ໄທຍ ຍຶດກັນຊາອັດແທ່ງ ໄປຈາກ ລາວ
2021.03.02

ເມື່ອວັນທີ 28 ກຸມພາ 2021 ຜ່ານມາ ເຈົ້າໜ້າທີ່ໄທຍ ຢູ່ແຂວງນະຄອນພນົມ ປະເທດໄທຍ ກວດຍຶດກັນຊາອັດແທ່ງໄດ້ 920 ກິໂລກຣາມ ພ້ອມເຮືອ 1 ລຳ, ແຕ່ບໍ່ສາມາດຈັບ ຜູ້ລັກລອບຂົນໄດ້. ດັ່ງເຈົ້າໜ້າທີ່ ສະເພາະກິຈ ແຂວງນະຄອນພນົມ ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ມີນາ 2021 ນີ້ວ່າ:
“ເປັນກວດຍຶດໄດ້ສະເພາະຂອງກາງ ກໍມີເຮືອທີ່ບັນທຸກກັນຊາມາ ເປັນລຳນ້ຳສົງຄາມ ເປັນຮອຍຕໍ່ກັບແມ່ນ້ຳຂອງ. ກໍເຂົ້າມາຢູ່ໃນ ລຳນ້ຳສົງຄາມແລ້ວ ກໍສົງໃສຊື່ໆ.”
ເຈົ້າໜ້າທີ່ຕຳຣວດ ຢູ່ແຂວງນະຄອນພນົມທ່ານນຶ່ງ ກ່າວວ່າ ກວດຍຶດກັນຊາໄດ້ ຢູ່ແຄມລຳນ້ຳສົງຄາມ, ເຊິ່ງເປັນລຳນ້ຳສາຂາ ຂອງແມ່ນ້ຳຂອງ ແລະ ພາຍຫຼັງການ ສືບສວນ ສອບສວນ ຄາດວ່າ ໜ້າຈະມາຈາກປະເທດລາວ, ແຕ່ບໍ່ສາມາດຢືນຢັນໄດ້. ດັ່ງເຈົ້າໜ້າທີ່ຕຳຣວດ ທ່ານນຶ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 1 ມີນາ ນີ້ວ່າ:
“920, ບໍ່ມີ, ມີແຕ່ເຮືອລຳນຶ່ງ ເວລາ 3-4 ໂມງເຊົ້າ ຂອງວັນທີ 28. ສົ່ງໃຫ້ຕຳຣວດພູທອນ. ມີຢູ່, ມີມາເລື້ອຍໆ.”
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກັບຢາເສບຕິດ ຢູ່ແຂວງບໍຣິຄຳໄຊ ທ່ານນຶ່ງກ່າວວ່າ ປັດຈຸບັນຍັງມີປະຊາຊົນ ລັກປູກກັນຊາຢູ່ຕາມພື້ນທີ່ ພູດອຍ ພື້ນທີ່ຫ່າງໄກສອກຫຼີກຢູ່, ແຕ່ກໍຫຼຸດໜ້ອຍ ຖອຍລົງແລ້ວ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ກ່າວຕໍ່ຜູ້ສື່ຂ່າວ ໃນວັນທີ 1 ມີນາ ນີ້ວ່າ:
“ຖືວ່າເຣື່ອງຜລິຕນີ້ ກໍແມ່ນປະຊາຊົນ ຢູ່ຫ່າງໄກສອກຫຼີກ ເປັນຜູ້ປູກເນາະ ແບບວ່າມາຈ້າງປະຊາຊົນ ຢູ່ແຖບພູດອຍ ແຖບພູເຂົາ ພຸ້ນນ່າ ໄກຫູໄກຕາ ເຈົ້າໜ້າທີ່ພວກເຮົານັ້ນແຫຼະ. ເຈົ້າໜ້າທີ່ພວກເຮົາ ກໍເດີນທາງລຳບາກໜ້ອຍນຶ່ງ ໃຊ້ເວລາເປັນມື້ ສອງມື້ນ່າ. ເຣີ່ມຕັດ ເຣີ່ມທຳລາຍຫຼາຍແລ້ວ ເຫຼືອສ່ວນເລັກໜ້ອຍ ພວກເຮົາກະພວມສະກັດກັ້ນຢູ່ ດຽວນີ້ເນາະ.”
