ສະພາຜ່ານກົດໝາຍ ນັກຣົບ ເກົ່າ
2018.06.19
ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ສປປລາວ ຊຸດທີ 8 ນີ້ຈະພິຈາຣະນາ ຮັບຮອງເອົາຮ່າງກົດໝາຍໃໝ່ ແລະ ກົດໝາຍ ສະບັບປັບປຸງ ທັງໝົດ 13 ສະບັບ ເພື່ອເພີ້ມຕື່ມໃສ່ກົດໝາຍ ທີ່ໄດ້ໃຊ້ໃນປັດຈຸບັນ 132 ສະບັບຊຶ່ງຫຼາຍຄົນເວົ້າວ່າ ກົດໝາຍ ທັງໝົດທີ່ວ່ານັ້ນ ບໍ່ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ເກີດຜົລເປັນຈິງໄດ້ ພໍເທົ່າໃດ ຍ້ອນວ່າ ນັບຕັ້ງແຕ່ມີການສ້າງຕັ້ງ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ແຕ່ປີ 1975 ມານີ້ ຢູ່ໃນສັງຄົມ ສປປລາວ ຜູ້ມີອໍານາດຢູ່ໃນຖັນແຖວ ຂອງຄນະນໍາ ພັກປະຊາຊົນ ປະຕິວັດລາວ ທີ່ໃຊ້ຣະບອບການປົກຄອງປະເທສແບບຜະເດັດ ຕາມຣະບົບພັກດຽວ ຜູກຂາດອໍານາດມານີ້ ໃຊ້ສິດເກີນ ຂອບເຂດ ຣະເມີດຣະບຽບກົດໝາຍ ແລະເຕັມໄປດ້ວຍຣະບອບອາຍາສິດ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ທ່ານ ອິນຊີທອງ ຄນະນຳແລະທັງເປັນໂຄສົກອົງການລາວເສຣີ Free Laos Campaign ທີ່ສະຫະຣັຖອາເມຣິກາ ຜູ້ຕິດຕາມສະພາບການ ໃນລາວຢ່າງໃກ້ຊິດມາໂດຍຕລອດ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 17 ມິຖຸນາ ນີ້ວ່າຢູ່ ສປປລາວ ກົດໝາຍ ບໍ່ໄດ້ຮັບການປະຕິບັດ ກໍຍ້ອນວ່າ ອໍານາດໃນການປົກຄອງປະເທສນັ້ນ ພັກເປັນຜູ້ມີອໍານາດ ເໜືອກົດໝາຍ:
ດັ່ງນັ່ນຈຶ່ງເຮັດໃຫ້ສັງຄົມ ສປປລາວ ປັ່ນປ່ວນ, ຂັດແຍ່ງພາຍໃນຄນະນໍາພັກ-ຣັຖ, ປະເທດຊາດບໍ່ມີສະຖຽນຣະພາບ ທັງທາງດ້ານການເມືອງ ແລະການທະຫານ; ສັງຄົມບໍ່ມີຄວາມສງົບ ບໍ່ເປັນລະບຽບຮຽບຮ້ອຍ, ຫລິ້ນພັກຫລິ້ນພວກ, ສໍ້ຣາດບັງຫຼວງ, ຢາເສບຕິດແພ່ກະຈາຍໄປທົ່ວ ປະເທສ ທັງໃນຕົວເມືອງ ແລະ ຕາມຊົນນະບົດ, ມີການຍຶດເອົາທີ່ດິນທໍາກິນ ຂອງປະຊາຊົນ, ມ້າງເພບ້ານເຮືອນວັດວາອາຮາມ ຕລອດ ເຖິງສະຖານທີ່ ສໍາຄັນຕ່າງໆທາງດ້ານວັທນະທັມ ແລະອື່ນໆ ຊຶ່ງກ່ອນທີ່ປະຊາຊົນ ຈະໄດ້ມາ ກໍແສນລຳບາກ, ໄດ້ບຸກບືນທຸ້ມເທທັງ ເຮື່ອແຮງ, ສະຕິປັນຍາ ແລະຊັພສິນໄປບໍ່ຈັກວ່າເທົ່າໃດ ກ່ອນຈະໄດ້ສິ່ງລໍ້າຄ່າ ຄືທີ່ວ່ານັ້ນມາ.
