອັງກິດ ໃຫ້ຜູ້ທີ່ ເຮັດວຽກນໍາ ຄະນະຄຣູ ເພື່ອປັບປຸງ ວິທີ ການສອນ ພາສາ ອັງກິດ.
ນັບຕັ້ງແຕ່ປີ 1994 ມາຈົນຮອດ ປັດຈຸບັນ Fulbright ໄດ້ໃຫ້ທຶນ ການສຶກສາ ຣະຍະ ຍາວ ແກ່ ນັກສຶກສາ ແລະ ພນັກງານລາວ ໄປສຶກສາ ຕໍ່ທີ່ ສະຫະຣັຖ ອະເມຣິກາ ປີນຶ່ງ ຫລາຍທຶນ ແລະ Humphrey ທີ່ໃຫ້ທຶນ ການສຶກສາ ຣະຍະສັ້ນ ກໍເຊັ່ນ ດຽວກັນ. ສໍາລັບປີ 1994 ຊຶ່ງເປັນປີ ທໍາອິດ ທີ່ Fulbright ໄດ້ໃຫ້ທຶນ ການສຶກສາ ແກ່ ພນັກງານລາວ ໄປຮຽນຕໍ່ ຂັ້ນ ປະຣິນຍາໂທ 3 ທຶນ ແລະ ມາໃນປີ 2013 ຈາກຜົນ ຂອງຂະບວນ ຄັດເລືອກ ຜ່ານການ ສອບເສັງ Fulbright ກໍໃຫ້ ທຶນ 4 ທຶນ ໄປຮຽນຂັ້ນ ປະຣິນຍາໂທ ແລະ 1 ທຶນ ໄປຄົ້ນຄວ້າ ຂັ້ນ ປະຣິນຍາ ເອກ PhD. ສ່ວນ Humphrey ກໍໃຫ້ທຶນ 1 ທຶນ.
ໃນປີ 2011 ທາງ ສະຖານທູດ ໄດ້ສ້າງ ໂຄງການ ຄຣູຊ່ວຍ ສອນພາສາ ອັງກິດ Fulbright ທີ່ໄດ້ ປະຕິບັດ ມາຕັ້ງແຕ່ ມະຫາວິທຍາລັຍ ແຫ່ງຊາດ ເປັນເຈົ້າພາບ ໃຫ້ຄຣູຊ່ວຍ ທີ່ວ່ານັ້ນ ເປັນຄຣູສອນ ຂັ້ນຕໍ່າ ກວ່າ ມະຫາ ວິທຍາລັຍ. ການ ສນັບສນູນ ການສຶກສາ ພາສາ ອັງກິດ ທີ່ວ່ານັ້ນ ບໍ່ພຽງແຕ່ ຈໍາກັດ ຢູ່ໃນ ຣະດັບ ວິທຍາລັຍ ເທົ່ານັ້ນ.
ໃນປີດຽວກັນ ສະຖານທູດ ໄດ້ເລີ່ມ ໂຄງການ ຊ່ວຍເຫລືອ ນັກຮຽນ ມັທຍົມ ຜູ້ດ້ອຍໂອກາດ ສະເພາະ ໃຫ້ໄດ້ຮຽນ ພາສາ ອັງກິດເຖິງ 60 ຄົນ ໃນຊ່ວງ ສອງປີ ທີ່ຜ່ານມາ. ສໍາລັບ ເຈົ້າໜ້າທີ່ ຂອງ ຣັຖບາລ ທາງ ສະຖານທູດ ສະຫະຣັຖ ກໍໄດ້ຮ່ວມມື ກັບ ກະຊວງ ໂຍທາທິການ ໃນປີ 2012 ໃນການສ້າງ ໂຄງການ ພາສາ ອັງກິດ ເພື່ອ ຈຸດປະສົງ ພິເສດ ພາຍໃຕ້ ການອຸປຖັມ ຂອງ ຂໍ້ລິເລີ່ມ ແມ່ນໍ້າຂອງ ຕອນລຸ່ມ ຫລື LMI ທີ່ໃຫ້ ການຮຽນ ການສອນ ພິເສດ ແກ່ ເຈົ້າໜ້າທີ່ ລາວ ກວ່າ 150 ຄົນ.
ນອກຈາກນີ້ແລ້ວ ສະຖານທູດ ສະຫະຣັຖ ອະເມຣິກາ ຍັງສອນ ການຂຽນ ໂຄງການ ສຶກສາ ຫລື educational programmming ແລະ ການໃຊ້ computers, ໃຊ້ປື້ມຮຽນ ແລະ ອຸປກອນ ຕ່າງໆ ທີ່ມີຢູ່ໃນ ສູນກາງຂ່າວ ຂອງ ສະຖານທູດ.
ການຂຽນໂຄງການສຶກສາ ແລະ ໃຊ້ອຸປກອນ ຕ່າງໆນັ້ນ ຍັງສາມາດ ເຮັດໄດ້ຢູ່ “ໃນມຸມ ອະເມຣິກາ” “American corners” 2 ແຫ່ງ ທີ່ ສະຖານທູດ ສະຫະຣັຖ ໃຫ້ການ ສນັບສນູນ ຄືບ່ອນນຶ່ງ ຢູ່ຫລວງພະບາງ ແລະ ອີກບ່ອນນຶ່ງ ຢູ່ ນະຄອນຫລວງ ວຽງຈັນ ແລະ ຢູ່ຫ້ອງ ວາງປື້ມ ອະເມຣິກາ ທີ່ຫໍສມຸດ ສາທາຣະນະ ສວັນນະເຂດ, ຢູ່ປາກເຊ ແລະ ຢູ່ແຫ່ງ ອື່ນໆອີກ ສະຖານທູດ ສະຫະຣັຖ ກໍ ສນັບສນູນ ການພັທນາ ການສຶກສາ ຢູ່ ປະເທສລາວ ມາໄດ້ 22 ປີ ແລ້ວ.
ການຊ່ວຍເຫລືອ ດັ່ງກ່າວ ເປັນການ ປະກອບສ່ວນ ອັນສໍາຄັນ ເຂົ້າໃນ ການ ປະຕິຮູບ ການສຶກສາ ຢູ່ລາວ ຊຶ່ງ ດຣ. ຄໍາພັນ ວິພາວັນ ກັມການ ກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດລາວ ຣັຖມົນຕຣີ ກະຊວງ ສຶກສາ ທິການ ແລະກິລາ ໄດ້ຮຽກຮ້ອງ ໃຫ້ເຈົ້າໜ້າທີ່ ສຶກສາ ແລະ ຂແນງການ ອື່ນໆ ທີ່ກ່ຽວຂ້ອງ ຂອງລາວ ອອກແຮງ ຂຶ້ນຕື່ມ ເພື່ອເຮັດໃຫ້ໄດ້ ຕາມເປົ້າໝາຍ ການສຶກສາ ເພື່ອທຸກຄົນ ໃນປີ 2015 ທີ່ ຈະມາເຖິງນີ້.
ບົດຣາຍງານນີ້ ຍັງມີຕໍ່ໃນ ມື້ໜ້າ ທີ່ຈະເວົ້າເຖິງ ການຊ່ວຍທາງ ດ້ານການສຶກສາ ແລະ ດ້ານອື່ນໆ ຂອງ ສະຫະຣັຖ ອະເມຣິກາ ແກ່ ສປປລາວ.