ລາວຂໍເປັນສະມາຊິກ ສະພາ ສິດທິ ມະນຸດ
2014.01.23

ທ່ານ ສົມບັດ ສົມພອນ ຖືກລັກພາຕົວໄປໃນວັນທີ 15 ທັນວາ 2012 ຢູ່ ດ່ານຕໍາຣວດຈະລາຈອນ ກາງນະຄອນຫຼວງວຽງຈັນ. ແຕ່ທາງ ການລາວ ພຍາຍາມ ເຮັດໃຫ້ ເຣື່ອງນີ້ ຖືກເຜີຍ ແພ່ອອກໄປ ຫລາຍ ຊຶ່ງ ຫລາຍໆ ຢູ່ພາຍໃນ ປະເທສ ກໍບໍ່ຮູ້ ດັ່ງຊາວລາວ ທ່ານນຶ່ງ ເວົ້າວ່າ:
"ບໍ່ໄດ້ຍິນ ສົມບັດ ສົມພອນ ລາວເຮັດວຽກ ຢູ່ໃສ ບໍ່ຮູ້ຈັກ".
ມາເຖິງປັດຈຸບັນ ທາງການລາວ ກໍຍັງວ່າ ໃນການສືບສວນ ສອບສວນຫາ ນັ້ນຍັງບໍ່ເຫັນ ວິແວວເທື່ຶອ. ແຫລ່ງຂ່າວ ທີ່ເຊື່ອຖືໄດ້ ບອກ ໃຫ້ຮູ້ວ່າ ການລັກພາ ຕົວ ທ່ານ ສົມບັດ ສົມພອນ ນັ້ນ ເປັນສີມື ຂອງ ຜູ້ນໍາລາວ ບາງກຸ່ມ ທີ່ຢາກ ເຮັດໃຫ້ ທ່ານ ແລະ ຜູ້ນໍາ ການພັທນາ ຊຸມຊົນ ຄົນອື່ນໆ ຢູ່ລາວ ບໍ່ໄດ້ ຊ່ວຍເຫລືອ ປະຊາຊົນ ແລະ ບໍ່ໃຫ້ເວົ້າ ເຖິງສິດທິ ມະນຸດຢູ່ລາວ.
ມີຣາຍງານທີ່ເຊື່ອຖືໄດ້ບອກ ໃຫ້ຮູ້ວ່າ ເຈົ້າໜ້າທີ່ ລັບ ຂອງ ທາງການລາວ ໄດ້ບັງຄັບ ເອົາຕົວ ທ່ານໄປ; ໄດ້ເຫັນ ທ່ານ ສົມບັດ ສົມພອນ ຢູ່ບ່ອນ ກັກຂັງ ຂອງ ຕໍາຣວດ ແລະ ຣົດຈິບ ຂອງທ່ານ ກໍຈອດ ຢູ່ທີ່ນັ້ນ ພາຍຫລັງ ການ ຫາຍສາບສູນ 2-3 ວັນ ແລະ 2 ມື້ຕໍ່ມາ ທ່ານ ສົມບັດ ສົມພອນ ຖືກເອົາຍ້າຍ ໄປຂັງໄວ້ ຢູ່ຄ້າຍ ທະຫານ ນອກນະຄອນຫລວງ ວຽງຈັນ ແລະ ອາທິດ ຕໍ່ມາ ກໍຣາຍງານວ່າ ທ່ານຖືກຍ້າຍ ໄປຢູ່ບ່ອນ ໃໝ່ອີກ ແຕ່ບໍ່ຮູ້ວ່າ ຢູ່ບ່ອນໃດ.
