ຫຼວງນໍ້າທາ ອະຫິວາໝູ ກໍາລັງ ແພ່ຂຍາຍ

ທາງການລາວ ຫ້າມນໍາເຂົ້າ ຊີ້ນໝູ ໂຕໝູ ຈາກ ປະເທດຈີນ ເດັດຂາດ ເພື່ອຄວາມປອດພັຍ ແລະປ້ອງກັນ ການແພ່ຣະບາດ ຂອງພຍາດ ອະຫິວາໝູ ອາຟິກາ.
ທາງການລາວ ຫ້າມນໍາເຂົ້າ ຊີ້ນໝູ ໂຕໝູ ຈາກ ປະເທດຈີນ ເດັດຂາດ ເພື່ອຄວາມປອດພັຍ ແລະປ້ອງກັນ ການແພ່ຣະບາດ ຂອງພຍາດ ອະຫິວາໝູ ອາຟິກາ. (RFA )

0:00 / 0:00

ປັດຈຸບັນ ພຍາດອະຫິວາໝູ ກຳລັງ ແພ່ຂຍາຍ ຢູ່ເມືອງສິງ ແຂວງຫລວງນໍ້າທາ ເຮັດໃຫ້ໝູ ຂອງ ປະຊາຊົນ ຕາຍໄປຫລາຍໂຕ ແລ້ວ. ຕາມຄຳເວົ້າຂອງປະຊາຊົນຢູ່ ເມືອງສິງ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ຕຸລາ ນີ້ວ່າ:

"ຊ່ວງນີ້ຍັງເປັນຢູ່ໂອ໋ ຍັງບໍ່ທັນຫາຍດີເທື່ອໜ່າ ບາງບ່ອນກໍ່ຍັງຕາຍຢູ່ ບາງບ່ອນກໍດີມາແລ້ວ ໂອ້ຍໃກ້ຊິຮອດເດືອນມາແລ້ວໃດ ຕາຍໂອ໋ ໝູປະມານ ຫ້າ-ຫົກ ສິບໂຕ ຕາຍເປັນ ສາມສິບປາຍໂຕ ຫລຸບທຶນໂອ໋ ຫລຸບທຶນຫລາຍສຸດນ່າ ບາງທີເປັນບໍ່ລອນ່າ ແຮງສັກແຮງຕາຍ ຕາຍຄາມືກະມີ ບາງທີຊົ່ວໂມງນຶ່ງ ກໍຕາຍຈະນັ້ນ.”

ນາງເວົ້າວ່າ ທີ່ຜ່ານມາ ທາງການໄດ້ສັ່ງຫ້າມບໍ່ໃຫ້ນໍາໝູ ແລະຊິ້ນສ່ວນໝູ ຈາກປະເທດຈີນ ເຂົ້າມາ ຍ້ອນພຍາດໝູຣະບາດຢູ່ຈີນ ຊຶ່ງ ໃນຂນະນີ້ ພຍາດນັ້ນ ໄດ້ແພ່ລາມເຂົ້າມາ ເມືອງສິງ ທີ່ຕັ້ງຢູ່ຕິດກັບ ປະເທດຈີນນັ້ນແລ້ວ.

ພຍາດອະຫິວາຫມູ ທີ່ເກີດຂຶ້ນຢູ່ນີ້ ປະຊາຊົນກັງວົນວ່າ ມັນອາຈສົ່ງຜົນກະທົບ ຕໍ່ສຸຂພາບຂອງຜູ້ຄົນ ຍ້ອນວ່າ ຊີ້ນໝູ ທີ່ມີຂາຍ ຢູ່ຕາມ ທ້ອງຕລາດ ອາຈເປັນຊີ້ນທີ່ຕິດເຊື້ອພຍາດ ດັ່ງກ່າວ ເພາະບາງໂຮງຂ້າສັດ ບໍ່ໄດ້ຜ່ານການກວດກາ ຈາກ ສັຕວະແພດ ແລະພວກພໍ່ຄ້າ ແມ່ຄ້າ ຂາຍຊີ້ນໝູ ບາງຄົນກໍລັກນຳເອົາໝູ ຫລືຊີ້ນໝູ ຈາກຈີນມາຂາຍ ໂດຍບໍ່ຜ່ານການກວດກາ ຂອງເຈົ້າໜ້າທີ່. ເມື່ອກວດພົບຊີ້ນ ຕິດພຍາດ ກໍເອົາໄປທໍາລາຍຖິ້ມ.

ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ເຈົ້າໜ້າທີ່ເມືອງສິງ ທີ່ກ່ຽວຂ້ອງທ່ານນຶ່ງ ຊຶ່ງທ່ານເວົ້າວ່າ:

"ເປັນຫຼາຍຊ່ວງນີ້ ບາງບ່ອນກະໄດ້ຝັງທຳລາຍຖີ້ມ ເພີ່ມການກວດກາໃນຊ່ວງນີ້ ຕາມຕລາດຕາມໂຮງຂ້າສັດ ຢ້ານເຂົາເອົາໝູ ເປັນພຍາດ ມາຂາຍ.”

ພຍາດອະຫິວາໝູ ເລີ້ມເກີດຂຶ້ນໃນຕົ້ນ ເດືອນຕຸລາ ນີ້ແລະປະຈຸບັນ ຍັງບໍ່ທັນມີທ່າທີ່ວ່າ ພຍາດນີ້ຈະໝົດໄປໄດ້ງ່າຍ ເພາະວ່າ ໝູ ທີ່ ປະຊາຊົນລ້ຽງ ຍັງຕາຍຢູ່ ແລະໃນຂນະນີ້ ທາງການກຳລັງກວດກາ ຢ່າງເຂັ້ມງວດ.