ກົດໝາຍວ່າດ້ວຍ ຄຳຮ້ອງທຸກ ຢູ່ ສປປ ລາວ

ຈໍາປາທອງ
2018.02.09
F-Justice ກະຊວງຍຸຕິທັມ ສປປ ລາວ
Public Domain / Ministry of Justice, Lao PDR

ກົດໝາຍວ່າດ້ວຍການຕ້ານການສໍ້ຣາດບັງຫຼວງ ແລະກົດໝາຍວ່າດ້ວຍການແກ້ໄຂ ຄຳຮ້ອງທຸກຂອງ ສປປລາວ ເປັນກົດໝາຍ ທີ່ມີລັກສນະ ແຕກຕ່າງກັນ. ກົດໝາຍວ່າດ້ວຍການ ຕ້ານການສໍ້ຣາດບັງຫຼວງ ຊຶ່ງເວົ້າລວມແລ້ວແມ່ນໃຊ້ ກັບພວກທີ່ມີສິດ, ມີອໍານາດ, ມີຖານະຕໍາແໜ່ງ ໃນກົງຈັກການຈັດຕັ້ງ ຂອງພັກແລະຣັຖ ທີ່ສວຍໂອກາດຍັກຍອກ, ສໍ້ໂກງ, ຮັບສິນບົນ, ໃຫ້ສິນບົນແລະພຶດຕິກັມ ອື່ນໆເພື່ອເອົາຊັບຂອງຣັຖ, ຂອງລວມໝູ່ ຫລືສ່ວນບຸກຄົນ ດ້ວຍວິທີການຕ່າງໆ ດັ່ງທີ່ກໍານົດໄວ້ ຢູ່ໃນມາດຕຣາ 11 ຊຶ່ງມີຮວມທັງການລັກໂລບ, ປອມແປງມາຕຖານ ເທັກນິກກໍ່ສ້າງ, ການອອກແບບ, ການຄິດໄລ່, ການໂກງການປະມູນ ຫລືການສໍາປະທານ ຕລອດເຖິງການເປີດເຜີຍຄວາມລັບ ເພື່ອຫາຜົລ ປໂຍດສ່ວນຕົວ ໃນຂນະທີ່ ອີກກົດໝາຍນຶ່ງ ວ່າດ້ວຍ ການແກ້ໄຂຄຳຮ້ອງທຸກ ເປັນກົດໝາຍທີ່ພົລເມືອງລາວ, ຊາວຕ່າງດ້າວ, ຄົນຕ່າງ ປະເທສ ແລະຄົນບໍ່ມີສັນຊາດ ຢູ່ ສປປລາວ ທີ່ເສັຽສິດແລະຜົລປໂຍດ ອັນຊອບທັມຂອງຕົນ ມີສິດຮ້ອງທຸກຢູ່ 3 ປະເພດຄື;

1. ຍື່ນຄໍາສເນີຕໍ່ອົງການບໍຣິຫານ ຄືຣັຖບາລ ແລະອໍານາດການປົກຄອງທ້ອງຖິ່ນ: ບ້ານ, ເມືອງ ແລະແຂວງ,

2. ຍື່ນຄໍາຮ້ອງຟ້ອງຕໍ່ອົງການສືບສວນ- ສອບສວນ: ຕໍາຣວດ, ອົງການອັຍການປະຊາຊົນ ແລະສານປະຊາຊົນ.

3. ຍື່ນຄໍາຮ້ອງຂໍຄວາມເປັນທັມ ຕໍ່ສະພາແຫ່ງຊາດ ຄືຕໍ່ຄນະສະມາຊິກ ສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ຫລື ສະພາປະຊາຊົນ ທ້ອງຖິ່ນ, ກັມມາທິການທີ່ກ່ຽວຂ້ອງ ຂອງສະພາແຫ່ງຊາດ ແລະຄນະປະຈໍາສະພາແຫ່ງຊາດ ທີ່ມີສິດ ແລະໜ້າທີ່ແກ້ໄຂ ຄໍາຮ້ອງທຸກ ຂອງປະຊາຊົນ ແລະການຈັດຕັ້ງຕ່າງໆ ຕາມທີ່ກໍານົດໄວ້ ຢູ່ໃນມາດຕຣາ 18, 24 ແລະ 27 ຂອງກົດໝາຍ ວ່າດ້ວຍການແກ້ໄຂ ຄໍາຮ້ອງທຸກ.

