ແມ່ຍິງລາວ ເຮັດວຽກ ຢູ່ຄິງສ໌ໂຣມັນສ໌ ຍັງລໍການຊ່ອຍເຫຼືອ

ບັນຍາກາດ ກາສິໂນ ຄິງສ໌ໂຣມັນສ໌ ເຂດເສຖກິຈພິເສດສາມຫລ່ຽມຄໍາຂອງຈີນ ແຂວງບໍ່ແກ້ວ, ວັນທີ 26 ຕຸລາ 2021.
ບັນຍາກາດ ກາສິໂນ ຄິງສ໌ໂຣມັນສ໌ ເຂດເສຖກິຈພິເສດສາມຫລ່ຽມຄໍາຂອງຈີນ ແຂວງບໍ່ແກ້ວ, ວັນທີ 26 ຕຸລາ 2021. (RFA)

0:00 / 0:00

ແມ່ຍິງລາວ ຈາກຕ່າງແຂວງ 3 ຄົນ ທີ່ຖືກບໍຣິສັດຕົວະຍົວະ ໄປເຮັດວຽກເປັນສາວຮ້ານ ແລະເປັນຄົນງານຕອບແຊັດ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສຖກິຈພິເສດສາມຫລ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ຍັງບໍ່ທັນໄດ້ເຮັດວຽກ ມາຕັ້ງແຕ່ມື້ວັນທີ 15 ທັນວາ 2021 ຈົນມາຮອດມື້ນີ້. ທັງ 3 ຄົນ ໄດ້ເປັນໜີ້ຄົນລະ 10,000 ຢັວນ ຫລື 17,000,000 ປາຍກີບ ແລະຖືກກັກໂຕຢູ່ແຕ່ໃນຫ້ອງ. ດັ່ງນັ້ນ ພວກນາງຈຶ່ງຢາກໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງທາງການລາວຊ່ອຍເຫລືອ ຍ້ອນບໍ່ມີເງິນໃຊ້ໜີ້ບໍຣິສັດນັ້ນ.

ແມ່ຍິງລາວຈາກ ນະຄອນຫລວງວຽງຈັນ, ອາຍຸ 32 ປີ ຊຶ່ງເປັນ 1 ໃນ 3 ຄົນນັ້ນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ມົກກະຣານີ້ວ່າ ແມ່ຍິງລາວທັງໝົດ ທີ່ຖືກກັກໂຕຢູ່ນັ້ນ ບໍ່ເຫັນເຈົ້າໜ້າທີ່ລາວຈັກຄົນ, ເຫັນແຕ່ເຈົ້າໜ້າທີ່ຈີນ. ດັ່ງນັ້ນ ຈຶ່ງເຮັດໃຫ້ການຂໍຄວາມຊ່ອຍເຫລືອ ໃຫ້ໄດ້ອອກຈາກທີ່ນັ້ນ ເປັນໄປໄດ້ຍາກ. ແລະຖ້າຫາກພວກຕົນຢາກຈະຍ້າຍໄປ ບໍຣິສັດອື່ນ ກໍຕ້ອງໄດ້ໃຊ້ໜີ້ບໍຣິສັດເກົ່າ ໃນຈໍານວນຫລາຍກວ່າທີ່ພວກຕົນເປັນໜີ້ ຄືຕ້ອງໄດ້ໃຊ້ໜີ້ ບໍ່ຕໍ່າກວ່າ 20,000 ຢັວນ. ດັ່ງນັ້ນພວກຕົນຈຶ່ງຍັງຖືກກັກຂັງຢູ່, ບໍ່ຮູ້ວ່າຈະຫາທາງອອກແນວໃດ ດັ່ງທີ່ນາງເວົ້າວ່າ:

" ຄັນຍ້າຍຫົວໜ້າໃໝ່ນີ້ ໃຫ້ເຂົາມາຊື້ເອົາໂຕອອກໄປໜີ້ ມັນແພງຈັ່ງຊີ້ນ່າ ແລ້ວເຂົາບໍ່ຊື້ ຕ້ອງໄດ້ຖ້າ ຖ້າກັກໂຕນີ້ ຖ້າແຕ່ອອກໄປເຮັດວຽກຫັ້ນແຫລະ ຕາມເຂົາເວົ້າເນາະ ເຮົາກໍບໍ່ຮູ້ວ່າ ໂຕຈິງມັນເປັນຈັ່ງໃດ ເຈົ້າໜ້າທີ່ເພິ່ນເຂົ້າມາໃນນີ້ບໍ່ໄດ້. ທີ່ນີ້ ມັນເປັນຈີນເຂົາສໍາ ປະ ທານ ຄືເວົ້າງ່າຍໆ ມັນເປັນປະເທດຈີນ ຈັ່ງຊີ້ນ່າ. "

ນາງເວົ້າຕື່ມວ່າ ກ່ອນທີ່ຕົນ ແລະໝູ່ ສມັກໄປເຮັດວຽກນັ້ນ ແມ່ນມີປະກາດຮັບສມັກ ຊຶ່ງຣະບຸຢ່າງຈະແຈ້ງວ່າ ທຸກຢ່າງຟຣີ ບໍ່ໄດ້ເສັຍຄ່າຣົຖ, ຄ່າແລ່ນເອກສານມາເຮັດວຽກ, ຄ່າບ່ອນ ຢູ່, ຄ່າອາຫານ, ຄ່າເຄື່ອງດື່ມ ແລະຄ່າຢາປິ່ນປົວ. ແຕ່ພໍມາຮອດກາສິໂນຄິງສ໌ໂຣມັນສ໌ແລ້ວ ມັນບໍ່ເປັນໄປຕາມທີ່ປະກາດນັ້ນ ແລະທັງບໍ່ຮູ້ແຈ້ງກ່ຽວກັບໜ້າທີ່ ທີ່ຈະຕ້ອງໄດ້ເຮັດໃນການເປັນສາວຮ້ານ ຫລືພະນັກງານຕອບແຊັດນັ້ນ, ຮູ້ແຕ່ວ່າ ໄດ້ເງິນເດືອນສູງ ຈຶ່ງໄດ້ຂີ່ຣົຖຕູ້ຈາກນະຄອນຫລວງວຽງຈັນ ມາກາສິໂນຄິງສ໌ໂຣມັນສ໌ ແລ້ວກໍໄດ້ພົບພໍ້ກັບໝູ່ແມ່ຍິງອີກ 2 ຄົນ: ຈາກນະຄອນຫລວງວຽງຈັນ 1 ຄົນ ແລະຈາກນະຄອນປາກເຊ ແຂວງຈໍາປາສັກ 1 ຄົນ.

ໃນຂະນະດຽວກັນ ແມ່ຍິງຈາກນະຄອນປາກເຊ ອາຍຸ 21 ປີ ທີ່ສມັກເປັນພະນັກງານຕອບແຊັດ ຍ້ອນຢາກໄດ້ເງິນຫລາຍ ໄປເບິ່ງແຍງແມ່ເຖົ້າ ທີ່ກໍາລັງເຈັບປ່ວຍ ແລະນ້ອງອີກ 3 ຄົນທີ່ກໍາລັງສຶກສາຢູ່ມະຫາວິທຍາລັຍ ແລະຮຽນຢູ່ຊັ້ນປະຖົມ ກໍຜິດຫວັງ ເນື່ອງຈາກພໍ້ນາຍໜ້າເປັນຄົນໃຈຮ້າຍ, ໃຫ້ກັກໂຕຢູ່ແຕ່ໃນຫ້ອງນໍາໝູ່ອີກ 2 ຄົນ, ບໍ່ໃຫ້ເຮັດວຽກ ແລະເປັນໜີ້ເພີ່ມຂຶ້ນນໍາທຸກມື້ ຊຶ່ງນາງກໍຢາກໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງທາງການ ຊ່ອຍໃຫ້ນາງ ແລະໝູ່ໄດ້ອອກຈາກກາສິໂນແຫ່ງນີ້ ດັ່ງທີ່ນາງເວົ້າໃນມື້ດຽວກັນນີ້ວ່າ:

