ໄຕ້ຫວັນ ຈັດໃຫ້ລາວ ເປັນປະເທດປາຍທາງ ທີ່ມີຄວາມສ່ຽງສູງ ຕໍ່ການເປັນແຫຼ່ງ ຂອງແກ້ງຄອນເຊັນເຕີ

ໄຕ້ຫວັນ ຈັດໃຫ້ລາວ ໄທ ຫວຽດນາມ ມຽນມາ ແລະກໍາປູເຈຍ ເປັນປະເທດປາຍທາງ ທີ່ມີຄວາມສ່ຽງສູງ ຕໍ່ການເປັນແຫຼ່ງ ຂອງແກ້ງຄອນເຊັນເຕີ ສໍາລັບນັກທ່ອງທ່ຽວ ໃນອາຊຽນ.

ຮູບພາບປະກອບ: ນັກທ່ອງທ່ຽວ ຖ່າຍຮູບຕາເວັນຕົກ ຢູ່ເທິງພູ ຢູ່ແຂວງຫຼວງພຣະບາງ. ວັນທີ 29 ເດືອນມັງກອນ ປີ 2024. Tang Chhin Sothy / AFP

ກະຊວງພາຍໃນ ຂອງໄຕ້ຫວັນ ປະກາດໃນມື້ວັນທີ 7 ກຸມພານີ້ ຂຶ້ນບັນຊີ ປະເທດລາວ ແລະ ອີກ 4 ປະເທດ ໃນເອເຊຍຕາເວັນອອກສຽງໃຕ້ ຄື ໄທ ຫວຽດນາມ ມຽນມາ ແລະກໍາປູເຈຍ ເປັນປະເທດຈຸດໝາຍປາຍທາງ ທີ່ມີຄວາມສ່ຽງສູງ ຕໍ່ການເປັນແຫຼ່ງ ຂອງເຄືອຂ່າຍສໍ້ໂກງຊັບທາງໂທລະຄົມ ຫຼື ກຸ່ມແກ້ງ call center.

ກະຊວງພາຍໃນ ຂອງໄຕ້ຫວັນ ໄດ້ອອກແຈ້ງການ ເປັນພາສາຈີນ ເຕືອນພົນລະເມືອງຂອງຕົນ ໃຫ້ລະມັດລະວັງ ຫາກຈະເດີນທາງ ໄປປະເທດລາວ ແລະ ອີກ 4 ປະເທດທີ່ວ່ານີ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ເຮັດວຽກກັບໄຕ້ຫວັນ ຢູ່ປະເທດໄທ ນາງໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ກຸມພານີ້. ນາງເວົ້າວ່າ:

“ເລື່ອງທີ່ວ່ານີ້ ມີໃນເວັບໄຊ ທາງການຂອງໄຕ້ຫວັນ ແຕ່ເປັນພາສາຈີນ ບໍ່ມີພາສາອັງກິດ ຍ້ອນວ່າ ຈຸດມຸ້ງໝາຍຂອງເຂົາເຈົ້າ ຄືຢາກໃຫ້ຄົນໄຕ້ຫວັນຮູ້, ດັ່ງນັ້ນ ຈຶ່ງບໍ່ມີການແປເປັນພາສາຕ່າງປະເທດ. ຢາກໃຫ້ຄົນໄຕ້ຫວັນ ລະວັງເວລາເດີນທາງ ໄປຕ່າງປະເທດ.” 

ທາງການໄຕ້ຫວັນ ຈະເພີ່ມມາດຕະການປ້ອງກັນ ຢູ່ໃນສະໜາມບິນຂອງຕົນ. ເປັນຕົ້ນ ການເພີ່ມການຮັກສາ ຄວາມປອດໄພ ແລະ ການກວດກາ ຮວມໄປເຖິງ ການຮ່ວມມື ກັບສາຍການບິນຕ່າງໆ ໃນການປະກາດຄໍາເຕືອນ ໃສ່ໃນປີ້ຂຶ້ນຍົນ (Boarding Pass) ນໍາອີກ.

