ສໍາພາດ ທ.ວິສະນຸ ຄໍາຜຸຍ

ຈໍາປາທອງ
2017.12.04
F-MT ບຸກຄົນສໍາຄັນ ທີ່ເຂົ້າຮ່ວມກອງປະຊຸມ ”ສະພາໂຮມລາວ ເພື່ອສັນຕິພາບ ເສຣີພາບ ແລະຟື້ນຟູຊາດ” 2 ມື້ ຄືໃນທ້າຍເດືອນ ພຶສຈິກາ 2017 ທີ່ຣັຖ ມິນນີໂຊຕາ ສະຫະຣັຖ ອະເມຣິກາ
RFA

ກອງປະຊຸມ ສະພາໂຮມລາວ ເພື່ອສັນຕິພາບ ເສຣີພາບ ແລະ ຟື້ນຟູຊາດ 2 ມື້ ຄືມື້ວັນທີ 25 ແລະ 26 ພຶສຈິກາ 2017 ທີ່ ຣັຖ ມິນນີໂຊຕາ ສະຫະຣັຖ ອະເມຣິກາ ເວົ້າເຖິງເຣຶ່ອງ ຄວາມສາມັກຄີ ຮັກແພງ ເພື່ອເຕົ້າໂຮມ ແລະ ປະສານງານກັນ ເພື່ອເຮັດໃຫ້ ປະຊາຊົນລາວ ມີສິດ ເສຣີພາບ ແລະປະຊາທິປະໄຕ.

ຜູ້ເຂົ້າຮ່ວມກອງປະຊຸມ ທີ່ມາຈາກຫຼາຍອົງການຈັດຕັ້ງ ຂອງຊຸມຊົນຊາວລາວ ຢູ່ຕ່າງປະເທສ ຊຶ່ງສ່ວນໃຫຍ່ ແມ່ນສະມາຊິກ ຂອງສະພາ ໂຮມລາວ ໃນສະຫະຣັຖ ອະເມຣິກາ ຜູ້ເປັນເຈົ້າພາບ ກອງປະຊຸມ ຮ່ວມກັນເຮັດບັນທຶກ ຄວາມເຂົ້າໃຈກັນ ຊຶ່ງໃນນັ້ນ ເວົ້າເຖິງຄວາມ ເຂົ້າອົກເຂົ້າໃຈ ຊຶ່ງກັນແລະກັນ, ຄວາມປອງດອງ, ເປັນເພື່ອນມິດກັນ, ປະສານງານ ແລະຊ່ວຍເຫລືອ ຊຶ່ງກັນແລະກັນ ຣະຫວ່າງ ອົງການຈັດຕັ້ງຕ່າງໆ ທີ່ເປັນພາຄີ ຂອງສະພາໂຮມລາວ.

ຂ້າພະເຂົ້າ ຈໍາປາທອງ ມີໂອກາດສໍາພາດ ທ່ານ ວິສະນຸ ຄໍາຜຸຍ ປະທານອົງການ ອໍານາດ ປະຊາຊົນລາວ ທີ່ເປັນພາຄີ ສະພາໂຮມລາວ ຜູ້ໄດ້ເຂົ້າຮ່ວມ ກອງປະຊຸມ ຊຶ່ງເບື້ອງຕົ້ນ ທ່ານກ່າວເຖິງ ເປົ້າໝາຍ ຂອງກອງປະຊຸມ ນັ້ນວ່າ: ເຊີນທ່ານ ຮັບຟັງສຽງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.