ມີຜູ້ຕົກເປັນເຫຍື່ອຄ້າມະນຸດ 108 ຄົນໃນປີ 2021

ສຸພັດຕາ
2022.01.20
ມີຜູ້ຕົກເປັນເຫຍື່ອຄ້າມະນຸດ 108 ຄົນໃນປີ 2021 ຄົນລາວ 6 ທີ່ຖືກນາຍໜ້າຫຼອກ ເອົາໄປຂາຍໃຫ້ ໂຮງງານຜລິດນໍ້າກ້ອນ ໃນ ແຂວງນົນທະບູຣີ ຂອງໄທຍ ນາຍຈ້າງບັງຄັບ ໃຫ້ເຮັດ ວຽກແບບຂ້າທາດ ບໍ່ມີຈ່າຍຄ່າແຮງງານ, ເຈົ້າໜ້າທີ່ໄທຍ ໄດ້ບຸກເຂົ້າຊ່ອຍອອກມາໄດ້ ໃນນັ້ນມີຄົນກັມພູຊາ 7 ຄົນ ( ເຫດການເກີດຂຶ້ນ ເມື່ອປີ 2018 )
RFA

ປະເທດລາວ ມີຄວາມສ່ຽງທີ່ແມ່ຍິງ ແລະເດັກນ້ອຍ ຈະຕົກເປັນເຫຍື່ອຂອງການຄ້ານຸດ ເນື່ອງຈາກມີຊາຍແດນ ຕິດຈອດກັບປະເທດເພື່ອນບ້ານຫຼາຍປະເທດ ເຮັດໃຫ້ມີຜູ້ຄ້າມະນຸດເຂົ້າເຖິງໄດ້ງ່າຍ ອີກທັງ ສະຖິຕິຈາກກະຊວງຖແລງຂ່າວ ວັທນະທັມແລະທ່ອງທ່ຽວ ໄດ້ສະແດງໃຫ້ເຫັນວ່າ ແມ່ຍິງລາວ ຕົກເປັນເຫຍື່ອຂອງການຄ້າມະນຸດ ໃນປີ 2021 ມີທັງໝົດ 108 ຄົນ ຊຶ່ງຫຼຸດລົງຈາກປີ 2020 ທີ່ມີ 142 ຄົນ ໃນຈໍານວນແມ່ຍິງທັງໝົດ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດນັ້ນ ຍ້ອນຖືກຈ້າງມາຢ່າງຜິດກົດໝາຍ ໃນລັກສະນະໃຫ້ມາຂາຍສິນຄ້າ, ເສີບອາຫານ, ການແຕ່ງດອງກັບຊາວຕ່າງປະເທດ ແລະການຮັບຈ້າງອຸ້ມບຸນ ຫຼືຖືພາໃຫ້.

ສະເພາະແຂວງຊຽງ ແມ່ຍິງລາວ ທີ່ມີຖິ່ນກໍາເນີດຢູ່ແຂວງຊຽງຂວາງ ຖືກຊ່ອຍເຫຼືອຈາກການຄ້້າມະນຸດຂອງຜູ້ຊາຍຈີນ ໃນປີ 2021 ໄດ້ປະມານ 10 ຄົນ ສ່ວນໃຫຍ່ເປັນແມ່ຍິງຊົນເຜົ່າ ອາຍຸຕໍ່າກວ່າ 18 ປີ ມີຖານະທຸກຍາກ ບໍ່ໄດ້ຮຽນໜັງສື ຈຶ່ງບໍ່ເຂົ້າໃຈຮູບແບບ ການຕົກເປັນເຫຍື່ອ ຂອງການຄ້າມະນຸດຢ່າງຈະແຈ້ງ ແລະກໍຖືກຜູ້ຊາຍຈີນ ຕົວະແຕ່ງດອງນໍາ ໂດຍໃຫ້ຄ່າດອງຂອງໝັ້ນ ຈໍານວນ 20-30 ລ້ານກີບ ແລ້ວກໍພາໄປຢູ່ຈີນນໍາ ແຕ່ເມື່ອໄປຮອດຈີນແລ້ວ ພັດບໍ່ໄດ້ເປັນເມັຍ ຕາມທີ່ຕົກລົງກັນໄວ້ ແຕ່ຜົວຈີນນັ້ນ ເອົາໄປຂາຍຕໍ່ໃຫ້ຜູ້ຊາຍຈີນຄົນອື່ນ ແລ້ວທາງເຈົ້າໜ້າທີ່ຈີນຊ່ອຍເຫຼືອກັບມາໄດ້.

