ເຣື້ອງທີ່ເກັບບັນທຶກໄວ້
2023-08-31
ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ທີ່ຕົກເປັນເຫຍື່ອການຄ້າມະນຸສ ຢູ່ກາສິໂນ ຂອງຈີນ ໃນເມືອງເມັຽວະດີ ຣັຖກະຫຣ່ຽງ ປະເທດພະມ້າ ແຈ້ງໃຫ້ວິທຍຸ ເອເຊັຽ ເສຣີ ຮູ້ວ່າ ວ່າງ ເດັກນ້ອຍລາວ ຈໍານວນ 23 ຄົນ ຖືກປ່ອຍອອກມາແລ້ວ, ແຕ່ຍັງບໍ່ມີຂໍ້ມູນ ລະບຸຢ່າງຈະແຈ້ງວ່າ ເດັກນ້ອຍເຫຼົ່ານັ້ນຖືກປ່ອຍໄປໃສແທ້.
2023-08-28
ກອງປະຊຸມ ສູນປະສານງານໄຕຣພາຄີ ເພື່ອຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ໃນພາກພື້ນທີ່ເມືອງເມັຍວະດີ ສາທາຣະນະຣັຖ ແຫ່ງສະຫະພາບ ມຽນມ້າ, ຈັດຂຶ້ນເປັນເທື່ອທີ 2 ແລ້ວ ໂດຍໃນເທື່ອນີ້ ມີປະເທດລາວ ໄດ້ເຂົ້າຮ່ວມມື ເປັນປະເທດທີ 4.
2023-08-28
ຊາວວຽດນາມ 5 ຄົນ ທີ່ຖືກລັກພາໂຕ ໃນຂະນະທີ່ມາຮອດ ບ້ານຊຽງກົກ ເມືອງລອງ ແຂວງຫລວງນໍ້າທາ ແລະຂໍ້ມູນຫຼ້າສຸດ ລະບຸວ່າ ຕອນນີ້ ໄດ້ຖືກສົ່ງໄປປະເທດພະມ້າ ແລ້ວ ສ່ວນເຈົ້າໜ້າທີ່ ຕໍາຣວດລາວ ຍັງບໍ່ໄດ້ຮັບຣາຍງານເຣື່ອງນີ້.
2023-08-25
ສະຖານບັນເທີງ ແລະຮ້ານນວດຈໍານວນນຶ່ງ ຢູ່ເຂດເສຖກິຈ ສະເພາະບໍ່ເຕັນແດນງາມ ແຂວງຫລວງນໍ້າທາໃຫ້ບໍຣິການ ທາງເພດ ແກ່ນັກທ່ອງທ່ຽວຈີນ ຂະນະທີ່ເຈົ້າໜ້າທີ່ ປກສ ແຂວງຫຼວງນ້ຳທາ ບໍ່ສາມາດເຂົ້າໄປກວດເຂດດັ່ງກ່າວ ແຕ່ຈະມີຕຳຣວດສະເພາະກິຈ ຮັບຜິດຊອບໃນເຂດນັ້ນ.
2023-08-17
ເດັກນ້ອຍແມ່ຍິງລາວ ທີ່ຖືກຕົວະໄປເຮັດວຽກ ຢູ່ກາສິໂນ ຂອງຈີນ ໃນປະເທດພະມ້າ ແລະ ນາງ ຖືກທາຮຸນຢ່າງໜັກ ເຊິ່ງບໍ່ມີຜູ້ໃດຮູ້ຂ່າວຄາວວ່າ ນາງຍັງມີຊີວິດຢູ່ ຫຼືບໍ່ ນັ້ນ, ມາເຖິງປັດຈຸບັນນີ້ ແຫຼ່ງຂ່າວແຈ້ງວ່າ ນາງຍັງມີຊີວິດຢູ່, ແຕ່ຖືກຂາຍຕໍ່ ເພື່ອໄປເຮັດວຽກຢູ່່ບ່ອນອື່ນ.
2023-08-02
ເດັກນ້ອຍລາວ ທີ່ຖືກຄ້າມະນຸສໄປພະມ້າ ຖືກກຸ່ມຄ້າມະນຸສ ລົງໂທດໜັກຂຶ້ນ ໃນນີ້ ມີເດັກນ້ອຍຍິງຄົນນຶ່ງ ຍັງບໍ່ຮູ້ຊາຕາກັມ ແລະບໍ່ຮູ້ວ່າ ເປັນຕາຍຮ້າຍດີ ແນວໃດ ເຊິ່ງພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍເຫຼົ່ານັ້ນ ໄດ້ພະຍາຍາມ ຂໍຄວາມຊ່ອຍເຫຼືອ ຈາກທາງການລາວທຸກວິທີທາງ, ແຕ່ກໍບໍ່ມີຄວາມຄື້ບໜ້າໃດໆ.
2023-08-01
ແມ່ຍິງລາວຫລາຍຄົນ ຖືກຫລອກລວງ ແລະ ບັງຄັບໃຊ້ແຮງງານ ລວມທັງຂາຍບໍຣິການ ທາງເພດ ໃນຫລາຍຮູບແບບ ຊຶ່ງເປັນບັນຫາທ້າທາຍ ທີ່ທາງການລາວ ຈະຕ້ອງໄດ້ແກ້ໄຂ ຂະນະທີ່ ຍັງບໍ່ມີມາຕການ ຫຼືແນວທາງ ທີ່ເປັນຮູບປະທັມ ອອກມາຈາກຣັຖບານ ເພື່ອແກ້ໄຂບັນຫາ ການຄ້າມະນຸສ ຢ່າງຈິງຈັງ.