ກົດໝາຍໃໝ່ວ່າດ້ວຍການ ຂໍເອົາ ສັນຊາດລາວ
2017.12.06
ກົດໝາຍວ່າດ້ວຍສັນຊາດລາວ ສະບັບປັບປຸງເທື່ອທີ 2 ຂອງ ສປປລາວ ທີ່ ຖືກຮັບຮອງເອົາ ຢູ່ກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງ ສະພາແຫ່ງຊາດ ຊຸດທີ 8 ໃນມື້ວັນທີ 1 ພຶສຈິກາ 2017 ນີ້ກຳນົດຫລັກການ, ຣະບຽບການແລະມາດຕາການ ກ່ຽວກັບ ການໄດ້,ການເສັຍ ສັນຊາດລາວ, ແລະທັງຣະບຸວ່າ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ບໍ່ອະນຸຍາດໃຫ້ ພົລເມືອງລາວ ມີສອງສັນຊາດຄວບກັນ ອັນໝາຍເຖິງ ບໍ່ໃຫ້ມີສັນຊາດອື່ນຕື່ມອີກ.
ມາດຕຣາ 18 ຂອງກົດໝາຍສະບັບນີ້ກໍານົດໃຫ້ ຊາວຕ່າງປະເທສ ທີ່ມີການສຶກສາສູງ ຫລືນັກຊ່ຽວຊານ ທີ່ຢູ່ໃນສປປລາວ ເປັນເວລາພຽງ ຫ້າປີ ຕິດຕໍ່ກັນ ແທນທີ່ຈະໃຊ້ເວລາ 10 ປີ ຕາມປົກກະຕິ ສໍາລັບຄົນຕ່າງປະເທສ ນັ້ນກໍສາມາດ ເປັນສັນຊາດລາວ ໄດ້, ຕາມຣາຍງານ ຂອງ ວຽງຈັນທາມສ ແລະ ຊາວຕ່າງປະເທສ ທີ່ປະກອບສ່ວນ ສໍາຄັນເຂົ້າໃນການຕໍ່ສູ້ ປະຕິວັດລາວ ຫລື ໃນການພັທນາ ເສຖກິດ-ສັງຄົມ ແຫ່ງຊາດ ຂອງລາວ ຈະໄດ້ຮັບ ການພິຈາຣະນາ ເປັນກໍຣະນີ ພິເສດ. ສຳລັບຄົນເຊື້ອຊາດລາວ ທີ່ຢາກໄດ້ສັນຊາດລາວ, ຜູ້ທີ່ມີສັນຊາດ ອື່ນແລ້ວ ຕ້ອງໄດ້ຢູ່ ສປປລາວ 5 ປີ ຕິດຕໍ່ກັນຂຶ້ນໄປ ແລະ ສຳລັບຜູ້ບໍ່ໄດ້ ສັນຊາດອື່ນ ແມ່ນ 3 ປີຂຶ້ນໄປ.
ເວົ້າເຖິງເຣຶ່ອງ ການຕັດສັນຊາດ ຊາວລາວ ຢູ່ຕ່າງປະເທສ ທ່ານນຶ່ງ ທີ່ຂໍສະຫງວນ ຊື່ແລະສຽງ ເວົ້າວ່າ ທ່ານໄດ້ໄປຢູ່ລາວ ຫລາຍປີແລ້ວ ແລະໄດ້ຍິນຢູ່ວ່າ ທາງການລາວ ເພີ່ນມີ ນະໂຍບາຍ ໃຫ້ຄົນລາວ ຢູ່ຕ່າງປະເທສ ຕັດເປັນສັນຊາດລາວ ແຕ່ທ່ານ ບໍ່ສົນໃຈນໍາ ການທີ່ ຈະກັບຄືນ ໄປເອົາສັນລາວ ນັ້ນກໍບໍ່ແມ່ນ ບໍ່ຮັກຊາດລາວ. ພົລເມືອງລາວ ມີສອງສັນຊາດ ບໍ່ໄດ້. ທ່ານເວົ້າວ່າ ຜູ້ທີ່ຢາກຕັດ ສັນຊາດ ຕ້ອງມີແນວໃດແນວນຶ່ງ ອັນໃດອັນນຶ່ງ ຈຶ່ງຄ່ອຍຢາກຕັດ, ເຈົ້າໜີມາພໍແຮງແລ້ວ ເຈົ້າຢູ່ ອະເມຣິກາ ໄດ້ສັນຊາດ ອະເມຣິກາ, ມີເງິນ ເຖົ້າກິນ ຢ່າງໜ້ອຍ 600 ຫາ 2,500 ໂດລາ ຕໍ່ເດືອນ ເຈົ້າຈະຖິ້ມບໍ.