ກ່ຽວກັບບັນຫາທີ່ວ່ານີ້ ຫລາຍໆຄົນ ຮວມທັງ ສ່ວນບຸກຄົນ, ກຸ່ມຄົນ ແລະ ອົງການຈັດຕັ້ງ ທາງສັງຄົມຂອງລາວຢູ່ຕ່າງ ປະເທສ ເວົ້າວ່າ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ເປັນສີມື ຂອງ ທາງການລາວ ດັ່ງທ່ານ ສົມຈິດ ສຸວັນນະຄີລີ ທີ່ຮູ້ເຖິງ ເບື້ອງຫລັງ ການກະທໍາ ຂອງ ຜູ້ນໍາລາວ ຊຶ່ງ ປັດຈຸບັນ ຢູ່ຣັຖ ເທັກຊັດ ສະຫະຣັຖ ອະເມຣິກາ ເວົ້າວ່າ:
"ອີງຕາມກ້ອງ ວົງຈອນປິດ ທີ່ບັນທຶກໄວ້ ຫັ້ນ ໃຜໆກະເຫັນ ໃຜໆ ກະຮູ້ວ່າ ແມ່ນ ເຈົ້າໜ້າທີ່ ເປັນ ຜູ້ສະກັດ ເປັນຜູ້ຢຸດ ຣົຖ ຂອງ ທ່ານ ສົມບັດ ສົມພອນ. ຂ້າພະເຈົ້າ ຄຶດວ່າ ພັກ-ຣັຖ ນີ້ມີສ່ວນ ພົວພັນ ອັນໃກ້ຊິດ ທີ່ສຸດ ກັບການ ລັກພາຕົວ ທ່ານ ສົມບັດ ສົມພອນ ນີ້ ປະຕິເສດ ບໍ່ໄດ້ແລ້ວ ໂຕນີ້ ອັນ ແມ່ນພັກ-ຣັຖ ເປັນຜູ້ຢູ່ ເບື້ອງຫລັງ. ຢູ່ໃນປົດ ຕໍາຣວດ ຜູ້ຮັກສາ ຄວາມ ປອດພັຍແທ້ໆ ກໍຍັງວ່າ ບໍ່ຮູ້ ບໍ່ເຫັນ ຄັນວ່າບໍ່ຮູ້ ບໍ່ເຫັນ ເຮັດແນວໃດ ຈຶ່ງວ່າ ບໍ່ຮູ້ ເຈົ້າໜ້າທີ່ ຮັກສາຄວາມ ປອດພັຍ ເວລານັ້ນ ມື້ນັ້ນກະ ແມ່ນ ເຈົ້າໜ້າທີ່ ເປັນຜູ້ເຮັດ ຜູ້ຈັບ ທ່ານ ສົມບັດ ສົມພອນ ຫັ້ນນະ. ພັກ-ຣັຖ ຕ້ອງໄດ້ ຮັບຜິດຊອບ".
ແລະທ່ານ ມາຕາມນັດ ທີ່ຣັຖ ມິນນີໂຊຕາ ກໍວ່າເປັນສີມືຂອງມາເຟັຍ ໃນເຄື່ອງແບບ:
"ເຫດການ ທີ່ມັນເກີດຂຶ້ນ ຢູ່ໃນໜ້າ ປ້ອມຕໍາ ຣວດແລ້ວນີ້ ຂ້າພະເຈົ້າ ເຊື່ອແນ່ວ່າ ພວກມາເຟັຍ ຢູ່ໃນເຄື່ອງແບບໂລດ ຢູ່ໃນ".
