ຂ. ໄຊສົມບູນ ຊ່ອຍເດັກນ້ອຍ ໃນຄວາມສ່ຽງ

ສຸພັດຕາ
2021.04.02
ຂ. ໄຊສົມບູນ ຊ່ອຍເດັກນ້ອຍ ໃນຄວາມສ່ຽງ ແຂວງ ໄຊສົມບູນ ໃນເຂດພູເບັ້ຽ. ຮູບຖ່າຍ ເດືອນ ພຶສຈິກາ ປີ 2020
ພາບປະກອບ: ນັກຂ່າວພົລເມືອງ

ໃນໄລຍະ 5 ປີ ທີ່ຜ່ານມາ ຄືແຕ່ປີ 2015-2020 ແຂວງໄຊສົມບູນ ໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ການຊ່ອຍເຫຼືອ ເດັກນ້ອຍອາຍຸຕໍ່າກວ່າ 18 ປີ ທັງໝົດ 30 ຄົນ ເປັນຍິງ 28 ຄົນ.

ໃນນັ້ນ ເປັນເດັກນ້ອຍ ທີ່ຕົກຢູ່ໃນຄວາມສ່ຽງຄ້າມະນຸດ 24 ຄົນ, ເດັກນ້ອຍ ທີ່ຕົກເປັນເຫຍື່ອ ການຄ້າມະນຸດຢູ່ໄທຍ 1 ຄົນ, ເດັກນ້ອຍ ພໍ່ແມ່ຖືກກັກໂຕ 3 ຄົນ ແລະເດັກກໍ່າພ້າກໍ່າພອຍ 2 ຄົນ, ດັ່ງເຈົ້າໜ້າທີ່ກັມມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ແລະເດັກ ຂັ້ນແຂວງ ແຂວງໄຊສົມບູນ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 01 ເມສາ ນີ້ວ່າ:

“ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ ແລະທ້ອງຖິ່ນ ໄດ້ຮັບການຊ່ວຍເຫຼືອເດັກ, ຄວາມສ່ຽງນີ້ 30 ຄົນ. ຍິງ 28 ຄົນ ມັນກໍຫຼາຍ ຫຼາຍພາກສ່ວນຢູ່ ມັນມີພໍ່ແມ່ຖືກກັກໂຕ ແລະເດັກກໍ່າພ້າ ກໍ່າພອຍຫັ່ນນາ.”

ທ່ານກ່າວຕື່ມວ່າ ເດັກນ້ອຍ ທີ່ຕົກຢູ່ໃນຄວາມສ່ຽງ ຄ້າມະນຸດ 24 ຄົນນັ້ນ ແມ່ນໄດ້ຮັບການຊ່ອຍເຫຼືອ ຈາກປະເທດ ອາເມຣິກາ ທີ່ມີ ໂຄງການ ຝຶກອົບຮົມ ສີມືແຮງງານໄລຍະສັ້ນ ເປັນຕົ້ນ: ເສີມສວຍ, ປຸງແຕ່ງ ແລະ ຕັດຫຍິບ ເພື່ອຫຼຸດຜ່ອນຄວາມສ່ຽງ ບໍ່ໃຫ້ເຂົາ ເຈົ້າ ຖືກຕົວະຈາກສັງຄົມ ແລະ ເພື່ອນບ້ານໄປຄ້າມະນຸດ.

