ຄຸນງາມຄວາມດີຂອງ Dr. Martin Luther King, Junior
2014.01.21
ໃນທຸກໆປີ ຂອງ ວັນຈັນ ອາທິດ ທີ່ 3 ຂອງ ເດືອນ ມົກກະຣາ ໃນທົ່ວ ສະຫະຣັຖ ອະເມຣິກາ ຖືເປັນວັນ ຢຸດພັກ ແຫ່ງຊາຕ ເພື່ອເປັນກຽດ ໃນການ ສະຫລອງ ວັນຄ້າຍ ວັນເກີດ ຂອງ ທ່ານ Dr. Martin Luther King Junior ນັກເຄື່ອນໄຫວ ຊາວ ອະເມຣິກັນ ຜີວດໍາ ຜູ້ນໍາພາ ຂະບວນການ ສິດທິ ພົລເມືອງ ຕໍ່ສູ້ແບບ ສັນຕິ ເພື່ອລຶບລ້າງ ກົດໝາຍ ການຈໍາແນກ ເຊື້ອຊາຕ ຜີວພັນ ຕໍ່ສູ້ ໃຫ້ ຊາວຜີວດໍາ ມີສິດ ໃນການ ປ່ອນບັດ ເລືອກຕັ້ງ, ຕໍ່ສູ້ເພື່ອໃຫ້ ຊາວຜີວດໍາ ມີຄວາມ ສະເໝີພາບ ຕໍ່ໜ້າ ກົດໝາຍ ຊຶ່ງມັນເປັນ ສິດທິ ພື້ນຖານ ມະນຸດຊົນ. ຜົນງານ ສືບທອດ ຂອງ ດຣ. ຄິງ ຫລາຍປີ ຕໍ່ໆມາໄດ້ ເປີດປະຕູ ໃຫ້ ເຊື້ອຊາຕ ຕ່າງໆ ຈາກ ທົ່ວໂລກ ທີ່ເຂົ້າມາ ຕັ້ງຖິ່ນຖານ ໃນ ສະຫະຣັຖ ອະເມຣິກາ ໄດ້ຮັບ ສິດທິ ເທົ່າທຽມກັນ ໝົດ ໃນທຸກໆດ້ານ.
Dr. Martin Luther King junior ເກີດເມື່ອ ວັນທີ່ 15 ມົກກະຣາ ປີ 1929 ແລະ ເຖິງແກ່ກັມ ເມື່ອວັນທີ່ 4 ເມສາ ປີ 1968. ການຕໍ່ສູ້ ເພື່ອໃຫ້ ວັນຄ້າຍ ວັນເກີດ ຂອງ Dr. King ກາຍເປັນວັນ ຢຸດພັກ ແຫ່ງຊາຕ ນີ້ ໃຊ້ ເວລາ ເຖິງ 32 ປີ. ຈົນມາຮອດ ປີ 1983 ມື້ລາງ ປະທານາທິບໍດີ Ronald Reagan ໄດ້ເຊັນ ຮ່າງມະຕິ ຂອງ ສະພາ ໃຫ້ວັນ ຄ້າຍວັນເກີດ ຂອງ ດຣ. ຄິງ ເປັນກົດໝາຍ ວັນຢຸດພັກ ແຫ່ງຊາຕ ໂດຍກໍານົດ ໃຫ້ເປັນ ວັນຈັນ ອາທິດທີ 3 ຂອງ ທຸກໆປີ.
ການສລອງວັນພັກ ແຫ່ງຊາຕ Dr. Martin Luther King junior ເລີ້ມຂຶ້ນ ຄັ້ງທໍາອິດໃນປີ 1986 ໃນປີນັ້ນ ມີແຕ່ 17 ຣັຖ ເທົ່ານັ້ນ ທີ່ຮັບຮູ້ ແລະ ໄດ້ຈັດພິທີ ສລອງ. ຈົນຮອດ ປີ 2000 ການສລອງ ຖືກຈັດຂຶ້ນ ໃນທົ່ວ 50 ຣັຖ ຂອງ ອະເມຣິກາ ແລະ ໄດ້ກາຍເປັນວັນ ປະຫວັດສາຕ ທີ່ສໍາຄັນ ຂອງ ການຕໍ່ສູ້ ຂອງ ຄົນຜີວດໍາ ໃນການທວງ ເອົາສິດທິ ພື້ນຖານມະນຸດ.