ເວົ້າເຖິງເງື່ອນໄຂ ຂອງການເຂົ້າເປັນສັນຊາດລາວ ຕາມກົດໝາຍສະບັບປັບປຸງໃໝ່ ຄົນລາວຢູ່ຕ່າງປະເທສ ທີ່ມີສັນຊາດ ປະເທສທີ່ຕົນຢູ່ ຫລືບໍ່ມີສັນຊາດປະເທສນັ້ນ ແລະຄົນຕ່າງປະເທສ ຫລື ຄົນບໍ່ມີສັນຊາດ ທີ່ຕ້ອງການສັນຊາດລາວ ຕ້ອງມີເງື່ອນໄຂ ພຽບພ້ອມ 10 ຢ່າງ ກ່ອນຈະຍື່ນເອກກະສານ ຂໍສັນຊາດລາວໄດ້ ຊຶ່ງໃນນັ້ນຮວມທັງ ຕ້ອງມີອາຍຸ ຢ່າງໜ້ອຍ 18 ປີ; ເຄົາຣົບ ຣັຖທັມມະນູນ ແລະກົດໝາຍ ຂອງ ສປປລາວ; ສາມາດເວົ້າ, ອ່ານ ແລະ ຂຽນພາສາລາວໄດ້ ໃນຣະດັບໃດນຶ່ງ; ມີສຸຂພາບດີ, ບໍ່ເປັນພຍາດຕິດແປດ ທີ່ຮ້າຍແຮງ, ບໍ່ຕິດຢາເສບຕິດ; ບໍ່ໄດ້ຖືກສານຕັດສິນລົງໂທດ ຕັດອິສຣະພາບ; ມີວຽກເຮັດ, ຕາມການຣາຍງານ ຂອງໜັງສືພິມທາງການລາວ.
ເວົ້າເຖິງກົດໝາຍວ່າດ້ວຍສັນຊາດລາວ ສະບັບປັບປຸງໃໝ່ ທີ່ກໍານົດໄວ້ວ່າ ຊາວຕ່າງປະເທສ ທີ່ປະກອບສ່ວນສໍາຄັນ ເຂົ້າໃນ ການຕໍ່ສູ້ ປະຕິວັດລາວ ຫຼືໃນການພັທນາເສຖກິດ-ສັງຄົມ ແຫ່ງຊາດ ຂອງລາວ ຈະໄດ້ຮັບການພິຈາຣະນາ ເປັນກໍຣະນີພິເສດນັ້ນ ຊາວລາວຫຼາຍຄົນ ຢູ່ຕ່າງປະເທສເວົ້າວ່າ ເປັນກົດໝາຍ ທີ່ຜູ້ນຳພັກ ປະຊາຊົນ ປະຕິວັດລາວ ແຕ່ງຂຶ້ນມາເພື່ອ ອຳນວຍຄວາມສະດວກ ໃຫ້ພັກຄອມມິວນິສ ທີ່ມີຍຸທສາດ ກືນກິນລາວ ໂດຍຈະໃຫ້ພົລເມືອງວຽດນາມ ພາກັນຫຼັ່ງໄຫລ ເຂົ້າມາຂໍເປັນ ສັນຊາດລາວ ເປັນພົລເມືອງລາວ ໄດ້ແບບງ່າຍໆ ຕາມທີ່ທາງການວຽດນາມ ຕ້ອງການ ໂດຍຖືເອົາຄຸນງານຄວາມດີ ຂອງຄົນວຽດນາມ ເຖິງບໍ່ຮູ້ຈໍານວນຄັກແນ່ ແຕ່ຢ່າງໜ້ອຍ ກໍຫລາຍແສນ ຄົນ ທີ່ມີຕໍ່ພາຣະກິດ ປະຕິວັດລາວ ເປັນເງື່ອນໄຂ ໃນການບັນລຸ ເປົ້າໝາຍ ດັ່ງກ່າວຂອງຕົນ. ກ່ຽວກັບເຣຶ່ອງນີ້ ຕາມຄໍາເວົ້າຂອງ ທ່ານ ພູຂຽວ ຂາວຈອນທັນ ຊາວລາວ ທີ່ຣັຖມິນນິໂຊຕາ ສະຫະຣັຖ ອະເມຣິກາ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 4 ທັນວາ ແລ້ວແມ່ນວ່າ:
"ສິເອົາມາຫລາຍແມ່ນມັນກາຍພວກຕໍ່ສູ້ ເຂົ້າມາສັງເກດເບິ່ງ ເອົາມາແບບມີກໍານົດບໍ ສິມາເປັນສັນຊາດລາວແທ້ບໍ ປະເພນີລາວແທ້ບໍ ຄັນເຈົ້າສິມາເປັນຄົນລາວ ກະຮຽນໜັງສືລາວໃດ໋ ແລະກະເສັຍພາສີໃຫ້ລາວ ສິເຂົ້າມາກະດີ ຂັ້ນເຂົ້າມາແລ້ວ ສິເປັນ ສັນຊາດແກວຄືເກົ່າ ກະປະເພນີແກວ ຮຽນໜັງສືແກວ ບໍ່ເຂົ້າມາກະໄດ້ ຂັ້ນເປັນແບບນັ້ນ ກະມາຢາກຍຶດປະເທສເຮົາ ຂັ້ນເປັນແບບນັ້ນ ມາເປັນພົລເມືອງ ຄືເຮົາເປັນອະເມຣິກັນ ນີ້ແຫລະ ຢູ່ອາເມຣິການີ້ ເສັງກະຍາກ ມີປະວັດເຂົາເຈົ້າພ້ອມອີກ."
ໃນເມື່ອກົດໝາຍວ່າດ້ວຍສັນຊາດລາວໃໝ່ ທີ່ວ່າໃຫ້ຄວາມສະດວກ ແກ່ຄົນລາວກັບຄືນເອົາສັນຊາດລາວຫັ້ນ ສໍາລັບທ່ານເດ ທ່ານສິມີ ແນວຄິດ ກັບຄືນເມືອບໍ?
