ສປປລາວກຳລັງຈະແກ້ໄຂ ຣັຖທັມມະນູນ
2014.09.04

ຄນະ ຜູ້ນຳ ລາວ ກຳລັງ ຈະ ດັດແປງ ແກ້ໄຂ ຣັຖທັມມະນູນ ແຕ່ ກໍຍັງບໍ່ ແນ່ໃຈວ່າ ຈະ ດັດແປງ ຂໍ້ໃດ? ມາຕຣາໃດ? ແລະ ຈະນໍາ ມາ ປະຕິບັດ ກັນໄດ້ ຊໍ່າໃດ?
ຄນະຜູ້ນຳ ພັກ ແລະ ຣັຖບານ ສປປລາວ ແຕ່ງຕັ້ງ ຄນະ ກັມການ ເພື່ອ ຄົ້ນຄວ້າ ພິຈາຣະນາ ດັດແປງ ແກ້ໄຂ ຣັຖທັມມະນູນ. ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດ ອອກ ດຳຣັດ ແຕ່ງຕັ້ງ ຄນະ ກັມມະການ ແກ້ໄຂ ຣັຖທັມມະນູນ ເມື່ອ ເດືອນ ທີ່ແລ້ວ ໂດຍ ໄດ້ແຕ່ງຕັ້ງ ນາງ ປານີ ຢ່າທໍຕູ້ ປະທານ ສະພາ ແຫ່ງຊາດ ເປັນ ປະທານ ທ່ານ ອາຊ່າງ ລາວລີ ແລະ ທ່ານ ສົມພັນ ແພງຄຳມີ ເປັນ ຮອງ ປະທານ.
ໜັງສືພິມ ຜູ້ຈັດການ ຂອງໄທ ບໍ່ໄດ້ ແຈ້ງ ຣາຍຣະອຽດ ວ່າ ທາງການ ລາວ ຈະປັບປຸງ ແລະ ແກ້ໄຂ ຣັຖທັມມະນູນ ຂໍ້ໃດ ມາຕຣາ ໃດ ຫລື ເພື່ອ ຈຸດປະສົງ ອັນໃດ. ເຊັ່ນ ດຽວກັນ ໜັງສືພິມ ປະຊາຊົນ ກະບອກ ສຽງ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ກໍແຈ້ງຂ່າວ ພຽງແຕ່ວ່າ ຄນະ ກັມມະການ ດັດແປງ ແກ້ໄຂ ຣັຖທັມມະນູນ ຊຸດນີ້ ມີໜ້າທີ່: ຊີ້ນໍາ ການ ຄົ້ນຄວ້າ ປັບປຸງ ບາງໝວດ ແລະ ບາງ ມາຕຣາ ຂອງ ຣັຖທັມມະນູນ ແຫ່ງ ສປປ ລາວ ສະບັບ ປີ 2003.
ເຖິງຢ່າງໃດ ກໍດີ ນັກ ຊ່ຽວຊານ ກ່ຽວກັບ ສປປລາວ ຄົນນຶ່ງ ເວົ້າວ່າ ພັກ ແລະ ຣັຖບານ ລາວ ຈະແກ້ໄຂ ຣັຖທັມມະນູນ ເທື່ອນີ້ ກໍເພື່ອ ແບ່ງປັນ ອຳນາດ ໃຫ້ແກ່ ອຳນາດ ການປົກຄອງ ທ້ອງຖິ່ນ ຄືຂັ້ນ ແຂວງ ແລະ ຂັ້ນເມືອງ ຕື່ມອີກ. ແຕ່ ເຈົ້າໜ້າທີ່ ຫ້ອງ ວ່າການ ແຂວງ ອັດຕະປື ທ່ານນຶ່ງ ເວົ້າວ່າ:
"ບໍ່ ບໍ່ແມ່ນ ອຳນາດ ແບບນັ້ນ ມີແຕ່ເປັນ ແບບແຜນ ວິທີການ ເຮັດວຽກ ຊື່ໆ ອຳນາດກໍ ອຳນາດດຽວ ນັ້ນແຫລະ ອຳນາດ ພັກ ອຳນາດ ຣັດ ທັງສອງ ຢ່າງ; ເອີແບບ ແຜນການ ເຮັດວຽກ ໃຫ້ມັນ ຕ່ອງໂສ້ກັນ ຣະຫວ່າງ ຣັຖບານ ກັບແຂວງ."
