ເຣື້ອງທີ່ເກັບບັນທຶກໄວ້
2023-02-12
ຣັຖວິສາຫະກິຈໄຟຟ້າລາວ ຈະປັບລາຄາຄ່າໄຟຟ້າຂຶ້ນ, ຊາວຄຣິສຕຽນລາວ 15 ຄອບຄົວ ຢູ່ຫລວງນໍ້າທາ ຖືກໄລ່ອອກ ຈາກບ້ານ, ການປະລະ ການຮຽນ ຍ້ອນຂາດຄຣູສອນ, ແຂວງອັດຕະປື ອະນຸມັດ ຕັດໄມ້ 100,000 ແມັດກ້ອນ.
2023-02-05
ຄົນງານລາວ ທີ່ຖືກຈັບຢູ່ ມາເລເຊັຽ ກັບເຖິງບ້ານແລ້ວ, ຊາວບ້ານ ເມືອງອະນຸວົງ ແລະ ລ້ອງແຈ້ງ ບໍ່ເຫັນພ້ອມ ທີ່ຣັຖອະນຸຍາດ ໃຫ້ຈີນ ຂຸດຄົ້ນແຮ່, ຊາວລາວ ເປັນຫ່ວງວ່າ ອິດທິພົລຈີນ ຈະແຜ່ຂຍາຍໄປ ໃນຫລາຍດ້ານ.
2023-01-24
ທ້າວ ອາລຸນ ພົມມະລາດ ອາຍຸ 23 ປີ ຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ໄປເຮັດວຽກ ຢູ່ສວນຢາງພາຣາ ທີ່ປະເທດມາເລເຊັຽ ໄດ້ປະມານ 4 ປີ ຖືກຈັບ ຍ້ອນໜັງສືເດີນທາງໝົດກໍານົດ ຕັ້ງແຕ່ວັນທີ 8 ເດືອນ 6 ປີ 2021 ມາຮອດປັດຈຸບັນ ທາງຄອບຄົວ ຍັງຮູ້ຊາຕາກັມ ວ່າມີຊີິວິດ ຫຼືບໍ່.
2023-01-22
ນະໂຍບາຍສາມສ້າງ ຍັງບໍ່ມີຫຍັງ ອອກມາເປັນຮູບປະທັມ, ເຈົ້າໜ້າທີ່ໄທຍ ຊ່ອຍເຫລືອ ແມ່ຍິງລາວ ຈາກຮ້ານອາຫານ ທີ່ທຳຮ້າຍຮ່າງກາຍນາງ, ສວນໝາກໂມ ຂອງນັກລົງທຶນຈີນ ສົ່ງຜົລກະທົບ ຕໍ່ຊາວບ້ານໃນຫຼາຍແຂວງ ຢູ່ເຂດພາກເໜືອ.
2023-01-16
ການປະກົດໂຕ ຂອງຜູ້ນໍາ ອັນແທ້ຈິງ ຂອງຂບວນການ ແນວລາວຮັກຊາຕ ແລະ ການສະຖາປະນາ ຣາຊອານາຈັກລາວ ເປັນສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ.
2023-01-15
ປ່າສງວນຫ້ວຍງົວ ຢູ່ບໍຣິຄຳໄຊ ຖືກຊາວບ້ານ, ເຈົ້າໜ້າທີ່ທ້ອງຖິ່ນ ບຸກລຸກ, ຈີນ ແລະ ລາວ ຈະເປີດດ່ານຊາຍແດນ ແຕ່ ລາວຍັງບໍ່ມີມາຕການສະເພາະ ຕໍ່ຄົນຈີນ ທີ່ຈະເຂົ້າປະເທດລາວ, ປະທານ ສານປະຊາຊົນສູງສຸດ ຍອມຮັບວ່າ ຜູ້ພິພາກສາ ແລະເຈົ້າໜ້າທີ່ ສານຈໍານວນນຶ່ງ ມີການລະເມີດຈັນຍາທັມ.
2023-01-09
ຊີວິຕ ຂອງທ່ານ ວິຣະບູນ ໂສກັນທອງ ໃນໄລຍະກ່ອນ ແລະ ເບື້ອງຕົ້ນ ຂອງການຖືກເອົາໄປ ສັມນາ ຢູ່ແຂວງຊຽງຂວາງ ຊຶ່ງຂະນະນີ້ ກໍາລັງຂຽນປື້ມ “ທະຫານຄົນສຸດທ້າຍ ບົນສາຍທາງ ມໍຣະນະ ເລຂ 7”.