ໃນປີ 2015 ແຂວງ ໄຊສົມບູນ ມີແມ່ຍິງ ຄົນນຶ່ງ ອາຍຸ 17 ປີ, ຢູ່ບ້ານ ນໍ້າຜາໃຫຍ່ ເມືອງ ລ່ອງແຈ້ງ ເຊິ່ງຄອບຄົວຂອງລາວ ມີ ຖານະທຸກຍາກ ບໍ່ໄດ້ຮຽນໜັງສື ແລ້ວລາວໄດ້ໄປ ເຮັດວຽກຂາຍບໍຣິການ ຢູ່ໄທຍ, ແຕ່ຖືກເຈົ້າໜ້າທີ່ໄທຍ ສົ່ງກັບມາລາວ, ດັ່ງ ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງໄຊສົມບູນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຜູ້ທີ່ວ່າ ຖືກການຄ້າມະນຸດ ທີ່ວ່າ ສົ່ງກັບຄືນມາແຕ່ບ້ານເພິ່ນບ້ານ, ເປັນຕົ້ນວ່າ ປະເທດໄທຍເນາະ ກໍຣະນີ ຢູ່ເມືອງລ່ອງແຈ້ງຫັ້ນ ເຮົາກໍໄດ້ສົ່ງຄືນໃຫ້ຄອບຄົວ ແລະກໍໄດ້ໄປສັມພາກ ຫຼືວ່າ ໄດ້ໄປຢ້ຽມຢາມ ອີກ 1 ເທື່ອ ແລ້ວກໍໄດ້ຍິນຂ່າວວ່າ ລາວເອົາຜົວແລ້ວ, ສ່ວນກໍຣະນີອື່ນໆຫັ້ນ ແມ່ນເຮົາກໍໄດ້ສົມທົບກັບ ອົງການສາກົລ ເກັບກໍາຂໍ້ມູນ ຈໍານວນເດັກທີ່ວ່າ ຈະມີຄວາມສ່ຽງ ຈາກການຄ້າ ມະນຸດຫັ້ນ ເຮົາກໍໄດ້ໄປປະເມີນ ແລະນໍາສົ່ງໄປຝຶກອົບຮົມ ວິຊາຊີບ, ສີມືແຮງງານໄລຍະສັ້ນ.”

ສໍາລັບເດັກນ້ອຍ 3 ຄົນ ທີ່ພໍ່ແມ່ ຖືກກັກຂັງນັ້ນ ຍ້ອນວ່າ ພໍ່ແມ່ຂອງພວກເຂົາ ພົວພັນກັບຢາເສບຕິດ ທາງພາກສ່ວນກ່ຽວຂ້ອງ ແຂວງ ຈຶ່ງນໍາໂຕເດັກທັງ 3 ຄົນ ໄປຢູ່ສູນເພື່ອນມິດ ຂອງກະຊວງແຮງງານ ແລະ ສວັດດີການສັງຄົມ. ປັດຈຸບັນ ພໍ່ແມ່ຂອງເດັກ 3 ຄົນນັ້ນ ແມ່ນພົ້ນໂທດແລ້ວ ແລະກໍກັບມາຢູ່ເຮືອນ ພ້ອມໜ້າພ້ອມຕາພໍ່ແມ່ລູກ.

ສ່ວນເດັກ ກໍ່າພ້າກໍ່າພອຍ 2 ຄົນ ເຊິ່ງພໍ່ແມ່ໄດ້ປະຮ້າງກັນ ແລ້ວຜູ້ແມ່ມີສະຕິບໍ່ສົມປະກອບ ທາງພາກສ່ວນກ່ຽວຂ້ອງ ຈຶ່ງພາເດັກທັງ 2 ຄົນນີ້ ໄປຢູ່ອົງການ ຊ່ອຍເຫຼືອເດັກຂ້າງຖນົນ ໄດ້ປະມານ 1 ປີປາຍ ແລ້ວກໍສົ່ງກັບຄືນ ມາຢູ່ກັບແມ່ ຫຼັງຈາກທີ່ແມ່ຂອງພວກເຂົາ ເຊົາເປັນປົກກະຕິ.

ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງໄຊສົມບູນ ກ່າວຕື່ມວ່າ ປີນີ້ ພາກສ່ວນທີ່ກ່ຽວຂ້ອງ ມີແຜນຈະສົມທົບ ກັບອົງການສາກົລ, ອົງການຊ່ອຍເຫຼືອ ເດັກຂ້າງຖນົນ ຢູ່ນະຄອນຫຼວງ ວຽງຈັນ ແລະ ອົງການ SOS ຢູ່ແຂວງ ຊຽງຂວາງ ເພື່ອ ຊ່ອຍເຫຼືອເດັກນ້ອຍຕໍ່ໄປ, ດັ່ງທ່ານກ່າວວ່າ:

