ກົດໝາຍທີ່ດິນສະບັບ ປັບປຸງ
2018.11.08
ໃນອາທິດນີ້ ສະພາແຫ່ງຊາດໄດ້ຈັດກອງປະຊຸມ ກ່ຽວກັບການສະເໜີຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ ກ່ອນທີ່ຈະມີ ການຮັບຮອງເອົາ ຢູ່ໃນກອງປະຊຸມສະພາ ທີ່ຈະມາເຖິງນີ້.
ແຕ່ ຫລາຍຄົນກໍຍັງມີຄຳຖາມຢູ່ວ່າ ຮ່າງກົດໝາຍດັ່ງກ່າວ ຈະມີເນືີ້ອໃນຮັດກຸມ ແລະຈະປະຕິບັດໄດ້ຂະໜາດໃດ, ແລະສິດທິການນຳໃຊ້ທີ່ດິນ ຂອງປະຊາຊົນ ຕາມຮີດຄອງປະເພນີ ຈະຖືກບັນຈຸເຂົ້າໃນຮ່າງກົດໝາຍ ສະບັບປັບປຸງນີ້ ຫລາຍຂະໜາດໃດ. ຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ປະກອບມີ 185 ມາດຕຣາ ຈະມີແທນກົດໝາຍ ວ່າດ້ວຍທີ່ດິນ ສະບັບປັດຈຸບັນ ຊຶ່ງມີພຽງແຕ່ 87 ມາດຕຣາ ເທົ່ານັ້ນ.
ເຖິງຢ່າງໃດກໍຕາມ, ຮ່າງກົດໝາຍສະບັບປັບປຸງ ບາງມາດຕຣາ ມີການນຳສະເໜີແບບລວມໆ ໂດຍໄດ້ເປີດເປັນຊ່ອງວ່າງ ເຊັ່ນມາດຕຣາ 32 ໃນຮ່າງກົດໝາຍ ສະບັບປັບປຸງ ທີ່ດິນລວມໝູ່ ແທນທີ່ຈະໃຊ້ຄຳວ່າ ທີ່ດິນຊຸມຊົນ ຊຶ່ງເປັນທີ່ດິນຂອງຣັຖທີ່ມອບ ໃຫ້ປະຊາຊົນພາຍໃນ ບ້ານ ຫລື ຫລາຍບ້ານໃຊ້ຮ່ວມກັນ ຕາມກົດໝາຍເປັນຕົ້ນ ທີ່ດິນປ່າຊ້າ, ປ່າສັກສິດ, ໜອງລວມບ້ານ, ວັດ, ໂຮງຮຽນ, ສຸຂສາລາ, ຫ້ອງການປົກຄອງບ້ານ.
ສະເພາະມາດຕານີ້ ອົງການຈັດຕັ້ງທາງສັງຄົມ ກໍສະແດງຄວາມເປັນຫ່ວງວ່າ ການມັນຈະເກີດຊ່ອງວ່າງ ຜູ້ໃດຈະມາເອົາກໍໄດ້ ໂດຍສະເພາະ ຖ້າມີໂຄງການຂອງຣັຖ ເຂົ້າມາທີ່ດິນດັ່ງກ່າວ ກໍຍັງຈະຖືກມອບໃຫ້ໂຄງການຄືເກົ່າ. ແລະ ອີກຢ່າງນຶ່ງກໍຄື ມາດຕຣາດັ່ງກ່າວ ກໍບໍ່ໄດ້ເວົ້າ ເຖິງດິນ ປ່າໄມ້ຊຸມຊົນ ຊຶ່ງຊາວບ້ານສາມາດ ປົກປັກຮັກສາ ແລະ ໃຊ້ຜົນປະໂຫຍດ ທີ່ດິນປ່າໄມ້ ຊຸມຊົນຮ່ວມກັນໄດ້.
ບັນຫາທີ່ດິນທີ່ເກີດຂຶ້ນນັ້ນ ກໍຍ້ອນວ່າ ເຈົ້າໜ້າທີ່ຂອງຣັຖບໍ່ຮັບຮູ້ ສິດທິການນຳໃຊ້ທີ່ດິນ ຕາມຮີດຄອງປະເພນີຂອງປະຊາຊົນ. ທ່ານ ຟິວ ໂຣເບີດເຊີນ ຮອງຜູ້ອຳນວຍການອົງການສິ້ງຊ້ອມ ດ້ານສິດທິມະນຸດ ຫລື Human Rights Watch ປະຈຳເຂດ ເອເຊັຍ ໄດ້ກ່າວຕໍ່ ເອເຊັຍເສຣີວ່າ:
"ປະເທດລາວ ມີບັນຫາການສັ່ງການຈາກຂັ້ນເທິງລົງມາ, ການວາງແຜນແບບບໍ່ມີສ່ວນຮ່ວມ, ບໍ່ໃສ່ໃຈຕໍ່ສິດຜົນປະໂຫຍດ ປະຊາຊົນໂດຍ ທົ່ວໄປ ຊຶ່ງກົດໝາຍວ່າດ້ວຍທີ່ດິນສະບັບໃໝ່ ກໍຄົງເປັນແບບດຽວກັນ. ຖ້າວ່າ ຣັຖບານແກ້ໄຂ ການອອກໃບທີ່ດິນ ແບບຜິດພາດ ເມີນເສີຍຕໍ່ສິດນຳໃຊ້ ທີ່ດິນຕາມຮີດຄອງປະເພນີ ຂອງປະຊາຊົນ ນັ້ນມັນຈະກໍ່ໃຫ້ເກີດບັນຫາໃຫຍ່ ສຳລັບປະຊາຊົນລາວ ຜູ້ທີ່ໄດ້ຮັບ ຜົນກະທົບ ຈາກບໍຣິສັດ ແລະ ເຈົ້າໜ້າທີ່ຂອງຣັຖ ທີ່ໄປຢຶດເອົາທີ່ດິນ ຂອງຊາວບ້ານ."
