ຍິງລາວຖືກຫຼອກແຕ່ງງານ ແອບແຝງ

ໄຊຍາ
2018.10.19
F-HT ເດັກນ້ອຍແມ່ຍິງລາວ ໃນເຂດຊົນນະບົດ ທີ່ຕ້ອງໄດ້ຊ່ອຍວຽກງານ ໃນຄອບຄົວ
RFA/SS

ແມ່ຍິງລາວສ່ຽງຕໍ່ການຕົກເປັນເຫຍື່ອ ຂອງການຄ້າມະນຸດ ໃນຈີນ ຈາກການຕົວະຍົວະ ໃຫ້ແຕ່ງດອງກັບຜູ້ຊາຍຄົນຈີນ ເຫດການ ດັ່ງກ່າວ ທາງການລາວ ກໍ່ໄດ້ຢືນຢັນວ່າ ມີແມ່ຍິງລາວ ຖືກຕົວະຍົວະໄປຈີນ ເຖິງ 3 ພັນຄົນ.

ປັດຈຸບັນການຄ້າມະນຸດໃນລາວ ຜ່ານມາໄດ້ແຜ່ລາມ ແລະໃນຫຼາຍຮູບການ ໃນນັ້ນການຕົວະຍົວະ ແມ່ຍິງລາວໄປແຕ່ງດອງ ກັບຜູ້ຊາຍ ຄົນຈີນ ເປັນປະກົດການ ທີ່ເກີດຂຶ້ນຫຼາຍກວ່າໝູ່ ໂດຍສະເພາະ ທາງພາກເໜືອ. ດັ່ງ ທ່ານ ພັນໂທ ຈັນເພັດ ໄຊສົມບູນ ຮອງຫົວໜ້າ ກົມຕຳຣວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ກ່າວໃນກອງປະຊຸມສະຫຼຸບ ວຽກງານຕຳຣວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ທົ່ວປະເທດ ປະຈຳປີ 2018 ວ່າ:

ການຄ້າມະນຸດ ເປັນບັນຫາທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ຢູ່ໃນສັງຄົມລາວ ດ້ວຍຫຼາຍຮູບການ ເປັນຕົ້ນແມ່ນການເອົາແມ່ຍິງລາວ ໄປແຕ່ງດອງ ກັບຄົນຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມ ຣະບຽບກົດໝາຍ ເຊີ່ງໃນຮູບການໝັ້ນໝາຍ ຕົກລົງເຣື່ອງຄ່າດອງ ແລ້ວກໍແລ່ນເອກສານ ໄປ ປະເທດເລີຍ. ຕົວເລກຣາຍງານ ບໍ່ເປັນທາງການ ປັດຈຸບັນແມ່ຍີງລາວ ທີ່ຖືກຕົວະຍົວະໄປຈີນ ປະມານ 3,000 ຄົນ ເຊິ່ງແມ່ຍິງລາວ ທີ່ເຄາະຮ້າຍບາງສ່ວນ ໄດ້ໂທລະສັບ ແລະ ວີແຊັດ ມາທາງຫ້ອງການກົງສູນລາວ ປະຈຳ ເມືອງຊຽງຮຸ່ງ ສປ ຈີນ ເພື່ອຂໍຄວາມຊ່ອຍເຫຼືອ ປະມານ 6,000 ຄົນ. ນອກຈາກນີ້ຍັງໄດ້ຊ່ອຍເຫຼືອ ປົກປ້ອງສິດ ແລະຜົລປະໂຫຍດ ອັນຊອບທັມ ຂອງ ແມ່ຍິງ ແລະເດັກນ້ອຍ ໂດຍໄດ້ ສົ່ງກັບປະເທດ ຈຳນວນ 150 ຄົນ ຜູ້ເຄາະຮ້າຍສ່ວນຫຼາຍ ແມ່ນຖືກ ຕົວະຍົວະ ໄປແຕ່ງດອງກັບຄົນຈີນ.

ເພື່ອເປັນການຢັ້ງຢືນເຫດການ ທີ່ເກີດຂື້ນອັນສອດຄ່ອງ ກັບບົດຣາຍງານ. ເຈົ້າໜ້າທີ່ ກ່ຽວຂ້ອງໄດ້ໃຫ້ສັມພາດ ຕໍ່ RFA ໃນວັນທີ 18 ຕຸລາ ນີ້ວ່າ: ເຊີນທ່ານຮັບຟັງ ການສຳພາດ...

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.