ແຕ່ຫລາຍຄົນເຫັນວ່າ ກົດໝາຍວ່າດ້ວຍການຕ້ານການສໍ້ຣາດບັງຫຼວງ ສະບັບປັບປຸງ ປີ 2012 ແລະທັງກົດໝາຍສະບັບເກົ່າປີ 2005 ທີ່ຜູ້ກໍາອໍານາດ ໃນພັກແລະຣັຖ ສປປລາວ ເວົ້າວ່າມີຄວາມສໍາຄັນ ຕໍ່ການພັທນາເສຖກິດ-ສັງຄົມ ຂອງລາວແທ້ໆນັ້ນ ກໍຍັງບໍ່ໄດ້ຮັບ ການຈັດຕັ້ງປະຕິບັດ ໃຫ້ເກີດຜົລເປັນຈິງ ພໍເທົ່າໃດ. ແມ່ນແຕ່ ທ່ານ ທອງລຸນ ສີສຸລິດ ກັມການກົມການເມືອງ ສູນກາງພັກປະຊາຊົນ ປະຕິວັດລາວ ນາຍົກ ຣັຖມົນຕຣີ ສປປລາວ ກໍຍັງຍອມຮັບຮູ້ ກ່ຽວກັບບັນຫາ ທີ່ວ່ານັ້ນ ຢູ່ໃນກອງປະຊຸມ ສະພາແຫ່ງຊາດ ໃນມື້ວັນທີ 16 ຕຸລາ ທີ່ຜ່ານມານັ້ນວ່າ:

"ໃຫ້ຍົກສູງສະຕິຕໍ່ກົດໝານຍ ແລະຣະບຽບການ ສະຕິການຮັບຜິດຊອບ ແລະນໍ້າໃຈຮັບໃຊ້ ປະຊາຊົນຂອງອົງການຈັດຕັ້ງ ແລະພະນັກງານ ສະກັດກັ້ນແລະຕ້ານ ການສໍ້ຣາດບັງຫລວງ ທີ່ເປັນພັຍອັນຕະລາຍ ຕໍ່ການນໍາພາ ແລະຄຸ່ມຄອງຣັຖ."

ແລະຢູ່ໃນກອງປະຊຸມເປີດກວ້າງ ວຽກງານກວດສອບ ງົບປະມານແຫ່ງຣັຖ ປະຈໍາປີ 2017 ໃນມື້ວັນທີ 5 ແລະ 6 ກຸມພາ ນີ້ ທ່ານ ບຸນທອງ ຈິດມະນີ ປະທານຄນະກວດກາ ສູນກາງພັກ, ປະທານອົງການກວດກາ ຣັຖບາລ ແລະທັງເປັນຫົວໜ້າ ອົງການ ຕ້ານການສໍ້ຣາດ ບັງຫຼວງ ກໍໄດ້ເວົ້າວ່າ ຈະເປີດເຜີຍກໍຣະນີ ການສໍ້ຣາດບັງຫຼວງ ຂອງເຈົ້າໜ້າທີ່ພັກ-ຣັຖ ໃນທົ່ວປະເທດ, ແຕ່ຈະຍົກເວັ້ນບາງກໍຣະນີ. ດັ່ງທີ່ທ່ານກ່າວ ຕອນນຶ່ງວ່າ:

"ຜົລຂອງການກວດກາໃດ ທີ່ໄດ້ເຊັນຮັບຮອງແລ້ວ ຈະໄດ້ເອົາອອກເປີດເຜີຍ ເປັນແຕ່ລະກໍຣະນີ ເພື່ອໃຫ້ສັງຄົມຮັບຊາບ ໂດຍຜ່ານສື່ຕ່າງໆ ແຕ່ວ່າມັນກໍ່ຈະຕ້ອງໄດ້ເລືອກເຟັ້ນ ບາງກໍຣະນີ ຂໍຄໍາຄິດຂອງຂັ້ນເທິງວ່າ ອັນໃດທີ່ເຮົາຄວນ ອອກເປີດເຜີຍ ກວ້າງຂວາງ ແລະອັນໃດທີ່ເຮົາ ເວົ້າກັນຢູ່ພາຍໃນ."

