ແມ່ຍິງລາວຖືກຫຼອກໄປ ຈີນ

ສິດນີ
2017.03.12
F-Xayaburi ແຂວງໄຊຍະບູຣີ
Fb/Mek

ເຈົ້າຫນ້າທີ່ ແຂວງໄຊຍະບູຣີ ຈະປະສານງານ ກັບທາງການຈີນ ໃຫ້ຊ່ອຍແມ່ຍິງລາວ ອາຍຸ 21 ປີ ຈາກ ບ້ານນາຄາມ ເມືອງປາກລາຍ ທີ່ຖືກຕົ້ວະຍົ້ວະ ຈາກກຸ່ມ ຄ້າມະນຸດ ວ່າງເດືອນຕຸລາ ປີ 2016 ກັບຄືນມາ ລາວ. ເຈົ້າຫນ້າທີ່ລາວ ຈະສົ່ງຂໍ້ມູນ ຫລ້າສຸດ ທີ່ຜູ້ກ່ຽວ ໄດ້ ຕິດຕໍ່ມາວ່າ ຕອນນີ້ ນາງຖືກຂັງຢູ່ໃສ ໃຫ້ແກ່ ທາງການຈີນ ເພື່ອຕິດຕາມຫາ. ດັ່ງຄຳເວົ້າ ຂອງເຈົ້າຫນ້າທີ່ ແຂວງໄຊຍະບູຣີ ທ່ານນື່ງ ຕໍ່ເອເຊັຽເສຣີ ໃນວັນທີ 2 ມີນາ ນີ້ວ່າ:

ຜູ້ຍິງນັ້ນຊ່ວງຫລັງນີ້ ກໍຄົນເຮົາຖືກຕີຖືກຂັງ ເພີ່ນກໍໂທມາແບບ CHAT ມາ LINE ມາ ແບບວ່າຜົວຫັ້ນ ບໍ່ແມ່ນແບບ ຈິງໃຈ ເອົາໄປແບບ ໄປເຂົ້າຊ໊ອງ ເຂົ້າຫຍັງຫັ້ນ ເປັນແບບ ຄ້າມະນຸດ ກໍ CHAT ມາ ກໍຫຍັງມາກໍບອກວ່າ  ເຂົາຂັງໄວ້ ບໍ່ໃຫ້ກິນເຂົ້າ ກິນຫຍັງ ຫັ້ນນາ ແລ້ວ ກໍໃຫ້ ຊອກຫາ ຄົນຊ່ອຍ ອີ່ຫຍັງໄດ້ບໍ ກໍຄືວ່າ ຢູ່ໃຈກາງ ປະເທດຈີນ ແລ້ວ ດຽວນີ້ ນ້ອງເຂົາ CHAT ມາເນາະ".

ທ່ານກ່າວຕື່ມວ່າ ແມ່ຍິງລາວ ຄົນນີ້ ຖືກກັມມະກອນ ສວນກ້ວຍຈີນ ຕົ້ວະໄປຈີນ ດ້ວຍການຫມັ້ນ ກັບນາງ ຫລັງຈາກ ຮູ້ຈັກກັນ ເປັນເວລາ 6 ເດືອນ ຊື່ງຄອບຄົວ ຂອງນາງ ກໍເຫັນດີນຳ ຍ້ອນວ່າ ຄົນຈີນ ຄົນນີ້ ເວົ້າວ່າ ຈະໃຫ້ຄ່າສິນສອດ ໃນການແຕ່ງດອງ ຢ່າງຫຼວງຫຼາຍ ແລະ ຮັບປາກວ່າ ຈະລ້ຽງດູນາງ ເປັນຢ່າງດີ ແຕ່ມີຂໍ້ແມ້ວ່າ ຈະພານາງໄປ ໃຫ້ຄອບຄົວ ຢູ່ຈີນ ຮູ້ຈັກກ່ອນ ຫລັງຈາກນັ້ນ ກໍຈະກັບມາລາວ ເພື່ອ ແຕ່ງດອງ ຕາມ ປະເພນີ. ຫລັງຈາກ ກັບໄປຈີນແລ້ວ ກໍຫາຍສາບສູນ ໄປເລີຍ ຈົນຮອດວັນ ທີ່ນາງຕິດຕໍ່ມາ ວ່າຖືກຂັງ ແລະຖືກຕີ ເມື່ອ ມໍ່ໆມານີ້.

ກ່ຽວກັບເຣື້ອງນີ້ ເຈົ້າຫນ້າທີ່ ແຂວງໄຊຍະບູຣີ ກໍໄດ້ປະສານ ໄປຫາທາງການຈີນ ເທື່ອນຶ່ງແລ້ວ ແຕ່ບໍ່ມີຄວາມຄືບຫນ້າ ຍ້ອນວ່າ ບໍ່ຮູ້ວ່າ ນາງຢູ່ໃສ ແຕ່ໃນ ເວລານີ້ ເຈົ້າຫນ້າທີ່ ລາວ ຈະສົ່ງຂໍ້ມູນ ດັ່ງກ່າວ ໄປໃຫ້ ເຈົ້າຫນ້າທີ່ ຈີນ ຊ່ອຍເຫລືອ:

ເຈົ້າຫນ້າທີ່ ເຂົາຊ້າຫັ້ນນາ  ຕ້ອງໄປຕາມຂັ້ນຕອນ ເພາະວ່າ ນ້ອງໄປຫັ້ນ ໄປໃນນາມ ປັສປອດ ເດເນາະ ໄປໃນນາມ ຖືກຕ້ອງ ໄປແບບ ປັສປອດ ບໍ່ແມ່ນໄປແບບ ຕາມຄວາມຫວັງ ທີ່ວ່າໄປ ຢາມຄອບຄົວ ຂອງຜົວຫັ້ນ ແຕ່ວ່າໄປແລ້ວ ແບບວ່າ ເອົາໄປເຂົ້າຊ໊ອງ ເຂົາຫຍັງແລ້ວ ເຂົາບໍ່ເຂົ້າ ທາງເຮົາ ກໍມີແຕ່ລະຖ້າ ເຈົ້າຫນ້າທີ່ ເຂົາຊ້າຫັ້ນນາ".

ທ່ານວ່າ ທີ່ຜ່ານມາ ຄົນຈີນມາຕົ້ວະ ແຕ່ງງານ ກັບຄົນລາວ ໄປຈີນ ທີ່ແຂວງໄຊຍະບູຣີ ນັ້ນ ຖືວ່າ ບໍ່ຫລາຍປານໃດ ຖ້າທຽບໃສ່ ແຂວງອື່ນ ວ່າງປີ ຜ່ານມາ ກໍມີປະມານ 4-5 ກໍຣະນີ ແຕ່ສ່ວນໃຫຍ່ ກໍສາມາດ ຊ່ອຍມາໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.