ກຸ່ມອາຊຽນບໍ່ຄວນເມີນເສີຍຕໍ່ ທ່ານ ສົມບັດ

ສົມເນ
2014.12.18
F-Sombat ຊາວໂລກ ຢາກຮູ້ວ່າ ທ່ານ ສົມບັດ ສົມພອນ ຢູ່ໃສ?
Citizen Journalist

 

ເນື່ອງ ໃນ ວັນ ຄົບຮອບ 2 ປີ ຂອງ ການ ຖືກບັງຄັບ ໃຫ້ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຜູ້ນໍາ ອົງການ ຈັດຕັ້ງ ທາງ ສັງຄົມ ແລະ ເປັນ ນັກພັທນາ ຊຸມຊົນ ຕົວຢ່າງ, ບັນດາ ອົງການ ສິດທິ ມະນຸດ 82 ອົງການ ໃນ ພູມີພາກ ແລະ ສາກົນ ໄດ້ ອອກ ຖແລງການ ທີ່ ມີໃຈຄວາມ ວ່າ: ພວກຕົນ ຂໍ ປະນາມ ການ ປະຕິເສດ ຂອງ ຣັຖບານ ລາວ ຢ່າງ ແຮງກ້າ ທີ່ ບໍ່ຍອມ ໃຫ້ ຂ່າວຄາວ ແລະ ຂໍ້ມູນ ກ່ຽວກັບ ໂຊກ ຊະຕາກັມ ຂອງ ທ່ານ ສົມບັດ ສົມພອນ ວ່າ ດຽວນີ້ ຢູ່ ບ່ອນໃດ. ຖແລງການ ກ່າວ ຕໍ່ໄປວ່າ ... ຄວາມ ມິດງຽບ ແລະ ເມີນເສີຍ ໂດຍ ເຈຕນາ ຂອງ ຣັຖບານ ລາວ ຕໍ່ ການ ຫາຍສາບສູນ ຂອງ ສົມບັດ ສົມພອນ ເປັນ ສ່ວນນຶ່ງ ຂອງແຜນ ຍຸທສາຕ ເພື່ອໃຫ້ ອາພັຍໂທດ ແກ່ ອັຊຍາກັມ ຄວາມ ກຽດຊັງ ຂອງ ການບັງຄັບ ໃຫ້ ຫາຍສາບສູນ. ເປັນໜ້າ ເສັຽດາຍ ທີ່ ບັນດາ ປະເທດ ສະມາຊິກ ອາຊຽນ ຍັງ ນິ້ງນອນໃຈ ຢູ່ ຕໍ່ບັນຫາ ການ ຫາຍສາບສູນ ຂອງ ສົມບັດ ສົມພອນ.

ອົງການ ຂອງພວກ ຂ້າພະເຈົ້າ ທັງໝົດ ເຊື່ອວ່າ ບັນດາ ປະເທດ ສະມາຊິກ ອາຊຽນ ກໍຄື ກັມມາທິການ ຣະຫ່ວາງ ຊາຕ ສິດທິ ມະນຸດ ອາຊຽນ ຫລື AICHR ຕ້ອງ ຍຸຕິການ ມິດງຽບ ແລະ ນິ້ງນອນໃຈ ຕໍ່ ບັນຫານີ້ ແທນທີ່ ຈະກ່າວ ອ້າງ ເອົາແຕ່ ຫລັກການ ບໍ່ຫຍຸ້ງກ່ຽວ ບັນຫາ ພາຍໃນ ຂອງ ກັນແລະກັນ.

ຖແລງການ ວ່າ ປະເທດ ສະມາຊິກ ອາຊຽນ ຕ້ອງເອົາ ບົດບາດ ຄວາມ ຮັບຜິດຊອບ ໃນຖານະ ເປັນ ປະເທດ ສະມາຊິກ ຂອງ ປະຊາ ຄົມ ນາໆຊາຕ ແລະ ສນັບສນູນ ຫລັກການ ຄວາມ ເຊື່ອໝັ້ນ ຂອງ ກຸ່ມ 10 ປະເທດ ໃຫ້ເປັນທີ່ ເຄົາຣົບ ນັບຖື ຢູ່ ໃນ ກົດບັດ ຂອງ ອາຊຽນ ຊຶ່ງ ຮັບຮູ້ ການສົ່ງເສີມ ແລະ ປົກປ້ອງ ສິດທິ ມະນຸດ ແລະ ພື້ນຖານ ຄວາມ ເສຣີພາບ ພາຍໃນ ຈຸດປະສົງ ແລະ ຫລັກການ ຂອງ ກຸ່ມ.