ໃນສົກປີ 2017 ອົງການກວດກາຣັຖບາລໄດ້ກວດພົບ ໂຄງການນອກແຜນ ຂອງຣັຖບາລ 285 ໂຄງການ, ມູນຄ່າຫຼາຍກວ່າ 4,480 ຕື້ກີບ, ອັນນີ້ຍັງບໍ່ລວມເຂົ້າ ກັບຜົນເສັຍຫາຍ ທີ່ເກີດຂຶ້ນຈາກການລັກລອບຂົນໄມ້ ໄປຕ່າງປະເທດ ທີ່ມີມູນຄ່າເຖິງ 2,407 ຕື້ປາຍກີບ.

ເພື່ອແກ້ໄຂບັນຫາດັ່ງກ່າວ ທ່່ານ ບຸນທອງ ເວົ້າວ່າ ມີແຕ່ແກ້ໄຂຕາມຜົລຂອງການກວດສອບເທົ່ານັ້ນ ຈຶ່ງຈະເຮັດໃຫ້ ຣາຍຮັບເພີ້ມຂຶ້ນ ແລະ ສາມາດສະກັດກັ້ນ ປະກົດການຮົ່ວໄຫລຂອງ ງົບປະມານໄດ້, ຖ້າແກ້ໄຂບໍ່ໄດ້ ງົບປະມານ ກໍຈະຮົ່ວໄຫຼ ແລະ ຈະສືບຕໍ່ມີຄວາມ ຫຍຸ້ງຍາກ ຄືໃນປັດຈຸບັນນີ້.

ໃນເມື່ອກົດໝາຍວ່າດ້ວຍ ການຕ້ານການສໍ້ຣາດບັງຫຼວງ ທີ່ໃຊ້ກັບເຈົ້າໜ້າທີ່ ພັກ-ຣັຖ ນັບຕັ້ງແຕ່ເລຂາທິການໃຫຍ່ ຄນະບໍຣິຫານງານ ສູນກາງພັກ ປະຊາຊົນປະປະຕິວັດລາວ, ປະທານປະເທສ ລົງມາເຖິງ ເຈົ້າໜ້າທີ່ພັກ-ຣັຖທົ່ວໄປ ບໍ່ມີຄວາມສັກສິດ ຄືທີ່ວ່ານັ້ນຫລາຍຄົນ ເວົ້າວ່າ ເຮັດແນວໃດ ຈຶ່ງຈະເຮັດໃຫ້ກົດໝາຍ ວ່າດ້ວຍການແກ້ໄຂ ຄໍາຮ້ອງທຸກ ທີ່ຮັບໃຊ້ສິດ ແລະຜົລປໂຍດ ຂອງປະຊາຊົນນັ້ນ ໄດ້ຮັບ ການຈັດຕັ້ງປະຕິບັດ ໃຫ້ເກີດຜົລເປັນຈິງໄດ້.

ປະຊາຊົນ ທີ່ໄດ້ຮັບຜົລກະທົບຈາກໂຄງການຕ່າງໆ ທັງຂອງຣັຖ ແລະຂອງເອກກະຊົນ ເປັນຕົ້ນຂອງນັກທຸຣະກິດ ຕ່າງປະເທສທີ່ເຂົ້າມາ ລົງທຶນຢູ່ລາວ ແບບບໍ່ຄໍານຶງເຖິງຜົລກະທົບ ອັນຮ້າຍແຮງຕໍ່ປະຊາຊົນລາວ ແລະຕໍ່ສິ່ງແວດລ້ອມເປັນຕົ້ນການສ້າງ ເຂື່ອນໄຟຟ້າແບບບໍ່ມີ ຂອບເຂດ, ການສ້າງເຂດເສຖກິດຕ່າງໆ ຮວມທັງເຂດເສຖກິດພິເສດ ສາມຫລ່ຽມຄໍາ, ຄາຊີໂນ ຄິ້ງໂຣມັນ ຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ທີ່ມີການຟອກເງິນ, ມີການຄ້າຢາເສບຕິດ, ຄ້າມະນຸດ, ຄ້າສັດປ່າ ແລະໃຫ້ສິນບົນ.

