ເສຣີພາບດ້ານການຂ່າວ ຢູ່ລາວ ຫຼຸດລົງ

ມະນີຈັນ
2019.04.23
f-rsf ອົງການນັກຂ່າວບໍ່ມີພົມແດນ Reporters Without Borders ອອກຣາຍງານປະຈໍາປີ 2019 ກ່ຽວກັບດັຊນີເສຣີພາບທາງດ້ານການຂ່າວ ຢູ່ ສປປ ລາວ
RSF.ORG

ອົງການນັກຂ່າວບໍ່ມີພົມແດນ Reporters Without Borders ອອກຣາຍງານ ປະຈໍາປີ 2019 ກ່ຽວກັບດັຊນີ ເສຣີພາບທາງດ້ານການ ຂ່າວ ໂດຍຈັດ ສປປລາວ ຢູ່ໃນອັນດັບທີ 171 ໃນຈໍານວນ 180 ປະເທດ ໃນໂລກ ຄືຂີ້ຮ້າຍກວ່າ ປີກາຍ 1 ອັນດັບ. ການຕົກອັນດັບ 1 ຂັ້ນ ນັ້ນຣາຍງານຣະບຸວ່າ ກ່ອນອື່ນໝົດ ກໍເປັນຍ້ອນທາງການ ສປປລາວ ສະກັດກັ້ນບໍ່ໃຫ້ນັກຂ່າວ ເຂົ້າໄປເອົາຂ່າວເຣື່ອງ ເຂື່ອນໄຟຟ້າ ເຊປ່ຽນ-ເຊນໍ້ານ້ອຍ ແຕກເມື່ອເດືອນ ກໍຣະກະດາ ປີ 2018 ທີ່ສົ່ງຜົລກະທົບ ໃສ່ຊາວເມືອງ ສະໜາມໄຊ ແຂວງອັດຕະປື ທັງຊັບສິນ ແລະຊີວິດຂອງຜູ້ຄົນ ຈໍານວນບໍ່ໜ້ອຍ.

ກ່ຽວກັບດັຊນີເສຣີພາບ ທາງດ້ານການຂ່າວຂອງລາວ ທີ່ວ່າບໍ່ເປີດກວ້າງເລີຍ ຕລອດຫລາຍປີຜ່ານມາແລະຖືກຫລຸດລົງ ຕື່ມ 1 ຂັ້ນ ໃນປີນີ້ ນັ້ນ ອົງການນັກຂ່າວບໍ່ມີພົມແດນ ທີ່ມີສູນກາງຢູ່ກຸງປາຣີ ປະເທດຝຣັ່ງເສດ ເວົ້າວ່າທາງການຄວບຄຸມ ສື່ມວນຊົນ ທັງໝົດ ແບບຂາດຕົວ.

ແລະໃນຂນະທີ່ມີການຈໍາກັດສື່ມວນຊົນທາງການ ຫລາຍຂຶ້ນຢູ່ນັ້ນ ປະຊາຊົນລາວ ກໍພາກັນຫັນມາໃຊ້ອິນເທີເນັຕ ແລະສື່ສັງຄົມອອນລາຍ ຫຼາຍຂຶ້ນ ເພື່ອຊອກຮູ້ຂໍ້ມູນ ຂ່າວສານຕ່າງໆ ແຕ່ຣັຖບານ ກໍໄດ້ອອກດໍາຣັຖ ຄວບຄຸມການໃຊ້ ສື່ສັງຄົມອອນລາຍ ເຊັ່ນ; ອອກກົດໝາຍ ວ່າດ້ວຍການຕ້ານ ແລະສະກັດກັ້ນ ອາຊຍາກັມ ທາງຄອມພິວເຕີ ຕັ້ງແຕ່ປີ 2015 ມາ ຊຶ່ງຜູ້ໃຊ້ອິນເທີເນັຕ ທີ່ຕິຕຽນພັກ ປະຊາຊົນ ປະຕິວັດລາວ - ພັກມາກຊິສ-ເລນິນນິສ ແລະຣັຖບານ, ກໍຈະມີຄວາມຜິດ ທາງອາຍາ ແລະ ຖືກຈັບ ຂັງຄຸກໄດ້.