ເຈົ້າໜ້າທີ່ ແຂວງບໍຣິຄຳໄຊທ່ານນຶ່ງ ກ່າວຕື່ມວ່າ ສ່ວນເຣື່ອງການຈັບກັນຊາ ຢູ່ແຂວງນະຄອນພນົມ ປະເທດໄທຍ ເມື່ອວັນທີ 28 ກຸມພາ 2021 ທີ່ຜ່ານມາ ເຈົ້າໜ້າທີ່ແຂວງ ຍັງບໍ່ໄດ້ຮັບຂໍ້ມູນມາ, ແຕ່ໂດຍປົກກະຕິ ທາງການໄທຍ ແລະ ລາວ ກໍຈະມີການ ປະສານງານຫາກັນຢູ່ແລ້ວ.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບຢາເສບຕິດ ຢູ່ແຂວງຄຳມ່ວນ ທ່ານນຶ່ງ ກ່າວວ່າ ຢູ່ພາຍໃນແຂວງຄຳມ່ວນ ບໍ່ຄ່ອຍມີບັນຫາ ເຣື່ອງຢາ ເສບຕິດແຜ່ຣະບາດ, ໂດຍສະເພາະກັນຊາ. ສ່ວນຫຼາຍຈະເປັນທາງຜ່ານ ໄປຍັງປະເທດໄທຍ. ດັ່ງເຈົ້າໜ້າທີ່ທ່ານນຶ່ງ ກ່າວຕໍ່ຜູ້ ສື່ຂ່າວ ເມື່ອວັນທີ 1 ມີນາ ນີ້ວ່າ:
“ຄືບໍ່ມີເລີຍແຫຼະ ກັນຊາຢູ່ຄຳມ່ວນ ບໍ່ຄ່ອຍມີຫຼາຍ ສ່ວນຫຼາຍກໍເປັນທາງຜ່ານອີ່ຫັງນີ້ແຫຼະ. ໄທເຮົາກໍລາດຕະເວນຢູ່ຕາມນ້ຳຂອງ ຫັ້ນແຫຼະ, ນັບແຕ່ຊາຍແດນບໍຣິຄຳໄຊ ລົງໄປຮອດສວັນນະເຂດ. ລາດຕະເວນຕລອດເດີ້ ຕາມເສັ້ນທາງ ທາງບົກ-ທາງນ້ຳ. ຜ່ານມາກະເປັນ ປະເພດຢາບ້ານີ້ແຫຼະ.”
ເຈົ້າໜ້າທີ່ ຢູ່ແຂວງຄຳມ່ວນ ກ່າວຕື່ມວ່າ ສຳລັບກັນຊານັ້ນ, ສ່ວນຫຼາຍຈະພົບເຫັນ ຢູ່ຕາມເຂດສອກຫຼີກ ທາງພາກເໜືອທີ່ຍາກຕໍ່ ການເຂົ້າເຖິງ, ແຕ່ປັດຈຸບັນ ກໍເຣີ່ມຫຼຸດໜ້ອຍຖອຍລົງແລ້ວ ຍ້ອນມີການກວາດລ້າງ ຈາກທາງການ.
ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນຢູ່ໄທຍ ໃຫ້ຮູ້ວ່າ ຕຳຣວດຊາຍແດນ ຢູ່ເມືອງທ່າອຸເທນ ແຂວງນະຄອນພນົມ ຮ່ວມກັບ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກວດຍຶດກັນຊາອັດແທ່ງ ນ້ຳໜັກລວມ 920 ກິໂລກຣາມ ລວມມູລຄ່າ ບໍ່ຕ່ຳກວ່າ 20 ລ້ານບາທ ຂອງວັນທີ 28 ກຸມພາ 2021 ເວລາປະມານ 4 ໂມງເຊົ້າ, ເຊິ່ງກັນຊາດັ່ງກ່າວ ມີຄວາມສົດໃໝ່ ແລະ ຄາດວ່າ ເປັນຂອງມີຄຸນນະພາບດີ.
ຣາຍງານ ຍັງກ່າວອີກວ່າ ໃນໄລຍະຮອບ 2-3 ເດືອນ ທີ່ຜ່ານມາ ມີການກວດຍຶດກັນຊາ ຫຼາຍກວ່າ 5 ຕັນ, ສ່ວນຢາມ້າຫຼາຍກວ່າ 10 ລ້ານເມັດ. ທັງນີ້, ເຈົ້າໜ້າທີ່ ຈະໄດ້ເພີ່ມມາຕການ ເຂັ້ມງວດຂຶ້ນ ໃນການສະກັດກັ້ນ ແລະ ຈັບກຸມ ຢ່າງຕໍ່ເນື່ອງ ໃນພື້ນທີ່ ຊາຍແດນ ພ້ອມປະສານຊາວບ້ານ ໃນພື້ນທີ່ ໃຫ້ແຈ້ງຂ່າວ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຮູ້.
ກ່ອນໜ້ານີ້, ເມື່ອວັນທີ 6 ກຸມພາ 2021 ຜ່ານມາ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍມີການກວດຍຶດກັນຊານ້ຳໜັກ 635 ກິໂລກຣາມ ແລະ ຣົດໃຫຍ່ 1 ຄັນ ໄດ້ທີ່ເມືອງທ່າອຸເທນ ແຂວງນະຄອນພນົມ, ເຊິ່ງຄາດວ່າ ຈະເປັນການລັກລອບ ມາຈາກຝັ່ງລາວ ເຊັ່ນກັນ.