ເບື້ອງຫລັງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນີ້ ຢູ່ໜ້າ ປ້ອມຕໍາຣວດ ບໍ່ມີ ເຈົ້າໜ້າທີ່ ອໍານາດ ການປົກຄອງ ຝ່າຍໃດ ອອກມາ ຮັບຜິດຊອບ ນີ້ແຫລະ ກໍບໍ່ຈໍາເປັນ ຊິມີແຫລະ ເຣື່ອງ ການຮັກສາ ຄຸ້ມຄອງ ສິດທິ ປະຊາຊົນ ແລະຄວາມ ປອດພັຍ ຂອງ ປະຊາຊົນ ອັນນີ້ ກໍເປັນການ ຣະເມີດ ສິດທິ ມະນຸດ ເພາະວ່າ ທຸກຄົນ ຮູ້ຈັກ ຣັຖບາລລາວ ຍັງຊິ ອອກມາ ປະຕິເສດ ຕອບ ສາມຄໍາວ່າ ບໍ່ຮູ້ ບໍ່ເຫັນ ບໍ່ຈັກນີ້ ມັນເປັນໄປ ບໍ່ໄດ້. ຣັຖບາລລາວ ຄວນທີ່ຈະ ເອົາຄວາມຈິງ ອອກມາ ເປີດເຜີຍ ໄດ້ແລ້ວ ຄວນເອົາຄົນ ທີ່ ກະທໍາຜິດ ແລະ ຄົນທີ່ຢູ່ເບື້ອງ ຫລັງ ຫັ້ນອອກມາ ລົງໂທດ ໄດ້ແລ້ວ. ສ່ວນທ່ານ ບຸນເຫລື່ອມ ບົວຣະພັນ ປະທານ ອົງການ ມະນຸສທັມ ທີ່ ສະຫະຣັຖ ອະເມຣິກາວ່າ:
"ແມ່ນຜູ້ນໍາ ຄອມມິວນິສ ວຽດນາມ ສັ່ງໃຫ້ ຜູ້ນໍາລາວ ປະຕິບັດ ວຽດນາມ ເປັນຜູ້ສັ່ງ ເອົາ ທ່ານ ສົມບັດ ສົມພອນ ນີ້ ຫາຍສາບສູນ ເປັນຫຍັງ ເຂົາຈຶ່ງເອົາ ທ່ານ ເພາະວ່າ ທ່ານສົມບັດ ສົມພອນ ນີ້ ເປັນ ຄົນດີເດັ່ນ ໃນການ ພັທນາ ຂອງ ເມືອງລາວນີ້.
ສໍາລັບທ່ານ ຄໍາພູທອນ ສຸວັນນະວົງ ທີ່ຣັຖ ເວີຈິເນັຍ ກໍວ່າ ແມ່ນຣັຖບາລ ສປປລາວ ຢູ່ເບື້ອງຫລັງ ຂອງການ ລັກພາຕົວ ທ່ານ ສົມບັດ ສົມພອນ ນັ້ນ:
"ກະຈ່າງແຈ້ງແຫລະ ກະແມ່ນພວກ ຣັຖບາລ ສປປລາວ ແຫລະ ເປັນຜູ້ຢູ່ ເບື້ອງຫລັງ ເປັນຜູ້ເຮັດ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ແລະກະ ຣັຖບານ ລາວ ທໍາທ່າ ປະຕິເສດ ພວກນີ້ ເປັນຈັ່ງຊີ້ມາ ຕລອດ ບໍ່ວ່າເຣື່ອງໃດ ເຣື່ອງໃດ ຄືກັນໝົດ ເຄີຍເປັນເດ ແຕ່ຍັງ ໂຊກດີ ຢູ່ ຊາວໂລກ ທີ່ວ່າຫລາຍ ປະເທສ ທີ່ວ່າຕິດຕາມ ເຣື່ອງ ຂອງພີ່ນ ພວກເອີຣົບ ກະຍັງໃຄ ກວ່າເກົ່າ ແຕ່ວ່າພວກ ຄອມມິວນິສ ລາວ ນີ້ມັນ ບໍ່ປ່ຽນ ມີແຕ່ຢູ່ ຈັ່ງຊີ້ແຫລະ".
ທ່ານຄິດບໍວ່າ ການລັກພາຕົວ ທ່ານ ສົມບັດ ສົມພອນ ນີ້ພົວພັນ ເຣື່ຶອງ ການເມືອງ?