" ຕິດໜີ້ເຂົາເຈົ້າໄປ. ຖ້າວ່າເຮົາສິເອົາໝໍ້ຕົ້ມນໍ້າ ຈັ່ງຊີ້ນ່າ ເຂົາເຈົ້າກໍສິໄລ່ເອົາ ລະກໍຊື້ໝີ່ຈັ່ງຊີ້ນ່າ ເຂົາເຈົ້າກໍໄລ່ເອົາໆ ບ່ອນຢູ່ບ່ອນກິນ ບ່ອນ ຜ້າປອກຜ້າປູອິຫຍັງ ເຂົາເຈົ້າກໍໄລ່ໄປໝົດ ລວມໝົດຈັ່ງຊີ້ນ່າ ຢ້ານເປັນໜີ້ເປັນສິນ ພວກນ້ອງກໍບໍ່ຮູ້ສິເຮັດຈັ່ງໃດ ເພາະວ່າທາງບ້ານ ກໍມີພາຣະແດ່ ສິມາກັກຕອກກັກໂຕ ແບນີ້ ບໍ່ໄດ້ ເພາະ່າທາງບ້ານ ກໍຕ້ອງການເຮົາຢູ່ ຈັ່ງຊີ້ນ່າ. "

DSC04351.JPG
SONY DSC

ນາງເວົ້າຕື່ມວ່າ ຕົນ ແລະໝູ່ອີກ 2 ຄົນ ຖືກຕົວະໃຫ້ມາເຮັດວຽກທີ່ວ່ານັ້ນແທ້. ພວກນາງທັງ 3 ຄົນ ຖືກໃຫ້ຢູ່ໃຫ້ກິນຢູ່ໃນຫ້ອງດຽວກັນ ແລະບໍ່ໄດ້ເຮັດວຽກຫຍັງ. ພໍເຖິງເວລາກິນເຂົ້າເຊົ້າ, ເຂົ້ສວຍ ແລະເຂົ້າແລງ ກໍຈະມີເຈົ້າໜ້າທີ່ຈີນ ເອົາເຂົ້າເອົານໍ້າມາວາງໃຫ້ຢູ່ໜ້າຫ້ອງ ແລ້ວເຄາະປະຕູເອີ້ນໃຫ້ອອກມາເອົາ ໄປກິນນໍາກັນ. ສ່ວນແມ່ຍິງຄົນອື່ນໆ ທີ່ນັ່ງຣົຖຕູ້ມານໍາກັນອີກ 5 ຄົນ ກໍໄດ້ຖືກແຍກໃຫ້ໄປຢູ່ຫ້ອງອື່ນ, ບໍ່ໄດ້ຕິດຕໍ່ກັນອີກເລີຍ.

ແລະແມ່ຍິງຈາກນະຄອນຫລວງວຽງຈັນ, ອາຍຸ 35 ປີ ທີ່ສມັກໄປເຮັດວຽກເປັນສາວຮ້ານ ກໍເວົ້າໃນມື້ດຽວກັນນີ້ວ່າ 14 ມື້ທໍາອິດ ທີ່ມາຮອດ ແມ່ນຖືກກັກໂຕຢູ່ໂຮງແຮມ ໃນແຂວງບໍ່ແກ້ວ ເພື່ອລໍຖ້າຜົລການກວດຫາເຊື້ອໂຄວິດ-19. ເມື່ອຜົລກວດອອກມາບໍ່ພົບເຊື້ອແລ້ວ ກໍໄດ້ຖືກສົ່ງຕົວໄປຢູ່ໃນຕຶກ ໃນເຂດກາສິໂນຄິງສ໌ໂຣມັນສ໌ ທັນທີ. ເມື່ອມາເຖິງຕຶກ ທັງ 3 ຄົນກໍຕ້ອງໄດ້ກວດຫາເຊື້ອໂຄວິດ-19 ຕື່ມອີກ ແລະຖືກກັກຕົວຕັ້ງແຕ່ມື້ວັນທີ 29 ທັນວາ 2021 ຫາທີ 20 ມົົກກະຣາ 2022. ຫາກຜົລການກວດບໍ່ພົບເຊື້ອ ກໍຈະຖືກຫົວໜ້າພາໄປເຮັດວຽກໃນ ຕໍາແໜ່ງ ທີ່ແຕ່ລະຄົນສມັກມາ. ແຕ່ມາຮອດດຽວນີ້ ບໍ່ຢາກເຮັດວຽກແລ້ວ ຍ້ອນບໍ່ຮູ້ວ່າ ຈະເກີດຫຍັງຂຶ້ນອີກໃນອະນາຄົດ.

