ຄົນງານລາວສາມຄົນບໍ່ຄວນ ຖືກຂັງ

ອຸ່ນແກ້ວ ສຸກສະຫວັນ
2017.09.07
f-wokers (ຊ້າຍຫາຂວາ)ທ້າວສຸການ ໃຈທັດ ນາງຫລອດຄໍາ ທໍາມະວົງ ແລະ ທ້າວ ສົມພອນ ພິມມະສອນ ທີ່ຖືກຈັບ ແບບບໍ່ມີການໄຕ່ສວນ ສອບສວນ
Citizen Journalist

ກຸ່ມເຮັດວຽກກ່ຽວກັບ ການກັກຂັງ ແບບບໍ່ມີການໄຕ່ສວນ ຂອງ ສະຫະປະຊາຊາດ (WGAD) ທວງໃຫ້ ຣັຖບານລາວ ປ່ອຍຕົວ ຄົນງານ ລາວ 3 ຄົນທີ່ຖືກ ທາງການລາວ ຈັບຂັງຄຸກ ຍ້ອນ ຕໍານິຣັຖບານ.

ທ່ານ Dimitris Christopoulos ປະທານອົງການ ສິດທິມະນຸດ ສາກົນ ໄດ້ກ່າວຢູ່ໃນ ຖະແຫລງການຮ່ວມ ວ່າການຈັບຄົນລາວ ທັງ 3 ຄົນຂັງຄຸກ ໂດຍບໍ່ມີການໄຕ່ສວນ ສະແດງໃຫ້ ເຫັນວ່າ ຣັຖບານລາວບໍ່ນັບຖື ພັລທະສິດທິມະນຸດ ທີ່ຕົນເອງ ໄດ້ມີຕໍ່ສາກົລ ແລະທ່ານກໍ ຮຽກຮ້ອງ ໃຫ້ຣັຖບານລາວ ປ່ອຍຕົວເຂົາເຈົ້າ ເຫລົ່ານັ້ນ.

ທ່ານ Andrea Giorgetta ຫົວໜ້າອົງການ ອົງການສິດທິມະນຸດ ຜແນກເອເຊັຽ ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 7 ກັນຍາ ວ່າ:

"ທ່ານເວົ້າວ່າ ນັ້ນເປັນຄໍາຕອບ ຕໍ່ຄໍາຮ້ອງຮຽນ ຂອງພວກທ່ານຊຶ່ງກຸ່ມ WGAD ໄດ້ປະກາດວ່່າ ການກັກຂັງ 3 ຄົນນັ້ນ ເປັນການກັກຂັງ ແບບຊະຊາຍ ຊຶ່ງກໍໝາຍຄວາມວ່າ ຂັດກັບ ກົດໝາຍສາກົລ. ຣັຖບານລາວ ໄດ້ລະເມີດຫລາຍມາດຕຣາ ຂອງ ສົນທິສັນຍາ ວ່າດ້ວຍ ສິດທິພົລເຮືອນ ແລະ ສິດທິທາງການເມືອງ ຊຶ່ງ ຣັຖບານລາວ ໄດ້ໃຫ້ສັຕຍາບັນ ໄປນັ້ນ".

ທ່ານ Andrea Giorgetta ກ່າວຕື່ມຕອນນຶ່ງວ່າ:

"ພວກທ່ານ ຮຽກຮ້ອງໃຫ້ ຣັຖບານລາວ ປະຕິບັດຄໍາແນະນໍາ ຂອງກຸ່ມເຮັດວຽກ ຂອງສະຫະປະຊາຊາດ, ໃຫ້ປ່ອຍຕົວ 3 ຄົນໃຫ້ເປັນ ອິສຣະ, ເຊົາຈັບ, ເຊົາກ່າວຫາ, ເຊົາເອົາຂຶ້ນສານ ແລະ ຂັງຄຸກ ຜູ້ຄົນທີ່ພຽງແຕ່ ໃຊ້ສິດທິ ໃນການສະແດງ ຄວາມຄິດເຫັນ ຂອງເຂົາ ອອກມາ ແລະພວກທ່ານ ກໍຮູ້ວ່າ ຢ່າງໜ້ອຍ ຍັງມີອີກຄົນນຶ່ງ ທີ່ຕິຕຽນ ຣັຖບານລາວ ທີ່ຖືກຂັງ ຄຸກຍ້ອນຕໍານິ ນະໂຍບາຍຂອງຣັຖບານ ລາວ ຜ່ານ ເຟສບຸກຄ ຊຶ່ງ ພວກທ່ານ ກໍຮຽກຮ້ອງ ໃຫ້ປ່ອຍນໍາດ້ວຍ".

ຄົນງານລາວ 3 ຄົນທີ່ຖືກຈັບຂັງຄຸກ ລວມມີ ນາງ ຫລອດຄໍາ ທຳມະວົງ ຖືກຕັດສິນລົງໂທດ ຈໍາຄຸກ 12 ປີ, ທ້າວ ສົມພອນ ພິມມະສອນ ຖືກຈຳຄຸກ 20 ປີ ແລະ ທ້າວ ສຸການ ໃຈທັດ ຖືກຈຳຄຸກ 16 ປີ.

ເຂົາເຈົ້າທັງ 3 ຖືກເຈົ້າໜ້າທີ່ ທາງການຈັບໃນຕົ້ນປີ 2016 ຍ້ອນເຂົາເຈົ້າ ວິພາກວິຈານພັກ-ຣັຖ ເຣື່ອງການສໍ້ຣາສບັງຫຼວງ ການລະເມີດ ສິດທິມະນຸດ ຜ່ານເຟສບຸກ ແລະໄດ້ ເຂົ້າຮ່ວມກຸ່ມ ປະທ້ວງຣັຖບານລາວ ຢູ່ຕໍ່ໜ້າ ສະຖານທູດລາວ ໃນບາງກອກ ປະເທດໄທ ວັນທີ 2 ທັນວາ 2015.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.