"100% ເພາະວ່າຈັ່ງໃດ ເພາະວ່າ ທ່ານ ສົມບັດ ສົມພອນ ນີ້ເຂົ້າໃຈ ໄປຄົນ ລັກສນະ ທ່ານ ສົມບັດ ສົມພອນ ນີ້ຢາກ ສນັບສນູນ ໃຫ້ ປະຊາຊົນ ເຮັດການ ປູກຝັງ ເຮັດຫຍັງ ໃຫ້ມັນຖືກ ຣະບຽບ ຢາກໃຫ້ ມັນມີຣາຍໄດ້ ຣາຍດີອີ່ຫຍັງ ພຍາຍາມສອນ ປະຊາຊົນ ໃຫ້ເຂົາເຈົ້າ ເຮັດໃຫ້ມັນຖືກ ແບບຖືກ ແຜນ ເພື່ອວ່າ ຈະໄດ້ ໝາກຜົລເຕັມທີ່ ຫລາຍກວ່າ ວ່າເຮັດໄປ ຕາມມີ ຕາມເກີດ ຄືສມັຍແຕ່ກີ້ ຫາກແຕ່ວ່າ ບາດນີ້ ຣັຖບາລລາວ ຄອມມິວນິສ ຄຶດວ່າ ທ່ານ ສົມບັດ ສົມພອນ ນີ້ ຊິໂຄສະນາ ເອົາພວກ ປະຊາຊົນ ນີ້ແຂງຂໍ່ ຕໍ່ ຣັຖບາລ ລາວ ຍ້ອນວ່າ ນຶ່ງ ທ່ານ ສົມບັດ ສົມພອນ ຫັ້ນຢູ່ໃນ ເມືອງລາວ ແທນທີ່ວ່າ ຄະນະຣັຖບາລ ເພີ່ນຊິໄດ້ ຣາງວັນ ຊໍ້າພັດ ທ່ານ ສົມບັດ ສົມພອນ ເປັນຜູ້ໄດ້ ຣາງວັນ ແມັກໄຊໄຊ ບາດນີ້ ເຫັນບໍ ຈັ່ງຊັ້ນລະ ບໍ່ມີຕົວໂຕ ໃດ ເຮັດອັນນີ້ແລ້ວ ລະ ຣັຖບາລລາວ ນີ້ ກະແປວ່າ ພຍາຍາມ ຈັ່ງຊັ້ນລະ ຄຶດວ່າ ທ່ານ ສົມບັດ ສົມພອນ ນີ້ ຊິມາໂຄສະ ນາ ເອົາ ປະຊາຊົນ ແຂງຂໍ່ ຕໍ່ ຣັຖບາລ. ພວກນີ້ມີ ແຕ່ຕັດຫົວ ເອົາໂລດໜາ ເຂົາຂ້າຖິ້ມ ຂ້າຖິ້ມກ່ອນ ອັນນັ້ນໂລດ ຈັດການໂລດ ເຂົາຄຶດວ່າ ອັນໃດຊິ ຕ້ານເຂົາລະ ແປວ່າຕ້ອງ ຂ້າຖິ້ມ".