ດັ່ງນັ້ນຈຶ່ງຢາກໃຫ້ເຈົ້າໜ້າທີ່ລາວທີ່ກ່ຽວຂ້ອງ ເຂົ້າມາຊ່ອຍເຫລືອໃຫ້ໄດ້ອອກໄປ ໄວເທົ່າທີ່ຈະໄວໄດ້ ດັ່ງທີ່ນາງເວົ້າວ່າ:

" ບາດນີ້ມາກໍບໍ່ຄືດັ່ງວ່າ ເນາະ ກໍວ່າໃຫ້ກັກໂຕ ແລ້ວມາໄລ່ເອົາເງິນເອົາຄໍາ ຄ່າກິນຄ່າຢາ ຄ່າຣົຖຄ່າລາງ ສິໜີກໍບໍ່ໄດ້ ເຂົາກໍໄວ້ມີແຕ່ຈີນ-ວຽດ ມາທ່ຽວຢູ່ ມີແຕ່ ມາແຕ່ວຽງຈັນ ແລ້ວມານອນຢູ່ໂຮງແຮມ ບໍ່ແກ້ວ ຕື່ນມາກໍມາແຕ່ເດິກ. ມາແຕ່ເດິກ ແລ້ວກໍມາຢູ່ອິຫຍັງ ຢູ່ໂຮງແຮມ ຕົ້ນເຜິ້ງ ແລ້ວກໍພໍ້ໃຜ ຕື່ນມາແລ້ວກໍ

ແລ່ນ ແລ່ນໜັງສຶເຂົ້າມາເລີຍ ກວດໂຄວິດແລ້ວເຂົ້າມາເລີຍ. "

ນາງເວົ້າຕື່ມວ່າ ການກວດຫາເຊື້ອໂຄວິດ-19 ພາຍໃນຕຶກນັ້ນ ກໍບໍ່ສາມາດຢັ້ງຢືນທາງການແພດ ໄດ້ຄັກແນ່ວ່າ ເປັນຜົລກວດທີ່ຖືກຕ້ອງ ຫລືບໍ່ ເນື່ອງຈາກຜົລການກວດເພິ່ມອອກມາ ວ່າ ພວກຕົນທັງ 3 ຄົນ ຕິດເຊື້ອ, ບໍ່ສາມາດອອກໄປເຮັດວຽກໄດ້. ​ແຕ່ໃນຕົວຈິງ ທັງ 3 ຄົນນີ້ ບໍ່ມີອາການເປັນໄຂ້ ຫລືໄອ ຫຍັງເລີຍ. ຫລັງຈາກນັ້ນ ກໍໄດ້ກວດຫາເຊື້ອໂຄວິດ-19 ຕື່ມ, ຫາກກວດບໍ່ພົບກໍຈະໄດ້ອອກໄປເຮັດວຽກ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງບໍ່ແກ້ວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ມົກກະຣານີ້ວ່າ ທີ່ຜ່ານມາ ຜແນກແຮງງານແລະສວັດດິການສັງຄົມ ແຂວງ ບໍ່ແກ້ວ ໄດ້ຊ່ອຍເຫລືອແມ່ຍິງແລະຜູ້ຊາຍ ທີ່ຖືກຕົວະໄປເຮັດວຽກຢູ່ກາສິໂນ ຄິງສ໌ໂຣມັນສ໌ ໄດ້ຫລາຍຄົນ ແລະກໍຍັງມີອີກຫລາຍຄົນ ທີ່ເຈົ້າໜ້າທີ່ບໍ່ສາມາດຊ່ອຍເຫລືອໄດ້ ເນື່ອງຈາກບໍຣິສັດຈີນ ບໍ່ອະນຸຍາດໃຫ້ເອົາຄົນລາວອອກມາ ຍ້ອນຄົນລາວ ທີ່ຖືກຕົວະເຂົ້າໄປນັ້ນ ເປັນໜີ້ບໍຣິສັດ ຄ່າແລ່ນເອກສານ, ຄ່າຢູ່,ຄ່າກິນ ແລະຄ່າອື່ນໆ.