ສ່ວນ ປະຊາຊົນ ລາວ ຫລາຍຄົນ ຢາກໃຫ້ ຄນະຜູ້ນຳ ພັກ ແລະ ຣັຖບານ ລາວ ດັດແປງ ຣັຖທັມມະນູນ ຢ່າງ ເລິກເຊິ່ງ ກວ່ານັ້ນ ເຊັ່ນຢາກໃຫ້ ສິດ ແລະ ອຳນາດ ແກ່ ປະຊາຊົນ ຫລາຍຂື້ນ ໃນການເລືອກ ເອົາ ຄນະຜູ້ນຳ ດີແທ້ ຢາກໃຫ້ ມີຫລາຍພັກ ການເມືອງ ແລະ ການເລືອກຕັ້ງ ຢ່າງ ເສຣີ. ແຕ່ຄົນລາວ ຜູ້ນຶ່ງ ເຫັນວ່າ:
"ອັນເຣື່ອງ ວ່າຊິໃຫ້ ເປັນ ປະຊາທິປະໄຕ ມັນ ເປັນໄປ ບໍ່ໄດ້ດອກ ເພາະວ່າມັນ ເປັນ ຣະບອບ ຜະເດັດການ ຢູ່ແລ້ວ ເຮັດໄປ ກໍເພື່ອແບ່ງ ອຳນາດ ແບ່ງ ຜົນ ປະໂຍດ."
ເຖິງ ຈະດັດແປງ ແກ້ໄຂ ຣັຖທັມມມະນູນ ແນວໃດ ກໍຕາມ ທັງຊາວລາວ ແລະ ຕ່າງ ປະເທດ ຫຼາຍຄົນ ຕ່າງກໍຍັງ ເຊື່ອວ່າ ພັກ-ຣັດ ກໍຈະບໍ່ ສາມາດ ປະຕິບັດ ຕາມ ຣັຖທັມມະນູນ ໄດ້ຄືເກົ່າ. ຕົວຢ່າງ ມາຕຣາ 44 ຂອງ ຣັຖທັມມະນູນ ລາວ ສະບັບ ປັດຈຸບັນ ບົ່ງໄວ້ວ່າ ປະຊາຊົນ ລາວ ທຸກຄົນ ມີສິດ ແລະ ເສຣີພາບ ໃນການ ປາກເວົ້າ ອອກຂ່າວ ໂຮມ ຊຸມນຸມ ປະທ້ວງ ແລະ ເຂົ້າຮ່ວມ ອົງການ ຈັດຕັ້ງ. ໃນພາກ ປະຕິບັດ ຕົວຈິງ ພັກ-ຣັດ ປະຕິບັດ ບໍ່? ບໍ່ ບໍ່ຍອມ ປະຕິບັດ; ພັກ-ຣັດ ຍັງປາບປາມ ກຸ່ມຄົນ ທີ່ ທາງການ ເອິ້ນວ່າ ກຸ່ມຄົນ ບໍ່ດີ ນັ້ນຢູ່; ຍັງຄວບຄຸມ ສື່ມວນຊົນ ຢ່າງ ເຄັ່ງຄັດ; ນັກຂ່າວ ທຸກຄົນ ຕ້ອງເປັນ ພະນັກງານ ຂອງຣັດ ສະຖານີ ວິທຍຸ ໂທຣະທັດ ແລະ ໜັງສືພິມ ລ້ວນແລ້ວ ແຕ່ເປັນ ຂອງຣັດ ແລະ ອອກຂ່າວ ທີ່ ມີ ລັກສນະ ເສີມສ້າງ ແລະ ທີ່ຍ້ອງຍໍ ສັລເສີນ ພັກ-ຣັດ ເທົ່ານັ້ນ. ຣັຖທັມມມະນູນ ອີກ ມາຕຣາ ນຶ່ງ ທີ່ ພັກ-ຣັດ ບໍ່ຍອມ ປະຕິບັດ ກໍຄື ມາຕຣາ ທີ່ 43 ທີ່ ບົ່ງໄວ້ວ່າ ຊາວລາວ ທຸກຄົນ ມີສິດ ນັບຖື ຫລື ບໍ່ນັບຖື ສາສນາ ແຕ່ ໃນພາກ ປະຕິບັດ ຕົວຈິງ ກະຊວງ ການຕ່າງ ປະເທດ ສະຫະຣັຖ ອະເມຣິກາ ຣາຍງານ ທຸກໆປີ ວ່າ ເຈົ້າໜ້າທີ່ ທ້ອງຖິ່ນ ຂອງລາວ ຍັງຈຳກັດ ການນັບຖື ສາສນາ ຢ່າງ ເຄັ່ງຄັດ ຈັບແລະກັກຂັງ ຊາວ ຄຣິສຈຽນ ຫລາຍຄົນ ເປັນຕົ້ນຢູ່ ແຂວງ ສວັນນະເຂດ.