ພິທີ່ສລອງ ວັນລະລຶກ ເຖິງ Dr. King ມີ ທຸກຣະດັບ ນັບແຕ່ ຣະດັບ ຣັຖບານກາງ ຣະດັບຣັຖບານ ທ້ອງຖິ່ນ ອໍານາດ ການປົກຄອງ ເມືອງ ຕລອດຮອດ ການຈັດຕັ້ງຕ່າງໆ ຂອງ ສັງຄົມ ແລະ ມວນຊົນ. ສໍາລັບ ຊຸມຊົນ ລາວ-ອະເມຣິກັນ ແລ້ວ ຫລາຍແຫ່ງ ກໍໄດ້ໃຊ້ ວັນຢຸດພັກ ແຫ່ງຊາຕ ນີ້ ດໍາເນີນ ກິຈກັມ ຕາມຮີດຄອງ ປະເພນີ ຂອງ ໃຜລາວ ຫລື ບາງຈໍານວນ ກໍເຂົ້າຮ່ວມ ກິຈກັມ ນໍາຊຸມຊົນ ເຊື້ອຊາຕອື່ນໆ. ບາງຈໍານວນ ກໍໃຊ້ ວັນຢຸດພັກ ນີ້ ໃຫ້ເປັນ ປະໂຍດ ແກ່ຄອບຄົວ ເພາະວ່າ ມັນເປັນ ວັນຢຸດ ພັກ ຕໍ່ກັບ ທ້າຍອາທິດ ຍາວ 3 ມື້.
ຍານາງ Sandy Spacksman ຫລື ສີຣິວັນ ອາຍຸ 47 ປີ ປະທານ ສະມາຄົມ ລາວ-ອະເມຣິກັນ ສັມພັນ ທີ່ ເມືອງ ແຊັນດີອາໂກ ຣັຖ ຄາລີຟໍເນັຽ ເປັນວາຣະ ທີ 4 ແລ້ວ ເວົ້າວ່າ ທຸກໆປີໃດ ລາວ ກໍເຂົ້າຮ່ວມ ການ ສລອງ ວັນຄ້າຍ ວັນເກີດ ຂອງທ່ານ Martin Luther king Junior ເຊັ່ນວ່າ ຮ່ວມກິຈກັມ ຫາລາຍໄດ້ ເພື່ອ ຊຸມຊົນ.
