ຍິງລາວຖືກຊ່ອຍຈາກຂຸມ ນາຣົກ
2015.09.16
ເຈົ້າໜ້າທີ່ ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂອງ ກົມ ສອບສວນ ຄະດີ ພິເສດ, ແລະ ຕຳຣວດ ນະຄອນ ບານ ຮ່ວມກັບ ສະຖານທູດ ລາວ ປະຈໍາໄທ ຊ່ອຍ ເດັກນ້ອຍ ແມ່ຍິງ ລາວ 4 ຄົນ ທີ່ ຖືກ ນາຍຈ້າງ ຢູ່ ເມືອງ ຕະລິ່ງຊັນ ໃນເຂດ ບາງກອກ ບັງຄັບ ໃຫ້ ເຮັດວຽກ ໃນບ້ານ, ທໍຣະມານ ແລະ ບໍ່ຈ່າຍ ເງິນ ໃຫ້. ໃນ ວັນທີ 12 ກັນຍາ 2015. ຕາມ ຄຳເວົ້າ ຂອງ ເຈົ້າໜ້າທີ່ ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂອງໄທ:
"ທ່ານ ກ່າວວ່າ ພວກນ້ອງ ຖືກ ນາຍຈ້າງ ເອົາ ກະບອງ ໄຟຟ້າ ຊ໊ອດ ແລ້ວ ກໍໃຫ້ ອົດເຂົ້າ ເຮັດວຽກ ຈົນຮອດ 1 ໂມງ ເຊົ້າ, ຕື່ນ 3 ໂມງ ເຊົ້າ, ທຸກມື້ ຈົນ ຮ່າງກາຍ ອ່ອນເພັຽ ບໍ່ໄຫວ ນາຍຈ້າງ ພຍາຍາມ ໃຫ້ ອົດເຂົ້າ ນໍາດ້ວຍ".
ການ ຊ່ວຍເຫລືອ ເດັກນ້ອຍ ລາວ ຄັ້ງນີ້ ມີຂຶ້ນ ພາຍຫລັງ ທີ່ ພີ່ນ້ອງ ຂອງ ນາງນຶ່ງ ໃນ ຈຳນວນ ຜູ້ ເຄາະຮ້າຍ 4 ຄົນ ນັ້ນ ເດີນທາງ ໄປຈາກ ລາວ ເພື່ອ ຂໍຄວາມ ຊ່ວຍເຫລືອ ນຳ ສະຖານທູດ ລາວ ທີ່ ບາງກອກ. ເມື່ອ ວັນທີ 4 ກັນຍາ 2015 ແລະ ທາງ ສະຖານທູດ ກໍໄປຂໍ ຄວາມ ຊ່ວຍເຫລືອ ຈາກ ມູນນິທິ ດັ່ງກ່າວ.
ຈາກ ການ ສອບສວນ ຂອງ ເຈົ້າໜ້າທີ່ ຕໍາຣວດ ໄທ ພົບວ່າ, ໃນ ຈຳນວນ ຜູ້ ເຄາະຮ້າຍ 4 ຄົນ ນັ້ນ ມີນາງນຶ່ງ ຖືກ ນ້າສາວ ຂອງ ຕົນເອງ, ທີ່ ຖືກ ກ່າວຫາ ວ່າ ເປັນ ນາຍໜ້າ ນັ້ນ ນຳມາ ເຮັດວຽກ ໃຊ້ໜີ້ ຢູ່ບ້ານ ຂອງ ເຈົ້າໜີ້ ໃນ ເມືອງ ຕະລິ່ງຊັນ ມາຕັ້ງແຕ່ ອາຍຸ 13 ປີ ຈົນ ເຖິງ ອາຍຸ 17 ປີ ແລ້ວ. ໃນ ຂນະນີ້ ແລະ ອີກນາງນຶ່ງ ເປັນ ລູກສາວ ຂອງ ຕົນເອງ ກໍຖືກນຳ ມາ ເຮັດວຽກ ເພື່ອ ໃຊ້ໜີ້ ເຊັ່ນ ດຽວກັນ. ພ້ອມກັນ ນັ້ນ ກໍຍັງມີ ອີກ ຄົນນຶ່ງ ທີ່ເປັນ ເອື້ອຍ ຂອງ ຜູ້ ເຄາະຮ້າຍ ກໍ ຖືກບັງຄັບ ໃຫ້ ໃຊ້ ແຮງງານ ເກີນ ຄວາມ ຈຳເປັນ. ໝາຍຄວາມ ວ່າ ຮວມແລ້ວ ມີ ຜູ້ ເຄາະຮ້າຍ ທີ່ ເຈົ້າໜ້າທີ່ ຊ່ວຍໄດ້ ທັງໝົດ 5 ຄົນ:
"5 ຄົນ ກັບ ເອື້ອຍ ແຕ່ເອື້ອຍ ມີບັດ ອະນຸຍາດ ເຮັດວຽກ. ເອື້ອຍເປັນ ຜູ້ແຈ້ງ ຂໍຄວາມ ຊ່ວຍເຫລືອ ແລ້ວ ກໍນ້ອງ ເອື້ອຍ ຄື ຜູ້ເຄາະ ຮ້າຍ ອາຍຸ 14 ປີ 16 ປີ ແລະ 26 ປີ ຮວມ ທັງໝົດ 5 ຄົນ ທີ່ ເປັນຄົນ ລາວ ທີ່ ໄດ້ຮັບການ ຄຸ້ມຄອງ ຢູ່ ໃນເວລາ ນີ້".
ເວລານີ້ ເຈົ້າໜ້າທີ່ ຕຳຣວດ ໄທ ກຳລັງ ຮວບຮວມ ຫລັກຖານ ເພິ່ມຕື່ມ ເພື່ອ ສົ່ງຟ້ອງ ຕໍ່ ສານ ດຳເນີນ ຄະດີ ນາຍຈ້າງ, ໃນຂໍ້ຫາ ຄ້າມະນຸດ ແລະ ໃຊ້ ຄົນງານ ຕ່າງດ້າວ ທີ່ ຜິດ ກົດໝາຍ. ປັດຈຸບັນ ຜູ້ເຄາະຮ້າຍ ທັງ 5 ຄົນ ຢູ່ ໃນຄວາມ ຄຸ້ມຄອງ ຂອງ ບ້ານ ເກຣຕການ ທີ່ ແຂວງ ນົນທະບຸຣິ ແລະ ຈະມີ ນັກ ສັງຄົມ ສົງເຄາະ ຈາກ ກະຊວງ ພັທນາ ສັງຄົມ ແລະ ຄວາມໝັ້ນຄົງ ຂອງ ມະນຸດ ຂອງໄທ ມາ ສອບສວນ ຕື່ມອີກ. ຫລັງຈາກ ນັ້ນ ພວກ ເຂົາເຈົ້າ ກໍຈະໄດ້ ໄປ ໃຫ້ການ ຕໍ່ສານ ຫາກມີ ການດຳເນີນ ຄະດີ ນາຍຈ້າງ.