ພ້ອມດຽວກັນ ດໍາຣັດສະບັບນີ້ ຍັງບັງຄັບໃຫ້ຜູ້ໃຊ້ອິນເທີເນັຕ ໃຊ້ຊື່ຂອງຕົນເອງ ທີ່ໄປຂຶ້ນທະບຽນກັບທາງການນໍາອີກ. ເມື່ອເປັນເຊັ່ນນັ້ນ ສປປລາວ ຈຶ່ງມີຜູ້ໃຊ້ອິນເທີເນັຕ ພຽງເຄິ່ງລ້ານຄົນ ຫລືເທົ່າກັບ 10 ເປີເຊັນ ຂອງພົລເມືອງລາວ ທັງໝົດ.

ອົງການນັກຂ່າວບໍ່ມີພົມແດນ ເວົ້າອີກວ່າດໍາຣັຖນາຍົກຣັຖມົນຕຣີ ທີ່ມີຜົລບັງຄັບໃຊ້ມາແຕ່ ເດືອນມົກກະຣາ 2016 ອະນຸຍາດໃຫ້ອົງການ ຂ່າວ ຕ່າງປະເທດ ເຂົ້າໄປຕັ້ງຫ້ອງການຢູ່ພາຍໃນລາວໄດ້ ໂດຍມີເງື່ອນໄຂວ່າ ຕ້ອງສົ່ງເນື້ອຫາສາຣະຂ່າວ ໃຫ້ທາງການກວດເສັຽກ່ອນ. ດັ່ງນັ້ນຈົນຮອດມື້ນີ້ ຈຶ່ງມີແຕ່ອົງການຂ່າວຊິນຮົວ ຂອງຈີນ ແລະສໍານັກຂ່າວສານວຽດນາມ ທີ່ມີຫ້ອງການ ຢູ່ນະຄອນຫລວງວຽງຈັນ.

ເວົ້າເຖິງເຣື່ອງດັຊນີເສຣີພາບ ດ້ານການຂ່າວປີ 2019 ນອກຈາກ ສປປລາວ ແລ້ວ ກໍຍັງມີອີກ 2 ປະເທດທີ່ເປັນເພື່ອນມິດກັບ ສປປລາວ ທີ່ຂີ້ຮ້າຍກວ່າປີກາຍ ນຶ່ງຂັ້ນ ອົງການນັກຂ່າວບໍ່ມີພົມແດນ ຈັດໃຫ້ຈີນຢູ່ອັນດັບທີ 177 ແລະວຽດນາມ ຢູ່ໃນອັນດັບ ທີ 176 ໃນຈໍານວນ ທັງໝົດ 180 ປະເທດໃນໂລກ ຍ້ອນການຜູກ ຂາດອໍານາດຂອງປະທານປະເທດຈີນ ສີຈິນຜິງ ແລະປະທານປະເທດວຽດນາມ Nguyen Phu Trong.

ຢູ່ວຽດນາມມີນັກຂ່າວມືອາຊີບ ແລະບໍ່ແມ່ນມືອາຊີບ ຖືກກັກຂັງປະມານ 30 ຄົນ ແລະຢູ່ຈີນ ມີຫຼາຍກວ່ານັ້ນເກືອບເຖິງ 2 ເທົ່າ, ດັ່ງຜູ້ ອໍານວຍການຝ່າຍບໍຣິຫານ ອົງການນັກຂ່າວ ບໍ່ມີພົມແດນ Sabine Doleene ກ່າວໃນຣະຫວ່າງ ເປີດຣາຍງານ ນັ້ນວ່າ:

"ຢູ່ຈີນ ມີນັກຂ່າວແລະນັກຂ່າວອິນເທີເນັຕ ກໍາລັງຖືກກັກຂັງໃນສະພາບ ໜ້າຢ້ານກົວຫລາຍເຖິງ 60 ຄົນໃນປັດຈຸບັນ."