ແລະທັງການປູກຢາງພາຣາ, ການຂຸດຄົ້ນບໍ່ແຮ່ ທີ່ເຮັດໃຫ້ປະຊາຊົນໃນທົ່ວປະເທສ ຕ້ອງໄດ້ເສັຽບ້ານເສັຽເຮືອນ, ເສັຽໄຮ່ເສັຍນາ, ເສັຽຮົ້ວ ເສັຽສວນ, ແຕ່ໄດ້ຮັບຄ່າທົດແທນຄວາມເສັຽຫາຍ ແບບບໍ່ຍຸຕິທັມ ບໍ່ຄຸ້ມຄ່າ, ໃຫ້ຕາມໃຈມັກ ໃນຂະນະທີ່ ປະຊາຊົນ ຜູ້ໄດ້ຮັບຜົລກະທົບ ຈໍາເປັນຕ້ອງໄດ້ຈໍາໃຈຮັບເອົາ, ບໍໍ່ດັ່ງນັ້ນກໍຈະຖືກກ່າວຫາວ່າ ຕໍ່ຕ້ານພັກຕ້ານຣັຖ, ຖືກກົດດັນໜີບຮັດ ດ້ວຍວິທີການຕ່າງໆນາໆ, ໜັກໄປກວ່າ ນັ້ນກໍຖືກທາງການ ສປປລາວ ໃຊ້ຄວາມຮຸນແຮງ ຈັບກຸມເຂົ້າຄຸກຄຸມຂັງ ເຊັ່ນຕົວຢ່າງອັນນຶ່ງ ທີ່ພວກກໍາອໍານາດ ຂອງທາງການ ສປປລາວ ໃຊ້ກໍແມ່ນຈັບປະຊາຊົນບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 14 ຄົນ ໃນມື້ວັນທີ 25 ກໍຣະກະດາ ທີ່ຜ່ານມາ ຍ້ອນພວກເຂົາເຈົ້າ ຮຽກຮ້ອງ ຢ່າງສັນຕິວິທີ ຂໍຄວາມເປັນທັມຈາກທາງການ ຍ້ອນເສັຍທີ່ດິນ ໃຫ້ບໍຣິສັດປູກຢາງພາຣາວຽດນາມ. ໃນຈໍານວນ 14 ຄົນ ທີ່ຖືກ ທາງການ ສປປລາວ ຈັບໄປນັ້ນ ມີເດັກນ້ອຍ 2 ຄືທ້າວ ນາກ ແລະນາງ ນີ, ອາຍຸ 15 ປີ.

ແຫຼ່ງຂ່າວທີ່ເປັນຍາດພີ່ນ້ອງຂອງຜູ້ທີ່ຖືກຈັບຄົນນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ກັນຍາທີ່ຜ່ານມາວ່າ ຜູ້ທີ່ຖືກເຈົ້າໜ້າທີ່ ຕຳຣວດຕີຈົນເລືອດອາບໜ້າ ຢູ່ໃນຄຸກນັ້ນ ຄືທ້າວ ສຸວັນ, ທ້າວ ບຸນແລງ ທີ່ຖືກເຈົ້າໜ້າທີ່ຕໍາຣວດ ເອົາທ້າຍປືນຖັ່ງ ໃສ່ຫົວຈົນສລົບ, ຢູ່ເດີ່ນໂຮງຮຽນບ້ານ ກໍເອົາໄຟຟ້າຊັອດ ທ້າວ ນາກ ຈົນສລົບ ກ່ອນທີ່ຈະນໍາຕົວໄປຄຸມຂັງຢູ່ໃນຄຸກ. ເວລາຢູ່ໃນຄຸກ ທ້າວ ວິຄຳ ກໍຖືກ ເຈົ້າໜ້າທີ່ ທາງການລາວ ຂົ່ມຂູ່ກົດດັນຈົນຄິດຈະຜູກຄໍຕາຍ ແຕ່ຄົນຢູ່ໃນຄຸກຊ່ວຍໄວ້ທັນ. ຕາມແຫຼ່ງຂ່າວ.

