ຄະດີອາຊຍາກັມ ຢູ່ລາວ
2020.12.21

ໃນປີ 2020 ປະເທດລາວ ເກີດຄະດີອາຊຍາກັມ ຈຳນວນ 6 ພັນເຣື່ອງ ໃນນັ້ນ ເຈົ້າໜ້າທີ່ສາມາດປິດຄະດີ ຫຼື ດຳເນີນການຕາມ ກົດໝາຍໄດ້ປະມານ 5 ພັນກໍຣະນີ. ໃນຈຳນວນ 5 ພັນກໍຣະນີ ເປັນຄະດີຢາເສພຕິດ 3 ພັນ ເຣື່ອງ, ຮອງລົງມາ ຄະດີຄາຕກັມ, ລັກພາໂຕ, ປຸ້ນຊິງຊັບ ແລະ ລັກຊັບ. ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 21 ທັນວາ ວ່າ:
“ຂອງກອງປະຊຸມ ສລຸບປີເນາະ ຂອງວຽກງານຮາກຖານ ສະເພາະມີແຕ່ ຄະດີອາຍາ 6,209 ເຣື່ອງ ມ້າງໄດ້ 5,191 ເຣື່ອງ.”
ອີງຕາມຂໍ້ມູນ ຈາກ ເຈົ້າໜ້າທີ່ທ່ານນີ້, ໃນປີ 2020 ມີຄະດີທັງໝົດ ປະມານ 6 ພັນເຣື່ອງ ສ່ວນວ່າປີ 2019 ມີຄະດີທັງໝົດ ປະມານ 7 ພັນເຣື່ອງ. ອີງຕາມການຣາຍງານ ຂອງກະຊວງ ປ້ອງກັນຄວາມສງົບ, ໃນຈຳນວນຄະດີດັ່ງກ່າວ ເຈົ້າໜ້າທີ່ສາມາດ ຈັບກຸມຜູ້ຕ້ອງຫາໄດ້ 7 ພັນປາຍຄົນ, ໃນນັ້ນ ເປັນຄົນຕ່າງປະເທດ 100 ຄົນ ຫຼາຍທີ່ສຸດແມ່ນຄົນຈີນ, ຄົນວຽດນາມ, ຄົນໄທຍ ຊຶ່ງຄະດີສ່ວນຫຼາຍ ເກີດຂຶ້ນຢູ່ແຂວງບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊ, ຫຼວງພຣະບາງ ແລະ ນະຄອນຫຼວງວຽງຈັນ.
ບັນຫາຢາເສພຕິດ ເປັນອັນດັບທີ 1 ຍ້ອນໂຄວິດ-19 ຣະບາດເປັນເວລາຫຼາຍເດືອນ ແລະບໍ່ມີການຕັ້ງດ່ານກວດ ຫຼືລາດຕະເວນ ຕາມພື້ນທີ່ສ່ຽງ ເຮັດໃຫ້ຢາເສພຕິດຣະບາດເພີ່ມຂຶ້ນ, ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບ ອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ຄັນຊິທຽບໃສ່ ກະໜັກຫັ້ນແຫຼະເນາະ, ມັນກະຣະບາດ ຄືວ່າຫັ້ນແຫຼະ ດຽວນີ້ເນາະ, ບັນຫາລັກແທ້ ກະບໍປານໃດເນາະ ມັນມາໜັກ ຢາບ້າ ນີ້ຄຸກຄາມຊາວໜຸ່ມ ວັຍລຸ້ນເຮົາກະນີ້ນ່າ ມັນກະເປັນການຍາກ.”
ແຂວງບໍ່ແກ້ວ ກໍເປັນແຂວງນຶ່ງໃນລາວ ທີ່ມີການການຄ້າຢາເສບຕິດຫຼາຍ, ເຖິງວ່າ ເຈົ້າໜ້າທີ່ຈະຕັ້ງໜ່ວຍສະເພາະກິຈ ຈະການ ກວດກາ ແລະ ປາບປາມກໍຕາມ, ເຈົ້າໜ້າທີ່ຕຳຣວດ ແຂວງບໍ່ແກ້ວ ກ່າວຕໍ່ເອເຊັຽເສຣີ ວ່າ:
“ທາງແຂວງບໍ່ແກ້ວ ກະໄດ້ໜ່ວຍສະເພາະກິຈຫຼາຍ ມັນຫຼາຍໜ່ວຍສະເພາະກິຈ.”