Sandy ຫລື ສິຣິວັນ ເກີດຢູ່ ບ້ານ ນາໄຮ່ດຽວ ນະຄອນຫລວງ ວຽງຈັນ ນາງໄດ້ມາຢູ່ ສະຫະຣັຖ ກັບພໍ່ແມ່ ຕັ້ງແຕ່ ຍັງນ້ອຍ ແລະ ເຕີບໃຫ່ຽ ຢູ່ ສະຫະຣັຖ ອະເມຣິກາ ແຕ່ກໍຍັງ ສາມາດ ເວົ້າ ພາສາລາວ ໄດ້ຢູ່. ບັດນີ້ ເຮົາລອງ ມາຟັງຄວາມຄິດ ຄວາມເຫັນ ຂອງນາງວ່າ ວັນສລອງ ວັນຄ້າຍ ວັນເກີດ ຂອງ ທ່ານ ດຣ. Martin Luther King Junior ມີຄວາມໝາຍ ຢ່າງໃດ ສໍາລັບ ລາວເອງ ແລະ ຊຸມຊົນ ລາວ-ອາເມຣິກັນ:
"Dr. Martin Luther King ເປັນຜູ້ທີ່ ເສັຽສຣະ ທຸກສິ່ງ ທຸກຢ່າງ. ທ່ານ ສລະຊີວິດ ຂອງ ທ່ານ ທີ່ສະເພາະ ຄົນດໍາ ແຕ່ວ່າ ຄວາມເສັຽສຣະ ຂອງລາວຫັ້ນ ແມ່ນ ເພື່ອ ທຸກໆຄົນ ດຽວນີ້ ຄົນ ເອເຊັຽ ຄົນຫລາຍ ສັນຊາຕ ທີ່ຢູ່ ສະຫະຣັຖ ອະເມຣິກາ ນີ້ໄດ້ຮັບ ປໂຍດ ຈາກທ່ານ. ໂຕຢ່າງ ກໍຄືວ່າ ດຽວນີ້ ລາວ ເປັນໂຕຢ່າງ ທີ່ດີ. ລາວເຊື່ອວ່າ ທຸກຄົນ ມັນເກີດນໍາຜີວ ຂອງເຮົານັ້ນ ມີສີຫຍັງ ກໍຕາມ ເຮົາເປັນ ມະນຸດ ແລະ ກໍເຮົາຄວນ ໄດ້ຮັບ ຄວາມສໍາຄັນ ຊໍ່າກັນ ຄົນຂາວ ຄົນດໍາ ຄົນເອເຊັຽ ທຸກໆຄົນ ແລະ ດຽວນີ້ ເຮົາໄດ້ ເຮັດວຽກ ເຮັດການ ເຂົາເຈົ້າ ບໍ່ໄດ້ ຜິດ ກົດໝາຍ ທີ່ເຂົາເຈົ້າ ບໍ່ໄດ້ ຖາມວ່າເຮົາ ເປັນ ສັນຊາຕໃດ ມັນບໍ່ ສໍາຄັນ ມີແຕ່ ຄວາມສາມາດ ຂອງເຮົາ ບໍ່ແມ່ນຜີວໜັງ ຂອງເຮົາ. ກໍດີ ຫລາຍຢ່າງ. ສະໄໝກ່ອນ ກໍໄດ້ ເຂົ້າຫ້ອງນໍ້າ ຕ່າງກັນ ເພາະເຮົາ ບໍ່ແມ່ນ ຄົນຂາວ.ໄດ້ຮັບວຽກ ຮັບການ ກ່າ ເຮົາມີໂອກາດ ໄດ້ຮຽນ ໜັງສື ໂຕຢ່າງ ນັກຮຽນ ຫັ້ນ ເຂົ້າໂຮງຮຽນ ໃດ ກ່າບໍ່ເປັນຫັຍງ ວ່າແຕ່ມີ ຄວາມສາມາດ ເຂົ້າໄດ້. ແຕ່ກ່ອນ ເຂົາເອີ້ນ segregation ໝາຍຄວາມ ວ່າ ໃຜເປັນຄົນຂາວ ກ່າໄປ ໂຮງຮຽນຂາວ ສັນຊາຕອື່ນ ກ່າໄດ້ເຂົ້າ ໂຮງຮຽນ ສັນຊາຕອື່ນ. ແຕ່ວ່າ ມີ Dr. Martin Luther king ນີ້ ລາວ ເປັນຜູ້ນຶ່ງ ທີ່ ຊ່ອຍນໍາພາ ຊ່ອຍໃຫ້ ຄົນທຸກໆຄົນ ແລະ ກ່າດຽວນີ້ຫັ້ນ ເຮົາກໍຄວນ ຄຶດຄວາມດີ ຂອງລາວ ທີ່ລາວ ສ້າງມາ ແລ້ວລາວ ກໍຕາຍ ເພາະວ່າ ລາວ ກໍເສັຽຊີວິດ ຂອງ ລາວເອງ ແປວ່າ ລາວກໍເປັນ ຄົນຜູ້ນຶ່ງ ທີ່ ເສັຽສະລະ ໃຫ້ ຄົນທຸກໆຄົນ ວ່າຊັ້ນສະ".
