MRC ເປີດເຟສບຸກແຈ້ງຂ່າວ ອາກາດ

ໄຊຍາ
2020.09.01
F-Mekong ຊາວປະໂມງຕາມລໍາແມ່ນໍ້າຂອງ ທັງຊາວລາວ ແລະ ຊາວໄທຍ ທີ່ຍຶດເອົານໍ້າຂອງ ປຽບດັ່ງສາຍເລືອດ ທີ່ລໍ່ລ້ຽງຊີບ
RFA

ຄະນະກັມມາທິການແມ່ນໍ້າຂອງສາກົລ ຫຼື MRC ແລະ ເຟສບຸກ ຈະຮ່ວມມືກັນເປັນຄັ້ງທຳອິດ ເພື່ອລິເລີ້ມການສນອງຂໍ້ມູນການເຕືອນພັຍ ນໍ້າຖ້ວມ, ພັຍແລ້ງ ແລະສະພາບອາກາດລ່ວງໜ້າ ໃນບັນດາປະເທດເຂດ ລຸ່ມ ແມ່ນໍ້າຂອງ. ຕໍ່ຂ່າວດັ່ງກ່າວຊາວບ້ານ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 01 ກັນຍາ 20 ວ່າ: ການເປັນການດີ ທີ່ແຈ້ງ ຜ່ານທາງເຟສບຸກ ຊາວບ້ານຈຶ່ງຮູ້.

"ເພິ່ນກາບໍ່ໄດ້ບອກຫຍັງວ່ານໍ້າຫຼາຍແນວນັ້ນແນວນີ້ ຄືບໍ່ເຄີຍເຫັນ, ຄັນແຈ້ງຂະເຈົ້າກາຊິຮູ້ຢູ່ ຄັນແຈ້ງເຂົ້າ ເຟສບຸກ ແມ່ນຫຍັງຈັ່ງຊີ້ເນາະ ເຂົາເຈົ້າກາອາດຊິເຫັນ ແຕ່ວ່າບໍ່ມີການແຈ້ງ ດອກກາບໍ່ເຄີຍເຫັນ ສິ່ງແວດລ້ອມ ມາເອົາເອກກະສານ ຫຍັງເທື່ອ."

ສ່ວນຊາວບ້ານທີ່ອາສັຍຢູ່ແຄມນໍ້າຂອງ ເມືອງປາກເຊ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າເມື່ອຣະດັບແມ່ນໍ້າຂອງສູງຂຶ້ນເຫັນແຕ່ ທາງການແຈ້ງເຕືອນພັຍ ສະເພາະຜູ້ປະກອບ ການເຮືອນແພເທົ່ານັ້ນ.

"ເພິ່ນເຮັດກັນເຈື່ອນແລ້ວສ່ວນຫຼາຍ ເພິ່ນຢາກແຈ້ງແຕ່ພວກເຮືອນແພ ແມ່ນຫຍັງຊິນ່າປະກາດແຫຼະດີ ຖ້າເພິ່ນປ່ອຍມາ."

ເຈົ້າໜ້າທີ່ຜແນກຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ຜ່ານມາບໍ່ເຄີຍມີຣະບົບການແຈ້ງ ເຕືອນພັຍລ່ວງໜ້າ ຈະມີແຕ່ການສົ່ງແຈ້ງ ການໄປຍັງເມືອງ ແລະ ບ້ານເພື່ອແຈ້ງຜ່ານໂທລະໂຄ່ງ ໃຫ້ຊາວບ້ານໄດ້ຮັບຊາບ.

"ກຳລັງຊອກຢູ່ດອກວ່າວິທີການເຮັດໃຫ້ມັນວ່ອງມັນໄວ ຫັ້ນແຫຼະ, ມີແຕ່ວ່າເພິ່ນເຮັດແບບວ່າເຂົາຮູ້ຂໍ້ມູນເຂົາ ກາສົ່ງເຂົ້າຣະບົບ ລາຍນ໌, ເຟສບຸກ ແຕ່ລະບ້ານໆ ຜູ້ນຳທຸກບ້ານຫັ້ນນ່າ ເຂົາຈະແຈ້ງກັນເອງ ປະກາດໃສ່ຜ່ານໂທລະໂຄ່ງ ເລີຍກະຕຽມ ຮັບມືຖ້າມັນສິເກີດພັຍພິບັດ ເຂົາກາພໍຮູ້ກັນຢູ່ ເຂົາກະຕຽມກັນຢູ່."

ຕໍ່ກັບໂຄງການລິເຣີ້ມດັ່ງກ່າວ ທ່ານ ສຸວິດ ກຸຫຼາບວົງ ຜູ້ປະສານງານເຄືອຂ່າຍ ປະຊາຊົນ ລຸ່ມນໍ້າຂອງ-ອີສານປະເທດໄທຍໃຫ້ຄວາມເຫັນ ວ່າຖືເປັນການລິເຣີ້ມ ແລະ ຄວາມຕັ້ງໃຈທີ່ດີ, ທີຈະແຈ້ງເຕືອນຂໍ້ມູນ ກ່ຽວກັບພັຍພິບັດຕ່າງໆ ເພື່ອຊ່ອຍໃຫ້ປະຊາຊົນສາມາດ ຮັບມື ກັບເຫດການໄດ້.