2023-01-08
ຍັງມີເຈົ້າໜ້າທີ່ສານ, ຜູ້ພິພາກສາ ລະເມີດກົດໝາຍ, ຂາດຈັນຍາທັມ, ເງິນເດືອນ ຣັຖກອນ ອອກຊ້າ, ບໍ່ກຸ້ມກິນ, ຖືກສໍ້ໂກງ ແລະ ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ ອາດຖືກກົດດັນ ໃຫ້ພົ້ນຕຳແໜ່ງ.
2023-01-02
ຫຼັງຈາກ ທີ່ສາມາດ ເຂົ້າມາ ກໍາອໍານາດທຸກດ້ານ ໃນພຣະຣາຊອານາຈັກແລ້ວ, ພວກແນວລາວ ກໍເຣີ່ມເອົາວິທີການປົກຄອງ ແບບຄອມມູນິສ ເຂົ້າມາໃຊ້ ໃນປະເທດ.
2022-12-26
ປະຊາຊົນ ບໍ່ເຊື່ອລະບົບສານ ຍ້ອນພນັກງານສານ ຂາດຈັນຍາທັມ, ບໍຣິສັດຈີນ ຈະສ້າງໂຮງແຮມ, ສູນການຄ້າ ຄົບວົງຈອນ ຢູ່ໃກ້ກັບ ຂົວມິຕພາບ ລາວ-ໄທຍ ປາກຊັນ-ບຶງການ, ຣັຖມົນຕຣີ ກະຊວງພາຍໃນ ຍອມຮັບ ສອບເສັງເຂົ້າຣັຖ ບໍ່ໂປ່ງໃສ.
2022-12-25
ຫລັງຈາກ ມີການປ່ຽນແປງຄັ້ງໃຫຍ່ ເກີດຂຶ້ນ ໃນພຼະຣາຊອານາຈັກແລ້ວ, ພວກປະເທສລາວ ກໍໃຊ້ເລ້ຫລ່ຽມ ເພື່ອເຮັດໃຫ້ ເຈົ້າໜ້າທີ່ ຜົລເຮືອນ ແລະ ທະຫານ ໄປສັມມະນາການເມືອງ ໃນເຂດຍຶດຄອງ ຂອງພວກເຂົາ.
2022-12-25
ການເດີນຂະບວນປະທ້ວງ ທວງໃຫ້ມີການປ່ຽນແປງ ໄປສູ່ປະຊາທິປະໄຕ ໃນລາວ ແລະ ກັມພູຊາ ຢູ່ຕໍ່ໜ້າ ສະພາຢູໂຣບ ທີ່ນະຄອນຫລວງບຣັສໂຊລສ໌ ປະເທສເບລຈ້ຽມ.
2022-12-24
ຂັ້ນຕອນຕ່າງໆ ທີ່ນໍາໄປສູ່ການປ່ຽນແປງ ຄັ້ງໃຫຍ່ ໃນພຣະຣາຊອານາຈັກລາວ ພາຍຫຼັງທີ່ມີທະຫານ ແລະ ເຈົ້າໜ້າທີ່ແນວລາວ ເຂົ້າມາ ຕັ້ງຢູ່ແລ້ວ ນັບມື້ ຮ້າຍແຮງຂຶ້ນຊັ່ກໄຊ້ ທ່າມກາງຄວາມເມີນເສີຍ ຂອງເຈົ້າໜ້າທີ່ບ້ານເມືອງ ທີ່ມີໜ້າທີ່ ປົກຄອງປະເທດ.
2022-12-18
ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ປະທ້ວງ ທວງໃຫ້ມີການປ່ຽນແປງ ໄປສູ່ປະຊາທິປະໄຕ ໃນລາວ, ການສໍ້ຣາສ ບັງຫລວງ ຍັງຣະບາດຫຼາຍ ຢູ່ສປປ ລາວ, ຢູ່ເມືອງໂຂງ ມີໂຮງຮຽນ ຖືກຍຸບແລ້ວ 21 ແຫ່ງ ຍ້ອນຂາດຄຣູ, ເງິນເຟີ້ ຍັງເພີ່ມຂຶ້ນຕໍ່ເນື່ອງ ສູງເກືອບຮອດ 40% ແລ້ວ.
2022-12-11
ການເດີນຂະບວນປະທ້ວງ ທວງໃຫ້ມີການປ່ຽນແປງ ໄປສູ່ປະຊາທິປະໄຕ ໃນລາວ ແລະ ກັມພູຊາ ຢູ່ຕໍ່ໜ້າ ສະພາຢູໂຣບ ທີ່ນະຄອນຫລວງບຣັສໂຊລສ໌ ປະເທດແບລຢ໋ຽມ.