ການຖືກຕົວະໄປຢູ່ຈີນນັ້ນ ເກີດຂຶ້ນ 3 ປີຫຼັງ ແຕ່ເຈົ້າໜ້າທີ່ ສາມາດຊ່ອຍກັບມາໄດ້ ໃນປີ 2021 ຈຶ່ງເຮັດໃຫ້ຂໍ້ມູນແມ່ຍິງລາວ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ ແລ້ວຖືກຊ່ອຍມາໄດ້ ໃນປີຜ່ານມາ ຖືກນັບໃນຈໍານວນປີ ທີ່ຊ່ອຍເຫຼືອມາໄດ້ ນັ້ນຄື ປີ 2021,  ດັ່ງເຈົ້າໜ້າທີ່ຕໍາຣວດ ຜແນກຕ້ານການຄ້າມະນຸດ ແຂວງຊຽງຂວາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່  20 ມົກກະຣາ ນີ້ວ່າ:------LSB220120PP1-----ຊຽງຂວາງນີ້ ສ່ວນຫຼາຍແມ່ນອັນ ພາຍຫຼັງຖືກຕົວະຍົວະ ຫຼອກລວງໄປເປັນເມັຍ ໄປເປັນເມັຍເປັນຫຍັງຢູ່ປະເທດຈີນຫັ້ນນ່າ ແລ້ວກໍໄດ້ຊ່ວຍປະສານງານ ທາງເບື້ອງຈີນ ກໍໄດ້ສານຕາມຫັ້ນລະແມ່ນ ຈໍານວນນຶ່ງກະໄດ້ເອົາໄປເປັນລູກເປັນເມັຍແທ້ເນາະ ຈໍານວນນຶ່ງ ກໍໄດ້ຕົວະຍົວະຫຼອກລວງໄປ ກໍແມ່ນໄປແຕ່ງງານ ໄປຂາຍຕໍ່ໄປເປັນລັກສະນະຈັ່ງຊີ້.”

ທ່ານກ່າວຕື່ມວ່າ ເມື່ອມີການແຕ່ງດອງ ລະຫວ່າງຜູ້ຊາຍຈີນ ແລະແມ່ຍິງລາວ ຖືກຕ້ອງຕາມກົດໝາຍແລ້ວ ຜູ້ຊາຍຈີນ ກໍພາແມ່ຍິງລາວທີ່ແຕ່ງດອງນັ້ນ ອອກໄປຢູ່ປະເທດຈີນ ໂດຍຜ່ານດ່ານຊາຍແດນ ລະຫວ່າງປະເທດລາວ-ຈີນ ບາງຄູ່ທີ່ບໍ່ມີເອກະສານຢັ້ງຢືນ ການແຕ່ງດອງຖືກຕ້ອງຕາມກົດໝາຍ ກໍໄປຜ່ານທາງດ່ານທັມມະຊາດ ກໍເຮັດໃຫ້ເຈົ້າໜ້າທີ່ ບໍ່ສາມາດສະກັດຈັບຜູ້ຊາຍຈີນ ແລະຊ່ອຍເຫຼືອແມ່ຍິງລາວກັບມາໄດ້ ອີກເປັນຈໍານວນຫຼາຍຄົນ.