ເວົ້າສະເພາະເຣຶ່ອງສະຫະພັນນັກຣົບເກົ່າ ເຖິງວ່າໃນມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ທີ່ກຳລັງຈັດຕັ້ງປະຕິບັດ ຢູ່ໃນສູ່ມື້ນີ້ ຈະເວົ້າບາງຕອນວ່າ ສະຫະພັນນັກຣົບເກົ່າ ແຕ່ລະຂັ້ນ ໄດ້ຮັບການປັບປຸງ... ເປັນຕົວແທນແຫ່ງຄວາມມຸ້ງມາດປາຖນາ ແລະຜົລປໂຢດ ອັນຊອບທັ ຂອງອະດີດທະຫານ, ນັກຣົບປະຕິວັດ ນັບທັງຜູ້ເສັຍອົງຄະໃນການສູ້ຣົບ... ກໍຕາມແຕ່ທ່ານ ອິນຊີທອງ ກ່າວວ່າໃນຄວາມ ເປັນຈິງແລ້ວ ນັກຣົບເກົ່າ ທີ່ເຄີຍເສັຍສຣະຕໍ່ສູ້ ບໍ່ໄດ້ຮັບການເອົາໃຈໃສ່ ຈາກພັກແລະຣັຖ ສປປລາວ ຈົນວ່າຈຳຕ້ອງໄດ້ ເປັນຄົນຂໍທານກໍມີ:
ໃນຂນະທີ່ຢູ່ໃນມິຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ ໄດ້ເວົ້າພຽງແບບລວມໆ ເຖິງຂໍ້ຄົງຄ້າງຕົ້ນຕໍ ຂອງອົງການຈັດຕັ້ງມະຫາຊົນ ຮວມທັງ ສະຫະພັນນັກຣົບເກົ່າແຫ່ງຊາດ ໂດຍທີ່ບໍ່ໄດ້ເອີ່ຍເຖິງຄວາມຫຍຸ້ງຍາກ ຕ່າງໆນາໆໃນການດຳລົງຊີວິດ ຂອງນັກຣົບເກົ່າ ເພື່ອຫາທາງແກ້ໄຂ, ມີແຕ່ເວົ້າເຖິງບັນຫາທີ່ວ່າ ສະຫະພັນນັກຣົບເກົ່າ ຈະຕ້ອງແກ້ໄຂ ອັນທີ່ຍັງມີຄວາມຊັກຊ້າ ໃນການປັບປຸງປ່ຽນແປງ ຮູບການແລະກິຈກັມ ຕ່າງໆ ເນື້ອໃນແລະວິທີການເຄື່ອນໄຫວ ຍັງຊ້ຳຊ້ອນຫຼືຄ້າຍຄືກັນກັບ ອົງການບໍຣິຫານຣັຖ ທັງເວົ້າໃນຕອນນຶ່ງວ່າ ພັກຕ້ອງເພີ່ມທະວີ ການນຳພາ-ຊີ້ນຳຕໍ່... ສະຫະພັນນັກຣົບເກົ່າທຸກຂັ້ນ ເພື່ອໃຫ້ມີການປັບປຸງແບບແຜນ, ວິທີ, ເນື້ອໃນ ແລະ ການເຄື່ອນໄຫວທີ່ແທດເໝາະ ກັບແຕ່ລະເປົ້າໝາຍ.
ເພື່ອຮັບໃຊ້ ຜົລປໂຍດຂອງຜູ້ນໍາພັກ ໃນຈໍານວນຮ່າງກົດໝາຍ 13 ສະບັບ ທີ່ວ່ານັ້ນ ກໍມີຮ່າງກົດໝາຍວ່າດ້ວຍ ສະຫະພັນນັກຮົບເກົ່າລາວ ເຊິ່ງມີໂຄງປະກອບ: 11 ພາກ, 4 ໝວດ ແລະ 58 ມາດຕຣາ.
ຮ່າງກົດໝາຍທີ່ຖືກສ້າງຂຶ້ນໃໝ່ສະບັບນີ້ ສເນີໂດຍ ພົນຈັດຕະວາ ຄໍາຜາ ຜ່ອງຈັນແສງ ຮອງປະທານສະຫະພັນນັກຣົບເກົ່າ ຊຶ່ງທ່ານກ່າວຕໍ່ ກອງປະຊຸມສະພາ ແຫ່ງຊາດຕອນນຶ່ງວ່າ:
“ເພື່ອໃຫ້ສອດຄ່ອງກັບສະພາບການ, ເງື່ອນໄຂ ແລະ ຄວາມຕ້ອງການໃນການພັທນາ ອົງການຈັດຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ ໃນຣະຍະໃໝ່ ຊຶ່ງປັດຈຸບັນ ບໍ່ມີກົດໝາຍຄຸ້ມຄອງ, ມີພຽງແຕ່ມະຕິຕົກລົງ ເລກທີ 68-69 ຂອງກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ ປີ 2002 ວ່າດ້ວຍການສ້າງຕັ້ງ, ການຈັດຕັ້ງ, ການເຄື່ອນໄຫວແລະຣະບຽບການສະເພາະ ສໍາລັບອົງການນີ້ເທົ່ານັ້ນ”.
ຮ່າງກົດໝາຍສະບັບນີ້ ຖືກຮັບຮອງເອົາ ຊຶ່ງທ່ານ ອິນຊີທອງ ກ່າວວ່າ ເຖິງຈະມີການຮັບຮອງເອົາກົດໝາຍ ຫລາຍປານໃດແຕ່ກົດໝາຍ ນັ້ນກໍຍັງຈະບໍ່ໄດ້ຮັບການ ຈັດຕັ້ງປະຕິບັດຄືເກົ່າ:
ເພື່ອຄວາມກະຈ່າງແຈ້ງກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການ, ກົມຈັດຕັ້ງນະໂຍບາຍ ແລະກົມໂຄສະນາອົບຮົມ ຂອງສະຫະພັນນັກຣົບເກົ່າ ແຫ່ງຊາດລາວ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 15 ແລະວັນທີ 18 ມິຖຸນານີ້ ແຕ່ບໍ່ສາມາດຕິດຕໍ່ໄດ້.
ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ສປປລາວ ຊຸດທີ 8 ນີ້ຈະພິຈາຣະນາຮັບຮອງເອົາຮ່າງກົດໝາຍໃໝ່ ແລະ ກົດໝາຍສະບັບປັບປຸງ 13 ສະບັບ ແລະຮ່າງແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຊຶ່ງເປັນບັນຫາຫຍຸ້ງຍາກສັບສົນ ຢູ່ໃນປັດຈຸບັນນີ້ນໍາດ້ວຍ.