ພ້ອມກັນນັ້ນ ທາງການໄຕ້ຫວັນ ກໍຍັງແນະນໍາຊາວໄຕ້ຫວັນ ທີ່ຈະເດີນທາງ ໄປຕ່າງປະເທດ ໃຫ້ດາວໂຫຼດ ແອັບພລິເຄຊັນ ທີ່ໃຫ້ຄໍາແນະນໍາ ດ້ານຄວາມປອດໄພ ໃນການເດີນທາງ (Travel Safety Guidance App) ຂອງກະຊວງການຕ່າງປະເທດໄຕ້ຫວັນ ໄວ້ນໍາດ້ວຍ.

ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບຂອງລາວ ທ່ານໜຶ່ງ ເວົ້າວ່າ ມາເຖິງປັດຈຸບັນ ທາງການກໍຍັງບໍ່ທັນຮູ້ເທື່ອ ວ່າ ໄຕ້ຫວັນໄດ້ອອກມາດຕະການ ຄືດັ່ງກ່າວ. ແຕ່ເຖິງຢ່າງໃດກໍຕາມ ພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າເມືອງ ຕໍາຫຼວດທ່ອງທ່ຽວ ແລ ະຕໍາຫຼວດສະກັດກັ້ນ ການຄ້າມະນຸດ ກໍໄດ້ສົມທົບກັນ ແກ້ໄຂບັນຫາການຕົວະຍົວະ ຜູ້ຄົນ ໄປເຮັດວຽກສະແກມເມີ້ ເປັນຕົ້ນ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ນັ້ນຢູ່. ແລະວ່າ ຢາກໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມີສະຕິ ລະວັງໂຕເອົາໄວ້ ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ວ່າ:

“ຍັງບໍ່ທັນຮູ້ເທື່ອ ໂຕນີ້ ເຈົ້າໜ້າທີ່ຕໍາຫຼວດ ຕ.ມ. ແມ່ນກວດສອບຄົນເຂົ້າເມືອງ ສ່ວນຫຼາຍ ມັນຈະຢູ່ເຂດເສດຖະກິດພິເສດ ພຸ້ນຫຼາຍກ່ອນ. ຕ່າງແຂວງ ມັນກໍຈະບໍ່ຫຼາຍປານໃດ.”

ໃນຂະນະດຽວກັນ ພະນັກງານນໍາທ່ຽວ ຢູ່ແຂວງຫຼວງພຣະບາງ ຜູ້ໜຶ່ງ ກໍເວົ້າເຖິງນັກທ່ອງທ່ຽວຕ່າງປະເທດ ທີ່ມາທ່ຽວລາວ ນັ້ນ ວ່າ ນັກທ່ອງທ່ຽວໄຕ້ຫວັນ ບໍ່ຄ່ອຍນິຍົມມາທ່ຽວປະເທດລາວ ຫຼາຍປານໃດ, ຊຶ່ງສ່ວນໜຶ່ງ ກໍອາດເປັນຍ້ອນ ບໍ່ມີຖ້ຽວບິນ ຈາກໄທເປ ມາລາວ ໂດຍກົງ.

ພ້ອມກັນນັ້ນ ທ່ານກໍເວົ້າເຖິງເລື່ອງການສໍ້ໂກງຊັບທາງໂທລະຄົມ ວ່າ ບັນຫານີ້ ໄດ້ສ້າງຄວາມກັງວົນ ໃຫ້ພາກການທ່ອງທ່ຽວ ນໍາດ້ວຍ, ເຮັດໃຫ້ບໍລິສັດທ່ອງທ່ຽວ ບໍ່ຈັດທົວເຂົ້າຄາສິໂນ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຍ້ອນລະວັງ ຢ້ານລູກທົວ ຖືກຕົວະ.

“ເຂົາເຈົ້າ ບໍ່ຄ່ອຍມາປານໃດ ຫັ້ນນ່າ. ແມ່ນ ມີແຕ່ຄົນຈີນແຜ່ນດິນໃຫຍ່ ຈະຫຼາຍ. ພວກໄຕ້ຫວັນ ພວກຮົງກົງນີ້ ຈະໜ້ອຍ. ເຂົາເຈົ້າຈະບໍ່ໄປ ຢ້ານໂຕເຂົາມັກຕົວະກັນນີ້ແຫຼະ. ພວກເຮົາກໍບໍ່ເອົາໄປ ຄັນເຮົາແຈ້ງໃຫ້ເຂົາ ວ່າ ຢູ່ລາວ ມີພວກຕົວະແບບນີ້ຫຼາຍ ເຂົາເຈົ້າກໍຂີ້ຢ້ານ ແລ້ວເຂົາເຈົ້າ ຈະບໍ່ຄ່ອຍມາທ່ຽວ.”

