ຊາຍ​ໄທ ທີ່ຂົ່ມ​ຂືນ ເດັກສາວລາວ ຖືກຕັ້ງຂໍ້ຫາ

ົໄມຊູລີ
2018.02.13
f-human-trafficking ຈົ່ງເປັນຫູເປັນຕາ ຊ່ວຍກັນຕ້ານ ການຄ້າມະນຸສ
htblogspot

ຕໍາຣວດໄທ ຕັ້ງຂໍ້ຫາ ລູກນາຍຈ້າງ 5 ຂໍ້ ຄື: ຂໍ້ຫາຂົ່ມຂືນ ເດັກນ້ອຍ ອາຍຸ ບໍ່ຮອດ 15 ປີ ຮ່ວມກັນ ລະເກີນທາງເພດຜູ້ອື່ນ, ແລະ ຂໍ້ຫາ ພາເດັກນ້ອຍ ອາຍຸບໍ່ຮອດ 15 ປີ ໄປເຮັດ ອານາຈານ. ເດັກນ້ອຍ​ສາວລາວ ນາງນີ້ ຊື່ນາງເອ ນາມສົມຸດ, ອາຍຸ 13 ປີ, ຕິດຕາມໄປຢູ່ນໍາ ພໍ່ແມ່ ເຮັດວຽກ ຢູ່ສວນຢາງ ແຂວງຕຣັງ, ປະເທດໄທ, ຕໍ່ມາຖືກລູກຊາຍ ຂອງນາຍຈ້າງ ແລະ ຫມູ່ ລະເມີດທາງເພດ ໃນມື້ວັນທີ່ 14 ມົກຣາ ທີ່ ຜ່ານມາ ດັ່ງພົລຕໍາຣວດໂທ ຊຸມພົນ ກ່າວວ່າ:

"ເປັນຊາວລາວ ເປັນຜູ້ຕິດຕາມ ພໍ່ແມ່ ມາເຮັດວຽກ ຄື  ເດັກເຮັດບັດ ຖືກຕ້ອງ ມີບັດຜູ້ຕິດຕາມຖືຕ້ອງ ແລ້ວລູກນາຍຈ້າງ ພາກັນໄປລ່ວງລະເມີດ ຂໍ້ຫາຕອນນີ້ ກໍເປັນ ທຸຣະຈັດຫາ ຈັດຫາຄົນ ພາໄປເພື່ອອານາຈານ ຊື່ງເດັກອາຍຸບໍ່ຮອດ 15 ປີ ແລ້ວກໍກະທໍາສໍາເລົາ ແລ້ວກໍ ພາກຜູ້ເຍົາ."

ພັນຕໍາຣວດໂທ ຊຸມພົນ ຫົວໜ້າ ຄນະສຶບສວນຄະດີ ໃຫ້ຣາຍລະອຽດ ກັບວິທຍຸ ເອເຊັຽ ເສຣີ ຕຶ່ມວ່າ:

"ທັ້ງພໍ່ ທັ້ງແມ່ ຄືມີບັດຖືກຕ້ອງ ເຮັດວຽກຢູ່ໄທ ປະມານ 7 ປີແລ້ວ ດ້ານຄ່າເສັຽຫາຍ ຕອນນີ້ ທາງຄອບຄົວຜູ້ເສັຽຫາຍ ຍັງບໍ່ຮຽກຮ້ອງ ອີ່ຫຍັງ ຂໍແຕ່ ໃຫ້ດໍາເນີນຄະດີ ກັບຜູ້ກ່ຽວ ຢ່າງດຽວ ແລະ ດ້ານຄະດີເຮົາກໍຈະດໍາເນີນຕາມກົດຫມາຍ ແລະ ເຮົາໄດ້ແຈ້ງຂໍ້ ກ່າວຫາ ຂອງ ລູກນາຍຈ້າງ ໄປແລ້ວ."

ເຖິງຢ່າງໃດກໍຕາມ, ປັຈຈຸບັນ ເຈົ້າໜ້າທີ່ລາວ ປະຈໍາປະເທດໄທ ຍັງບໍ່ສາມາດ ໃຫ້ຄໍາເຫັນໃດໆ ຂນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງ ກໍບອກວ່າ ຍັງບໍ່ໄດ້ ຮັບການປະສານງານ ຈາກຝ່າຍໄທ ກ່ຽວກັບ ເຣື້ອງນີ້ເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.