ຊາວຫວຽດນາມ 5 ຄົນຖືກຊ່ວຍ ຈາກການຄ້າມະນຸດ ໃນສາມຫຼ່ຽມຄຳ

ຊາວຫວຽດນາມ 5 ຄົນ ທີ່ຖືກຕົວະເຂົ້າມາເຮັດວຽກຢູ່ ເຂດສາມຫລ່ຽມຄຳ ໄດ້ຮັບການຊ່ວຍເຫລືອ ແລະ ຖືກສົ່ງກັບປະເທດຫວຽດນາມ ເຊິ່ງເຈົ້າໜ້າທີ່ລາວເຊື່ອວ່າ ແມ່ນກຸ່ມທີ່ເຮັດວຽກຜິດກົດໝາຍ ຢູ່ເຂດສາມຫລ່ຽມຄຳ.

ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສດຖະກິດ ພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ. ເດືອນພະຈິກ ປີ 2023. RFA

ຊາວວຽດນາມ 5 ຄົນ ປະກອບດ້ວຍ ຊາຍ 3 ຄົນ ແລະ ຍິງ 2 ຄົນ ທີ່ຖືກຕົວະເຂົ້າມາເຮັດວຽກຢູ່ປະເທດລາວ ແລະ ຖືກບັງຄັບ ໃຫ້ເຮັດວຽກຢ່າງໜັກ ພ້ອມທັງຖືກນາຍຈ້າງທໍາຮ້າຍຮ່າງກາຍ ແລະ ບໍ່ຈ່າຍເງິນເດືອນໃຫ້, ໄດ້ຮັບການຊ່ວຍເຫລືອ ຈາກເຈົ້າໜ້າທີ່ລາວ ແລະ ໄດ້ສົ່ງໂຕໃຫ້ເຈົ້າໜ້າທີ່ຫວຽດນາມ ຮັບພາໄປປະເທດຫວຽດນາມ ເມື່ອ ວັນທີ 2 ພືສພາ ທີ່ຜ່ານມານີ້, ຜ່ານທາງຊາຍແດນ ແຂວງຮ່າຕິນ ຂອງຫວຽດນາມ ແຕ່ບໍ່ໄດ້ລະບຸຄັກແນ່ວ່າ ທັງ 5 ຄົນດັ່ງກ່າວ ໄດ້ຖືກຊ່ວຍເຫລືອ ມາຈາກບ່ອນໃດໃນລາວ, ອີງຕາມລາຍງານຂອງ ສະຖານນີ ວິທະຍຸຫວຽດນາມ (VOV) ເມື່ອວັນທີ 2 ພືສພາ 2024. 

ກ່ຽວກັບເລື້ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ທາງກະຊວງປ້ອງກັນຄວາມສະຫງົບ ລວມທັງສື່ມວນຊົນ ປ້ອງກັນຄວາມສະຫງົບ ເພື່ອສອບຖາມລາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ຮູ້ເຖິງລາຍລະອຽດ ຫລາຍໄປກວ່ານີ້. 

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ລາວ ທ່ານນຶ່ງ ທີ່ເຮັດວຽກຢູ່ໃນເຂດ ເສຖກິດພິເສດສາມຫລ່ຽມຄໍາ ແຂວງບໍ່ແກ້ວ ເຊື່ອວ່າ ຊາວຫວຽດນາມທັງ 5 ຄົນດັ່ງກ່າວ ຕ້ອງແມ່ນຜູ້ທີ່ຖືກຕົວະ ເຂົ້າມາເຮັດວຽກ ຜິດກົດໝາຍ ຢູ່ໃນເຂດ ເສຖກິດພິເສດ ສາມຫລ່ຽມຄໍາ ເນື່ອງຈາກວ່າ ກ່ອນໜ້ານີ້ ທ່ານເອງກໍເຄີຍໄດ້ຂ່າວຍິນວ່າ ຄົນຫວຽດນາມທີ່ຖືກຕົວະ ເຂົ້າມາເຮັດວຽກໃນເຂດນີ້ ບໍ່ສາມາດເຮັດວຽກໄດ້ຕາມເປົ້າໝາຍ ຈຶ່ງຖືກນາຍຈ້າງທຳຮ້າຍຮ່າງກາຍ ແລະ ບໍ່ຈ່າຍເງິນເດືອນໃຫ້ ຈຶ່ງເຮັດໃຫ້ເຂົາເຈົ້າ ພະຍາຍາມຕິດຕໍ່ເຈົ້າໜ້າທີ່ ແລ້ວ ຈຶ່ງໄດ້ຮັບຄວາມຊ່ວຍເຫລືອ.

ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 9 ພຶສະພາ ນີ້ວ່າ:

“ມັນກະມີຫລາຍຕຳແຕ່ຫວຽດນາມ ປະເທດໃດຫລາຍປະເທດຢູ່ ເຂົ້າມາເຮັດວຽກຫຍັງເນາະ ຕ້ອງການ ຄວາມຊ່ວຍເຫລືອ ທີ່ເຮົາຮູ້ນຳກັນແຫລະ ບາງເທື່ອກະເຮັດວຽກບໍ່ໄດ້ເງິນເດືອນບໍ່ບາງຈຸດ ຫລືວ່າ ເຮັດບໍ່ດີບໍ່ງາມບໍ່ໂອ ມັນມີເຈົາໜ້າທີ່ເຮົາຢູ່ເດ້ ເຈົ້າໜ້າທີ່ ປກສ. ເຂດເຮົາມີ 3 ພາກສ່ວນ ມີ ປກສ ຕຳຫລວດ ມີທະຫານ ແລະ ລປພ.”

ໃນຂະນະ ທີ່ເຈົ້າໜ້າທີ່ ປະຈຳສະຖານທູດຫວຽດນາມ ປະຈຳປະເທດລາວ ກ່າວວ່າ ຕໍ່ເຫດການດັ່ງກ່າວນີ້ ທ່ານເອງກໍບໍ່ຮູ້ ທີ່ມາທີ່ໄປ ຂອງຊາວຫວຽດນາມທັງ 5 ຄົນນັ້ນ ຢ່າງຄັກແນ່ ເຊິ່ງທ່ານ ກໍໄດ້ຮູ້ ພຽງແຕ່ຂໍ້ມູນ ທີ່ຖືກລາຍງານຈາກສື່ມວນຊົນ ຂອງປະເທດຫວຽດນາມເທົ່ານັ້ນ, ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້້ວ່າ:

ຂ້າພະເຈົ້າ ກໍບໍ່ແນ່ໃຈຄືກັນ ຍ້ອນພົນລະເມືອງຫວຽດນາມ ຈຳນວນຫລາຍ ທີ່ເຂົ້າມາໃນປະເທດລາວ, ເຊິ່ງທ່ານກໍຮູ້ພຽງແຕ່ຂ່າວ ທີ່ມີສື່ມວນຊົນຂອງຫວຽດນາມ ລາຍງານວ່າ ຊາວຫວຽດນາມ 5 ຄົນໄດ້ຖືກຊ່ວຍເຫລືອ ແລະ ໄດ້ສົ່ງກັບໄປປະເທດຫວຽດນາມ ແລະ ຄັນພາກສ່ວນໃດ ຮູ້ຂໍ້ມູນເພີ່ມຕື່ມ ກ່ຽວກັບ ຊາວຫວຽດນາມ ທີ່ຖືກຕົວະເຂົ້າມາໃນລາວ ກໍສາມາດແຈ້ງ ນຳທາງ ສະຖານທູດຫວຽດນາມ ໄດ້.

ທາງດ້ານຊາວລາວ ນາງນຶ່ງ ທີ່ເຮັດວຽກຢູ່ ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ກໍຍືນຍັັນວ່າ ກ່ອນໜ້ານີ້ກໍເຄີຍໄດ້ຍິນວ່າ ຊາວຫວຽດນາມ ທີ່ຖືກຕົວະເຂົ້າມາເຮັດວຽກຜິດກົດໝາຍ ໂດຍສະເພາະ ວຽກຕອບແຊ້ດ ຫາລູກຄ້າ ຜ່ານທາງລະບົບອອນລ່າຍນັ້ນ ກໍບໍ່ສາມາດເຮັດວຽກໄດ້ຕາມເປົ້າໝາຍ ທີ່ນາຍຈ້າງໄດ້ກຳນົດໄວ້ ຈຶ່ງກັບໄປປະເທດຫວຽດນາມ ເປັນຈຳນວນຫລາຍ ແລະ ບາງຄົນກໍບໍ່ໄດ້ຮັບຄ່າຈ້າງ ຈາກນາຍຈ້າງ.

ດັ່ງນາງໄດ້ ກ່າວວ່າ:

“ຫວຽດນາມ ກະເອົາແຕ່ວ່າ ເຂົາເຮົດໄດ້ນ່າ ສ່ວນຫລາຍເຂົາກັບ ຄົນຫວຽດນາມກະມີຢູ່ ແຕ່ບໍ່ຫລາຍ ຖ້າວ່າ ເຮັດບໍ່ໄດ້ຕາມເປົ້າໝາຍ ຫລື ບໍ່ຄົບເດືອນນີ້ ກໍເລື້ອງເງິນເພີ່ນກໍບໍ່ໃຫ້.