ທ່ານຄິດວ່າແນວໃດ ທ່ານ ສົມບັດ ສົມພອນ ນີ້ຍັງມີຊີວິດຢູ່ບໍ ຫຼືວ່າເສັຍ ຊີວິດແລ້ວ:
"ຂ້າພະເຈົາຄິດວ່າ ທ່ານ ສົມບັດ ສົມພອນ ເສັຍຊີວິດ ແລ້ວ ຖ້າບໍ່ເສັຍ ຊີວິດນີ້ ຣັຖບາລລາວ ຕ້ອງເວົ້າ ຫລາຍກວ່ານີ້ ດຽວນີ້ ແມ່ນຫຍັງ ກະມິດ ໄປຊື່ໆ ເຮັດແບບໝີ ກິນເຜິ້ງ ນະ ທຸກສິ່ງ ທຸກຢ່າງ ແບບນີ້ ເພາະວ່າ ເຂົາຈົ້າ ເຄີຍເຮັດ ຄືພວກມົ້ງ ເຂົ້າໄປ 3 ຄົນ ຫັ້ນແຫລະ ກະ ຫາຍສາບສູນ ໄປເລີຍ ແລະ ເຂົາ ກໍວ່າ ອອກໄ ປແລ້ວເດີ ທາງໜອງຄາຍ ຊັ່ງຊັ້ນ ຊັ່ງຊີ້ ລູກເມັຍ ເຂົາເຈົ້າ ຍັງບໍ່ເຫັນ ໃດແຫລະ ແປວ່າ ຕາຍແຫລະ ພວກນັ້ນ ກະຕາຍ ແລ້ວເຣື່ອງ ກໍມິດໄປ ບັດນີ້ ທ່ານ ສົມບັດ ສົມພອນ ຄືກັນເຂົາ ກໍຄຶດວ່າ ຢາກເຮັດແບບ ນັ້ນລະ".
ເຮັດແບບວ່າ ບໍ່ຮັບຮູ້ ບໍ່ຮູ້ ບໍ່ເຫັນ ບໍ່ຫຍັງ ບໍ່ຮູ້ບໍ່ ເຫັນບໍ່ໄດ້ ເພາະວ່າ ກ້ອງວົງຈອນປິດ ຫັ້ນ ອັນເຈົ້າໜ້າ ທີ່ ຣັຖບາລລາວ ຫັ້ນ ເປັນຜູ້ຈັບ ຕົວ ທ່ານ ສົມບັດ ສົມພອນ. ເວົ້າເຖິງ ການ ຫາຽສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ດີເດັ່ນ ຂອງລາວ ຊຶ່ງຊາວລາວ ທີ່ເວົ້າມາ ນັ້ນວ່າເ ປັນສີມື ຂອງ ທາງການລາວ ແລະ ເປັນການ ຣະເມີດ ຣະບຽບ ກົດໝາຍ ທີ່ເວົ້າເຖິງ ການຄໍ້າ ປະກັນສິດ ເສຣີພາບ ຂອງ ພົລເມືອງ ລາວ ທີ່ບໍ່ມີ ຜູ້ໃດຈະລ່ວງ ຣະເມີດໄດ້. ຈົນມາ ເຖິງປັດຈຸບັນ ກໍຍັງ ບໍ່ທັນໄດ້ ຮັບຄວາມ ກະຈ່າງແຈ້ງ ຈາກ ທາງການລາວ, ເຮັດໃຫ້ ປະຊົນ ລາວ ແລະ ຊາວຕ່າງ ປະເທສ ຮວມທັງ ສະພາຢູໂຣບ ຍິ່ງມີຄວາມ ເປັນຫ່ວງ ແລະ ກັງວົນນໍາ.
ສະພາຢູໂຣບ ທີ່ຕິດຕາມ ເຣື່ອງດັ່ງກ່າວ ຢ່າງໃກ້ຊິດ ຕລອດມານັ້ນ ກໍໄດ້ ລົງມະຕິ ເມື່ອ ວັນພະຫັດ ທີ 16 ມົກກະຣາ 2014 ນີ້ ຮຽກຮ້ອງ ໃຫ້ ສປປ ລາວ ໃຫ້ຄວາມ ກະຈ່າງແຈ້ງ ຕື່ມ ກ່ຽວກັບ ການສືບສວນ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ໃຫ້ຕອບ ຄຳຖາມ ກ່ຽວກັບ ການ ຫາຍສາບສູນ ດັ່ງກ່າວ, ໃຫ້ຊອກຫາ ແລະຍອມຮັບ ເອົາການ ຊ່ວຍເຫລືອ ຈາກນັກ ຊ່ຽວຊານ ຕ່າງປະເທດ ເພື່ອຊອກ ຄົ້ນຫາ ແລະເພື່ອວິໃຈ ບັນຫາ ທາງ ວິທຍາສາດ ວ່າ ທ່ານ ສົມບັດ ສົມພອນ ຫາຍສາບສູນ ໄປໄດ້ແນວໃດ. ຜ່ານມາ ຍ້ອນ ຣັຖບານລາວ ບໍ່ມີ ປະຕິກິຣິຍາ ຫຍັງຫລາຍ ກ່ຽວກັບ ເຣື່ອງນີ້ ສະພາຢູໂຣບຈຶ່ ງສົງໃສວ່າ ທາງການ ລາວ ອາດມີ ສ່ວນພົວພັນ ກັບການ ລັກພາຕົວ ທ່ານ ສົມບັດ ສົມພອນ ນັ້ນ.