ຊາວນະຄອນຫຼວງວຽງຈັນ ກ່າວວ່າຕໍ່ເອເຊັຽເສຣີ ວ່າ ຢາກໃຫ້ມີການເພີ່ມມາຕການລົງໂທດ ພວກຄ້າຢາເສບຕິດ ໜັກຂຶ້ນຕື່ມ:
“ເຮົາລະຢາກໃຫ້ເພິ່ນນີ້ ເພີ່ມໂທດໃນເຣື່ອງນີ້ຫັ້ນນ່າ ໃຫ້ມັນເຂັ້ມງວດຂຶ້ນຕື່ມ ໃຫ້ເປັນບົດຮຽນ ແລ້ວເຂົາກໍຈະຢ້ານກົວອັນນີ້ນະ, ເຮົາກະຢາກ ໃຫ້ເພິ່ນນິ ເຂັ້ມງວດຕື່ມເຣື່ອງນີ້ ບໍ່ວ່າຂາໃຫຍ່ ຂາເລັກ ຂານ້ອຍ ຫັ້ນແຫຼະ ມັນກະເປັນອັນຕລາຍ ຕໍ່ສັງຄົມເຣື່ອງນີ້.”
ຊາວແຂວງຫຼວງພຣະບາງທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ບັນດາຄຣູອາຈານ ແລະ ຜູ້ປົກຄອງ ຄວນຕິດຕາມ ລູກຫຼານຂອງ ຕົນເອງ ເພື່ອໃຫ້ຫ່າງໄກ ຢາເສພຕິດ:
“ຄຣູອາຈານ ສົມທົບກັບທຸກພາກສ່ວນ ຕລອດຮອດຜູ້ປົກຄອງຕິດຕາມ ຊຸກຍູ້ລູກຫຼານຫັ້ນ ເວົ້າເຣື່ອງຄວາມເປັນພິດເປັນພັຍ ຕໍ່ສິ່ງເສພຕິດ ມັນເປັນສິ່ງທີ່ບໍ່ໄດ້ ມັນຢາກວ່າແນວນັ້ນ ອ້າຍ.”
ບັນຫາອາຊຍາກັມ ໃນລາວ ນັບມື້ນັບຮຸນແຮງຂຶ້ນ ແລະ ເປັນປະກົດການຫຍໍ້ທໍ້ ໃນສັງຄົມ ໃນຣະດັບທີ່ແຕກຕ່າງກັນ, ແລະ ເກີດການຄ້າຢາເສບຕິດ ຂ້າມຊາດນຳ ອີກດ້ວຍ.
ທ່ານ ພົນໂທ ວະໄລ ຫຼ້າຄຳຟອງ ຣັຖມົນຕຼີ ກະຊວງປ້ອງກັນຄວາມສງົບ ໄດ້ກ່າວຢູ່ໃນກອງປະຊຸມເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 12 ພືສຈິກາ 2020 ທີ່ຜ່ານມາ ວ່າ ກົດໝາຍອາຍາຂອງລາວ, ຄວນໄດ້ຮັບການແກ້ໄຂ, ເພື່ອໃຫ້ສອດຄ່ອງ ກັບສະພາບເງື່ອນໄຂ ໃນປັດຈຸບັນ ເພື່ອຄຸ້ມຄອງ, ຕິດຕາມ, ກວດກາ, ສະກັດກັ້ນ ແລະ ແກ້ໄຂ ຊ່ອງວ່າງ ຕໍ່ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນ ໃນສັງຄົມ, ເປັນຕົ້ນ ບັນຫາກໍ່ອາຊຍາກັມຂ້າມຊາດ, ການຄ້າມະນຸດ, ການຄ້າສັດນ້ຳ-ສັດປ່າ, ການຄ້າຢາເສບຕິດ, ການຟອກເງິນ ແລະ ການສນອງ ເງິນທຶນໃຫ້ແກ່ການກໍ່ການຮ້າຍ.