"ຂ້ອຍກາເບີ່ງໃນດ້ານບວກກາເປັນເຣື່ອງທີ່ດີ ທີ່ມີຄວາມຕັ້ງໃຈ, ແຕ່ປະເດັນກໍຄືມັນສາມາດ ຈະນໍາຂໍ້ມູນທີ່ເຂົ້າເຖີງແທ້ຈີງນັ້ນ ມັນສຳຄັນກ່ວາ, ສົມມຸດວ່າ ແຜ່ນດິນໄຫວແລ້ວ ເຂື່ອນແຫງ ຂຶ້ນມາໂຕຂໍ້ມູນ  ທີ່ວ່ານີ້ແຈ້ງເຕືອນລົງແລ້ວ, ແລ້ວເຮັດແນວໃດ ຕ້ອງມີແນວທາງຫຼາຍກ່ວາຂໍ້ມູນ ອີກແມ່ນບໍ ຈຸດນີ້ສຳຄກັນກ່ວາບໍ່."

ຂນະທີ່ກຸ່ມຮັກຊຽງຂອງ ແຂວງເລີຍ ປະເທດໄທຍ ໄດ້ກ່າວວ່າ ການແຈ້ງເຕືອນພັຍຜ່ານ Facebook ຍັງບໍ່ແມ່ນຊ່ອງທາງການແຈ້ງເຕືອນ ທີ່ດີທີ່ສຸດ ເພາະຊາວບ້ານອາສັຍຢູ່ແຄມຂອງ ສ່ວນຫຼາຍຍັງໃຊ້ Facebook ໜ້ອຍອາດຈະເຮັດໃຫ້ການແຈ້ງເຕືອນ ລ່ວງໜ້າເຂົ້າບໍ່ເຖິງ ຊາວບ້ານ.

"ຄົນທີ່ເຂົ້າເຖິງ Facebook ໄດ້ມັນມີຈັກເປີເຊັນ ທີ່ອາສັຍຢູ່ແຄມຂອງ ຂ້ອຍວ່າຍັງເຮັດບໍ່ຖືກຈຸດ ກໍອາດຈະເຮັດໜັງສືແຈ້ງເຕືອນໄປຫາຜູ້ນໍາ ຊຸມຊົນ, ນາຍບ້ານ ຫຼືວ່າ ທາງເຄືອຂ່າຍ ຈຶ່ງຈະຖືກເປົ້າໝາຍຫຼາຍກ່ວາ ສ່ວນທາງ Facebook ຖືວ່າບໍ່ເຫັນດີ ຂ້ອຍຄິດວ່າມັນອາດເປັນ ຊ່ອງທາງ ໃນການສ້າງພາບລັກ ໃຫ້ກັບອົງການ ຫຼາຍກວ່າ."

ອີງຕາມການຖແລງຂອງຄະນະກັມມາທິການແມ່ນໍ້າຂອງສາກົລ ວັນທີ 31 ສິງຫາ 2020 ຜ່ານມາ ຍານາງ Shanti Alexander ຜູ້ຈັດການດ້ານຊຸມຊົນ ASIA-PACIFIC ຂອງສຳນັກງານ Facebook ປະເທດສິງກະໂປວ່າ: ພວກເຮົາກຳລັງຊອກຫາວິທີໃໝ່ໆ ເພື່ອສນັບສນູນໃນການພັທນາ ໃນຣະດັບພາກພື້ນຢູ່ Facebook ດ້ວຍຊຸດເຄື່ອງມື ທີ່ສນັບສນູນ ຊຸມຊົນໃນການກະຕຽມຕອບໂຕ້ ແລະຟື້ນຟູພັຍພິບັດ.

ຂນະທີ່ທ່ານ ອານຸລັກ ກິດຕິຄຸນ ຫົວໜ້າແຜນຍຸທສາດ ແລະການຮ່ວມມືຂອງ MRC ກ່າວກ່ຽວກັບເຣື່ອງນີ້ວ່າພວກເຮົາໃຫ້ຄວາມສຳຄັນ ທີ່ສຸດໃນການສນອງຂໍ້ມູນທີ່ວ່ອງໄວ ແລະ ໜ້າເຊື່ອຖືກ່ຽວກັບ ຣະດັບນໍ້າ ໃຫ້ແກ່ບັນດາປະເທດແມ່ນໍ້າຂອງ ແລະ ຊຸມຊົນ ທີ່ປະສົບພັຍ ນໍ້າຖ້ວມ, ພັຍແລ້ງ ແລະສະພາບອາກາດປ່ຽນແປງຕລອດເວລາ ເພື່ອໃຫ້ປະຊາຊົນຮັບມື ຫຼຸດຜ່ອນຄວາມຊ່ຽງໄດ້ທັນເວລາພ້ອມທັງຕອບ ໂຕ້ໄດ້ຢ່າງມີ ປະສິດຕິພາບ.

ປັຈຈຸບັນ MRC ໄດ້ຕິດຕັ້ງສະຖານີອຸທົກກະສາດ 22 ແຫ່ງ ຕາມສາຍແມ່ນໍ້າຂອງຕອນລຸ່ມ ແລະ ຮີບໂຮມຂໍ້ມູນຣະດັບນໍ້າແລະປະຣິມານ ນໍ້າຝົນເຊິ່ງປອນເຂົ້າໃນຣະບົບ ພຍາກອນພັຍນໍ້າຖ້ວມ ແລະພັຍແລ້ງຂອງແມ່ນໍ້າຂອງ ໃນເວັບໄຊຂອງ MRC ເຊິ່ງໃນອານາຄົດຈະຖືກ ອະທິບາຍຜ່ານວິດີໂອແບບສາມມິຕິ ແລະຖືກແບ່ງປັນລົງເຟສບຸກ ເພື່ອໃຫ້ຊຸມຊົນ ທົ່ວພາກພື້ນລຸ່ມແມ່ນໍ້າຂອງ ເຂົ້າເຖິງຂໍ້ມູນດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.