ດັ່ງທີ່ທ່ານ ໄດ້ຟັງ ສີຣິວັນ ໄດ້ກ່າວໄປແລ້ວ ວ່າ ໃນເມື່ອກ່ອນ ໝາຍເຖິງ ກ່ອນປີ 1964 ທີ່ ສະຫະຣັຖ ບໍ່ທັນ ອອກກົດໝາຍ ສິດທິ ສະເໝີພາບ ຂອງ ຊາວ ອະເມຣິກັນ ຜີວດໍາ ນັ້ນ ຊາວ ອະເມຣິກັນ ຜີວດໍາ ບໍ່ມີສິດ ເຂົ້າ ໂຮງຮຽນ ຮ່ວມກັບ ຊາວຜີວ ຂາວ, ບໍ່ມີສິດ ເຂົ້າຫ້ອງນໍ້າ ຫລື ສ້ວມຖ່າຍ ໃນ ສະຖານທີ່ ດຽວກັນ, ບໍ່ມີສິດ ເຂົ້າໄປໃນ ຮ້ານອາຫານ ທີ່ຄົນຜີວຂາວ ປະກາດ ຫ້າມ ຄົນຜີວດໍາ ເຂົ້າໄປກິນ ອາຫານ, ບໍ່ມີສິດ ນັ່ງລົດເມ ຕັ່ງແຖວດຽວ ກັບຄົນ ຜີວຂາວ. ຢູ່ໃນວົງການ ວຽກງານ ຈະວ່າ ຂອງຣັຖ ຫລື ເອກະຊົນ ກໍດີ ຊາວຜີວດໍາ ທີ່ ສມັກ ຂໍເຂົ້າ ເຮັດວຽກ ຖືກນາຍຈ້່າງ ກີດກັ້ນ ຫລືບໍ່ຮັບ ເອົາເລີຽ. ຢູ່ໃນກອງ ທະຫານ ຊາວຜີວດໍາ ບໍ່ໄດ້ຮັບ ສິດທິ ສະເໝີພາບ ເທົ່າຄົນ ຜີວຂາວ, ບໍ່ໄດ້ຮັບ ໜ້າທີ່ ຕໍາແຫນ່ງ ວຽກງານ ສໍາຄັນ ຄືຄົນຜີວຂາວ ຫລືຍິ່ງໄປ ກ່ວານັ້ນ ບໍ່ໄດ້ກິນ ເຂົ້າຮ່ວມພາ ແລະ ນອນເຮືອນ ຫລັງດຽວ ກັບທະຫານ ຊາວຜີວຂາວ ຊຶ່ງ ປະຫວັດສາຕ ໄດ້ບອກ ໄວ້ວ່າຊາວ ຜີວດໍາ ຖືກ ຊາວຜີວຂາວ ປະຕິບັດ ຕໍ່ ເຂົາເຈົ້າແບບ ບໍ່ແມ່ນ ມະນຸດ.