"ຕາມຄວາມຄິດສ່ວນຕົວຂອງຂ້າພະເຈົ້າເອງນະ ຂ້າພະເຈົ້ານີ້ຕຽມຢູ່ແລ້ວ ເງິນກະມີເງິນຣິທາຍແລ້ວ ເມືອພຸ້ນເຮົາຢາກສ້າງສາ ໃຫ້ບ້ານ ເມືອງເຮົາຈະເຣີນ ເມືອພຸ້ນກະດີ ຄັນເພິ່ນໃຫ້ສອງສັນຊາດ ຄືວ່າສັນຊາດອະເມຣິການີ້ ກະບໍ່ໄດ້ຖິ້ມ ກະບໍ່ຖິ້ມແຫລະ ຂອງເງິນເຣິທາຍ ເຂົາກະບໍ່ໃຫ້ໃດ໋ ຄັນຖິ້ມ ຄັນວ່າປະສັນຊາດ ເພີ່ນສິລ້ຽງເຮົາບໍໍ ຄັນວ່າເງິນພັນນຶ່ງ ກະຈັກລ້ານເງິນເຮົາຫັ້ນ ເຮົາບໍ່ປະໃດ໋ ແລ້ວກໍເມືອ ກະໃຫ້ເພິ່ນ ປ່ຽນຣະບອບເສັຍກ່ອນ ຈຶ່ງເມືອສ້າງບ້ານເມືອງ ຢາກຊ່ວຍເພີ່ນ ຄິດຮອດບ້ານຮອດເມືອງຢູ່ ຫາກແຕ່ວ່າມັນບໍ່ປອດພັຍ ຫັ້ນໜ່າ ຄວາມບໍ່ຍຸຕິທັມຫັ້ນ."
ສປປລາວ ຫັ້ນບໍ່ອະນຸຍາດໃຫ້ມີສອງສັນຊາດ ສັນຊາດອາເມຣິກາແນ່ ສັນຊາດລາວແນ່ ທີ່ກະສິບໍ່ເມືອແຫລະນໍ?
"ບໍ່ເມືອແຫລະໃນຊາດນີ້ ບໍ່ເມືອແຫລະ ຂໍໂທດເດີ ບ່າຍໆເດີ ຊາດໜ້າຍັງບ່າຍຢູ່."
ທ່ານມີຫຍັງຢາກເວົ້າຕື່ມບໍນໍຈັກເລັກຈັກໜ່ອຍ ກ່ຽວກັບເຣຶ່ອງກົດໝາຍວ່າດ້ວຍສັນຊາດລາວ ທີ່ວ່າສະບັບໃໝ່ເພີ່ນ ອອກມານີ້?
"ອັນສະບັບໃໝ່ອອກມານີ້ ໝາຍຄວາມວ່າ ເພີ່ນສິມາຫລອກລວງອີກແລ້ວ."
ເຣຶ່ອງການຂໍຄວາມສະດວກຕ່າງໆ ໃຫ້ຊາວວຽດນາມ ຢູ່ລາວນັ້ນ ຫລາຍຄົນເວົ້າວ່າ ຈະຮູ້ໄດ້ຈາກຄໍາເວົ້າ ຢ່າງລຽນຕິດ ຂອງບັນດາຜູ້ນໍາ ພັກ-ຣັຖວຽດນາມ ຮວມທັງ ຍານາງ Nguyen Thi Kim Ngan ປະທານສະພາແຫ່ງຊາດວຽດນາມ ທີ່ມາຢ້ຽມຢາມ ສປປລາວ ໃນມື້ວັນທີ 1 ພຶສຈິກາ 2017 ທີ່ໄດ້ຮຽກຮ້ອງໃຫ້ຜູ້ນໍາ ສປປລາວ ສ້າງເງື່ອນໄຂອັນດີທີ່ສຸດ ເທົ່າທີ່ຈະເຮັດໄດ້ສໍາລັບຊາວວຽດນາມ ຮວມທັງທີ່ເຮັດວຽກ ແລະສຶກສາຢູ່ລາວ ພິຈາຣະນາຫຼຸດຄ່າທໍານຽມ ສໍາລັບຂັ້ນຕອນ ແລະການບໍຣິການຕ່າງໆ, ຫຼຸດພາສີ ສໍາລັບຄົນວຽດນາມ ແລະຈ້າງຄົນງານ ວຽດນາມ ຫຼາຍຂຶ້ນ ໃນໂຄງການ ທີ່ວຽດນາມລົງທຶນ ຫລືໂຄງການ ຮ່ວມມືຕ່າງໆ.