ສະພາແຫ່ງຊາດຊຸດທີ 8 ເປີດ ປະຊຸມ

ຈໍາປາທອງ
2017.04.26
f-pany ຍານາງ ປານີ ຢ່າທໍ່ຕູ້ ປະທານ ສະພາແຫ່ງຊາຕ ສປປລາວ
Screen captured LNTV video

ໃນຕອນເຊົ້າຂອງວັນທີ 25 ເມສາ 2017 ຢູ່ຫໍສະພາແຫ່ງຊາດ ນະຄອນຫຼວງ ວຽງຈັນ ໄດ້ມີພີທີ ເປີດກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ຂອງ ສປປລາວ ໂດຍແມ່ນ ຍານາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ ເປັນຜູ້ກ່າວເປີດ ດັ່ງມີ ເນື້ອໃນວ່າ: ສຽງ...

ໃນຄໍາປາສັຍກ່າວເປີດກອງປະຊຸມນັ້ນ ຍານາງ ປານີ ກ່າວເຖິງຣາຍການ ກອງປະຊຸມ 10 ຣາຍການ ຊຶ່ງຂ້າພະເຈົ້າ ຈະນໍາສເນີທ່ານ ຜູ້ຟັງບາງຕອນ ຊຶ່ງ ຍານາງ ກ່າວວ່າ: ສຽງ..

ຫລັງຈາກນັ້ນ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ ກໍໄດ້ຣາຍງານ ໂດຍສັງເຂບ ຕໍ່ກອງປະຊຸມ ສະພາແຫ່ງຊາດ ກ່ຽວກັບ ການປະຕິບັດງານ ໃນລະຍະ 6 ເດືອນ ຜ່ານມາ ແລະສເນີແຜນການ ວຽກງານ 6 ເດືອນ ຕໍ່ໄປຂອງ ປີ 2017 ຊຶ່ງຂ້າພະເຈົ້າ ຈະນໍາເອົາ ຄໍາເຫັນ ບາງຕອນຂອງທ່ານ ຮວມທັງຂໍ້ຄົງຄ້າງ ຈໍານວນນຶ່ງ ທີ່ທ່ານ ຈະແກ້ໄຂ ມາສເນີທ່ານ: ສຽງ..

ຫົວໜ້າອົງການທຽບເທົ່າ ແລະທັງອົງການຕຸລາການ ອີກຫລາຍທ່ານ ກໍຈະໄດ້ ຣາຍງານຜົລ ການປະຕິບັດວຽກງານ ແລະສເນີແຜນການ ວຽກງານ ຂອງຕົນຕໍ່ໄປ ດັ່ງທີ່ໄດ້ບົ່ງ ໄວ້ຢູ່ໃນຣາຍການ ກອງປະຊຸມ ຊຶ່ງປະທານ ສະພາແຫ່ງຊາດ ໄດ້ປະກາດໄປແລ້ວນັ້ນ.

ເວົ້າເຖິງກອງປະຊຸມ ສະພາແຫ່ງຊາດ ປະຊາຊົນແຂວງສວັນນະເຂດ ທີ່ຕິດຕາມ ກອງປະຊຸມນັ້ນ ເວົ້າວ່າ ຢາກໃຫ້ທາງ ສະພາ ແຫ່ງຊາຕ ແລະ ຄນະຣັຖບາລ ເລັ່ງແກ້ໄຂ ບັນຫາເສຖກິດ ທີ່ຫຍຸ້ງຍາກ ຝືດເຄືອງຫລາຍ:

“ໃນຖານະທີ່ເປັນຜູ້ທີ່ດຳຣົງຊີວິຕ ຢູ່ໃນປະເທສລາວນີ້ ກະຢາກໃຫ້ມີການແກ້ໄຂ ທາງດ້ານເສຖກິຈ ຫຼາຍຂຶ້ນເນາະ ເພາະວ່ານຶ່ງມາເນາະ ປະຊາຊົນ ຫຼືວ່າຜູ້ທີ່ດຳຣົງຊີວິຕ ຄ້າຂາຍ ຢູ່ພາຍໃນປະເທສນີ້, ກະຫາເງິນຍາກ ຈາກການທີ່ເຄີຍໄດ້ເນາະ. ທ້າຍໆປີ 2016 ຈົນຊິຮອດປີ 2017 ຖືວ່າເສຖກິຈຢາກຍາກ ຝືດເຄືອງຫຼາຍ”.

ດັ່ງທ່ານ ສົມມຈິດ ສຸວັນນະຄີລີ ຊາວລາວ ທີ່ຣັຖເທັກຊັດ ສະຫະຣັຖ ອະເມຣິກາ ຜູ້ຕິດຕາມ ກອງປະຊຸມ ສະພາແຫ່ງຊາດ ມາໂດຍ ຕລອດນັ້ນ ເວົ້າເຖິງ ກອງປະຊຸມ ເທື່ອນີ້ວ່າ: ...ສຽງ...

ກອງປະຊຸມເທື່ອນີ້ ນອກຈາກສະມາຊິກສະພາແຫ່ງຊາດ ແລ້ວ ກໍຍັງມີ ນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ແລະຄນະຣັຖບາລ ສປປລາວ ແລະ ທັງແຂກ ຖືກເຊີນ ຮວມທັງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄນະບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານ ປະເທສ, ທ່ານ ພັນຄໍາ ວິພວັນ ກັມການກົມການເມືອງ ສູນກາງ ພັກ, ຜູ້ປະຈໍາການ ຄນະເລຂາທິການ ສູນກາງພັກ ແລະທັງ ເປັນຮອງ ປະທານປະເທສ ເຂົ້າຮ່ວມ. ກອງປະຊຸມທີ່ໄດ້ເປີດຂຶ້ນ ໃນວັນທີ 25 ເມສາ 2017 ນີ້ ຈະປິດລົງ ໃນວັນທີ 18 ພຶສພາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.