ອີກເທື່ອນຶ່ງ ໃນວັນສລອງ ດັ່ງກ່າວນີ້ ຂ້າພະເຈົ້າ ໄດ້ມີໂອກາດ ສັມພາດ ຜູ້ອາວຸດໂສ ທ່ານນຶ່ງອີກ ຄື ທ່ານ ໄຊໂຍ ພົນສວັດດີ ອາດີດ ຮອງເຈົ້າແຂວງ ແຂວ ງບໍຣິຄັນ ໃນສະໄໝ ລະບອບ ຣາຊະອານາ ຈັກລາວ ແລະ ເປັນນັກຮຽນຮູ້ ຈົບປຣິນຍາ ການປົກຄອງ ຢູ່ປະເທດ ຝຣັ່ງເສດ ໃນສະໃໝ 50 ປີ ກ່ອນ:
"ດັ່ງທີ່ທຸກຄົນຮູ້ວ່າ ຜົນງານອັນຍິ່ງໃຫ່ຽ ທີ່ໄດ້ ຈາກການຕໍ່ສູ້ ຂອງ ທ່ານ ຄິງ ກໍແມ່ນວ່າ ທຸກຄົນ ມີສິດ ເສຣີພາບ ອັນເປັນພື້ນຖານ ຂອງ ຄວາມເປັນ ມະນຸສ. ຄວາມ ສະເໝີພາບ ນັ້ນໄດ້ສແດງ ອອກໃນການ ທີ່ຊາວ ອະເມຣິກັນ ທຸກຄົນມີສິດ ປ່ອນບັດ ອອກສຽງ ເລື້ອກຕັ້ງ ຊຶ່ງແຕ່ກ່ອນ ມີແຕ່ຊາວ ອະເມຣິກັນ ຜີວຂາວ ເທົ່ານັ້ນ ທີ່ມີສິດ ປ່ອນບັດເລືອກ ຕັ້ງໄດ້ ແນ່ນອນ ຜົນງານ ຈາກການ ຕໍ່ສູ້ຂອງ ດຣ. ຄິງ ໄດ້ເອົາຜົນດີ ມໃຫ້ ປະຊາຊົນ ທຸກຊົນຊາຕ ທຸກຜີວພັນ ທີ່ເຂົ້າມາອາສັຍ ຢູ່ໃນ ສະຫະຣັຖ ອະເມຣິກາ ເວົ້າສະເພາະ ຊາວລາວ ກໍຄືຊາວ ເອເຊັ ຽທົ່ວໄປ ພວກເຮົາແມ່ນ ຖືກຮັບຮູ້ ຖືກຕ້ອນຮັບ ເຂົ້າມາຮ່ວມ ຢູ່ໃນ ສັງຄະນາຍາຕ ແລະ ສັງຄົມ ໃນດິນແດນ ຂອງ ອະເມຣິກາ ຢ່າງສົມບູນ ອັນພາໃຫ້ ພວກເຮົາມີ ຄວາມໝັ້ນໃຈ ວ່່າ ພວກເຮົາ ເປັນເຈົ້າຂອງ ປະເທ ດທີ່ເຮົາອາສັຍຢູ່ ແລະພວກເຮົາບໍ່ແມ່ຊາວຕ່າງດ້າວ ມາອາສັຍ ແລະ ຢືມແຜ່ນດິນ ປະເທດ ອື່ນຢູ່. ພວກເຮົາແມ່ນ ມີສິດໄດ້ຮັບ ການປົກປ້ອງ ຮັບປະກັນ ທຸກຮູບແບບ ດັ່ງ ຊາວ ອາເມຣິກັນ ພື້ນຖານ ທີ່ໄດ້ຮັບ".
ເມື່ອຟັງແລ້ວ ຂ້າພະເຈົ້າ ຄິດວ່າ ບໍ່ຈໍາເປັນ ຕ້ອງສລຸບ ອີກນໍ, ແຕ່ມີສິ່ງ ຢືນຢັນ ຕື່ມວ່າ ເມື່ອເກືອບ 40 ປີກ່ອນ ຊາວອົພຍົບ ຈາກ ຣາຊະອານາຈັກ ລາວ ອັນມີ ລາວລຸ່ມ ລາວເທິງ ລາວສູງ ຊາວວຽດນາມ-ລາວ ຊາວ ຈີນ-ລາວ ແລະ ເຊື້ອຊາຕອື່ນໆ ທີ່ເຂົ້າມາຕັ້ງ ຖິ່ນຖານ ຢູ່ ສະຫະຣັຖ ອະເມຣິກາ ມີສິດທິ ໃນການເຂົ້າ ເຮັດວຽກກ່ອນ ເດີນທາງໄປເຖິງ ສະຫະຣັຖ ຊໍ້າ ຫັລງຈາກ ໄດ້ຮັບ ເອກກະສານ ອານຸຍາດ ເຂົ້າໄປຕັ້ງຖິ່ນຖານ ໃນສະຫະຣັຖ, ມີສິດທິ ໄດ້ຮັບ ການຊ່ວຍເຫລືອ ເພື່ອຕັ້ງ ຊີວິດໃໝ່, ມີສິດທິ ທຸກຢ່າງ ທີ່ບົ່ງໄວ້ ໃນກົດໝາຍ ຂອງ ສະຫະຣັຖ.