“ກໍມີແຜນວ່າ ສັນຍາຮ່ວມມື ກັບອົງການສາກົລ ອົງການຊ່ວຍເຫຼືອເດັກຂ້າງຖນົນ ຢູ່ນະຄອນຫຼວງວຽງຈັນຫັ່ນ ແລະອົງການ SOS ຢູ່ແຂວງຊຽງຂວາງຫັ້ນ ເພື່ອເກັບກໍາຂໍ້ມູລເດັກທີ່ວ່າ ດ້ອຍໂອກາດ ຫຼືວ່າ ເດັກທີ່ບໍ່ມີຜູ້ລ້ຽງດູ, ເດັກກໍ່າພ້າ ກໍ່າພອຍ ຂາດການລ້ຽງດູ ຈາກພໍ່ແມ່ ຜູ້ປົກຄອງຫັ້ນ ເພື່ອນໍາສົ່ງ ເຂົ້າສູນລ້ຽງເດັກ ແຕ່ລະສູນຫັ້ນ.”

ສໍາລັບແຜນການ ຂອງສະຫະພັນແມ່ຍິງ ແຂວງ ໄຊສົມບູນ ແມ່ນຈະມີ ການລົງໂຄສະນາ ໃຫ້ຄວາມຮູ້ ກ່ຽວກັບກົດໝາຍ ການ ຄ້າມະນຸດ, ການໃຊ້ຄວາມຮຸນແຮງ ແລະ ຄວາມສເມີພາບ ລະຫວ່າງ ຍິງ-ຊາຍ ຕາມໂຮງຮຽນຕ່າງໆ ເພື່ອໃຫ້ຜູ້ປົກຄອງ ແລະ ນັກຮຽນຮັບຮູ້, ດັ່ງເຈົ້າໜ້າທີ່ ຫ້ອງການສະຫະພັນແມ່ຍິງ ແຂວງ ໄຊສົມບູນ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ໂຕນີ້ແລ້ວ ຈຸເອື້ອຍ ແລ້ວເອົາກົດໝາຍ ຄວາມສເມີພາບຫັ້ນ ແລ້ວກໍຕ້ານ ສະກັດກັ້ນການໃຊ້ຄວາມຮຸນແຮງຫັ້ນ ແລ້ວເຊີນພໍ່ແມ່ ປະຊາຊົນ ຂະເຈົ້າມາຮ່ວມ, ເຮົາຈະແນະນໍາ ວິທີໃຫ້ເຂົາເຈົ້າ ເພື່ອບໍ່ໃຫ້ເກີດຂຶ້ນຫັ້ນນາ ການຄ້າມະນຸດ ກໍມີກົດໝາຍໂຕນຶ່ງ ພວກ ເອື້ອຍ ກໍມີແຜນຢູ່ ຊິລົງແຕ່ລະບ້ານ ແລ້ວກໍລົງບັນດາໂຮງຮຽນ ກໍເຊີນພໍ່ແມ່ຜູ້ປົກຄອງ ເຂົາເຈົ້າມາແດ່ນາ ເຂົາເຈົ້າຮັບຮູ້ ປູກຈິດ ສໍານຶກໃຫ້ເຂົາເຈົ້າ ບໍ່ໃຫ້ເຄື່ອນໄຫວວຽກນີ້ຫັ້ນນາ.”

ນອກຈາກນີ້ ພາຍໃນແຂວງໄຊສົມບູນ ຍັງມີເດັກນ້ອຍ ອີກຄົນນຶ່ງ ອາຍຸຕໍ່າກວ່າ 18 ປີ ຕົກເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸດ ຢູ່ໄທຍ, ແຕ່ຂໍ້ມູລການສັມພາດ ແລະ ການຊ່ອຍເຫຼືອນັ້ນ ແມ່ນຂຶ້ນຢູ່ກັບ ແຂວງບໍຣິຄໍາໄຊ ຍ້ອນສັມມະໂຄຄົວ ຂອງຜູ້ກ່ຽວ ຍ້າຍຈາກ ເມືອງ ທ່າໂທມ ແຂວງໄຊສົມບູນ ໄປຢູ່ແຂວງບໍຣິຄໍາໄຊ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.