ຫາກເວົ້າເຖິງວຽກງານ ການແຈ້ງຄວາມຄົນຫາຍສາບສູນ ພາຍໃນແຂວງຊຽງຂວາງແລ້ວນັ້ນ ຈະຄຽງຄູ່ໄປກັບວຽກງານຕ້ານການຄ້າມະນຸດນໍາດ້ວຍ ຊຶ່ງໃນປີ 2021 ຂໍ້ມູນສະຖິຕິ ຂອງຜແນກຕ້ານການຄ້າມະນຸດ ແຂວງຊຽງຂວາງ ພົບວ່າ ພາຍໃນແຂວງ ຍັງມີແມ່ຍິງຊົນເຜົ່າ ຕົກເປັນເຫຍື່ອຂອງການຄ້າມະນຸດຢູ່ຈີນ ອີກ 4-5 ຄົນ ໃນຂະນະນັ້ນ ພວກນາງອາຍຸຕໍ່າກວ່າ 18 ປີ ທັງໝົດ ແລ້ວຫາຍສາບສູນ ຈົນເຖິງທຸກມື້ນີ້ ກໍຍັງບໍ່ສາມາຊ່ອຍເຫຼືອກັບປະເທດລາວໄດ້ ພາຍຫຼັງຄອບຄົວຂອງແມ່ຍິງ ມາແຈ້ງຄວາມໃນປີ 2021 ວ່າລູກສາວຂອງໂຕເອງ ຖືກຄົນຈີນຕົວະແຕ່ງດອງ ແລ້ວພາໄປຢູ່ຈີນ ແຕ່ຕັ້ງປີ 2018 ແລ້ວບໍ່ສາມາດຕິດຕໍ່ຫາລູກສາວໄດ້, ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງແຂວງຊຽງຂວາງ ກ່າວໃນມື້ດຽວກັນນີ້ວ່າ:------LSB220120PP2-----ຜ່ານກາມາແຈ້ງຄວາມຂອງຜູ້ປົກຄອງຫັ້ນນະເນາະ ສ່ວນຫຼາຍ ກໍແມ່ນມາແຈ້ງຄົນຫາຍ ແຕ່ຫາກບໍ່ມີຂໍ້ມູນປານໃດ ບໍ່ສາມາດຊີຈະຊ່ອຍເຫຼືອ ກັບມາໄດ້ຫຼາຍເນາະ ຈໍານວນທີ່ຊ່ອຍເຫຼືອກັບມາໄດ້ນີ້ ສ່ວນຫຼາຍກໍແມ່ນ ທາງຄອບຄົວເພິ່ນໃຫ້ຄວາມຮ່ວມໄມ້ຮ່ວມມື ລະກະມີຂໍ້ມູນຈຶ່ງສາມາດນໍາຕົວກັບມາໄດ້ຫັ້ນນະເນາະ ແຕ່ວ່າຈໍານວນທີ່ຍັງຫາຍສາບສູນນິ່ ກໍຫາກຍັງມີຫຼາຍຢູ່.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ປີນີ້ ສະຫະພັນແມ່ຍິງແຂວງຊຽງຂວາງ ກໍສາມາດຊ່ອຍເຫຼືອເດັກນ້ອຍແມ່ຍິງຊົນເຜົ່າ ຈາກແຂວງຫຼວງພຣະບາງ ອາຍຸ 16-17 ປີ ຈໍານວນທັງໝົດ 4 ຄົນ ພາຍຫຼັງຖືກຄົນລາວ ຕົວະໃຫ້ມາເຮັດວຽກເປັນແມ່ຄົວ ຊ່ອຍເສີບອາຫານໃນຮ້ານບັນເທີງ ແຕ່ເມື່ອຮອດຊຽງຂວາງແລ້ວ ພັດບັງຄັບໃຫ້ເດັກນ້ອຍແມ່ຍິງທັງໝົດນັ້ນ ຂາຍບໍຣິການທາງເພດ ແຕ່ເດັກນ້ອຍແມ່ຍິງຮູ້ທັນ ຈຶ່ງໄດ້ແຈ້ງໃຫ້ເຈົ້າໜ້າທີ່ຕໍາຣວດ ມາຊ່ອຍເຫຼືອກັບບ້ານໄດ້ທັນ ກ່ອນທີ່ຈະຖືກໃຫ້ຂາຍບໍຣິການທາງເພດ ອີກທັງໃນປີນີ້ຄາດວ່າ ແມ່ຍິງຈະຕົກເປັນເຫຍື່ອຂອງການຄ້າມະນຸດ ຢູ່ຈີນຫຼຸດຜ່ອນລົງ ເນື່ອງຈາກທາງການລາວ ມີຄໍາສັ່ງໃຫ້ຢຸດຈັດງານບຸນກິນຈຽງ ຊຶ່ງເປັນອີກນຶ່ງງານບຸນ ທີ່ເຮັດໃຫ້ແມ່ຍິງຊາວຊົນເຜົ່າ ໃນເຂດຕ່າງໆ ຈະຕົກເປັນເຫຍື່ອຂອງການຄ້າ ຢູ່ຈີນໄດ້ງ່າຍ.