ມາຮອດ ປັດຈຸບັນນີ້ ຊາວ ອົພຍົບ ເຫລົ່ານີ້ ບໍ່ມີ ຖານະເປັນ ອົພຍົບ ອີກແລ້ວ, ແຕ່ເປັນ ເຈົ້າຂອງ ປະເທດ ດັ່ງທີ່ ທ່ານໄຊໂຍ ໄດ້ກ່າວມາ. ຊຸມຊົນ ຊາວລາວ ໃນ ແຕ່ລະຣັຖ ມີວັດວາ ອາຮາມ ຂອງ ຕົນເອງ ມີການ ຈັດຕັ້ງ ສະມາຄົມ. ຄັນເວົ້າເຖິງ ຄວາມກ້າວໜ້າ ຂອງ ບຸກຄົນ ແລະ ຄອບຄົວ ແລ້ວ ກໍເປັນທີ່ ຊາບກັນດີ ວ່າ ຫລາຍໆຄົນ ມີຄວາມ ກ້າວໜ້າ ທັງດ້ານ ໜ້າທີ່ ວຽກງານ ຢູ່ຕາມ ເອກກະຊົນ ຫລືເຮັດວຽກ ນໍາຣັຖ ກໍດີ ຕາມຄວາມຮູ້ ຄວາມສາມາດ ຂອງຕົນ.
ຫລາຍໆ ຄອບຄົວ ດໍາຣົງຊີວິດ ດ້ວຍການ ເຮັດ ທຸຣະກິດ ນ້ອຍ, ລູກເຕົ້າ ຂອງຫລາຍໆ ຄອບຄົວ ໄດ້ ຮໍ່າຮຽນສູງ ເປັນ ທະນາຍຄວາມ ກໍມີ ເປັນຈ່າສານ ກໍມີ ເປັນທ່ານໝໍ ກໍມີ ເປັນ ວິສວະກອນ ກໍມີ ເປັນ ນາຍບັນຊີ ກໍມີ ເປັນ ນັກການເມືອງ ເປັນເຈົ້າຂອງ ໄຮ່ ແລະ ຮົ້ວສວນ, ເປັນເຈົ້າ ຂອງຟາມ ລ້ຽງສັຕໃຫ່ຽ ແລະ ນ້ອຍ ແລະອື່ນໆ. ຄັນວ່າຢູ່ ໃນພາກສ່ວນ ທະຫານ ກໍມີຜູ້ໄດ້ ຮັບໜ້າທີ່ ສູງ ເປັນນາຍຮ້ອຍ ແລະ ນາຍພັນ ກໍມີ. ໂອກາດ ທັງໝົດ ທີ່ເຮັດໃຫ້ ຊາວລາວ ຫລື ເຊື້ອຊາຕ ອື່ນໆ ກ້າວຂື້ນ ມີຖານະສູງນີ້ ກໍເປັນຍ້ອນ ສ່ວນນຶ່ງ ຂອງ ຜົນງານ ການຕໍ່ສູ້ ຂອງ ທ່ານ Dr. Martin Luther King ທີ່ປູທາງ ແຫ່ງ ໂອກາດ ໄວ້ໃຫ້ ຄົນ ທຸກ ເຊື້ອຊາຕ ທີ່ມາຕັງ ຖິ່ນຖານ ຢູ່ໃນ ສະຫະຣັຖ ອະເມຣິກາ ນີ້.