ດັ່ງນັ້ນ ພວກເຮົາ ທັງໝົດ 82 ອົງການ ນີ້ ຂໍໃຫ້ ບັນດາ ປະເທດ ສະມາຊິກ ອາຊຽນ ຈົ່ງ ຍົກເອົາ ບັນຫາ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ໄປຫາລື ກັບ ຣັຖບານ ລາວ ໃນ ທຸກເວທີ ຣະຫ່ວາງ ສອງຝ່າຍ ແລະ ຫຼາຍຝ່າຍ. ພ້ອມນີ້ ພວກເຮົາ ຂໍຮຽກຮ້ອງ ມາຍັງ ກັມມາທິການ ຣະຫ່ວາງ ຊາຕ ສິດທິ ມະນຸດ ອາຊຽນ AICHR ໃຫ້ໃຊ້ ສິດ ອໍານາດ ຂອງຕົນ ເພື່ອໃຫ້ໄດ້ ຂໍ້ມູນ ຈາກ ປະເທດ ສະມາຊິກ ອາຊຽນ ກ່ຽວກັບ ການ ສົ່ງເສີມ ແລະ ປົກປ້ອງ ສິດທິ ມະນຸດ ເພື່ຶອ ຈະເຮັດໃຫ້ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ມີຄວາມ ກະຈ່າງແຈ້ງ ຂຶ້ນ.

ໃນ ວັນທີ 15 ທັນວາ ວັນ ຄົບຮອບ 2 ປີ ຂອງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນີ້ ຍານາງ ວະນີດາ ເທພສຸວັນ ປະທານ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ທີ່ ມີ ສໍານັກງານ ຢູ່ ນະຄອນ ຫລວງ ປາຣີ ຊຶ່ງ ຮ່ວມຢູ່ ໃນ ຈໍານວນ 82 ອົງການ ທີ່ ລົງ ລາຍເຊັນ ໃນ ຖແລງການ ຮຽກຮ້ອງ ເຖິງ ບັນດາ ປະເທດ ສະມາຊິກ ອາຊຽນ ໃຫ້ ຍຸຕິ ການວາງໂຕ ເມີນເສີຍ ຕໍ່ ການຖືກ ບັງຄັບ ໃຫ້ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ໄດ້ກ່າວ ໃຫ້ ຂໍ້ສັງເກດ ວ່າ:

"ຕລອດ ເວລາ 2 ປີ ເຕັມ ຕລອດມາ ຂອງ ການຫາຍຕົວ ແບບ ຖືກ ບັງຄັບ ຂອງ ທ່ານ ສົມບັດ ສົມພອນ ເຮົາ ໄດ້ເຫັນວ່າ ສະຫະພາບ ເອີຣົບ ທັງ ສະພາ ເອີຣົບ ທັງ ຄອມມິສຊົງ ເອີຣົບ ຊຶ່ງ ປຽບເໝືອນ ຣັຖບານ ເອີຣົບ ໄດ້ທັກທວງ ຣັຖບານ ສປປ ລາວ ແລະ ໄດ້ເປັນຫ່ວງ ເປັນໃຍ ກ່ຽວກັບ ການ ຫາຍຕົວ ຂອງ ສົມບັດ ສົມພອນ, ເຮົາເຫັນວ່າ ສະຫະຣັຖ ອະເມຣິກາ ກໍ ໄດ້ທັກທວງ ແລະ ເປັນຫ່ວງ ທ່ານ ສົມບັດ ສົມພອນ, ເຮົາເຫັນວ່າ ອົງການ ທີ່ ບໍ່ຂຶ້ນ ກັບ ຣັຖບານ ຂອງ ພາກພື້ນ ເອເຊັຽ ກໍພາກັນ ເປັນຫ່ວງ ເປັນໃຍ ຮ້ອງໂຮ ແລະ ປະທ້ວງ ເພື່ອ ທ່ານ ສົມບັດ ສົມພອນ, ແຕ່ວ່າ ເຮົາເຫັນວ່າ ກຸ່ມ ຣັຖບານ ຂອງ ປະເທດ ເອຊຽນ ຫັ້ນ ມິດແທ້ ມິດວ່າ ບໍ່ເຄີຍມີ ປະເທດໃດ ທັກທວງ ຣັຖບານ ລາວ ກ່ຽວກັບ ກໍຣະນີ ຂອງ ທ່ານ ສົມບັດ ສົມພອນ ເລີຍ ແລະ ເຮົາຄິດວ່າ ມັນເຖິງ ເວລາ ແລ້ວ ທີ່ ກຸ່ມ ປະເທດ ເອຊຽນ ແລະ ກັມມາທິການ ສິດທິ ມະນຸດ ຂອງ ອາຊຽນ ຫັ້ນ ມັນເຖິງ ເວລາແລ້ວ ທີ່ ເພິ່ນຈະ ຄວນ ຮຽກຮ້ອງ ໃຫ້ ຣັຖບານ ລາວ ສືບສວນ ແບບ ແຈ້ງຂາວ ກ່ຽວກັບ ກໍຣະນີ ທ່ານ ສົມບັດ ສົມພອນ ແລະ ນໍາເອົາ ທ່ານ ສົມບັດ ຄືນມາ ໃຫ້ ຄອບຄົວ ຢ່າງ ປອດພັຍ".