ໃນຂະນະດຽວກັນນັ້ນ ຮູບແບບການຄ້າມະນຸດ ດ້ວຍຮູບການຂາຍບໍຣິການທາງເພດ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍານັ້ນ ພວມກາຍເປັນບັນຫາທີ່ທ້າທາຍ ໃນການເຮັດວຽກຂອງເຈົ້າໜ້າທີ່ທັງສອງຝ່າຍ ຄື ຝ່າຍສະຫະພັນແມ່ຍິງ ແຂວງບໍ່ແກ້ວ ແລະຝ່າຍເຈົ້າໜ້າທີ່ຕໍາຣວດ ຕ້ານການຄ້າມະນຸດແຂວງບໍ່ແກ້ວ ເນື່ອງຈາກເຈົ້າໜ້າທີ່ທັງສອງຝ່າຍ ຕ້ອງປະເມີນຕາມສະພາບໂຕຈິງ ວ່າມີແມ່ຍິງລາວຈໍານວນຈັກຄົນ ທີ່ເຂົ້າໄປເຮັດວຽກໃນເຂດດັ່ງກ່າວ ໃນລັກສະນະຂາຍບໍຣິການທາງເພດ ແບບສມັກໃຈ ແລະບໍ່ສມັກໃຈ ແຕ່ບໍ່ສາມາດຮິບໂຮມຂໍ້ມູນໄດ້ ວ່າມີຈັກຄົນທີ່ບໍ່ສມັກໃຈ ແລ້ວຕ້ອງການໃຫ້ເຈົ້າໜ້າທີ່ ຊ່ອຍເຫຼືອກັບບ້ານ, ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງບໍ່ແກ້ວ ກ່າວໃນມື້ດຽວກັນ ນີ້ວ່າ:----LSB220120PP3-----ມັນກໍມີຫຼາຍຫັ້ນແຫຼະ ແຕ່ວ່າເຮົາກໍ ບໍ່ສາມາດຊ່ວຍອອກມາໄດ້ ເຮົາໄດ້ຊ່ວຍແຕ່ສະເພາະ ຜູ້ທີ່ເຂົາເຈົ້າຮ້ອງຂໍຄວາມຄວາມຊ່ວຍເຫຼືອຈາກເຮົາ ເຮົາຈ່ັງຊ່ວຍອອກມາໄດ້ ອັນທີ່ນຶ່ງ ກໍຄືວ່າ ເຮົາບໍ່ໄດ້ມີງົບປະມານເນາະ ໃນການລົງເກັບກໍາຂໍ້ມູນແດ່ ອັນທີ່ສອງ ລະແມ່ນເຮົາເກັບກໍາບໍ່ໄດ້ນະ ຂໍ້ມູນໂຕນີ້ນະ ເຮົາບໍ່ໄດ້ມີການເກັບກໍາເລີຍນ່າ ບາງທີ ເຮົາເຂົ້າໄປເຂົາເຈົ້າ ກໍບໍ່ໃຫ້ຄວາມຮ່ວມມືນໍາເຮົາ ເຈົ້າໜ້າທີ່ຕໍາຣວດ ເຂົາເຈົ້າກໍຮູ້ຢູ່ ວ່າເປັນເຂດທີ່ມີຄວາມສ່ຽງ ແຕ່ວ່າ ເຂົາເຈົ້າບໍ່ສາມາດເຂົ້າໄປຄົ້ນອິຫຍັງໄດ້ຫັ້ນນ່າ.”

ໃນຂະນະທີ່ ໃນປີ 2021 ສະຫະພັນແມ່ຍິງລາວ ແຂວງບໍ່ແກ້ວ ກໍໄດ້ຊ່ອຍແມ່ຍິງລາວຈາກຕ່າງແຂວງ ອອກຈາກເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ໄດ້ປະມານ 10 ປາຍຄົນ ແລະໃນປີ 2022 ກໍຊ່ອຍເຫຼືອແມ່ຍິງລາວ ຈາກຕ່າງແຂວງອອກມາຈາກເຂດດັ່ງກ່າວໄດ້ 4-5 ຄົນ ໃນນັ້ນ ທັງໝົດໃນປີ 2021-2022 ແມ່ນເປັນແມ່ຍິງ ທີ່ຖືກຕົວະໄປເຮັດວຽກຕອບແຊດ ບໍ່ໄດ້ແມ່ນແມ່ຍິງ ທີ່ຖືກຄ້າມະນຸດ ດ້ວຍຮູບການຂາຍບໍຣິການທາງເພດແຕ່ຢ່າງໃດ.

ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ມີຮ້ານບັນເທີງຈໍານວນຫຼາຍຮ້ານ ແລະໃນແຕ່ລະຮ້ານນັ້ນ ຈະມີແມ່ຍິງລາວຈໍານວນຫຼາຍມາເຮັດວຽກເປັນສາວ PR ຮັບແຂກ ໂດຍວຽກນີ້ ສ່ວນໃຫຍ່ຈະເປັນການເຊີນຊວນແບບປາກຕໍ່ປາກ ສະເພາະຄົນທີ່ສນິດສນົມ ຫຼືຮູ້ຈັກກັນ ການເຮັດວຽກເປັນສາວ PR ຈຶ່ງເປັນໄປດ້ວຍຄວາມສມັກໃຈ, ດັ່ງເຈົ້າຂອງຮ້ານ ທີ່ເປັນຄົນຊອກຫາສາວ PR ມາເຮັດວຽກໃນຮ້ານບັນເທີງ ທີ່ກາຊິໂນ ຄິງໂຣມັນ ກ່າວໃນມື້ດຽວກັນນີ້ວ່າ:----LSB220120PP4-----ແບບວຽກສາວ PR ອີ່ຫຼີຫັ້ນນ່າ ມີຄົນລາວເຮົານໍາກັນນີ້ແຫຼະ ມີພະມ້າອີ່ຫຍັງ ກະບໍ່ມີ ຄືແບບເຮົາຂາຍເບີ ເຮົາກໍໄດ້ເງິນ ເຮົານັ່ງກິນເບັຍ ເຮົາກໍໄດ້ເງິນ ເຮົາອອກໄປນໍາແຂກ ເຮົາກໍໄດ້ເງິນ ເຮົາໄລ່ເອງເລີຍຫັ້ນນ່າ ບາງຮ້ານຫັ້ນ ເຂົາບໍ່ມີແຂກ ແບບຊີ້ນ່າ ກໍເລີຍຢາກກັບບ້ານ ແບບຈັ່ງຊີ້ນ່າ.”

ວຽກງານຕ້ານການຄ້າມະນຸດ ໃນປະເທດລາວ ຍັງປະສົບຄວາມຫຍຸ້ງຍາກ ທີ່ຈະເຮັດວຽກໃນດ້ານການສໍາຣວດ ແລະຮິບໂຮມຂໍ້ມູນ ກ່ຽວກັບສະຖິຕິ ຂອງແມ່ຍິງລາວ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ ໃນເຂດກາຊິໂນ ຄິງໂຣມັນ ວ່າມີຈັກຄົນ ເນື່ອງຈາກງົບປະມານບໍ່ພຽງພໍ ແລະບໍ່ມີທຶນ ຈາກອົງກອນສາກົລ ຊ່ອຍເຫຼືອໃນດ້ານນີ້ຄັກແນ່, ດັ່ງເຈົ້າໜ້າທີ່ຜແນກຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ ທີ່ເຂົ້າຮ່ວມກອງປະຊຸມ ກັບທາງຄະນະກັມມະການ ຕ້ານການຄ້າມະນຸດລະດັບຊາດຢ່າງຕໍ່ເນື່ອງ ກ່າວໃນມື້ດຽວກັນນີ້ວ່າ:------LSB220120PP5-----“ເຣື່ອງທຶນເຣື່ອງຮອນເນາະ ພວກເຮົາກະມີງົບປະມານ ມັນກໍບໍ່ພຽງພໍ ເຖິງວ່າມີພວກເຮົາມີບໍ່ຫຼາຍ ພວກເຮົາກໍພໍມີໄດ້ຊ່ວຍ ແຕ່ວ່າຊິໃຫ້ພຽງພໍ ມັນກໍບໍ່ພຽງພໍ ເຣື່ອງທຶນເຣື່ອງງົບປະມານຕ່າງໆ ຣັຖບານເພິ່ນກໍໃຫ້ ເພິ່ນກະໃຫ້ຫຼາຍພາກສ່ວນເນາະ ບໍ່ແມ່ນສະເພາະແຕ່ພາກສ່ວນເຮົາ.”

ນອກຈາກນີ້ ກະຊວງຖແລງຂ່າວວັທນະທັມແລະທ່ອງທ່ຽວ ກໍໄດ້ລະບຸອີກວ່າ ໃນປີ 2017 ມີແມ່ຍິງລາວທັງໝົດ 83 ຄົນ ຕົກເປັນເຫຍື່ອການຄ້າມະນຸດ ໃນຂະນະທີ່ ປີ 2018 ແມ່ມີຍິງ ຕົກເປັນເຫຍື່ອການຄ້າມະນຸດ 57 ຄົນ ແລະປີ 2019 ມີແມ່ຍິງລາວ ຕົກເປັນເຫຍື່ອຂອງການຄ້າມະນຸດ 142 ຄົນ ຊຶ່ງໂຕເລຂ ແມ່ຍິງລາວຕົກເປັນເຫຍື່ອການຄ້າມະນຸດ ແຕ່ຕັ້ງປີ 2017-2021 ນັ້ນ ເຮັດໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງຫາລືເຖິງວິທີການປົກປ້ອງ ສິດທິ ແລະຜົລປະໂຫຍດ ຂອງແມ່ຍິງລາວຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.