ນອກຈາກ 3 ປະເທດ ທີ່ມີການປົກຄອງແບບຣະບົບພັກດຽວນັ້ນແລ້ວ ອົງການນັກຂ່າວບໍ່ມີພົມແດນ RSF ກໍຍັງຣະບຸອີກປະເທດນຶ່ງ ທີ່ ເປັນເປັນປະເທດ ອ້າຍນ້ອງກັນ ຄື ເກົາຫລີເໜືອ ທີ່ສາມາດບືນຂຶ້ນໄດ້ນຶ່ງຂັ້ນ ມາຢູ່ອັນດັບທີ 179 ຍ້ອນໄດ້ສະແດງ ໂຕອອກເຖິງການ ເປີດກວ້າງ ທີ່ເປັນຜົລຈາກກອງປະຊຸມ ສຸດຍອດ ທີ່ເຮັດໃຫ້ຜູ້ນໍາສູງສຸດ ເກົາຫລີເໜືອ Kim Jong-Un ແລະ ປະທານາທິບໍດີ Donald Trump ແຫ່ງສະຫະຣັຖ ອະເມຣິກາ ໄດ້ພົບພໍ້ເຈຣະຈາກັນ ທີ່ປະເທດສິງກະໂປ ແລະວຽດນາມ ເມື່ອບໍ່ ດົນມານີ້; ຕາມຄໍາເວົ້າຂອງນາງ Sabine Doleene. ນາງກ່າວວ່າ:

"ເກົາຫລີເໜືອ ທີ່ມັກຖືກຈັດຢູ່ອັນດັບຂີ້ຮ້າຍທີ່ສຸດ ຫລືອັນດັບສຸດທ້າຍໝູ່ ໃນຈໍານວນທັງໝົດ 180 ປະເທດນັ້ນ ປີນີ້ບໍ່ໄດ້ຢູ່ອັນດັບຕໍ່າສຸດ ແຕ່ກໍຢູ່ໃນອັນດັບເກືອບສຸດທ້າຍ ຄືດີຂຶ້ນ 1 ອັນດັບ ຊຶ່ງສະທ້ອນເຖິງການເປີດກວ້າງ ຂອງຜູ້ນໍາກິມຈັອງອຸນ ຜ່ານການພົບພໍ້ກັບຜູ້ນໍາ ຕ່າງປະເທດ."

ສ່ວນບັນດາປະເທດອື່ນໆ ໃນກຸ່ມອາຊຽນ ຄື ມາເລເຊັຽ ກໍຢູ່ໃນອັນດັບດີກວ່າໝູ່ ຄືອັນດັບທີ 123 ຕິດຕາມມາດ້ວຍ ອິນໂດເນເຊັຽ ທີ 124, ຟີລິບປິນ ທີ 134, ໄທ ທີ 136, ພະມ່າ ທີ 138, ກັມພູຊາ ທີ 143, ສິງກະໂປ ທີ 151, Brunei ທີ 152 ເປັນອັນວ່າ ທຸກປະເທດໃນ ກຸ່ມອາຊຽນ ລ້ວນແລ້ວແຕ່ຢູ່ອັນດັບ ທີ 100 ປາຍຂຶ້ນເມືອໂດຍມີ ວຽດນາມ ຢູ່ອັນດັບທ້າຍໝູ່.

ສໍາລັບປະເທດທີ່ມີ ເສຣີພາບດ້ານການຂ່າວ ຫລາຍກວ່າປະເທດອື່ນໆໃນໂລກ ກໍມີຫລາຍປະເທດເປັນຕົ້ນ 5 ປະເທດ ທີ່ດັຊນີເສຣີພາບ ທາງການຂ່າວ ຢູ່ໃນອັນດັບຕົ້ນໆ ຄືຫລາຍທີ່ສຸດນັ້ນ ກໍຍັງເປັນປະເທດໃນເຂດ Scandinevian ຊຶ່ງອັນດັບທໍາອິດ ກໍຍັງແມ່ນປະເທດ Norway, ອັນດັບ 2 ແມ່ນ Finland, Sweden ຢູ່ອັນດັບ 3, Netherland ອັນດັບທີ 4 ແລະ Denmark ອັນດັບທີ 5. ດັ່ງນາງ Sabine Doleene ກ່າວຕອນນຶ່ງວ່າ:

"ປະເທດທີ່ຢູ່ອັນດັບຕົ້ນໆ ຂອງ ດັຊນີເສຣີພາບ ທາງການຂ່າວ ນັ້ນກໍບໍ່ເປັນເຣື່ອງທີ່ໜ້າແປກ ທີ່ວ່າປະເທດ Norway Finland ແລະ Sweden ຢູ່ອັນດັບຕົ້ນໆ ຕລອດຢູ່ແລ້ວ. ເສຣີພາບດ້ານການຂ່າວ ຖືເປັນປະເພນີມາ ແຕ່ດົນນານ ໃນປະເທດເຫລົ່ານີ້ ຊຶ່ງມັນສະທ້ອນ ອອກຢູ່ໃນຣັຖທັມນູນ ແລະຄ່ານິຍົມຂອງພວກເຂົາເຈົ້າ.