ແລະພະນັກງານບໍລິສັດທ່ອງທ່ຽວ ຢູ່ນະຄອນຫຼວງວຽງຈັນ ນາງໜຶ່ງ ກໍເວົ້າຄືກັນ ວ່າ ລູກຄ້າຈາກໄຕ້ຫວັນ ບໍ່ຫຼາຍທໍ່ລູກຄ້າຈາກຈີນ ແລະ ທາງບໍລິສັດ ກໍບໍມີທົວ ໄປແຂວງບໍ່ແກ້ວ ຍ້ອນເປັນພື້ນທີ່ ທີ່ມີແກ້ງຄອນເຊັນເຕີ ຫຼາຍ ແລະ ກໍບໍ່ແນ່ໃຈວ່າ ການມ້າງແກ້ງຄອນເຊັນເຕີ ໃນໄລຍະທີ່ຜ່ານມາ ນັ້ນ ໄດ້ຜົນແທ້ ຫຼື ບໍ່.

“ສ່ວນຫຼາຍ ຄັນຄືວ່າ ເຮົາບໍ່ເຮັດທົວໄປທາງບໍ່ແກ້ວ ກໍຍ້ອນວ່າ ແບບທາງນັ້ນ ແກ້ງຄອນເຊັນເຕີ ຫຼາຍ, ໄປບ່ອນສຸ່ມສ່ຽງຫັ້ນນ່າ ເຮົາກໍບໍ່ຢາກໃຫ້ເສຍລູກຄ້າ. ແມ່ນແລ້ວ ແຕ່ວ່າ ຈັດການກໍຄືວ່າຫັ້ນແຫຼະ ບໍ່ຮູ້ວ່າ ຊິໝົດ ຫຼື ບໍ່ໝົດ.”


ຂ່າວ ກ່ຽວກັນ

ສສ ໄທ ຮຽກຮ້ອງໃຫ້ຊ່ອຍເຫຼືອ ເຫຍື່ອຄ້າມະນຸດ ໃນມຽນມາ, ລວມທັງຄົນລາວ

ຄາດວ່າ ປະທານວຽນອາຊ້ຽນປີນີ້ ມີຈຸດຢືນເປັນກາງ ຂໍ້ຂັດແຍ່ງທະເລຈີນໃຕ້

ການແຕ່ງດອງແບບແອບແຝງ ເປັນຊ່ອງວ່າງໃຫ້ຄົນກາງ ພາແມ່ຍິງລາວໄປຈີນ


ອີງຕາມລາຍງານ ຂອງກົມພັດທະນາການທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ປີ 2023, ມີຄົນໄຕ້ຫວັນ ເດີນທາງເຂົ້າມາປະເທດລາວ ຈໍານວນ 5,140 ຄົນ, ຄືເພີ່ມຂຶ້ນຈາກປີ 2022 - 1,514 ຄົນ.

ການທີ່ກະຊວງພາຍໃນ ຂອງໄຕ້ຫວັນ ອອກແຈ້ງການ ຄືທີ່ວ່ານັ້ນ ກໍຍ້ອນວ່າ ມີຄົນໄຕ້ຫວັນ ຖືກຕົວະໄປເຮັດວຽກຕອບແຊັດ ຢູ່ປະເທດມຽນມາ ແລະ ກໍາປູເຈຍ ຫຼາຍ ໃນຫຼາຍປີທີ່ຜ່ານມາ ແລະ ໃນຕົ້ນເດືອນກຸມພາ 2025 ນີ້ ລັດຖະບານໄທ ກໍໄດ້ຮັບຜູ້ຖືກເຄາະຮ້າຍ ທີ່ຕົກເປັນເຫຍື່ອ ຂອງກຸ່ມແກ້ງຄອນເຊັນເຕີ ໃນເຂດເມືອງເມຍວະດີ ປະເທດມຽນມາ 260 ຄົນ ຊຶ່ງໃນຈໍານວນນັ້ນ ເປັນຄົນສັນຊາດໄຕ້ຫວັນ 7 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org