ທ່ານ ກ່າວຕື່ມອີກວ່າ ໃນການປະຕິຮູບທີ່ດິນ, ປະເທດລາວ ຄວນເຮັດແບບຄ່ອຍເປັນຄ່ອຍໄປ, ໃຫ້ທຸກພາກສ່ວນມີສ່ວນຮ່ວມ ເພື່ອຮັບປະກັນວ່າ ສິດນຳໃຊ້ທີ່ດິນ ຕາມຮີດຄອງປະເພນີ ຂອງປະຊາຊົນ ໄດ້ຮັບການເຄົາຣົບ. ປະຊາຊົນລາວ ນຳໃຊ້ທີ່ດິນ ໃນການດຳລົງຊີວິດ ສະນັ້ນ ການກະທໍາອັນໃດ ກໍແລ້ວແຕ່ ທີ່ກະທົບຕໍ່ສິດນຳທີ່ດິນ ຂອງປະຊາຊົນ ຈະເປັນພັຍແກ່ປະເທດຊາດ.
ອັນນັ້ນ ເປັນຄຳເຫັນຂອງ ທ່ານ ຟິວ ໂຣເບີດເຊີນ ຮອງຜູ້ອຳນວຍການອົງການສິ້ງຊ້ອມດ້ານສິດທິມະນຸດ ຫລື Human Rights Watch ປະຈຳເຂດເອເຊັຍ.
ບັນຫາກ່ຽວກັບທີ່ດິນທີ່ເກີດຂຶ້ນ ຍ້ອນວ່າ ພະນັກງານຂອງຣັຖ ສວຍໃຊ້ສ້າງນະໂຍບາຍ ຫັນທີ່ດິນເປັນທຶນ ເພື່ອເອົາຜົນປະໂຫຍດ, ດັ່ງ ທ່ານ ທອງລຸນ ສີສຸລິດ ໄດ້ກ່າວຢູ່ໃນກອງປະຊຸມສະພາແຫ່ງຊາດ ໃນທ້າຍປີ 2017 ຜ່ານມາ ຕອນນຶ່ງວ່າ:
"ການຄຸ້ມຄອງທີ່ດິນ ການນຳໃຊ້ທີ່ດິນ ຊຶ່ງເປັນຊັບສົບບັດ ແຫ່ງຊາດຂອງພວກເຮົາໃນໄລຍະທີ່ຜ່ານມາ ມີຫລາຍອັນສັບສົນ ແລະ ກໍຕ້ອງຖືວ່າ ມີຫລາຍອັດຜິດພາດ ຄວາມຈິງພວກເຮົາມີກົດໝາຍແລ້ວ ມີນິຕິກັມລຸ່ມກົດໝາຍນີ້ ກະຫລາຍລະ ມີນິຕິກັມ ຈະແຈ້ງແລ້ວ ແຕ່ການປະຕິບັດນິຕິກັມ ກົດໝາຍ ທີ່ຜ່ານມາມີຊ່ອງວ່າງຫລາຍ ພາໃຫ້ການສວຍໃຊ້ ສວຍໂອກາດ ເອົາລະບຽບການຕ່າງໆ ມາປັບປ່ຽນ ແອບແຝງໃຫ້ເປັນຜົນປະໂຫຍດບຸກຄົນ ຫລືວ່ານັກທຸຣະກິດ ຈຳນວນນຶ່ງເທົ່ານັ້ນ ໄດ້ຮັບຜົນປໂຍດ."
ການເອົາທີ່ດິນຂອງປະຊາຊົນໃຫ້ນັກລົງທຶນສຳປະທານ ເຮັດໃຫ້ປະຊາຊົນອັປໂຍດ, ດັ່ງ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ໄດ້ກ່າວຕື່ມອີກວ່າ:
"ແຕ່ວ່າ ຣັຖບໍ ກຸ່ມຄົນ ຈຳນວນນຶ່ງ ບຸກຄົນ ປະຊາຊົນຊ້ຳພັດເສັຍຜົນປໂຍດ ຫຼືວ່າອັປໂຍດ ຕໍ່ການປະຕິບັດຂອງພວກເຮົາໃນໄລຍະທີ່ຜ່ານມາ."