ຖແລງການ ໄດ້ເລົ່າ ເຫດການ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ຄືນວ່າ ຄັ້ງ ຫລ້າສຸດ ທີ່ ເຫັນ ທ່ານ ສົມບັດນັ້ນ ແມ່ນ ໃນ ຕອນແລງ ຂອງ ວັນທີ 15 ທັນວາ ປີ 2012 ທີ່ ນະຄອນ ຫລວງ ວຽງຈັນ. ກ້ອງ ວົງຈອນປິດ ທີ່ ສະແດງ ພາບ ວີດີໂອ ອອກມາ ນັ້ນ ເຈົ້າໜ້າທີ່ ຕໍາຣວດ ຢຸດລົດ ຂອງ ທ່ານ ສົມບັດ ຢູ່ຕໍ່ໜ້າ ປ້ອມຍາມ ຕໍາຣວດ. ໃນ ບໍ່ເທົ່າໃດ ນາທີ ຫລັງຈາກ ຖືກ ຢຸດຣົດ ແລ້ວ ກຸ່ມຄົນ ທີ່ບໍ່ຮູ້ວ່າ ແມ່ນຜູ້ໃດ ບັງຄັບ ລາວ ຂຶ້ນຣົດອີກ ຄັນນຶ່ງ ແລ້ວ ກໍຂັບຣົດ ໜີ ໄປ.

ຈາກ ການ ສັລສູດ ຮູບພາບ ວີດີໂອ ເຫັນວ່າ ທ່ານ ສົມບັດ ສົມພອນ ຖືກເອົາໂຕໄປ ຕໍ່ໜ້າ ຕໍ່ຕາ ເຈົ້າໜ້າທີ່ ຕໍາຣວດ ຜູ້ທີ່ເຫັນ ເຫດການ ລັກພາໂຕໄປ ແລະ ເຈົ້າໜ້າທີ່ ຕໍາຣວດ ກໍ ບໍ່ເຮັດຫຍັງ ໝົດ. ຫລັກຖານ ຄວາມຈິງ ນີ້ ສະແດງ ໃຫ້ ເຫັນວ່າ ຣັຖບານ ມີ ສ່ວນຮູ້ເຫັນ ເປັນໃຈນໍາ ແລະວ່າ ເຫດການ ບັງຄັບ ໃຫ້ ທ່ານ ສົມບັດ ຫາຍສາບສູນ ໄປນີ້ ບໍ່ແມ່ນ ມັນເກີດຂຶ້ນ ໂດຍ ບັງເອີນ.

ຖແລງການ ສລຸບວ່າ ອົງການ ຂອງ ພວກທ່ານ ຮຽກຮ້ອງ ມາຍັງບັນດາ ປະເທດ ສະມາຊິກ ອາຊຽນ ແລະ ກັມມາທິການ ຣະຫ່ວາງ ຊາຕ ສິດທິ ມະນຸດ ອາຊຽນ AICHR ຮຽກຮ້ອງ ໄປຍັງ ຣັຖບານ ລາວ ໃຫ້ ສືບສວນ ເຣື້ອງນີ້ ໃນ ທັນທີ ທັນໃດ ແບບມີ ຫລັກການ ບໍ່ບ່ຽງ ບໍ່ບ່າຍ ມີ ປະສິດທິພາບ ຣະອຽດ ຖິ່ຖ້ວນ ທຸກໆ ກໍຣະນີ ການຖືກ ບັງຄັບ ໃຫ້ ຫາຍສາບສູນ ແລະ ນໍາເອົາ ຜູ້ກະທໍາຜິດ ມາ ຮັບຜິດຊອບ ແລະ ເສັຽຄ່າ ປ່ວຍການ ແກ່ຜູ້ໄດ້ ຮັບ ເຄາະກັມ ແລະ ຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.