ດັ່ງນັ້ນຈຶ່ງຍັງບໍ່ສາມາດແກ້ໄຂບັນ ຫານີ້ໄດ້ເທື່ອ ດັ່ງທີ່ທ່ານກ່າວວ່າ:

" ຫລາຍຄົນທີ່ວ່າ ຖືກຕົວະຫັ້ນນ່າ ກໍເຂົາເຈົ້າ ກໍຢູ່ຜແນກ ກໍໄປຊ່ວຍຫລາຍຄົນແລ້ວກໍ໋ ອັນຫົວໜ້າຄົນຈີນ ເຂົາບໍ່ໃຫ້ເຮົາ ອອກໄປ . "

ທ່ານກ່າວຕື່ມວ່າ ແມ່ຍິງ ຫລືຄອບຄົວຂອງແມ່ຍິງ ທີ່ຕ້ອງການຄວາມຊ່ອຍເຫລືອ ຕ້ອງໄດ້ປະກອບເອກສານ ສົ່ງໄປຫາຜແນກແຮງງານ ແລະສວັດດິການສັງຄົມ ເປັນຕົ້ນ ຊື່ ນາມ ສະກຸນ, ໃບສັກວັກຊິນປ້ອງກັນໂຄວິດ-19, ທີ່ຢູ່ປັດຈຸບັນ, ເລກບັດປະຈໍາຕົວ ຫລືປຶ້ມສໍາມະໂນຄົວ, ຊື່ບໍຣິສັດ ບ່ອນທີ່ພັກປັດຈຸບັນ ຮວມທັງຫ້ອງນອນ, ເລກໂທຣະສັບ ແລະຮູບ ເພື່ອໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງກວດສອບ. ຫາກເອກສານຜ່ານ, ມີການຢັ້ງຢືນຈາກທາງການລາວ ແລະບໍຣິສັດຈີນຄັກແນ່ ກໍຈະສາມາດອອກຈາກບ່ອນນັ້ນ, ດັ່ງທີ່ທ່ານກ່າວວ່າ:

"ເຮົາຕ້ອງເຮັດເອກສານຢັ້ງຢຶນ ອິຫຍັງໄປຫາສາມຫລ່ຽມຄໍາ ຈຶ່ງອອກມາໄດ້. "

ແຕ່ເຖິງແນວໃດກໍຕາມ ແມ່ຍິງທັງ 3 ຄົນທີ່ວ່ານີ້ ກໍຢາກອອກມາຈາກບ່ອນກັກຕົວ ໃນເຂດກາສິໂນ ຄິງສ໌ໂຣມັນສ໌, ຢາກກັບບ້ານ ໃນຂະນະທີ່ແພສພັອດ ແລະຂໍ້ມູນສ່ວນຕົວຂອງພວກເຂົາເຈົ້າ ຢູ່ກັບບໍຣິ ສັດຈີນ ດັ່ງນັ້ນຈຶ່ງຢາກໃຫ້ເຈົ້າໜ້າທີ່ທາງການທີ່ກ່ຽວຂ້ອງຂອງລາວຊ່ອຍເຫລືອ ຍ້ອນວ່າພວກເຂົາເຈົ້າ ຖືກຕົວະມາແທ້.

ເພື່ອຂໍຮູ້ກ່ຽວກັບເຣື່ອງດັ່ງກ່າວນີ້ຕື່ມ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫົວໜ້າລາວແສງ

ຊຶ່ງເປັນຫົວໜ້າທີ່ເບິ່ງແບງເຣື່ອງການຊ່ອຍເຫລືອຄົນອອກຈາກກາສິໂນຄິງສ໌ໂຣມັນສ໌ ແຕ່ບໍ່ສາ ມາດຕິດຕໍ່ໄດ້.

ນອກຈາກແມ່ຍິງ 3 ຄົນທີ່ວ່ານີ້ແລ້ວ ກໍມີຂ່າວວ່າ ຍັງມີອີກຫລາຍກໍຣະນີ ທີ່ແມ່ຍິງລາວຖືກຕົວະໄປເຮັດວຽກ ແລ້ວຖືກຂັງຈົນຈ່ອຍໂຊ ເຈັບປ່ວຍ.