ຜູ້ຕ້ອງຫາຄະດີຂົ່ມຂືນ ເຂົ້າມອບໂຕ


2013.05.08
F-thai-policeman ຮ້ອຍຕໍາຣວດຕຣີ ຊາຕຣີ ສືບສະໝານ (ຊ້າຍ) ເຂົ້າມອບໂຕ ຕໍ່ຜູ້ບັງຄັບ ບັນຊາ ທີ່ສະຖານີ ຕໍາຣວດ.
Courtesy of Bankok Post: Photo by Sutthiwit Chayutworakan

 

ຕໍາຣວດໄທ ທີ່ ຖືກກ່າວຫາວ່າ ຂົ່ມຂືນ ຍິງລາວ ເຂົ້າຍອມ ມອບໂຕ ຫລັງຈາກ ຫລົບໜີໄປ ໄດ້ຫລາຍວັນ.

ຄວາມຄືບໜ້າ ກ່ຽວກັບ ຮ້ອຍຕໍາຣວດຕຣີ ຊາຕຣີ ສືບສະໝານ ຮອງ ສາຣະວັດ ປາບປາມ ປະຈໍາ ສະຖານີ ຕໍາຣວດ ທອງລໍ່ ບາງກອກ ທີ່ຖືກ ກ່າວຫາວ່າ ທໍາຮ້າຍ ຮ່າງກາຍ ຂົ່ມຂືນ ແລະ ກະທໍາຊໍາເລົາ ສາວລາວ ເມື່ອວັນທີ 21 ເມສາ ຜ່ານມາ, ໃນທີ່ສຸດ ກໍໄດ້ເຂົ້າ ມອບໂຕ ຕໍ່ຜູ້ບັງຄັບ ບັນຊາ ສະຖານີ ຕໍາຣວດ ທອງລໍ່ ແລ້ວ ເມື່ອວັນທີ 7 ພຶສພາ ນີ້ ຫລັງຈາກ ຫລົບໜີໄປ ຫລາຍວັນ. ຕາມລາຍງານ ສື່ມວນຊົນໄທ. ຈາກນັ້ນ ກໍຖືກສົ່ງ ໄປຍັງ ພະນັກງານ ສອບສວນ ສະຖານີ ຕໍາຣວດ ເມືອງສະມຸດ ປະການ ເພື່ອສອບ ປາກຄໍາ. ພ້ອມດຽວກັນ ຕໍາຣວດ ສືບສວນ ໄດ້ເອີ້ນເອົາ ສາວລາວ ເຂົ້າມາຊີ້ໂຕ ແລະ ເລົ່າເຣື້ອງ ທີ່ເກີດຂຶ້ນ. ສາວລາວ ຢືນຢັນວ່າ ຖືກຮ້ອຍ ຕໍາຣວດຕຣີ ຊາຕຣີ ຫລອກລວງ ໄປຂົ່ມຂືນ ແທ້ໆ. ນາງໄດ້ເອົາ ຮອຍຊໍ້າ ຮອຍບວມ ໃນຂໍ້ແຂນ ຍ້ອນຖືກໃສ່ ກັບມື ໃຫ້ນັກຂ່າວເບິ່ງ ແລະ ເລົ່າເຣື້ອງ ໃຫ້ຟັງວ່າ:

"ເຂົາບອກ ນາງວ່າ ອ້າຍຈະລອງ ໃສ່ກຸນແຈມືນະ ແລ້ວນາງ ກໍຕອບວ່າ ບໍ່ໃສ່ ບໍ່ໄດ້ບໍ ເປັນຫຍັງ ຕ້ອງໃສ່ ເຂົາກໍຕອບ ວ່າບໍ່ໄດ້ ແລ້ວພານາງ ໄປນັ່ງ ຢູ່ເທິງຕຽງ ເຂົາກໍ ພຍາຍາມ ເອົາຜ້າ ມາມັດປາກນາງໄວ້ ພຍາຍາມ ຈະທໍາຮ້າຍນາງ ພຍາຍາມ ຖອດສົ້ງ ຂອງນາງ ນາງເອງ ກໍພຍາຍາມ ຂັດຂືນ ແຕ່ກໍເຮັດຫັຍງ ບໍ່ໄດ້ ເພາະເຂົາເຈົ້າ ແຮງກ່ວາ".

ນາງໄດ້ເລົ່າ ເຣື້ອງ ເລີ້ມແຕ່ ມື້ນັ່ງແທັກຊີ ຈາກ ນະຄອນປະຖົມ ໄປແຂວງ ຣະຍອງວ່າ ໃນເວລາ ໄປຮອດ ແຂວງ ສມຸດປະການ ແລ້ວ ຮ້ອຍຕໍາຣວດຕຣີ ຊາຕຣີ ໄດ້ຂູ່ ໃຫ້ແຟນຊາຍ ຂອງນາງ ລົງຈາກຣົຖ ແທັກຊີ, ຈາກນັ້ນ ກໍຫລອກນາງວ່າ ຈະໄປສົ່ງ ແລະ ກໍຂໍເປັນ ແຟນ ນາງກໍເລີຍ ເຊື່ອວ່າ ເຂົາຈະໄປສົ່ງ ອີຫລີ.

ພໍໄປເຖິງ ເຄິ່ງທາງ ຮ້ອຍຕໍາຣວດຕຣີ ຊາຕຣີ ບອກວ່າ ຈະໄປແວ່ ຢ້ຽມແມ່ ທີ່ກໍາລັງ ປ່ວຍຢູ່ ນາງກໍ  ຕາມຫລັງໄປ ເພາະເຫັນວ່າ ເປັນຕໍາຣວດ ແທ້. ລາຍງານສື່ ຂອງໄທວ່າ ສ່ວນນຶ່ງ ຂອງ ຮູບພາບ ວີດີໂອ ທີ່ ນໍາມາ ເຜີຽແຜ່ນັ້ນ ເຮັດໃຫ້ຄື ກັບວ່າ ສາວລາວ ທີ່ຍ່າງຕາມຫລັງ ນັ້ນບໍ່ໄດ້ ຖືກຂົ່ມຂືນ. ໃນເວລາ ຖືກສອບສວນ ປາກຄໍານັ້ນ ຮ້ອຍຕໍາຣວດຕຣີ ຊາຕຣີ ປະຕິເສດ ທຸກຂໍ້ ກ່າວຫາວ່າ ບໍ່ໄດ້ຂົ່ມຂູ່ ບໍ່ໄດ້ໃຊ້ ກໍາລັງ ແລະ ວ່າເປັນການ ສົມຍອມ ຂອງ ທັງສອງຄົນ ໃນການ ມີເພດສັມພັນ, ຫລັງຈາກນັ້ນ ເຈົ້າໜ້າທີ່ ຕໍາຣວດ ເມືອງ ສະມຸດປະການ ກໍໄດ້ນໍາໂຕ ຮ້ອຍຕຣີ ຕໍາຣວດ ຊາຕຣີ ໄປຊີ້ແຈງ ສະຖານທີ່ ເກີດເຫດ ໃນເຂດບັງນາ ແລະ ຄົ້ນຫາ ຫລັກຖານ ເພີ້ມຕື່ມ. ເຖິງຢ່າງໃດ ກໍດີ ຄະດີນີ້ ຈະຕ້ອງສູ້ກັນ ອີກໃນຮອບ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.