ບັນຫາ ທີ່ສຳຄັນ ກວ່ານັ້ນ ເຖິງ ພັກ ແລະ ຣັຖບານລາວ ຈະດັດແປງ ແກ້ໄຂ ຣັຖທັມມະນູນ ແນວໃດ ກໍຕາມ ການປົກຄອງ ຢູ່ລາວ ກໍຍັງຈະ ເປັນແບບນີ້ ຕລອດໄປ ຍັງມີການ ສໍ້ຣາສ ບັງຫລວງ ສືບຕໍ່ໄປ ເລື້ອຍໆ ມີພັກດຽວ ກຳ ອຳນາດ ຜູກຂາດ ຕລອດໄປ ປະຊາຊົນ ບໍ່ມີສິດ ເລືອກຜູ້ນຳ ປະຊາຊົນ ບໍ່ມີສິດ ເລືອກ ເອົາ ປະທານ ປະເທດ ບໍ່ມີສິດ ເລືອກເອົາ ນາຍົກ ຣັຖມົນຕຣີ.
ເມື່ອປີ 2003 ພັກ-ຣັດ ກໍໄດ້ແກ້ໄຂ ຣັຖທັມມະນູນ ເທື່ອນຶ່ງແລ້ວ. ໃນການ ດັດແປງ ແກ້ໄຂ ເທື່ອນັ້ນ ຄນະຜູ້ນຳ ລາວ ໄດ້ແບ່ງປັນ ສິດ ອຳນາດ ໃຫ້ແກ່ ອຳນາດ ການປົກຄອງ ຂັ້ນແຂວງ ແລະ ເມືອງ ຫລາຍຂື້ນ. ກ່ອນນັ້ນ ພັກ ແລະ ຣັຖບານ ຂັ້ນ ສູນກາງ ເປັນຜູ້ ກຳອຳນາດ ຜູກຂາດ ພຽງຜູ້ດຽວ. ປັດຈຸບັນ ເຈົ້າແຂວງ ກໍມີ ຕຳແໜ່ງ ສິດ ແລະ ອຳນາດ ທຽບເທົ່າ ກັບ ຣັຖມົນຕຣີ ແລະ ແຂວງ ກໍມີສິດ ໃຫ້ ສຳປະທານ ທີ່ດິນ ແກ່ ນັກລົງທຶນ ໄດ້ ຣະດັບ ນຶ່ງ.
ເມື່ອເວົ້າເຖິງ ຣັຖທັມມະນູນ ຂອງລາວ ຂ້າພະເຈົ້າ ກໍເລີຍ ພິມ ຣັຖທັມມະນູນ ຂອງ ວຽດນາມ ອອກມາ ຈາກ ອິນເຕີແນັດ; ເມື່ອ ມາປຽບທຽບ ກັນ ປະກົດວ່າ ຣັຖທັມມະນູນ ລາວ ແລະ ວຽດນາມ ເກືອບ ຄືກັນ ເລີຍ; ຕ່າງແຕ່ວ່າ ບ່ອນໃດຂຽນ ສາທາຣະນະຣັດ ປະຊາ ທິປະໄຕ ປະຊາຊົນ ລາວ ຢູ່ ຣັຖທັມມະນູນ ລາວ, ຢູ່ ຣັຖທັມມະນູນ ວຽດນາມ ກໍຂຽນວ່າ ສາທາຣະນະຣັດ ສັງຄັມນິຍົມ ວຽດນາມ. ຕົວຢ່າງ ມາຕຣາ ນຶ່ງ ຣັຖທັມມະນູນ ລາວ ບົ່ງໄວ້ວ່າ ສາທາຣະນະຣັດ ປະຊາ ທິປະໄຕ ປະຊາຊົນ ລາວ ເປັນປະເທດ ທີ່ ມີ ເອກກະຣາດ ອະທິປະໄຕ ແລະ ເຂດນ້ຳ ແດນດິນ ອັນຄົບຖ້ວນ ຊຶ່ງ ລວມທັງເຂດ ນ່ານນ້ຳ ແລະ ອາກາດ. ສ່ວນ ຣັຖທັມມະນູນ ຂອງ ວຽດນາມ ກໍຄືກັນ ຕ່າງແຕ່ ແທນທີ່ ຈະແມ່ນ ສາທາຣະນະຣັດ ປະຊາ ທິປະໄຕ ປະຊາຊົນ ລາວ ກໍປ່ຽນເປັນ ສາທາຣະນະຣັດ ສັງຄົມນິຍົມ ວຽດນາມ.