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທາງການ ສປປລາວ ທີ່ກ່ຽວຂ້ອງກັບເຣຶ່ອງການໃຫ້ ສັນຊາດ ກໍເວົ້າວ່າ ການປະຕິບັດກົດໝາຍ ສະບັບນີ້ ຈະບໍ່ໄດ້ເລັ່ງໃສ່ ໃຫ້ບຸຣິມະສິດຄົນຊາດໃດ ຫຼືປະເທດໃດ ຂໍແຕ່ມີເງື່ອນໄຂຕາມທີ່ໄດ້ບົ່ງໄວ້ ຢູ່ໃນກົດໝາຍ ໃຜຍື່ນຄຳຮ້ອງ ຂໍສັນຊາດກ່ອນ ກໍຈະພິຈາຣະນາ ຄົ້ນຄວ້າໃຫ້ກ່ອນ. ທ່ານເວົ້າວ່າການທີ່ມີຂ່າວວ່າ ສປປລາວໃຫ້ບູຣິມະສິດແກ່ຄົນວຽດນາມນັ້ນ ແມ່ນບໍ່ມີຄວາມຈິງ, ດັ່ງທີ່ ທ່ານໄດ້ກ່າວບາງຕອນ ໃນມື້ວັນທີ 1 ທັນວານີ້ວ່າ:
"ມັນເອກກະພາບທຸກສັນຊາດເລີຍ ຜ່ານມານີ້ເດກະເຫັນຢູ່ວ່າສັນຊາດອື່ນເຂົາເຈົ້າກະມາ ບໍ່ແມ່ນຄວາມຈິງເດີ."
ທ່ານເວົ້າວ່າ ດຽວນີ້ກໍມີຄົນໄທ, ຄົນຈີນ, ວຽດນາມ, ບັງກະລະເທດ ແລະອິນເດັຍ ທີ່ຂໍສັນຊາດລາວ.
ກົດໝາຍວ່າດ້ວຍສັນຊາດລາວສະບັບປັບປຸງໃໝ່ນີ້ ຫາກເວົ້າເຖິງເຣື່ອງເນື້ອໃນ ຫຼືຂໍ້ກໍານົດເງື່ອນໄຂຕ່າງໆ ຕໍ່ຄົນຕ່າງປະເທສ ກ່ອນທີ່ຈະຮັບ ເປັນສັນຊາດລາວນັ້ນ ທ່ານກໍບອກວ່າ ໂດຍພື້ນຖານແລ້ວ ແມ່ນບໍ່ມີຫຍັງປ່ຽນແປງ, ຍັງຖືຕາມກົດໝາຍ ສະບັບເກົ່າຢູ່, ເປົ້າໝາຍກໍຄື ຕ້ອງການໃຫ້ ຄົນທີ່ເຂົ້າມາເປັນສັນຊາດລາວນັ້ນ ຮ່ວມພັທນາເສຖກິດ-ສັງຄົມລາວ ນໍາກັນ ແລະຄາດກັນວ່າ ກົດໝາຍສະບັບນີ້ ອາຈຖືກ ປະກາດໃຊ້ ໃນເດືອນທັນວາ 2017 ນີ້.
ກົດໝາຍວ່າດ້ວຍສັນຊາດລາວ ສະບັບນີ້ ເປັນສະບັບປັບປຸງ ເທື່ອທີ 2, ປັບປຸງເທື່ອທຳອິດເມື່ອປີ 2004 ພາຍຫລັງ 10 ປີ ທີ່ກົດໝາຍ ວ່າດ້ວຍສັນຊາດ ສະບັບທຳອິດຂອງ ສປປລາວ ປີ 1990 ໄດ້ຖືກປະກາດໃຊ້ ມາແຕ່ປີ 1994. ກົດໝາຍສະບັບໃໝ່ ປີ 2017 ນີ້ ປະກອບດ້ວຍ 10 ໝວດ, 52 ມາດຕຣາ, ສະບັບເກົ່າປີ 2004 ມີ 6 ໝວດ, 30 ມາດຕຣາ.