ແຕ່ເຖິງຢ່າງໃດກໍຕາມ, ສຳລັບການເຮັດວຽກຢູ່ພາຍໃນເຂດ ເສດຖະກິດພິເສດ ສາມຫລ່ຽມຄຳ ກໍເປັນສິ່ງທີ່ກັງວົນໃຈ ແກ່ບັນດາພໍ່ແມ່ ຜູ້ປົກຄອງໃນລາວ ເຊິ່ງສ່ວນໃຫຍ່ແລ້ວ ກໍພະຍາຍາມ ຫ້າມບໍ່ໃຫ້ລູກຫລານຂອງຕົນ ເຂົ້າໄປເຮັດວຽກໃນເຂດນັ້ນ ຍ້ອນຢ້ານວ່າ ອາດຕົກເປັນເຫຍື່ອ ຂອງຂະບວນການເຮັດວຽກຜິດກົດໝາຍ ຫລື ຖືກຄ້າມະນຸດ ແຕ່ຊາວໝຸ່ມລາວ ຈຳນວນບໍ່ໜ້ອຍ ກໍຍັງສະແຫວງຫາໂອກາດ ເຂົ້າໄປເຮັດວຽກໃນເຂດດັ່ງກ່າວ ເພາະຕ້ອງການເງິນ.

ດັ່ງ ຜູ້ປົກຄອງຂອງຊາວໝຸ່ມລາວ ນາງນຶ່ງກ່າວວ່າ:

“ເຮົາກໍໄດ້ຍິນຂ່າວແບບນັ້ນ ເຮົາກໍຢ້ານ ຢ້ານລູກຫລານເຮົາພົບແບບນັ້ນ ເຮົາກໍຫ້າມ ແຮງຫ້າມກໍປານແຮງຍຸ ເພາະວ່າ ສະພາບເສດຖະກິດຄອບຄົວຂອງເຮົາ ກໍບໍ່ໄດ້ດີເທົ່າທີ່ຄວນ ເມື່ອເດັກນ້ອຍເຂົາເຈົ້າມີຄວາມຕ້ອງການ ຢາກໄດ້ນູ່ນີ້ນັ້ນ ພໍ່ແມ່ບໍ່ສາມາດ ສະໜອງໃຫ້ ເຂົາເຈົ້າກະມີຄວາມຄິດທີ່ວ່າ ຢາກຈະໄປຫາເງິນເອງ.

ມີລາຍງານຕື່ມວ່າ ທຳອິດ ຊາວຫວຽດນາມ 5 ຄົນ ດັ່ງກ່າວ ໄດ້ຖືກຕົວະວ່າ ໃຫ້ເຮັດວຽກຢູ່ໄທ ແຕ່ໃນຄວາມເປັນຈິງແລ້ວ ໄດ້ຖືກຕົວະ ແລະ ບັງຄັບໃຫ້ໄປເຮັດໜັກຢູ່ໃນປະເທດລາວ ໂດຍຖືກນາຍຈ້າງບັງຄັບໃຫ້ເຮັດວຽກ 13 ຫາ 18 ຊົ່ວໂມງຕໍ່ມື້ ແລະ ຄັນ ບໍ່ສາມາດເຮັດວຽກ ໄດ້ຜົນງານຕາມເປົ້າໝາຍ ກໍຈະຖືກທຳຮ້າຍຮ່າງກາຍ ແລະ ບໍ່ໄດ້ຮັບເງິນຄ່າຈ້າງ ພ້ອມທັງຈະຕ້ອງຈ່າຍເງິນໃຫ້ນາຍຈ້າງ ຈຳນວນຜູ້ລະ 150 ຫາ 200 ລ້ານດົ່ງ (ຫວຽດນາມ) ເພື່ອເປັນຄ່າໄຖ່ ສຳລັບຖືກປ່ອຍໂຕກັບບ້ານ.

ກ່ອນໜ້ານີ້ ເມື່ອເດືອນມີນາທີ່ຜ່ານມາ ສະຖານທູດອິນເດັຍ ປະຈຳປະເທດລາວ ຫາກໍໄດ້ຊ່ວຍເຫລືອພົນລະເມືອງ ຊາວອິນເດັຍ ຈຳນວນ 16 ຄົນ ອອກຈາກເຂດເສດຖະກິິດ ພິເສດ ສາມຫລ່ຽມຄຳ ເນື່ອງຈາກທັງ 16 ຄົນດັ່ງກ່າວ ໄດ້ຖືກຕົວະເຮັດວຽກ ສະແກມເມິ້ ຫລື ຕົວະຄົນເຂົ້າມາລົງທຶນ ໃນ ສະກຸນເງິນດີຈິຕ໋ອລ, ແລະ ນອກຈາກພົນລະເມືອງອິນເດຍແລ້ວ ກໍຍັງມີພົນລະເມືອງອີກຫລາຍປະເທດ ທີ່ຖືກຕົວະໄປເຮັດວຽກໃນເຂດ ດັ່ງກ່າວເປັນຕົ້ນ ມາເລເຊຽ, ເກົາຫລີ ແລະ ອື່ນໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org