ເຂື່ອນເຊປຽນ-ເຊນໍ້ານ້ອຍ ອາດສ້າງ ບໍ່ໄດ້ມາຕຖານ

ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ເພາະ ການສ້າງ ອາຈບໍ່ໄດ້ມາຕຖານ

ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ເປັນຍ້ອນ ໂຄງສ້າງເຂື່ອນ ບໍ່ໄດ້ມາຕຖານ: ນັກວິຊາການເກົາຫລີ RFA/PN

ສາເຫດທີ່ເຮັດໃຫ້ເຂື່ອນ ໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ອາດເປັນຍ້ອນການສ້າງບໍ່ໄດ້ມາດຕະຖານ, ບໍ່ແມ່ນເກີດຈາກອຸບັດຕິເຫດ ຫລືຍ້ອນ ພັຍທັມຊາດ. ນັ້ນເປັນຄໍາເຫັນຂອງອາຈານ ຄິມ ໂຊຍອນ ຜູ້ຊ່ວຍສາສດາຈານ ສະຖາບັນສຶກສາເອເຊັຍຕາເວັນອອກ ມະຫາວິທຍາລັຍຊໍກັງ ຂອງເກົາຫລີໃຕ້ ຊຶ່ງທ່ານໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ກັນຍາ 2018 ນີ້ອີກວ່າ:

"ທ່ານກ່າວວ່າ ບໍ່ຄິດວ່າການສ້າງເຂື່ອນນັ້ນໄດ້ມາດຕະ ຖານພຽງພໍ. ຕົວຢ່າງ ເກົາຫລີເຮົາ ກໍມີໂຄງການໃຫ້ເງິນຊ່ອຍເຫລືອ ເພື່ອສ້າງຂົວ ຢູ່ວຽດນາມ ທີ່ມີຊື່ວ່າ ຂົວບັງຄົງ ແຕ່ຕ້ອງຢຸດການສ້າງໄປ ຍ້ອນກວດພົບຮອຍແຕກ."

ນາງ ຄິມ ໂຊຍອນ ໃຫ້ຄໍາຄິດຄໍາເຫັນດັ່ງກ່າວ ໃນເວລາເຂົ້າຮ່ວມກອງປະຊຸມ ກ່ຽວກັບຜົລກະທົບຈາກເຂື່ອນ ເຊປຽນ-ເຊກະໝານແຕກ ທີ່ຈັດຂຶ້ນ ໃນມື້ວັນທີ 19 ກັນຍາ 2018 ທີ່ປະເທດເກົາຫລີໃຕ້.

ນາງກ່າວວ່າ ໂຄງການສ້າງເຂື່ອນ ຂນາດໃຫຍ່ແບບນີ້ ເຣື່ອງຄຸນນະພາບ, ມາຕຖານ ແລະຄວາມປອດພັຍ ຈະຕ້ອງຮ່ວມມືກັນຢ່າງໃກ້ຊິດ ຣະຫວ່າງບໍຣິສັດລົງທຶນ ຂອງເກົາຫລີໃຕ້ ແລະຣັຖບາລລາວ. ມາເຖິງປັດຈຸບັນ ຣັຖບາລເກົາຫລີໃຕ້ ກໍຍັງບໍ່ທັນ ໄດ້ຮັບຂໍ້ມູນ ກ່ຽວກັບສາເຫດ ຂອງເຂື່ອນແຕກນັ້ນ ພຽງພໍເທື່ອ.

ນາງ ຍຸນ ຈີຍອງ ຈາກເຄືອຂ່າຍ Peace MOMO ເກົາຫລີໃຕ້ ທີ່ສົນໃຈເຣື່ອງຜົລກະທົບຈາກເຂື່ອນແຕກໃນລາວ ຮ່ວມກັບເຄືອຂ່າຍ ພາກປະຊາສັງຄົມ ຈາກປະເທດໄທ ແລະກໍາພູຊາ ພະຍາຍາມເກັບກໍາຂໍ້ມູນສາເຫດເຂື່ອນແຕກ ໃຫ້ໄດ້ຫລາຍທີ່ສຸດເພື່ອຊ່ອຍ ໃຫ້ຣັຖບາລ ເກົາຫລີໃຕ້ ມີຂໍ້ມູນຫລາຍຂື້ນ ແລະເຂົ້າໄປກວດກາ ການສ້າງເຂື່ອນເຊປຽນ-ເຊນໍ້ານ້ອຍວ່າ ໄດ້ມາດຕະຖານ ຫລືບໍ່ ດັ່ງທີ່ນາງກ່າວວ່າ:

"ນາງກ່າວວ່າ ແຕ່ຖ້າພວກເຂົາຍັງຢືນຢັນ ທີ່ຈະບໍ່ຕອບຫຍັງກັບມາ ເຮົາກໍອາຈຕ້ອງໃຊ້ວິທີອື່ນ ເຊັ່ນຜ່ານທາງກະຊວງ, ທາງສະມາຊິກ ຣັຖສະພາ ຫລືຊ່ອງທາງອື່ນໆ ເພື່ອເຮັດໃຫ້ພວກເຂົາໃຫ້ຂໍ້ມູນຫລາຍຂຶ້ນ."

ຜົລກະທົບ ຈາກເຂື່ອນແຕກຢູ່ລາວ ໜັກໜ່ວງທີ່ສຸດ ຈົນເຮັດໃຫ້ເກີດມີ ການຕັ້ງຄໍາຖາມຂຶ້ນວ່າ ຣັຖບາລເກົາຫລີໃຕ້ ຈະຕ້ອງເຮັດແນວໃດ ຕໍ່ໄປ ຫລືທົບທວນແຜນການ ລົງທຶນສ້າງເຂື່ອນໄຟຟ້າຂນາດໃຫຍ່ໃນລາວຫລືບໍ່ ແຕ່ມາເຖິງຂະນະນີ້ ກໍຍັງບໍ່ທັນມີຄໍາຕອບ ທີ່ຈະ ແຈ້ງເທື່ອ ໃນຂນະທີ່ ຣັຖບາລ ສປປລາວ ຍັງເລືອກທີ່ຈະເປັນແບັດເຕິຣີແຫ່ງເອເຊັຍ ໂດຍມີໂຄງການສ້າງເຂື່ອນອີກຫຼາຍສິບແຫ່ງ ໂດຍສະເພາະ ເຂື່ອນຂນາດໃຫຍ່ ທີ່ມີຄວາມສ່ຽງ ຕໍ່ການທີ່ຈະເກີດພັຍພິບັດ ອັນໜັກໜ່ວງ ຊໍ້າຮອຍເຂື່ອນເຊປຽນ ເຊນໍ້ານ້ອຍນັ້ນຢູ່ຕໍ່ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org