ສະພາຢູໂຣບລົງ ມະຕິ ອີກວ່າ ການບັງຄັບ ໃຫ້ ຫາຍສາບສູນ ຈະເປັນອຸປສັກ ອັນໃຫຍ່ຫລວງ ຕໍ່ ສປປລາວ ທີ່ຈະຂໍເຂົ້າ ເປັນສະມາຊິກ ສະພາ ສິດທິມະນຸດ ສະຫະປະຊາຊາດ. ສະພາ ຢູໂຣບ ຂໍຮຽກຮ້ອງ ອີກເທື່ອນຶ່ງ ໃຫ້ຣັຖບານ ລາວ
ຟ້າວສືບສວນ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ແລະໃຫ້ເປີດເຜີຍ ການລ່ວງລະເມີດ ສິດທິ ພົລເຮືອນ,ສິດທິ ການເມືອງ ຕລອດເຖິງ ສິດເສຣີພາບ ໃນ ການປາກເວົ້າ, ອອກຂ່າວ, ເຂົ້າຮ່ວມ ອົງການ ຈັດຕັ້ງ ແລະໂຮມຊຸມນຸມ ຢ່າງສັນຕິ; ສິ່ງສຳຄັນ ຕ້ອງນັບຖື ສິດທິ ພື້ນຖານ ຂອງຊົນເຜົ່າ ສ່ວນນ້ອຍ ແລະ ຊາວລາວ ທີ່ນັບຖື ສາສນາ ຕ່າງໆ. ສະພາ ຢູໂຣບ ຍັງຮຽກຮ້ອງ ໃຫ້ ຣັຖບານລາວ ໃຫ້ສັດຕະຍາບັນ ສົນທິສັນຍາ ເພື່ອປົກປ້ອງ ບຸກຄົນ ຈາກການ ບັງຄັບ ໃຫ້ຫາຍສາບສູນ ທີ່ ສປປລາວ ໄດ້ລົງນາມ ມາແຕ່ປີ 2008 ແລະໃຫ້ ຣັຖບານ ລາວ ປະຕິບັດ ຕາມສົນທິ ສັນຍາ ວ່າດ້ວຍ ສິດທິມະນຸດ ທັງໝົດ ຢ່າງເຄັ່ງຄັດ.
ກ່ຽວກັບເຣື່ອງນີ້ ມີການວິພາກວິຈານ ກັນຢ່າງກວ້າງຂວາງວ່າ ຖ້າອໍານາດ ການປົກຄອງ ຢູ່ ສປປລາວ ທຸກຂັ້ນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ນັບຖື ຣະບຽບ ກົດໝາຍ ທີ່ມີຢູ່ ໃນຂະນະນີ້ ແລະ ປະຕິບັດ ຕາມຢ່າງ ແທ້ຈິງແລ້ວ ບ້ານເມືອງ ກໍຄົງເປັນ ຣະບຽບ ຮຽບຮ້ອຍ, ປະຊາຊົນ ກໍຈະມີ ຄວາມສງົບສຸກ ດັ່ງດຽວ ກັນກັບ ປະຊາຊາດຕ່າງໆ ທີ່ສີວິລັຍ ໃນໂລກ.