ກ່ຽວກັບບັນຫາຕ່າງໆທີ່ເກີດຂຶ້ນນັ້ນ ຫລາຍຄົນເວົ້າວ່າ ທາງການ ສປປລາວ ບໍ່ພຽງແຕ່ບໍ່ປະຕິບັດກົດໝາຍ ວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ເທົ່ານັ້ນ ແຕ່ຫາກຍັງໃຊ້ຄວາມຮຸນແຮງ ຕໍ່ຮ່າງກາຍ ແລະນາບຂູ່ຈິດໃຈ ຂອງປະຊາຊົນ ຜູ້ຮຽກຮ້ອງຄວາມເປັນທັມ ນັ້ນຕື່ມອີກ. ກ່ຽວກັບ ບັນຫາທີ່ວ່ານີ້ ນັກກົດໝາຍລາວ ທ່ານນຶ່ງໄດ້ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ກັນຍາ ທີ່ຜ່ານມານີ້ວ່າ:

"ການປະຕິບັດກົດໝາຍ ໂດຍສະເພາະວິທີການສືບສວນສອບສວນ ເຈົ້າໄປໃຊ້ກຳລັງ ເຂົາເອີ້ນວ່າ ການບັງຄັບຂົ່ມຂູ່ ລະການປະທຸສຮ້າຍ ຮ່າງກາຍ ເປັນການກະທຳຜິດກົດໝາຍ ທີ່ຮ້າຍແຮງທີ່ສຸດ ໂດຍສະເພາະກັບຜູ້ທີ່ຍັງຢູ່ໃນຂັ້ນ ລະແວງສົງໄສ ບໍ່ແມ່ນຜູ້ທີ່ກະທຳຜິດ."

ປັດຈຸບັນ ໃນບ້ານຢຶບນັ້ນບໍ່ມີຊາວບ້ານຄົນໃດ ກ້າເວົ້າເລື້ອງທີ່ດິນ ເພາະເຈົ້າໜ້າທີ່ຕຳຣວດຂູ່ວ່າ ຖ້າໃຜເວົ້າເຖິງຈະຈັບ. ກ່ຽວກັບເຣຶ່ອງນີ້ ວິທຍຸເອເຊັຍເສຣີ ໄດ້ໂທຣະສັບໄປຫາ ຫລາຍທ່ານທີ່ກ່ຽວຂ້ອງ ຢູ່ແຂວງເຊກອງ ຮວມທັງທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງເຊກອງ, ພັນເອກ ສົມໄຊ ພູນລະມານີ ຫົວໜ້າກອງບັນຊາການ ປກສ ແຂວງ, ແຕ່ບໍ່ມີທ່ານໃດຮັບ ໂທຣະສັບ.

ແຕ່ເຖິງຢ່າງໃດກໍຕາມ ຊາວບ້ານນັ້ນກໍເວົ້າວ່າ ຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານຢຶບ ກັບບໍຣິສັດຢາງພາຣາ ວຽດນາມ ຊື່ຫຍໍ້ວ່າ LVF ມີມາແຕ່ປີ 2006 ຍ້ອນບໍຣິສັດນີ້ບຸກເບີກເອົາດິນ ຂອງຊາວບ້ານ 55 ຄອບຄົວ, ຈໍານວນ 121 ເຮັກຕາ ໃນຂນະທີ່ທາງການເມືອງ ແລະແຂວງ ອະນຸມັດໃຫ້ສຳປະທານ ພຽງແຕ່ 42 ເຮັກຕາເທົ່ານັ້ນ.

ສລຸບແລ້ວ ຫລາຍຄົນເຫັນວ່າ ຢູ່ ສປປລາວ ໃນຈໍານວນກົດໝາຍ 120 ປາຍສະບັບນັ້ນ ບໍ່ມີກົດໝາຍໃດ ຮວມທັງກົດໝາຍວ່າດ້ວຍ ການຕ້ານການສໍ້ຣາດບັງຫຼວງ ແລະກົດໝາຍວ່າດ້ວຍ ການແກ້ໄຂຄຳຮ້ອງທຸກນັ້ນ ແມ່ນບໍ່ໄດ້ຮັບ ການຈັດຕັ້ງປະຕິບັດ ໃຫ້ເກີດຜົລເປັນຈິງ ພໍເທົ່າໃດ ແລະການທີ່ວ່າ ຈະເຮັດໃຫ້ ສປປລາວ ເປັນຣັຖແຫ່ງກົດໝາຍໃນປີ 2020 ນັ້ນ ຄົງເປັນໄປບໍ່ໄດ້ ຖ້າຫາກວ່າຈະເຮັດໃຫ້ ເປັນຣັຖທີ່ຄຸ້ມຄອງຣັຖ ແລະຄຸ້ມຄອງເສຖກິດ-ສັງຄົມ ດ້ວຍກົດໝາຍທີ່ແທ້ຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.