ມາຕຣາ ສອງ ກໍ ເຊັ່ນດຽວກັນ ຣັຖທັມມະນູນ ລາວ ຣະບຸວ່າ ສປປລາວ ເປັນຣັດ ປະຊາທິປະໄຕ ປະຊາຊົນ; ອຳນາດ ທຸກຢ່າງ ເປັນຂອງ ປະຊາຊົນ ດ້ວຍ ປະຊາຊົນ ແລະ ເພື່ອ ຜົນປໂຍດ ຂອງ ປະຊາຊົນ ທຸກຊົນຊັ້ນ ຄົນ ເປັນຕົ້ນ ກັມມະກອນ ຊາວນາ ແລະ ປັນຍາຊົນ. ສ່ວນ ຣັຖທັມມະນູນ ວຽດນາມ ກໍບົ່ງວ່າ ສສວຽດນາມ ເປັນຣັດ ຂອງ ປະຊາຊົນ ອຳນາດ ມາຈາກ ປະຊາຊົນ ເພື່ອ ປະຊາຊົນ ໂດຍມີ ຜູ້ອອກ ແຮງງານ ຊາວນາ ແລະ ປັນຍາຊົນ ເປັນ ຫລັກແຫລ່ງ. ມາດຕຣາ ສາມ ຣັຖທັມມະນູນ ລາວ ຂຽນວ່າ ພັກ ປະຊາຊົນ ປະຕິວັດ ລາວ ເປັນແກນນຳ; ສ່ວນ ຣັຖທັມມະນູນ ວຽດນາມ ຕ່າງໜ້ອຍນຶ່ງ ຄື ຂຽນວ່າ ພັກ ຄອມມຸຍນິສ ວຽດນາມ ໂດຍ ອີງຕາມ ທິສດີ ມາກ-ເລນິນ ແລະ ແນວຄິດ ໂຮຈິ່ມິ່ນ ເປັນ ຜູ້ຈັດຕັ້ງ ນຳພາ ການ ປະຕິວັດ ໃນ ວຽດນາມ. ເມື່ອຄ້າຍຄື ກັນ ແບບນັ້ນ ຂ້າພະເຈົ້າ ຈຶ່ງຖາມ ເຈົ້າໜ້າທີ່ ຂັ້ນ ອະວຸໂສ ທ່ານນຶ່ງ ວ່າ ໃຜກ່າຍໃຜ?
ເຈົ້າໜ້າທີ່ ຂັ້ນສູງ ຂອງ ລາວ ທ່ານນັ້ນ ຕອບວ່າ ສປປລາວ ບໍ່ພຽງແຕ່ ກ່າຍເອົາ ຣັຖທັມມະນູນ ຂອງ ວຽດນາມ ເທົ່ານັ້ນ ແຕ່ຍັງກ່າຍ ເອົາ ກົດໝາຍ ວຽດນາມ ເກືອບ ທຸກ ສະບັບ. ເປັນທີ່ ສັງເກດ ອີກວ່າ ກ່ອນ ຈະຮ່າງ ກົດໝາຍ ຫຍັງອອກມາ ຄນະຜູ້ນຳ ສະພາ ແຫ່ງຊາດ ລາວ ກໍໄປປຶກສາ ຫາລື ກັບ ເຈົ້າໜ້າທີ່ ສະພາ ແຫ່ງຊາດ ວຽດນາມ ທຸກເທື່ອ ຫລື ບໍ່ ຜູ້ນຳ ສະພາ ແຫ່ງຊາດ ວຽດນາມ ກໍມາ ຢ້ຽມຢາມ ແລະ ເຮັດວຽກ ກັບ ສະພາ ແຫ່ງຊາດ ລາວ.