ຕໍ່ຣາຍງານປະຈໍາປີ 2019 ກ່ຽວກັບເສຣີພາບດ້ານການຂ່າວຂອງອົງການ ນັກຂ່າວບໍ່ມີພົມແດນ Reporters Without Borders ທີ່ໄດ້ ຫລຸດດັຊນີເສຣີພາບ ດ້ານການຂ່າວສປປລາວ ລົງ 1 ຂັ້ນມາຢູ່ອັນດັບທີ 171 ໃນຈໍານວນ 180 ປະເທດໃນໂລກນັ້ນ RFA ກໍໄດ້ ພຍາຍາມ ຕິດຕໍ່ໄປຍັງ ກະຊວງຖແລງຂ່າວ ວັທນະທັມແລະການທ່ອງທ່ຽວລາວ ເພື່ອຂໍຄໍາເຫັນ ແຕ່ບໍ່ສາມາດຕິດຕໍ່ໄດ້.

ຢ່າງໃດກໍຕາມ ເວົ້າເຖິງສິດເສຣີພາບ ດ້ານການຂ່າວຢູ່ສປປລາວ ທ່ານ ສະຫວັນຄອນ ຣາຊມົນຕຣີ ຮອງຣັຖມົນຕຣີ ກະຊວງຖແລງຂ່າວ ວັທນະທັມແລະ ທ່ອງທ່ຽວ ຕໍ່ກອງປະຊຸມ ສປປລາວ ແລະ ສະຫະພາບຢູໂຣບ ກ່ຽວກັບສິດເສຣີພາບ ໃນການສະແດງ ຄໍາຄິດເຫັນ ແລະ ສິ່ງທ້າທາຍ ຈາກຂ່າວປອມ ແລະຂ່າວທີ່ບິດເບືອນ ຊຶ່ງໄດ້ຈັດຂຶ້ນທີ່ ນະຄອນຫລວງວຽງຈັນ ໃນມື້ວັນທີ 6 ມີນາ 2019 ນີ້ໄດ້ກ່າວວ່າ ສປປລາວ ມີນະໂຍບາຍ ສົ່ງເສີມໃຫ້ທຸກຄົນ ໄດ້ຊົມໃຊ້ສິດເສຣີພາບ ດ້ານຂໍ້ມູນ ຂ່າວສານ ສິດເສຣີພາບໃນການສະແດງຄໍາຄິດຄໍາເຫັນ ແລະສົ່ງເສີມການຄົ້ນຄວ້າ ແລະຂີດຂຽນ ທີ່ບໍ່ຂັດກັບກົດໝາຍ ໂດຍໄດ້ຄໍ້າປະກັນໄວ້ ຢູ່ໃນຣັຖທັມນູນ ແລະກົດໝາຍຕ່າງໆ ທີ່ກ່ຽວຂ້ອງ ຫລາຍສະບັບ. ພ້ອມດຽວກັນ ກໍມີນະໂຍບາຍ ໃຫ້ປະຊາຊົນ ເຂົ້າເຖິງແລະຊົມໃຊ້ ອິນເທເນັຕ ຢ່າງກວ້າງຂວາງຢູ່ລາວ.

ແລະຕາມຣາຍງານຂ່າວຂອງທາງການລາວ ເມື່ອວັນທີ 26 ກັນຍາ 2018 ແລ້ວແມ່ນວ່າການນໍາໃຊ້ສື່ສັງຄົມ ອອນລາຍໃນລາວ ປັດຈຸບັນມີເຖິງ 2 ລ້ານ 4 ແສນ ບັນຊີ ຫລືເທົ່າກັບ 35 ເປີເຊັນ ຂອງພົລເມືອງລາວທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.