ຂໍ້ຂັດແຍ້ງທີ່ເກີດຂຶ້ນທີ່ຜ່ານມາ ກໍຍ້ອນວ່າ ຣັຖໃຫ້ສຳນັກລົງທຶນ ມາສຳປະທານທີ່ດິນ ແລ້ວໄປກວມເອົາດິນ ທຳກິນ ຂອງປະຊາຊົນ.
ກໍຣະນີຂໍ້ຊັດແຍ້ງທີ່ດິນເກີດຂຶ້ນ ຢູ່ບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ:
ທາງການແຂວງເຊກອງ ຈັບປະຊາຊົນ ບ້ານຢຶບ 14 ຄົນ ໃນປີ 2017 ທີ່ຜ່ານມາ, ມີຜູ້ເສັຽຊີວິດ 1 ຄົນ ຢູ່ໃນຄຸກ, ຖືກປ່ອຍອອກແລ້ວ 3 ຄົນ, ປັດຈຸບັນ ຍັງເຫລືອອີກ 10 ຄົນ ທີ່ຖືກຂັງຄຸກຢູ່.
ຂໍ້ຂັດແຍ້ງທີ່ດິນເກີດຂຶ້ນຢູ່ບ້ານນາຄວາຍ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ
ຊຶ່ງເປັນຂໍ້ຂັດແຍ່ງ ລະຫວ່າງປະຊາຊົນ ກັບບໍຣິສັດ ນ້ຳທາກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ຢູ່ບ້ານຄວາຍໃຕ້ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ.
ໃນວັນທີ 03 ກັນຍາ 2018 ບໍຣິສັດນໍ້າທາກໍ່ສ້າງ ໄດ້ສັ່ງລູກນ້ອງ 10 ປາຍກວ່າຄົນ ແລະ ຕໍາຣວດຊຸດດຳ 4 ຄົນພ້ອມອາວຸດປືນຄົບມື ລົດຈົກ 3 ຄັນ ອອກມາ ບຸກເບີກທີ່ດິນ ຂອງປະຊາຊົນ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຂໍໃຫ້ຣັຖບານ ຊ່ວຍປະຊາຊົນແດ່ທ້ອນ.
ໃນປີ ວັນທີ 20 ຕຸລາ 2011, ບໍຣິສັດ ນ້ຳທາກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ໄດ້ເຊັນສັນຍາຮ່ວມທຸຣະກິດປະສົມ ແລະ ພັທນາທີ່ດິນ ກັບຜແນກການເງິນ ນະຄອນຫລວງວຽງຈັນ.
ຂໍ້ຂັດແຍ່ງທີ່ເກີດຂຶ້ນຢູ່ເມືອງແຂວງຊຽງຂວາງ ແລະ ແຂວງຫລວງພຣະບາງ:
ໃນວັນທີ 5 ພຶສພາ ປີ 2015 ເຈົ້າໜ້າທີ່ຕໍາຣວດພ້ອມດ້ວຍລົດດຸດ ໄປທຸບ ພັທຄານເມືອງພວນ ຢູ່ບ້ານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ.
ແລະ ອີກກໍຣະນີນຶ່ງ ກໍຄື ນາງ ຈັນທະພອນ ພະນັກງານຜແນກຊັພຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫລວງພຣະບາງ ເອົາຂໍ້ຕົກລົງຂອງ ເຈົ້າແຂວງຫລວງພຣະບາງ ວ່າດ້ວຍການອະນຸມັດ ໃຫ້ບໍຣິສັດຈີນ ສຳປະທານເຂດບໍຣິເວນ ອ້ອມຮອບ ດາດກວາງຊີ ອອກມາເຜີຍແຜ່ ຜ່ານຜ່ານເຟສບຸກ. ເປັນເຫດເຮັດໃຫ້ ນາງຈັນທະພອນ ຖືກເຈົ້າແຂວງຫລວງພຣະບາງ ສັ່ງຈັບຂັງຄຸກເປັນເວຍລາ ນຶ່ງ ເດືອນ.
ບັນດາທ່ານ ອັນນັ້ນ ນີ້ເປັນສ່ວນນຶ່ງກໍຣະນີຕົວຢ່າງ ທີ່ເກີດຂຶ້ນກ່ຽວກັບບັນຫາທີ່ທີ່ດິນ ທີ່ເກີດຂຶ້ນ, ແຕ່ໃນຄວາມເປັນຈິງ ຍັງມີອີກຫລາຍຕົວຢ່າງ ທີ່ເກີດຂຶ້ນຢູ່ປະເທດລາວ.